ສປສສ ສະຫຼອງວັນຕ້ານການສໍ້ລາດບັງຫຼວງສາກົນຄົບຮອບ 22ປີ

ສປສສ ສະຫຼອງວັນຕ້ານການສໍ້ລາດບັງຫຼວງສາກົນຄົບຮອບ 22ປີ

ສປສສ ສະຫຼອງວັນຕ້ານການສໍ້ລາດບັງຫຼວງສາກົນຄົບຮອບ 22ປີ
ໜ່ວຍພັກກົມກວດກາ ສານປະຊາຊົນສູງສຸດ (ສປສສ) ຈັດພິທີສະເຫຼີມສະຫຼອງວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 22ປີ ແລະ ກອງປະຊຸມໂຄສະນາເຜີຍແຜ່ຕິດຕາມ,ຊຸກຍູ້ວຽກງານສະກັດກັ້ນ, ກວດກາ, ສືບສວນ, ສອບສວນການສໍ້ລາດບັງຫຼວງ, ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ ແລະ ການແຈ້ງຊັບສິນຂອງສານປະຊາຊົນຂຶ້ນໃນວັນທີ26 ມັງກອນນີ້ ທີ່ນະຄອນຫຼວງວຽງຈັນ, ເປັນກຽດເຂົ້າຮ່ວມຂອງທ່ານ ພົມມະຫາ ປັນຍານຸເດດ ຄະນະປະຈຳພັກ ປະທານຄະນະກວດກາພັກ ເລຂາໜ່ວຍພັກກົມກວດກາ ສປສສ.
ສປສສ ສະຫອງວນຕານການສລາດບງຫວງສາກນຄບຮອບ 22ປ - image 1
 

ໃນພິທີ, ທ່ານ ພົມມະຫາ ປັນຍານຸເດດ ໄດ້ກ່າວເປີດກອງປະຊຸມ.ຈາກນັ້ນ, ທ່ານ ພອນສະຫວັນ ພວງພິດົກ ຮອງເລຂາໜ່ວຍພັກ ໄດ້ຂຶ້ນຜ່ານບົດລາຍງານວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຊຶ່ງມີບາງເນື້ອໃນສໍາຄັນວ່າ: ໃນໄລຍະ 1 ປີຜ່ານມາ, ຄະນະນໍາສານປະຊາຊົນໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດເພື່ອເປັນການຍົກສູງຄຸນທາດການເມືອງ-ຄຸນສົມບັດສິນທຳປະຕິວັດໃຫ້ສະມາຊິກພັກ, ຜູ້ພິພາກສາ, ພະນັກງານ-ລັດຖະກອນ ດ້ວຍການຈັດຕັ້ງເຜີຍແຜ່, ເຊື່ອມຊຶມເອກະສານຂອງພັກ-ລັດ ກໍຄືມະຕິຂອງສະພາແຫ່ງຊາດເຂົ້າສູ່ວຽກງານຕົວຈິງຂອງຕົນດ້ວຍຄວາມເປັນເຈົ້າການ,ເອົາໃຈໃສ່ປະສານສົມທົບກັບອົງການປົກຄອງທ້ອງຖິ່ນ, ສະພາປະຊາຊົນແຂວງ ໃນການຄົ້ນຄວ້າກ່ຽວກັບການຈັດຕັ້ງໃຫ້ມີຄວາມໜັກແໜ້ນ, ໄດ້ສຳເລັດການແຕ່ງຕັ້ງຜູ້ພິພາກສາຊັ້ນສີ່ ທີ່ໄດ້ຜ່ານການສອບເສັງຈໍານວນ 30 ທ່ານ ແລະ ໄດ້ສໍາເລັດການສອບເສັງຜູ້ພິພາກສາຊັ້ນໜຶ່ງປະຈຳປີ 2025 ຈໍານວນ 292 ທ່ານ ແລະ ໄດ້ເລື່ອນຊັ້ນຜູ້ພິພາກສາຂອງສານປະຊາຊົນແຕ່ລະຂັ້ນ ຈາກຊັ້ນໜຶ່ງຂຶ້ນຊັ້ນສອງຈຳນວນ 54 ທ່ານ, ຊັ້ນສອງຂຶ້ນຊັ້ນສາມຈໍານວນ 6 ທ່ານ, ທຽບຊັ້ນຜູ້ພິພາກສາຂອງສານທະຫານ 2 ທ່ານ, ແຕ່ງຕັ້ງຜູ້ຊ່ວຍຜູ້ພິພາກສາ 77 ທ່ານ. ຈ່າສານ 58 ທ່ານ, ຈັດຕັ້ງຝຶກອົບຮົມ ເພື່ອສົ່ງເສີມວຽກງານບໍລິຫານຄະດີໃນຫົວຂໍ້ຕ່າງໆ,ປະສານສົມທົບພາຍໃນ ແລະ ພາຍນອກ ໃນການດຳເນີນຄະດີເພື່ອແກ້ໄຂບັນຫາທີ່ມີຄວາມຫຍຸ້ງຍາກ, ບໍ່ເປັນເອກະພາບກັນ ເຮັດໃຫ້ການດໍາເນີນຄະດີມີຄວາມວ່ອງໄວ ແລະ ມີຄຸນນະພາບ, ຖືກຕ້ອງຕາມຄວາມເປັນຈິງ, ແກ້ໄຂ 7,604 ເລື່ອງ, ຍັງຄ້າງ 1,264 ເລື່ອງ ເທົ່າກັບ 85.74%, ຄະດີຂັ້ນຕົ້ນ (ສານປະຊາຊົນເຂດ, ສານປະຊາຊົນແຂວງ ແລະ ສານທະຫານ) ລວມທັງໝົດ7,284 ເລື່ອງ, ແກ້ໄຂ 6,360 ເລື່ອງ, ເທົ່າກັບ 87,31%, ຄະດີຂັ້ນອຸທອນ (ສານປະຊາຊົນ ແຂວງ, ພາກ ແລະ ສານທະຫານຂັ້ນສູງ) ລວມທັງໝົດມີ 1,046 ເລື່ອງ, ແກ້ໄຂ 791 ເລື່ອງ, ເທົ່າກັບ 75,62%, ຂັ້ນລົບລ້າງ (ສານປະຊາຊົນພາກ ແລະ ສານປະຊາຊົນສູງສຸດ) ລວມ 331 ເລື່ອງ, ແກ້ໄຂ 211 ເລື່ອງເທົ່າ 6.19%, ຄະດີເພິ່ມຂຶ້ນ ລວມທັງໝົດມີ 77 ເລື່ອງ, ແກ້ໄຂ 58 ເລື່ອງ, ເທົ່າກັບ 75.37%, ຄະດີອາຍາ 38 ເລື່ອງ, ແກ້ໄຂໄດ້ 27 ເລື່ອງ, ເທົ່າກັບ 71%, ຄະດີແພ່ງ 29 ເລື່ອງ, ແກ້ໄຂໄດ້ 22 ເລື່ອງ, ເທົ່າກັບ 76%, ຄະດີການຄ້າ 7 ເລື່ອງ, ແກ້ໄຂໄດ້ 6 ເລື່ອງ, ເທົ່າກັບ 86%, ຄະດີຄອບຄົວ 3 ເລື່ອງ, ແກ້ໄຂໄດ້ 3 ເລື່ອງ, ເທົ່າກັບ 100%.

ຄຽງຄູ່ກັນນັ້ນ, ຍັງໄດ້ເອົາໃຈໃສ່ດ້ານການສ້າງ ແລະ ປັບປຸງນິຕິກຳ: ໄດ້ປັບປຸງກົດໝາຍວ່າດ້ວຍສານປະຊາຊົນບາງມາດຕາ; ໄດ້ປັບປຸງມະຕິຕົກລົງຂອງຄະນະປະຈຳສະພາແຫ່ງຊາດ ເລກທີ 270/ຄປຈ, ລົງວັນທີ 10 ພະຈິກ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງສານປະຊາຊົນສູງສຸດ; ໄດ້ປັບປຸງພາລະບົດບາດຂອງບັນດາກົມ, ຫ້ອງການ, ຄະນະສານອາຍາ ແລະ ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ; ໄດ້ອອກນິຕິກຳໃຕ້ກົດໝາຍຈຳນວນໜຶ່ງເຊັ່ນ: ນິຕິກຳນໍາໃຊ້ກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງສະບັບປັບປຸງປີ 2024,ໄດ້ຄົ້ນຄວ້າບັນຫາທາງວິຊາການໃນການດໍາເນີນຄະດີທີ່ເຫັນວ່າເປັນບັນຫາຫຍຸ້ງຍາກ ແລະ ມີຄວາມບໍ່ເປັນເອກະພາບ ໃນຂອດຈັດຕັ້ງປະຕິບັດ ລວມມີ 111 ຄໍາຖາມ-ຄໍາຕອບ ໄດ້ນໍາເຂົ້າພິຈາລະນາຮັບຮອງເອົາຢູ່ໃນກອງປະຊຸມໃຫຍ່ຜູ້ພິພາກສາທົ່ວປະເທດຄັ້ງທີ XII ສຳເລັດ. ນອກນັ້ນ, ກໍຍັງແຕ່ງຕັ້ງຄະນະຮັບຜິດຊອບເຜີຍແຜ່ ເພື່ອຄົ້ນຄວ້າຈັດຕັ້ງຜັນຂະຫຍາຍກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ ສະບັບປັບປຸງປີ 2024 ແລະ ເອົາໃຈໃສ່ວຽກງານອື່ນໆ.

(ຂ່າວ: ບຸນອູ້ມ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

Vietjet ສະນຳເໜີຫຼຸດລາຄາປີ້ຍົນຊັ້ນ Deluxe 30% ສຳລັບການເດີນທາງໄປຫວຽດນາມ ຕະຫຼອດປີ 2026

Vietjet ສະນຳເໜີຫຼຸດລາຄາປີ້ຍົນຊັ້ນ Deluxe 30% ສຳລັບການເດີນທາງໄປຫວຽດນາມ ຕະຫຼອດປີ 2026

ສາຍການບິນ Vietjet ມອບສ່ວນຫຼຸດສູງສຸດເຖິງ 30% ສໍາລັບປີ້ຍົນປະເພດ Deluxe ຕັ້ງແຕ່ວັນທີ 27 ຫາ 29 ມັງກອນ 2026, ເພື່ອເຊີນນັກທ່ອງທ່ຽວຈາກລາວໃຫ້ເລີ່ມຕົ້ນການເດີນທາງໄປທ່ອງທ່ຽວຫວຽດນາມໃນປີ 2026. ດ້ວຍຖ້ຽວບິນໂດຍກົງຂອງ Vietjet ລະຫວ່າງ ນະຄອນຫຼວງວຽງຈັນ - ນະຄອນຫຼວງຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ພ້ອມທັງເຄືອຂ່າຍຖ້ຽວບິນທີ່ພວມຂະຫຍາຍຕົວໃນທົ່ວອາຊີ-ປາຊີຟິກ, ໂປຣໂມຊັນທີ່ມີກຳນົດເວລານີ້ແມ່ນໂອກາດທີ່ບໍ່ຄວນພາດໃນການວາງແຜນລ່ວງໜ້າ ແລະ ເພີດເພີນກັບຄວາມຄຸ້ມຄ່າໃນການເດີນທາງຕະຫຼອດປີ 2026.
ສານອວຍພອນວັນຊາດ ອົສຕຣາລີ ຄົບຮອບ 238 ປີ

ສານອວຍພອນວັນຊາດ ອົສຕຣາລີ ຄົບຮອບ 238 ປີ

ພະນະທ່ານ ທອງລຸນ ສີສຸລິດ ປະທານ​ປະ​ເທດ ແຫ່ງສາ​ທາ​ລະນ​­ະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົ­​ນລາວ ໄດ້ສົ່ງສານອວຍພອນ ເຖິງ ພະນະ​ທ່ານ​ນາງ ແຊມ ມອສຕິນ ຜູ້ສຳເລັດຣາຊະການແຫ່ງເຄື່ອຈັກກະພົບ ອົສຕຣາລີ ທີ່ແຄນເບີຣາ ໂດຍມີເນື້ອໃນວ່າ: ຕາງໜ້າໃຫ້ ປະຊາຊົນລາວ ແລະໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ປະຊາຊົນ ອົສຕຣາລີ ເພື່ອນມິດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ອົສຕຣາລີ ຄົບຮອບ 238 ປີ.
ຫາລືສ້າງແຜນງານ ຄູ່ມື-ແນະນຳການປ້ອງກັນພາວະເລືອດຈາງຂອງແມ່ ແລະ ເດັກໃນລາວ

ຫາລືສ້າງແຜນງານ ຄູ່ມື-ແນະນຳການປ້ອງກັນພາວະເລືອດຈາງຂອງແມ່ ແລະ ເດັກໃນລາວ

ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ຮ່ວມກັບກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ສູນສຸຂະພາບແມ່ ແລະ ເດັກ ມະຫາວິທະຍາໄລວິທະຍາສາດສຸຂະພາບ (ມວສ) ຄະນະແພດສາດ ກະຊວງສາທາລະນະສຸກ ຈັດກອງປະຊຸມປຶກສາຫາລືແຜນງານ, ບົດສະຫຼຸບນະໂຍບາຍຄູ່ມື ແລະ ການແນະນຳໃນການປ້ອງກັນ ແລະ ຫຼຸດ ຜ່ອນພາວະເລືອດຈາງໃນແມ່ຍິງ, ແມ່ຍິງຖືພາ, ໄວໜຸ່ມ ແລະ ເດັກໃນ ສປປ ລາວ ຂຶ້ນໃນວັນທີ 26 ມັງກອນນີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ເກດເກສອນ ພະສີສົມບັດ ຮອງຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ທ່ານນາງ ວຽງສາຄອນ ຫຼວງພະເດດ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູທີ່ການ, ທ່ານ ອາລົງກອນ ເພັງສະຫວັນ ຄະນະບໍດີ ຄະນະແພດສາດກະຊວງສາທາລະນະສຸກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
​  ຄໍາມ່ວນ ປູກພຶດສໍາຮອງລະດູແລ້ງໄດ້ແລ້ວ 9,489 ເຮັກຕາ

​ ຄໍາມ່ວນ ປູກພຶດສໍາຮອງລະດູແລ້ງໄດ້ແລ້ວ 9,489 ເຮັກຕາ

ໃນລະດູການປູກພືດລະດູແລ້ງສົກປີ 2025-2026 ນີ້, ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກພືດລວມທັງໝົດ 10,666 ເຮັກຕາ, ຄາດຄະເນຜົນຜະລິດ 68,961 ໂຕນ. ໃນນັ້ນ, ແຜນການປູກພືດເພື່ອເປັນສະບຽງອາຫານ 3,858 ເຮັກຕາ, ຄາດຄະເນຜົນຜະລິດ 17,034 ໂຕນ; ປູກພືດເພື່ອເປັນສິນຄ້າ 6,808 ເຮັກຕາ, ຄາດຄະເນຜົນຜະລິດ 51,927 ໂຕນ. ສໍາລັບເນື້ອທີ່ແຜນການປູກພືດສໍາຮອງລະດູແລ້ງຂອງປີ 2026 ເມື່ອທຽບໃສ່ແຜນປີ 2025 ຜ່ານມາເຫັນວ່າເນື້ອທີ່ມີການເພີ້ມຂຶ້້ນ 1.3% ຫຼື ເທົ່າກັບ 139 ເຮັກຕາ.
ເມືອງໄຊຍະບູລີ ປະກາດສ້າງຕັ້ງຕາແສງນາຫຼາ-ທ່າເດື່ອ

ເມືອງໄຊຍະບູລີ ປະກາດສ້າງຕັ້ງຕາແສງນາຫຼາ-ທ່າເດື່ອ

ໃນວັນທີ 26 ມັງກອນນີ້, ເມືອງ ໄຊຍະບູລີ ແຂວງ ໄຊຍະບູລີ ໄດ້ປະກາດສ້າງຕັ້ງຕາແສງນາຫຼາ-ທ່າເດື່ອຂຶ້ນ, ຊຶ່ງເປັນຕາແສງ ທຳອິດ ຂອງເມືອງໄຊຍະບູລີ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ເພັງນິລັນ ຄໍາພັນເພັງ ກໍາມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ, ທ່ານ ຄໍາຫຼ້າ ຜິວວັນນາ ຄະນະປະຈໍາພັກແຂວງ ເລຂາພັກເມືອງໄຊຍະບູລີ, ມີເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກຳມະການປົກຄອງເມືອງ 11 ເມືອງ, ມີຫົວໜ້າ, ຮອງຫົວໜ້າພະແນກການຂອງແຂວງ, ພ້ອມດ້ວຍພໍ່ແມ່ປະຊາຊົນພາຍໃນ 16 ບ້ານ ເຂົ້າຮ່ວມ.
180 ຮ້ານວາງສະແດງ-ຂາຍສິນຄ້າ ໃນງານເທດສະການອາຫານລາວປີ 2026

180 ຮ້ານວາງສະແດງ-ຂາຍສິນຄ້າ ໃນງານເທດສະການອາຫານລາວປີ 2026

ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຮ່ວມກັບສະມາຄົມນັກທຸລະກິດແມ່ຍິງ (ສທຍ) ໄດ້ເປີດງານເທດສະການອາຫານລາວ ປີ 2026 ພາຍໃຕ້ຄໍາຂວັນ: “ສຳຜັດຄວາມເປັນລາວ ຜ່ານລົດຊາດອາຫານລາວ" (Discover Laos Through It's Taste) ຂຶ້ນຢ່າງເປັນທາງການໃນວັນທີ 26 ມັງກອນນີ້ ທີ່ສວນເຈົ້າອານຸວົງ ແຄມຂອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ໂດຍເປັນກຽດເຂົ້າຮ່ວມຕັດແຖບຜ້າເປີດງານຂອງທ່ານ ນາງ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານ ສສຍລ, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ), ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ມີປະທານກິດຕິມະສັກ ສທຍ, ປະທານທີ່ປຶກສາ ສທຍ, ມີບັນດາພັນລະຍາການນໍາຂັ້ນສູງ, ການນໍາເພດຍິງ, ທຸຕານຸທູດ, ຜູ້ສະໜັບສະໜູນ, ບັນດາບໍລິສັດ, ແຂກຖືກເຊີນເຂົ້າຮ່ວມ.
ໂຮມຊຸມນຸມສະເຫຼີມສະຫຼອງວັນດີຈີຕອນແຫ່ງຊາດ

ໂຮມຊຸມນຸມສະເຫຼີມສະຫຼອງວັນດີຈີຕອນແຫ່ງຊາດ

ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງວັນດີຈີຕອນແຫ່ງຊາດ ຂຶ້ນໃນວັນທີ 23 ມັງກອນນີ້ ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາ​ທ່ານ​ຮອງລັດຖະມົນຕີ, ບັນດາ​ທ່ານຫົວໜ້າກົມ, ຫ້ອງການ, ສູນ, ສະຖາບັນພາຍໃນກະຊວງເຕັກໂນໂລຊີ ແລະ ການສື່ສານ, ບັນດາທ່ານຜູ້ຕາງໜ້າຈາກບັນດາກະຊວງ-ອົງການ, ມະຫາວິທະຍາໄລແຫ່ງຊາດ, ພາກສ່ວນທຸລະກິດ, ຜູ້ປະກອບການ ແລະ ແຂກຜູ້ມີກຽດ
ເມືອງຊຽງຄໍ້ ມີຜູ້ມີສິດປ່ອນບັດເລືອກຕັ້ງ 14,693 ຄົນ.

ເມືອງຊຽງຄໍ້ ມີຜູ້ມີສິດປ່ອນບັດເລືອກຕັ້ງ 14,693 ຄົນ.

ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ຜູ້ປະຈຳການອະນຸກຳມະການໂຄສະນາ ແລະ ປຸກລະດົມ ຂະບວນການຄະນະກຳມະການເລືອກຕັ້ງລະດັບຊາດ, ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ກະກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງຊຸດທີ V ທີ່ເມືອງຊຽງຄໍ້ ແຂວງຫົວພັນ ໃນວັນທີ 26 ມັງກອນນີ້ ຊຶ່ງມີບັນດາຄະນະກໍາມະການເລືອກຕັ້ງຂັ້ນແຂວງ, ເມືອງ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ຄອສພ ຝຶກອົບຮົມການນໍາໃຊ້ລະບົບທັນສະໄໝ

ຄອສພ ຝຶກອົບຮົມການນໍາໃຊ້ລະບົບທັນສະໄໝ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ເປີດຊຸດຝຶກອົບຮົມການນໍາໃຊ້ລະບົບທັນສະໄໝ ເຂົ້າໃນການເຮັດວຽກງານໃນໄລຍະໃໝ່ ຢູ່ພາຍໃນຄະນະໂຄສະນາອົບຮົມສູນກາງພັກ ຂຶ້ນໃນວັນທີ 26 ມັງກອນນີ້ ທີ່ ຄອສພ, ເຂົ້າຮ່ວມໃນພິທີເປີດໂດຍ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າ ຄອສພ ຜູ້ຊີ້ນຳວຽກງານ 3 ອົງການຈັດຕັ້ງມະຫາຊົນ ແລະ ທ່ານ ຄຳຜາຍ ອິນທິຣາ ຮອງຫົວໜ້າສູນບໍລິຫານລັດ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍບັນດາຫົວໜ້າກົມ, ຮອງກົມ ພ້ອມດ້ວຍ ນັກສຳມະນາກອນເຂົ້າຮ່ວມ.
ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ລົງເຄື່ອນໄຫວຢຽມຢາມ ແລະ ເຮັດວຽກ ຢູ່ເມືອງໄຊພູທອງ

ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ລົງເຄື່ອນໄຫວຢຽມຢາມ ແລະ ເຮັດວຽກ ຢູ່ເມືອງໄຊພູທອງ

ໃນທ້າຍອາທິດຜ່ານມານີ້, ທ່ານ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ຢຽມຢາມ ແລະ ເຮັດວຽກຢູ່ຫ້ອງການສຶກສາທິການ ແລະ ກິລາ ເມືອງໄຊພູທອງ ແຂວງສະຫວັນນເຂດ ໂດຍໃຫ້ກຽດຕ້ອນຮັບ ຂອງທ່ານ ພົມມາ ສົງວິໄລ ປະທານຄະນະກໍາມະການປົກຄອງເມືອງ, ພ້ອມຄະນະ.
ເພີ່ມເຕີມ