ສປສສ ຫວນຄືນມູນເຊື້ອ ວັນສ້າງຕັ້ງກອງທັບຄົບຮອບ 77 ປີ

ສປສສ ຫວນຄືນມູນເຊື້ອ ວັນສ້າງຕັ້ງກອງທັບຄົບຮອບ 77 ປີ

ສປສສ ຫວນຄືນມູນເຊື້ອ ວັນສ້າງຕັ້ງກອງທັບຄົບຮອບ 77 ປີ
ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດພິທີປາຖະກະຖາມູນເຊື້ອກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949-20 ມັງກອນ 2026) ຂຶ້ນໃນວັນທີ 28 ມັງກອນ ນີ້ທີ່ ສປສສ ໃຫ້ກຽດປາຖະກະຖາໂດຍ ທ່ານ ພົຈວ ສຸລິນພອນ ຄຳພິຈັນ ຮອງປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ມີທ່ານ ຂຸນສຸວັນ ສຸທຳມະວົງ ຮອງປະທານສານປະຊາຊົນສູງສຸດ ພ້ອມດ້ວຍພະນັກງານອ້ອມຂ້າງ ສປສສ ເຂົ້າຮ່ວມຮັງຟັງ.
ສປສສ ຫວນຄນມນເຊອ ວນສາງຕງກອງທບຄບຮອບ 77 ປ - image 1
 

ທ່ານ ພົຈວ ສຸລິນພອນ ຄຳພິຈັນ ໄດ້ຫວນຄືນປະຫວັດມູນເຊື້ອ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວ ລວມທັງຜົນງານ ແລະ ໄຊຊະນະ ທີ່ກອງທັບປະຊາຊົນລາວຍາດມາໄດ້ ຕະຫຼອດໄລຍະ 77 ປີຜ່ານມາ, ກອງທັບປະຊາຊົນລາວ ໄດ້ກຳເນີດຂຶ້ນໃນທ່າມກາງທີ່ປະເທດຊາດຖືກພວກລ່າເມືອງຂຶ້ນແບບເກົ່າເຂົ້າມາຮຸກຮານ ແລະ ຄອບຄອງ ໂດຍພາຍໃຕ້ການນໍາພາຂອງ ພັກປະຊາຊົນ ປະຕິວັດລາວ ໄດ້ລຸກຮືຂຶ້ນຕໍ່ສູ້ຕ້ານການຮຸກຮານຢ່າງເປັນຂະບວນຟົດຟື້ນ ໃນທົ່ວປະເທດ, ມາໃນວັນທີ 20 ມັງກອນ 1949 ກອງທັບລາວອິດສະຫຼະໄດ້ຮັບການປະກາດສ້າງຕັ້ງຂຶ້ນ (ຊຶ່ງເປັນຕົ້ນກຳເນີດຂອງ ກອງທັບປະຊາຊົນລາວເຮົາ ໃນປັດຈຸບັນ) ຢູ່ເຂດລາວຮຸ່ງພຽງສາ ເມືອງຊຽງຄໍ້ ແຂວງຫົວພັນ ໂດຍແມ່ນ ປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ຊີ້ນຳບັນຊາໂດຍກົງ, ນັບແຕ່ກອງທັບໄດ້ຮັບການສ້າງຕັ້ງຂຶ້ນ ກໍໄດ້ຮັບພາລະອັນໜັກໜ່ວງຕໍ່ສູ້ຕ້ານກັບຈັກກະພັດຜູ້ຮຸກຮານທັງແບບເກົ່າ ແລະ ໃໝ່ທີ່ມີອາວຸດ, ພາຫະນະສົງຄາມ ແລະ ກຳລັງພົນທີ່ເໜືອກວ່າ, ແຕ່ເພື່ອປົກປັກຮັກສາປະເທດຊາດດ້ວຍນໍ້າໃຈຮັກຊາດ ອັນເດັດດ່ຽວໜຽວແໜ້ນ, ຕໍ່ສູ້ບໍ່ຍອມຈຳນົນ ກອງທັບໄດ້ຮ່ວມກັບປະຊາຊົນລາວບັນດາເຜົ່າ ສືບຕໍ່ດໍາເນີນການຕໍ່ສູ້ຢ່າງອົງອາດກ້າຫານ, ຍິ່ງຕີຍິ່ງໄດ້ຮັບໄຊຊະນະ, ຍິ່ງຕີຍິ່ງເຕີບໃຫຍ່ເຂັ້ມແຂງ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສ້າງຕັ້ງລະບອບໃໝ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975, ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍແລ້ວ ກອງທັບ ກໍໄດ້ປະຕິບັດສອງໜ້າທີ່ຍຸດທະສາດໄປພ້ອມໆກັນ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສືບຕໍ່ເສີມຂະຫຍາຍທາດແທ້ມູນເຊື້ອຂອງກອງທັບ, ປັບປຸງກໍ່ສ້າງກຳລັງ, ອົບຮົບ-ຫັດແອບ, ປັບປຸງລະບຽບແບບແຜນວິທີເຮັດໃຫ້ກອງທັບນັບມື້ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໜຂຶ້ນເທື່ອລະກ້າວ. ທັງນີ້, ກໍເພື່ອເຮັດໃຫ້ພະນັກງານຮຸ່ນສືບທອດໄດ້ຮັບຮູ້, ເຂົ້າໃຈປະຫວັດສາດແຫ່ງການກຳເນີດ, ສູ້ຮົບມີໄຊ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງ ກອງທັບປະຊາຊົນລາວ ຕະຫຼອດໄລຍະ 77 ປີຜ່ານມາ.

(ຂ່າວ: ຕຸໄລເພັດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ອກລ ປາຖະກະຖາ ວັນສ້າງຕັ້ງສະຫະພັນກໍາມະບານລາວ ແລະ ເຜີຍແຜ່ເອກະສານການເລືອກຕັ້ງສະມາຊິກສະພາແຫ່ງຊາດ

ອກລ ປາຖະກະຖາ ວັນສ້າງຕັ້ງສະຫະພັນກໍາມະບານລາວ ແລະ ເຜີຍແຜ່ເອກະສານການເລືອກຕັ້ງສະມາຊິກສະພາແຫ່ງຊາດ

ໃນຕອນເຊົ້າຂອງ ວັນທີ 28 ມັງກອນ ນີ້ ຢູ່ຫ້ອງປະຊຸມໃຫຍ່ ອົງການກວດສອບແຫ່ງລັດ (ອກລ) ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 70 ປີ ແລະ ເຜີຍແຜ່ເອກະສານການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຄັ້ງທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໂດຍໃຫ້ກຽດເປັນປະທານ ແລະ ເຜີຍແຜ່ເຊື່ອມຊຶມເອກະສານດັ່ງກ່າວ ໂດຍສະຫາຍ ຕ້ອຍ ພົນທິລາດ ຮອງເລຂາຄະນະບໍລິຫານງານພັກ ຮອງປະທານອົງການກວດສອບແຫ່ງລັດ. ເຂົ້າຮ່ວມຮັບຟັງມີ ຄະນະບໍລິຫານງານສະຫະພັນກໍາມະບານ, ຄະນະກໍາມະບານຮາກຖານ ແລະ ສະມາຊິກກໍາມະບານອົງການກວດສອບແຫ່ງລັດ ທັງໝົດເຂົ້າຮ່ວມຮັບຟັງ
ກອງປະຊຸມລະດັບສາກົນໃນການປຶກສາຫາລືການຍົກລະດັບສະຖາບັນຄົ້ນຄວ້າກະສິກຳ

ກອງປະຊຸມລະດັບສາກົນໃນການປຶກສາຫາລືການຍົກລະດັບສະຖາບັນຄົ້ນຄວ້າກະສິກຳ

ຈາກຜົນໄດ້ຮັບຂອງກອງປະຊຸມລະດັບສາກົນ ໃນການປຶກສາຫາລື ກ່ຽວກັບການຍົກລະດັບສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ຂຶ້ນເປັນສະຖາບັນບັນດິດວິທະຍາສາດກະສິກຳ ແລະ ສິ່ງແວດລ້ອມ (LAAES) ໃນເດືອນຕຸລາ ປີ 2025 ຜ່ານມາ, ໄດ້ສຳເລັດການປຶກສາຫາລື ຢູ່ໃນຂັ້ນສູນກາງ ແລະ ທ້ອງຖິ່ນ ຊຶ່ງຜົນຂອງກອງປະຊຸມເຫຼົ່ານັ້ນ ໄດ້ສະແດງເຖິງ ຄວາມເປັນເອກະພາບສູງ ແລະ ເຫັນໄດ້ເຖິງຄວາມຈຳເປັນພາວະວິໄສທີ່ຈະຕ້ອງໄດ້ຍົກລະດັບສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດຂຶ້ນເປັນສະຖາບັນບັນດິດວິທະຍາສາດກະສິກຳ ແລະ ສິ່ງແວດລ້ອມ. ສະນັ້ນ, ໃນວັນທີ 23 ມັງກອນ ຜ່ານມາ ທີ່ນະຄອນຫຼວງວຽງຈັນ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຈັດກອງປະຊຸມດັ່ງກ່າວຂຶ້ນ.
ອົງການໄອຍະການປະຊາຊົນແຂວງຄໍາມ່ວນ ສະຫຼຸບວຽກງານຮອບດ້ານປະຈໍາປີ 2025

ອົງການໄອຍະການປະຊາຊົນແຂວງຄໍາມ່ວນ ສະຫຼຸບວຽກງານຮອບດ້ານປະຈໍາປີ 2025

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຮອບດ້ານ ອົງການໄອຍະການປະຊາຊົນແຂວງຄໍາມ່ວນ ປະຈໍາປີ 2025 ໄດ້ຈັດຂຶ້ນໃນວັນທີ 27 ມັງກອນ 2026, ໂດຍການເປັນປະທານຂອງທ່ານ ແກ້ວອຸດອນ ບຸດສິງຂອນ ຄະນະປະຈໍາພັກແຂວງຄໍາມ່ວນ.
ນັກທຸລະກິດແມ່ຍິງລາວ ມີຫຼາຍຜະລິດຕະພັນນໍາສະເໜີໃນງານເທດສະການອາຫານລາວ

ນັກທຸລະກິດແມ່ຍິງລາວ ມີຫຼາຍຜະລິດຕະພັນນໍາສະເໜີໃນງານເທດສະການອາຫານລາວ

ໃນໂອກາດເຂົ້າຮ່ວມ ເປີດງານເທດສະການອາຫານລາວ 2026. ທ່ານ ນາງ ຈໍາປາທອງ ທະລົງແສງຈັນ ຄະນະບໍລິຫານງານສະມາຄົມນັກທຸລະກິດຍິງ ແລະ ທັງເປັນຜູ້ອຳນວຍການບໍລິສັດເອອີຊີການຄ້າ ຈຳກັດ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນເມື່ອບໍ່ດົນຜ່ານວ່າ: ຂ້າພະເຈົ້າມີຄວາມຮູ້ສຶກດີໃຈ ທີ່ໄດ້ເປັນສ່ວນໜຶ່ງຂອງງານເທດສະການອາຫານລາວ. ປີນີ້ພວກເຮົາຈັດເປັນປີທີ 21 ແລ້ວ ພາຍໃຕ້ຫົວຂໍ້: ສຳຜັດຄວາມເປັນລາວ ໂດຍຜ່ານລົດຊາດອາຫານລາວ ເພື່ອສົ່ງເສີມເອກະລັກອາຫານ ແລະ ຜະລິດຕະພັນແມ່ຍິງລາວສູ່ເວທີສາກົນ. ງານໃນຄັ້ງນີ້ໄດ້ລວມເອົາຜະລິດຕະພັນລາວມາຈາກ 18 ແຂວງວາງສະແດງ-ຂາຍ ຊຶ່ງແຕ່ລະແຂວງກໍມີເອກະລັກຕ່າງກັນເຊັ່ນ: ແຂວງສະຫວັນນະເຂດກໍມີ ປີ້ງໄກ່ເຊໂນ; ແຂວງອັດຕະປື ໝົກຊີ້ນໝູໃສ່ໃບຫຸ່ງ. ແຂວງໄຊສົມບູນ (ເຂດພິເສດ) ຕຸນໄກ່ດໍາໃສ່ຢາພື້ນເມືອງຂອງພີ່ນ້ອງລາວສູງ ຈະຊ່ວຍໃຫ້ແມ່ຢູ່ກຳໜຸ່ມ.
ສະຫະພັນກໍາມະບານລາວ ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ

ສະຫະພັນກໍາມະບານລາວ ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ

ນັບແຕ່ມື້ສ້າງຕັ້ງເປັນຕົ້ນມາ ສະຫະພັນກຳມະບານລາວ ໄດ້ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະໜ້າທີ່ ທີ່ໄດ້ກຳນົດໄວ້ໃນໂຄງການດຳເນີນງານ ໂດຍໄດ້ກໍ່ສ້າງ, ປັບປຸງກົດລະບຽບ, ລະບົບການຈັດຕັ້ງ, ໂຄງປະ ກອບບຸກຄະລາກອນ, ແບບແຜນວິທີເຮັດວຽກ, ຂະຫຍາຍການຈັດຕັ້ງ ແລະ ສະມາຊິກກຳມະບານຢູ່ໃນແຕ່ລະຂົງ ເຂດ ເພື່ອໃຫ້ສອດຄ່ອງກັບຄວາມເປັນຈິງ ແລະ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນແຕ່ລະໄລຍະ.
ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າ  + ສິດເປັນເຈົ້າອໍານາດລັດຂອງປະຊາຊົນລາວບັນດາເຜົ່າ ແມ່ນແນວໃດ?

ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າ + ສິດເປັນເຈົ້າອໍານາດລັດຂອງປະຊາຊົນລາວບັນດາເຜົ່າ ແມ່ນແນວໃດ?

ກ່ອນອື່ນຢາກເຂົ້າໃຈ ສິດເປັນເຈົ້າອໍານາດລັດແມ່ນແນວໃດນັ້ນ, ພວກເຮົາຈົ່ງຮັບຮູ້ ແລະ ເຂົ້າໃຈ ຈະແຈ້ງກ່ຽວກັບ ຄໍາສັບທີ່ວ່າ: ອຳນາດລັດແມ່ນແນວໃດ ເສຍກ່ອນ. ອຳນາດລັດ ທີ່ນີ້ໝາຍເຖິງ ສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ, ປະທານປະເທດ, ລັດຖະບານ ແລະ ອົງການປົກຄອງທຸກຂັ້ນ, ສານປະຊາຊົນ, ອົງການໄອຍະການປະຊາຊົນ, ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ທັງໝົດເຫຼົ່ານັ້ນ ເອີ້ນວ່າອໍານາດລັດ ຫຼື ອົງການອໍານາດລັດ.
ພະນັກງານ-ລັດຖະກອນແຂວງສາລະວັນ ເຊື່ອມຊືມເອກະສານ ເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V

ພະນັກງານ-ລັດຖະກອນແຂວງສາລະວັນ ເຊື່ອມຊືມເອກະສານ ເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V

ວັນທີ 27 ມັງກອນຜ່ານມານີ້, ແຂວງສາລະວັນ ໄດ້ຈັດເຜີຍແຜ່ເຊື່ອມຊຶມເອກະສານ ໃຫ້ແກ່ພະນັກງານ-ລັດຖະກອນ ເພື່ອຮັບໃຊ້ໃນບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະພາປະຊາຊົນແຂວງ (ສສຂ) ຊຸດທີ V ຢູ່ທີ່ສະໂມສອນແຂວງ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ມະໄລວອນ ສີປະເສີດ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ຮອງຫົວໜ້າອະນຸກຳມະການໂຄສະນາ, ປຸກລະດົມຂະບວນການ.
2025 ດ່ານພາສີສາກົນນາເພົ້າ ປະຕິບັດລາຍຮັບໄດ້ 634,652 ລ້ານກີບ

2025 ດ່ານພາສີສາກົນນາເພົ້າ ປະຕິບັດລາຍຮັບໄດ້ 634,652 ລ້ານກີບ

ທ່ານ ສຸພັດ ສຸແສງໄທ ຫົວໜ້າດ່ານພາສີສາກົນ ນາເພົ້າ ແຂວງຄໍາມ່ວນໃຫ້ຮູ້ວ່າ: ໃນປີ 2025 ດ່ານພາສີສາກົນນາເພົ້າ ໄດ້ຮັບຕົວເລກມອບໝາຍຈາກກະຊວງການເງິນ, ກົມພາສີ ຈໍານວນ 398 ຕື້ກີບ, ທຽບໃສ່ໄລຍະດຽວປີຜ່ານມາ ຈໍານວນ 305 ຕື້ກີບ, ເພີ່ມຂຶ້ນ 30.49% ຫຼື ເທົ່າກັບ 93 ຕື້ກີບ, ຖືວ່າເປັນຕົວເລກທີ່ສູງພໍສົມຄວນ.
ເມືອງແອດ ມີຜູ້ມີສິດປ່ອນບັດເລືອກຕັ້ງ 15,109 ຄົນ

ເມືອງແອດ ມີຜູ້ມີສິດປ່ອນບັດເລືອກຕັ້ງ 15,109 ຄົນ

ກອງປະຊຸມຕິດຕາມ ແລະ ຊຸກຍູ້ກະກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງຊຸດທີ V ຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ຢູ່ເມືອງແອດ ແຂວງຫົວພັນ ໄດ້ຈັດຂຶ້ນໃນວັນທີ 27 ມັງກອນນີ້ ໂດຍການເປັນປະທານຂອງ ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດຜູ້ປະຈຳການອະນຸກຳມະການໂຄສະນາ ແລະ ປຸກລະດົມ ຂະບວນການ, ຄະນະກຳມະການເລືອກຕັ້ງລະດັບຊາດ, ທ່ານ ນາງ ສວຍເພັດ ທອງສົມບັດ ຄະນະປະຈຳພັກແຂວງ ຮອງປະທານສະພາປະຊາຊົນແຂວງຫົວພັນ ຫົວໜ້າອະນຸກຳມະການ ເລຂານຸການ ຄະນະກຳມການເລືອກຕັ້ງຂັ້ນແຂວງ, ທ່ານ ວັນເພັດ ສີບຸນແສງ ກຳມະການພັກແຂວງ ເລຂາພັກຄະນະບໍລິຫານງານພັກເມືອງແອດ ປະທານຄະນະກຳມະການເລືອກຕັ້ງຂັ້ນເມືອງ ຊຶ່ງມີບັນດາຄະນະປະຈຳພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ຊາວໜຸ່ມ ພະແນກສາທາລະນະສຸກແຂວງ ປະກາດ 4 ບຸກ ປະຈຳປີ 2025.

ຊາວໜຸ່ມ ພະແນກສາທາລະນະສຸກແຂວງ ປະກາດ 4 ບຸກ ປະຈຳປີ 2025.

ພິທີປະກາດຄະນະຊາວໜຸ່ມຮາກຖານພະແນກສາທາລະນະສຸກ ແຂວງເຊກອງ ເປັນຊາວໜຸ່ມຕົວແບບ 4 ບຸກ ຄັ້ງທີ Il ປະຈຳປີ 2025 ຈັດຂຶ້ນໃນວັນທີ 27 ມັງກອນນີ້ ທີ່ຫ້ອງປະຊຸມພະແນກສາທາລະນະສຸກແຂວງ ໂດຍການເຂົ້າຮ່ວມຂອງສະຫາຍ ໄຊຍະພອນ ວົງຫາຈັກ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ມີສະຫາຍ ກິລິຍາ ສຸດທິຈັກ ຄະນະພັກຮາກຖານ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ສະມາຊິກຊາວໜຸ່ມເຂົ້າຮ່ວມ.
ເພີ່ມເຕີມ