![]() |
ກອງປະຊຸມຄັ້ງນີ້ ເພື່ອທົບທວນ ຮ່າງເບື້ອງຕົ້ນ (Zero Draft) ຂອງບົດບັນທຶກຄວາມເຂົ້າໃຈ (MoU) ໂດຍຖືເອົາບູລິມະສິດແຫ່ງຊາດ ເປັນຈຸດເລີ່ມຕົ້ນ ແລະ ເປັນບ່ອນອີງໃນການກຳນົດທິດທາງການຮ່ວມມື.
ການປົກປັກຮັກສາປ່າໄມ້ໃຫ້ຍືນຍົງ ຕ້ອງດຳເນີນຄຽງຄູ່ກັບການສ້າງໂອກາດທາງເສດຖະກິດ ແລະ ຜົນປະໂຫຍດທີ່ເປັນທຳ. ດັ່ງນັ້ນ, ການຮ່າງ MoUຕ້ອງໄດ້ກໍານົດຈຸດປະສົງໃຫ້ຊັດເຈນວ່າ ການຮ່ວມມືຈະປະກອບສ່ວນເຂົ້າໃນການຫຼຸດຜ່ອນຄວາມທຸກຍາກ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນຊົນນະບົດ ໂດຍຜ່ານການຄຸ້ມຄອງປ່າໄມ້ແບບຍືນຍົງ, ການປູກໄມ້ເພື່ອເປັນສິນຄ້າ, ການລົງທຶນທີ່ມີຄວາມຮັບຜິດຊອບ ແລະ ການສ້າງວຽກເຮັດງານທຳ.ເພື່ອໃຫ້ບັນລຸເປົ້າໝາຍ ການຮ່ວມມືດັ່ງກ່າວນີ້ຕ້ອງສອດຄ່ອງ ແລະ ລະບຸຢ່າງຊັດເຈນໃນການສະໜັບສະໜູນ 3 ກອບນະໂຍບາຍຫຼັກ ຄື: 1) ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ການແກ້ໄຂຄວາມທຸກຍາກ; 2) ຍຸດທະສາດປ່າໄມ້ຮອດປີ 2035; 3) ຍຸດທະສາດການເຕີບໂຕສີຂຽວແຫ່ງຊາດຮອດປີ 2030.
ທ່ານ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ກ່າວວ່າ: ເພື່ອໃຫ້ຮ່າງ MoUສະບັບນີ້ມີຈຸດສຸມທີ່ຊັດເຈນ ແລະ ສາມາດປະຕິບັດໄດ້ຕົວຈິງ, ສະເໜີໃຫ້ຈັດກຸ່ມບູລິມະສິດທີ່ຕົກລົງກັນ ເຊັ່ນ: 1) ການຜະລິດໄມ້ ເພື່ອການຄ້າແບບຍືນຍົງ ແລະ ການປຸງແຕ່ງພາຍໃນປະເທດ; 2) ຊີວິດການເປັນຢູ່ຂອງຊາວກະສິກອນລາຍຍ່ອຍ ແລະ ການສ້າງວຽກເຮັດງານທຳ; 3) ການຄຸ້ມຄອງປ່າໄມ້, ການອະນຸລັກ ແລະ ການເຂົ້າເຖິງຕະຫຼາດ.
ທ່ານ ນາງ ເວີເລີ ສະເມັດ (Veerle SMET), ຫົວໜ້າຝ່າຍການຮ່ວມມືສະຫະພາບເອີຣົບ ປະຈໍາ ສປປ ລາວ ໄດ້ນໍາສະເໜີແນວຄວາມຄິດກ່ຽວກັບການຮ່ວມມືທາງດ້ານປ່າໄມ້ ແລະ ຈຸດປະສົງ ກໍານົດຂະບວນການສ້າງແຜນການ ແລະ ການຈັດຕັ້ງປະຕິບັດ.
ທ່ານ ສົມຫວັງ ພີມມະວົງ ຫົວໜ້າ ກົມປ່າໄມ້ ກະຊວງກະສິກຳແລະສິ່ງແວດລ້ອມໄດ້ສະເໜີການທົບທວນຄືນບັນດາເປົ້າໝາຍລະດັບຊາດ ແລະ ສາກົນ, ການສະທ້ອນເຖິງການປ່ຽນແປງດ້ານນະໂຍບາຍ ແລະ ການນໍາສະເໜີຮ່າງບົດບັນທຶກຄວາມເຂົ້າໃຈ (MoU)ກ່ຽວກັບການຮ່ວມມື ທາງດ້ານປ່າໄມ້.
ກອງປະຊຸມດັ່ງກ່າວຍັງໄດ້ແບ່ງເປັນກຸ່ມ ເພື່ອປືກສາຫາລືໃນການກໍານົດຂອບວຽກທີິ່ມີຄວາມສົນໃຈ ແລະ ຄາດຄະເນຜົນຈະໄດ້ຮັບ ແລະ ໄດ້ໃຫ້ຕາງໜ້າແຕ່ລະກຸ່ມຂຶ້ນນຳສະເໜີຜົນຂອງການປືກສາຫາລືກັນໃນຫົວຂໍ້ດັ່ງກ່າວ.
ຂໍ້ມູນ: ຂ່າວສານ ກສ

ຄໍາເຫັນ