ສປສສສະເໜີປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍສານປະຊາຊົນ

ສປສສ ສະເໜີປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍສານປະຊາຊົນ

ສປສສ ສະເໜີປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍສານປະຊາຊົນ
ທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ (ສປສສ) ໄດ້ສະເໜີກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍສານປະຊາຊົນ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 16 ມິຖຸນາຜ່ານມານີ້ ພາຍໃຕ້ການເປັນປະທານຂອງທ່ານ ນາງສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.

  ທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ໄດ້ໃຫ້ຮູ້ເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງບາງມາດຕາຂອງກົດໝາຍດັ່ງກ່າວວ່າ: ໃນປີ 2018 ຄະນະບໍລິຫານງານສູນກາງພັກໄດ້ອອກມະຕິ ສະບັບເລກທີ 037/ຄບສພ, ລົງວັນທີ 18 ມິຖຸນາ 2018 ວ່າດ້ວຍການຍົກສູງປະສິດທິພາບການຄຸ້ມຄອງລັດຄຸ້ມຄອງສັງຄົມດ້ວຍກົດໝາຍ ແລະ ກົມການເມືອງສູນກາງພັກໄດ້ອອກມະຕິສະບັບເລກທີ 112/ກມສພ, ລົງວັນທີ 2 ມິຖຸນາ 2020 ວ່າດ້ວຍການຍົກສູງຄຸນນະພາບການດໍາເນີນຄະດີຕາມຂະບວນຍຸຕິທຳ;ສານປະຊາຊົນສູງສຸດໄດ້ກໍານົດແຜນພັດທະນາລະບົບສານປະຊາຊົນ 5 ປີ ຄັ້ງທີ IV (2021-2025) ໂດຍໄດ້ກຳນົດແຜນງານ, ໂຄງການໃນການຄຸ້ມຄອງ ແລະການເຄື່ອນໄຫວການປະຕິບັດໜ້າທີ່ຂອງຜູ້ພິພາກສາ ໃຫ້ມີຄວາມໂປ່ງໃສໃນທຸກຂັ້ນຕອນຂອງການດໍາເນີນຄະດີ ແລະ ຮັບປະກັນໃຫ້ການຕັດສິນຄະດີຖືກຕ້ອງກັບກົດໝາຍ ແລະ ຄວາມເປັນຈິງໄປຄຽງຄູ່ກັນ;ຮັບປະກັນການຄຸ້ມຄອງມະຫາພາກຂອງສານປະຊາຊົນສູງສຸດ ຕໍ່ສານປະຊາຊົນທ້ອງຖິ່ນ ແລະ ສານທະຫານຢ່າງມີປະສິດທິພາບ ໂດຍສະເພາະການແຕ່ງຕັ້ງ, ຍົກຍ້າຍ, ປົດຕຳແໜ່ງ ແລະ ການຕິດຕາມກວດກາ ການປະຕິບັດໜ້າທີ່ຂອງສານປະຊາຊົນໃຫ້ມີຄວາມວ່ອງໄວ ແລະ ທັນສະພາບການຕົວຈິງ;ການຄຸ້ມຄອງສໍານວນຄະດີຂອງສານສາມຂັ້ນບໍ່ທັນມີກົນໄກຊັດເຈນເຮັດໃຫ້ການຄຸ້ມຄອງກວດກາການຕັດສິນຂອງສານບໍ່ສາມາດຮູ້ໄດ້ຂັ້ນຕອນການສິ້ນສຸດ, ການດໍາເນີນຄະດີຕາມຂະບວນຍຸຕິທຳ. ສະນັ້ນ, ຈຶ່ງຕ້ອງໄດ້ກຳນົດກົນໄກຄຸ້ມຄອງບັນຫາດັ່ງກ່າວໃຫ້ລະອຽດ.

ພາຍຫຼັງທີ່ກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍສານປະຊາຊົນໄດ້ຮັບຮອງໃນປີ 2022ໄດ້ມີການນໍາໃຊ້ມາເປັນເວລາ 3 ປີ; ຈົນມາຮອດປີ 2024 ສະພາແຫ່ງຊາດໄດ້ຮັບຮອງເອົາກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງສະບັບປັບປຸງ ແລະ ໃນຕົ້ນປີ 2025 ກໍໄດ້ປະກາດໃຊ້ລັດຖະທໍາມະນູນສະບັບປັບປຸງ.ພ້ອມດຽວກັນນັ້ນ, ອີງໃສ່ສະພາບການຈັດຕັ້ງປະຕິບັດແຜນພັດທະນາລະບົບສານປະຊາຊົນ 5 ປີ ຄັ້ງທີ IV (2021-2025) ແລະແຜນການເຄື່ອນໄຫວວຽກງານຮອບດ້ານຂອງສານປະຊາຊົນ ຊຶ່ງມີຄວາມຈໍາເປັນໃນການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍສານປະຊາຊົນໂດຍອີງໃສ່ສະພາບຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດຕົວຈິງຈຶ່ງມີຄວາມຈໍາເປັນຕ້ອງໄດ້ປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍສານປະຊາຊົນໃຫ້ມີຄວາມສອດຄ່ອງ ແລະ ກົມກຽວກັນ;ການແຕ່ງຕັ້ງ, ຍົກຍ້າຍ ຫຼືປົດຕຳແໜ່ງຂອງພະນັກງານສານປະຊາຊົນຍັງມີກົນໄກທີ່ບໍ່ລະອຽດ, ຈະແຈ້ງ, ມີບາງອັນຊໍ້າຊ້ອນ ເຮັດໃຫ້ມີປະກົດການ ການແກ້ໄຂບຸກຄະລາກອນມີຄວາມຊັກຊ້າ, ແກ່ຍາວ;ການຄຸ້ມຄອງ, ການຕິດຕາມກວດກາການປະຕິບັດໜ້າທີ່ ແລະ ການປະພຶດຂອງພະນັກງານສານປະຊາຊົນ ຍັງບໍ່ທັນຮັດກຸມ ແລະ ຜ່ານຫຼາຍຂັ້ນຕອນ ໂດຍບໍ່ສົມເຫດສົມຜົນ. ສໍາລັບໂຄງປະກອບ ແລະ ເນື້ອໃນຂອງກົດໝາຍສະບັບນີ້ປະກອບມີ 4 ມາດຕາຕາມຮູບແບບ ແລະ ໂຄງປະກອບຂອງການປັບປຸງບາງມາດຕາ. ສ່ວນເນື້ອໃນການປັບປຸງແມ່ນໄດ້ປັບປຸງທັງໝົດ 6 ມາດຕາ.

ທ່ານ ນາງ ວຽງທອງ ສີພັນດອນ ກ່າວຕື່ມວ່າ: ຄາດຄະເນຜົນໄດ້ຮັບພາຍຫຼັງກົດໝາຍສະບັບນີ້ໄດ້ຮັບການຮັບຮອງ ແລະ ປະກາດໃຊ້ແລ້ວຈະກາຍເປັນເຄື່ອງມືສໍາຄັນໃຫ້ສານປະຊາຊົນສູງສຸດ ແລະ ສານປະຊາຊົນ ທ້ອງຖິ່ນນໍາໃຊ້ເຂົ້າໃນການຄຸ້ມຄອງ, ຕິດຕາມ, ກວດກາ ການປະຕິບັດໜ້າທີ່ຂອງສານປະຊາຊົນໄດ້ຢ່າງມີປະສິດທິພາບ, ຮັບປະກັນໃຫ້ການຕັດສິນ, ພິພາກສາຄະດີມີຄວາມວ່ອງໄວ, ໂປ່ງໃສ, ຖືກຕ້ອງ ແລະ ເປັນທໍາຍິ່ງຂຶ້ນ;ການແຕ່ງຕັ້ງ, ຍົກຍ້າຍ ຫຼືປົດຕຳແໜ່ງຂອງພະນັກງານສານປະຊາຊົນມີຄວາມໂປ່ງໃສ, ຖືກຕ້ອງກັບສະພາບການຕົວຈິງ.(ຂ່າວ: ວັນເພັງ, ພາບ: ພອນປະເສີດ)

ຄໍາເຫັນ

ຂ່າວການເມືອງ

ຄໍາມ່ວນ ຕິດຕາມການກະກຽມເນື້ອໃນກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງ

ຄໍາມ່ວນ ຕິດຕາມການກະກຽມເນື້ອໃນກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງ

ກອງປະຊຸມຕິດຕາມຊຸກຍູ້ ການກະກຽມເນື້ອໃນກອງປະຊຸມໃຫຍ່ຄັ້ງທີ XI ອົງຄະນະພັກແຂວງຄໍາມ່ວນໄດ້ຈັດຂຶ້ນໃນວັນທີ 7 ກໍລະກົດຜ່ານມາ ຢູ່ທີ່ຫ້ອງປະຊຸມເຮືອນພັກເລກ 1 ຂອງແຂວງ, ເຂົ້າຮ່ວມໃນກອງປະຊຸມມີສະຫາຍ ແກ້ວອຸດອນ ບຸດສິງຂອນ ກໍາມະການປະຈໍາພັກແຂວງ ຮອງເຈົ້າແຂວງ ຄະນະກໍາມະການຮັບຜິດຊອບວຽກກະກຽມເນື້ອໃນກອງປະຊຸມໃຫຍ່ຄັ້ງທີ XI ອົງຄະນະພັກແຂວງ, ສະຫາຍ ຄໍາຜາ ພິມມະສອນ ຮອງຫົວໜ້າຫ້ອງວ່າການສູນກາງພັກ ຫົວໜ້າຄະນະລົງຊ່ວຍວຽກກະກຽມເນື້ອໃນກອງປະຊຸມໃຫຍ່ຂັ້ນສູງກາງ ແລະ ທ້ອງຖິ່ນ ພ້ອມດ້ວຍຄະນະ.
ຄະນະບໍລິຫານງານພັກແຂວງ ເປີດກອງປະຊຸມຄົບຄະນະຄັ້ງທີ 12 ສະໄໝທີ IX

ຄະນະບໍລິຫານງານພັກແຂວງ ເປີດກອງປະຊຸມຄົບຄະນະຄັ້ງທີ 12 ສະໄໝທີ IX

ໃນວັນທີ 7 ກໍລະກົດນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງອຸດົມໄຊ ໄດ້ເປີດກອງປະຊຸມຄົບຄະນະບໍລິຫານງານພັກແຂວງເປີດກວ້າງ ຄັ້ງທີ 12 ສະໄໝທີ IX ຂຶ້ນ, ໂດຍການເປັນປະທານຂອງ ສະຫາຍ ບຸນຄົງ ຫຼ້າຈຽມພອນ ກໍາມະການສຳຮອງສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອຸດົມໄຊ, ມີບັນດາສະຫາຍຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະພັກ-ຄະນະບັນຊາການ ປກຊ-ປກສ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫວັນນະເຂດ ໄຂກອງປະຊຸມຄົບຄະນະບໍລິຫານງານເປີດກວ້າງ ຄັ້ງທີ 19 ສະໄໝມທີ IX

ສະຫວັນນະເຂດ ໄຂກອງປະຊຸມຄົບຄະນະບໍລິຫານງານເປີດກວ້າງ ຄັ້ງທີ 19 ສະໄໝມທີ IX

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງສະຫວັນນະເຂດເປີດກວ້າງ ຄັ້ງທີ 19 ສະໄໝມທີ IX ໄດ້ຈັດຂຶ້ນໃນວັນທີ 7 ກໍລະກົດນີ້ ທີ່ສະໂມສອນຫ້ອງວ່າການແຂວງ ພາຍໃຕ້ການເປັນປະທານຂອງສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປລາວ, ມີສະຫາຍ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີສະຫາຍຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ-ນະຄອນ, ເລຂາຄະນະພັກກອງບັນຊາການ ປກຊ-ປກສ ແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ແຕ່ງຕັ້ງສະຫາຍ ນາງ ພັນຈິນດາ ເລັ່ງສະຫວັດ ເປັນຮອງປະທານ ສສຍລ

ແຕ່ງຕັ້ງສະຫາຍ ນາງ ພັນຈິນດາ ເລັ່ງສະຫວັດ ເປັນຮອງປະທານ ສສຍລ

ສະຫາຍ ນາງ ພັນຈິນດາ ເລັ່ງສະຫວັດ ຖືກແຕ່ງຕັ້ງເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ (ສສຍລ)ຊຶ່ງພິທິປະກາດການແຕ່ງຕັ້ງໄດ້ຈັດຂຶ້ນໃນວັນທີ 7 ກໍລະກົດ ນີ້ ທີ່ສູນກາງສະຫະພັນແມ່ຍິງລາວ. ໂດຍການເຂົ້າຮ່ວມມີ ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ ປະທານສູນກາງສະຫະພັນແມ່ຍິງລາວ, ມີບັນດາຄະນະບໍລິຫານງານ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ປະກາດການແຕ່ງຕັ້ງ ສະຫາຍ ກິແກ້ວ ຈັນທະບູລີ ເປັນຮອງ ຫົວໜ້າ ຫສພ

ປະກາດການແຕ່ງຕັ້ງ ສະຫາຍ ກິແກ້ວ ຈັນທະບູລີ ເປັນຮອງ ຫົວໜ້າ ຫສພ

ຫ້ອງວ່າການສູນກາງພັກ (ຫສພ) ໄດ້ຈັດພິທີປະກາດການຈັດຕັ້ງຕໍາແໜ່ງບໍລິຫານ ການນໍາຂັ້ນສູງ ຂຶ້ນໃນວັນທີ 7 ກໍລະກົດນີ້ ທີ່ຫ້ອງປະຊຸມຂອງ ຫສພ ໂດຍການເປັນປະທານຂອງ ສະຫາຍ ເພັດ ພົມພິພັກ ກໍາມະການສູນກາງພັກ ເລຂາຄະນະພັກ ຫົວໜ້າ ຫສພ; ມີບັນດາສະຫາຍຄະນະພັກ-ຄະນະນໍາ, ພະນັກງານ-ສະມາຊິກພັກພາຍໃນ ຫສພ ພ້ອມດ້ວຍບັນດາສະຫາຍຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສາລະວັນ ທາບທາມບຸກຄະລາກອນຈະສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງ

ສາລະວັນ ທາບທາມບຸກຄະລາກອນຈະສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງ

ກອງປະຊຸມ ທາບທາມບຸກຄະລາກອນທີ່ຈະສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X (ຮອບທີ 2) ໄດ້ຈັດຂຶ້ນໃນວັນທີ 6 ກໍລະກົດນີ້ ທີ່ສະໂມສອນແຂວງ, ໂດຍໃຫ້ກຽດເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຮອບດ້ານແຂວງສາລະວັນ, ມີແຂກຖືກເຊີນ ແລະ ຕາງໜ້າໃຫ້ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທາບທາມລະດົມຄວາມຄິດເຫັນຕໍ່ຮ່າງແຜນພັດທະນາລະບົບສານປະຊາຊົນ 5 ປີ ຄັ້ງທີ V

ທາບທາມລະດົມຄວາມຄິດເຫັນຕໍ່ຮ່າງແຜນພັດທະນາລະບົບສານປະຊາຊົນ 5 ປີ ຄັ້ງທີ V

ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດກອງປະຊຸມເປີດກວ້າງເພື່ອລະດົມຄວາມຄິດເຫັນຕໍ່ຮ່າງບົດລາຍງານການເມືອງ ແລະ ແຜນພັດທະນາລະບົບສານປະຊາຊົນ 5 ປີ ຄັ້ງທີ V, ໂດຍການເປັນປະທານຂອງທ່ານ ບຸນຂວາງ ທະວີສັກ ຮອງເລຂາຄະນະບໍລິຫານງານພັກ ຮອງປະທານສານປະຊາຊົນສູງສຸດ ຊຶ່ງມີບັນດາທ່ານຄະນະປະຈຳພັກ,ກຳມະການຄະນະບໍລິຫານງານພັກ, ຄະນະໜ່ວຍພັກອ້ອມຂ້າງ ສານປະຊາຊົນສູງສຸດເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນ ນວ ຊຸດທີ II

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນ ນວ ຊຸດທີ II

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນ ນວ ຊຸດທີ II ໄດ້ເປີດຂຶ້ນ ໃນວັນທີ 7ກໍລະກົດນີ້ ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານ ຂອງທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ), ເປັນກຽດເຂົ້າຮ່ວມຂອງ ທ່ານ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ ເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນວ, ບັນດາທ່ານການນໍາພັກ-ລັດ ຂັ້ນນະຄອນຫຼວງ, ບັນດາທ່ານສະມາຊິກສະພາປະຊາຊົນ ນວ ພ້ອມດ້ວຍແຂກຖືກເຊີນ.
ກອງປະຊຸມຄົບຄະນະບໍລິຫານງານພັກເມືອງຄັ້ງ 3 ສະໄໝທີ IX

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງຄັ້ງ 3 ສະໄໝທີ IX

ເມືອງພຽງ ແຂວງໄຊຍະບູລີ ໄຂກອງປະຊຸມຄົບຄະນະບໍລິຫານງານພັກເມືອງຄັ້ງ 3 ສະໄໝທີ IX ຂືນໃນວັນທີ 2 ກໍລະກົດຜ່ານມາ ຢູ່ທີຫ້ອງປະຊຸມໃຫຍ່ຂອງເມືອງພາຍໃຕ້ການເປັນປະທານຂອງສະຫາຍ ບຸດສະກອນ ອິນທະລັງສີ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ.
ຫຼວງນໍ້າທາ ຈັດກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ເປີດກ້ວາງ ຄັ້ງທີ 20

ຫຼວງນໍ້າທາ ຈັດກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ເປີດກ້ວາງ ຄັ້ງທີ 20

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຫຼວງນໍ້າທາເປີດກ້ວາງ ຄັ້ງທີ 20 ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ VIII ຈັດຂຶ້ນໃນວັນທີ 2 ກໍລະກົດຜ່ານມາ ທີ່ສະໂມສອນຂອງແຂວງ ໂດຍການເປັນປະທານຂອງ ສະຫາຍ ວຽງສະຫັວດ ສີພັນດອນ ກຳມະການສູນກາງພັກ ເລຂາພັກແຂວງເຈົ້າແຂວງຫຼວງນໍ້າທາ.
ເພີ່ມເຕີມ