ຫຼວງນໍ້າທາ ຈັດກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ເປີດກ້ວາງ ຄັ້ງທີ 20

ຫຼວງນໍ້າທາ ຈັດກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ເປີດກ້ວາງ ຄັ້ງທີ 20

ຫຼວງນໍ້າທາ ຈັດກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ເປີດກ້ວາງ ຄັ້ງທີ 20
ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຫຼວງນໍ້າທາເປີດກ້ວາງ ຄັ້ງທີ 20 ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ VIII ຈັດຂຶ້ນໃນວັນທີ 2 ກໍລະກົດຜ່ານມາ ທີ່ສະໂມສອນຂອງແຂວງ ໂດຍການເປັນປະທານຂອງ ສະຫາຍ ວຽງສະຫັວດ ສີພັນດອນ ກຳມະການສູນກາງພັກ ເລຂາພັກແຂວງເຈົ້າແຂວງຫຼວງນໍ້າທາ.
ຫວງນາທາ ຈດກອງປະຊມຄບຄະນະບລຫານງານພກແຂວງ ເປດກວາງ ຄງທ 20 - image 1
 

ກອງປະຊຸມຄັ້ງນີ້ ໄດ້ຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງແຂວງ 6 ເດືອນຕົ້ນປີ ແລະ ທິດທາງ 6 ເດືອນທ້າຍປີ 2025, ຜ່ານຮ່າງລາຍງານການເມືອງຂອງຄະນະບໍລິຫານງານພັກແຂວງ ສະໄໝທີ VIII 2021-2025, ຜ່ານມະຕິກອງປະຊຸມຄົບຄະນະຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ, ໂດຍຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄຳເຫັນການແກ້ໄຂບັນຫາພື້ນຖານເສດຖະກິດ-ສັງຄົມ. 6 ເດືອນຕົນປີ 2025 ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ 1,593 ຕື້ກ່ວາກິບ ເທົ່າກັບ 53.41%. ໃນນີ້, ພູດສູນກາງ 1,485 ຕື້ກວ່າກີບ ເທົ່ບກັບ 54.27%, ລາຍຮັບພູດທ່ອງຖິນປະຕິບັດໄດ້ 107.8 ຕື້ກີບ ເທົ່າກັບ 43.82%, ລາຍຈ່າຍງົບປະມານປະຕິບັດໄດ້ 283.07 ຕື້ກີບ ເທົ່າກັບ 52.54%, ໄດ້ຈັດຕັ້ງປະຕິບັດຂໍ້ຕົກລົງເລກທີ 169/ນຍ ວ່າດ້ວຍລົດຂອງລັດ ໄດ້ເກັບກຳສະຖິຕິລົດຂອງລັດທີ່ບຸກຄົນເອົາໄປນຳໃຊ້ໄດ້ທັງໝົດ 1,874 ຄັນ. ໃນນີ້, ລົດໃຫ່ຍ 466 ຄັນ, ລົດຈັກ 1,408 ຄັນ, ມາຮອດປັດຈຸບັນສຳເລັດການສະສ້າງລົດໃຫ່ຍ 48 ຄັນ. ກອງປະຊຸມ ໄດ້ຕີລາຄາຢ່າງກົງໄປກົງມາ ຕໍ່ຂໍ້ຄົງຄ້າງ ແລະ ສາເຫດ ທີ່ເຮັດໃຫ້ເກີດມີຂໍ້ຄົງຄ້າງ ເປັນຕົ້ນແມ່ນກົນໄກ, ຂອດຂັ້ນໃນການນໍາພາ ຂອງ ຄະນະພັກ ແລະ ວຽງານອື່ນໆກໍມີຜົນສໍາເລັດ. ພ້ອມດ້ວກັນນັ້ນ ທ່ານເຈົ້າແຂວງ ຍັງໄດ້ຮຽກຮ້ອງມາຍັງບັນດາສະຫາຍ ການນຳຂອງແຂວງ ຈົ່ງໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງ, ແທດກັບສະພາບຄວາມເປັນຈິງຂອງແຕ່ລະບັນຫາ ດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ ແລະ ມີຈຸດສຸມ ເພື່ອເຮັດໃຫ້ການດຳເນີນກອງປະຊຸມຄັ້ງນີ້ ມີຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້.

(ຂ່າວ: ມຸນຕີ)

ຄໍາເຫັນ

ຂ່າວການເມືອງ

ສສຊ ແລະ ສສ ນວ ລົງພົບປະຜູ້ມີສິດເລືອກຕັ້ງ ຢູ່ເມືອງຫາດຊາຍຟອງ

ສສຊ ແລະ ສສ ນວ ລົງພົບປະຜູ້ມີສິດເລືອກຕັ້ງ ຢູ່ເມືອງຫາດຊາຍຟອງ

ສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ (ສສ ນວ), ນຳໂດຍ ທ່ານ ນາງ ເກດມະນີ ບັນດາສັກ ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ປະທານຄະນະກຳມະການວັດທະນາທຳ-ສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນ ນະຄອນຫຼວງວຽງຈັນ,
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໂອ້ລົມຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງສາລະວັນ ຄັ້ງທີ X

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໂອ້ລົມຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງສາລະວັນ ຄັ້ງທີ X

ພາຍຫຼັງສໍາເລັດການປະກາດຜົນກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະບໍລິຫານງານພັກແຂວງ ສາລະວັນ ສະໄໝທີ X ໃນຕອນເຊົ້າວັນທີ 7 ສິງຫາ ຜ່ານມາ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງສາລະວັນ ສະໄໝທີ X ໂດຍມີ ສະຫາຍ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສາລະວັນ, ສະຫາຍ ສຸກຄຳເພັດ ເຮືອງບຸດສີ ຮອງປະທານຄະນະກວດກາສູນກາງພັກ, ສະຫາຍ ມີໄຊ ພົມເຂ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ບັນດາສະຫາຍຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ຜູ້ຕາງໜ້າກອງພົນທີ 5 ຕະຫຼອດຮອດ ພະນັກງານປະຕິວັດອາວຸໂສບໍານານ, ບັນດາຜູ້ແທນສົມບູນ ຈໍານວນ 363 ສະຫາຍ, ແລະ ແຂກຖືກເຊີນ ເຂົ້າຮ່ວມຮັບຟັງຢ່າງຫຼວງຫຼາຍ.
ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ VI ຂອງ ອົງຄະນະພັກ ສມປຊ

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ VI ຂອງ ອົງຄະນະພັກ ສມປຊ

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ເປີດຂຶ້ນຢ່າງສະຫງ່າຜ່າເຜີຍ ໃນຕອນເຊົ້າວັນທີ 8 ສິງຫານີ້ ທີ່ສະໂມ ສອນ ຂອງສະຖາບັນດັ່ງກ່າວ, ພາຍໃຕ້ຄໍາຂວັນ: “ຍົກສູງຄວາມສາມາດນໍາພາຮອບດ້ານ ຂອງອົງຄະນະພັກ, ສ້າງການຫັນປ່ຽນໃນວຽກງານບໍາລຸງ-ກໍ່ສ້າງພະນັກງານ, ຄົ້ນຄວ້າທິດສະດີ ແລະ ພຶດຕິກຳ ໃນທົ່ວລະບົບໂຮງຮຽນພັກ ຢ່າງແຂງແຮງ, ເລິກເຊິ່ງ, ປະດິດສ້າງ ແລະ ທັນສະໄໝ. ພາຍໃຕ້ການເປັນປະທານ ຂອງສະຫາຍ ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.
ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກກະຊວງ ປກຊ

ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກກະຊວງ ປກຊ

ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນປະເທດ (ປກຊ) ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 7 ສິງຫານີ້, ທີ່ກະຊວງ ປກຊ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ ເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງປ້ອງກັນປະເທດ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິ ຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ມີບັນດາຄະນະເລຂາທິການສູນກາງພັກ, ແຂກຖືກເຊີນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງສາລະວັນ ຄັ້ງທີ X ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງສາລະວັນ ຄັ້ງທີ X ເປີດຂຶ້ນຢ່າງເປັນທາງການ

ໃນວັນທີ 6 ສິງຫານີ້ ທີ່ສະໂມສອນແຂວງສາລະວັນ ໄດ້ດໍາເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງສາລະວັນ ຄັ້ງທີ X ພາຍໃຕ້ການເປັນປະທານຂອງ ສະຫາຍ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສາລະວັນ ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ, ມີສະຫາຍ ສຸກຄຳເພັດ ເຮືອງບຸດສີ ຮອງປະທານຄະນະກວດກາສູນກາງພັກ, ສະຫາຍ ມີໄຊ ພົມເຂ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ບັນດາສະຫາຍຮອງເລຂາພັກແຂວງ, ບັນດາສະຫາຍຄະນະປະຈຳພັກແຂວງ, ບັນດາສະຫາຍການນໍາຜູ້ຕາງໜ້າຈາກແຂວງອ້ອມຂ້າງແຂວງ ແລະ ກອງພົນທີ 5 ຕະຫຼອດຮອດພະນັກງານປະຕິວັດອາວຸໂສບໍານານ, ບັນດາສະຫາຍຜູ້ແທນສົມບູນຈໍານວນ 363 ສະຫາຍ ຊຶ່ງເປັນຕົວແທນ ແລະ ຕາງໜ້າໃຫ້ແກ່ສະມາຊິກພັກຈໍານວນ 16,839 ສະຫາຍ ໃນທົ່ວແຂວງສາລະວັນ ແລະ ບັນດາແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ຂອງໜ່ວຍພັກສະຫະພັນນັກຮົບເກົ່າ ແຂວງຄໍາມ່ວນ

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ຂອງໜ່ວຍພັກສະຫະພັນນັກຮົບເກົ່າ ແຂວງຄໍາມ່ວນ

ວັນທີ 5 ສິງຫານີ້, ໜ່ວຍພັກຮາກຖານສະຫະພັນນັກຮົບເກົ່າ ແຂວງຄໍາມ່ວນໄດ້ດຳເນີນກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ V ຂອງຕົນຂຶ້ນ ໂດຍການເປັນປະທານຂອງສະຫາຍ ພັທ ນາງ ຄໍາຜາຍ ອາດສົມພູ ວ່າການເລຂາໜ່ວຍພັກ ຮອງປະທານສະຫະພັນນັກຮົບເກົ່າແຂວງຄໍາມ່ວນ.
ກອງປະຊຸມ ຄົບຄະນະບໍລິຫານງານພັກ ແຂວງໄຊສົມບູນ ສະໄໝວິສາມັນ

ກອງປະຊຸມ ຄົບຄະນະບໍລິຫານງານພັກ ແຂວງໄຊສົມບູນ ສະໄໝວິສາມັນ

ກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງໄຊສົມບູນ ສະໄໝວິສາມັນ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 5 ສິງຫານີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊສົມບູນ, ມີສະຫາຍ ດາວ ບົວລະພາ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ປະກາດ ທ່ານ ຄຳພັນ ຄຳພູບົວ ເປັນປະທານຄະນະກໍາມະການປົກຄອງເມືອງພຽງ

ປະກາດ ທ່ານ ຄຳພັນ ຄຳພູບົວ ເປັນປະທານຄະນະກໍາມະການປົກຄອງເມືອງພຽງ

ກອງປະຊຸມ ເຜີຍແຜ່, ແນະນໍາການໂຮມ, ຍຸບ, ໂອນບາງວຽກງານຫ້ອງການ ແລະ ປະກາດການຈັດຕັ້ງ ປະທານ, ຮອງປະທານຄະນະກໍາມະການປົກຄອງເມືອງພຽງ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 4 ສິງຫາຜ່ານມາ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງແນວຄິດ ວຽກງານພັກພະນັກງານແຂວງໄຊຍະບູລີ.
ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ VI ອົງຄະນະພັກກະຊວງ ປກສ

ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ VI ອົງຄະນະພັກກະຊວງ ປກສ

ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ເປີດ​ຂຶ້ນ​ໃນວັນທີ 5 ສິງຫານີ້ ທີ່ສະໂມສອນກະຊວງ ປກສ ພາຍໃຕ້ການເປັນປະທານຂອງສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ເລຂາພັກກະຊວງ ປກສ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ, ມີແຂກຖືກເຊີນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄົບຄະນະບໍລິຫານງານພັກແຂວງເປີດກວ້າງ ຄັ້ງ​ທີ 14 ສະ​ໄໝທີ XI

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງເປີດກວ້າງ ຄັ້ງ​ທີ 14 ສະ​ໄໝທີ XI

ໃນວັນທີ 4 ສິງຫາຜ່ານມານີ້, ແຂວງອັດຕະປືໄດ້ຈັດກອງປະຊຸມຄົບ​ຄະ​ນະ​ບໍລິຫານງານພັກ​ແຂວງ ເປີດກວ້າງ ຄັ້ງ​ທີ 14 ສະ​ໄໝ​ທີ XI ຂຶ້ນທີ່ຫໍປະຊຸມໃຫຍ່ຂອງແຂວງ, ໂດຍການເປັນປະທານຂອງ ສະ​ຫາຍ ຄໍາບຸນ ດວງພະບາງ ຮອງເລຂາພັກແຂວງ (ຜູ້ປະຈໍາການເລຂາພັກແຂວງ) .
ເພີ່ມເຕີມ