ຊາວໜຸ່ມກອມມູນິດໂຮ່ຈິມິນ ເຂົ້າຢ້ຽມພົບປະ ສະຫາຍເລຂາຄະນະບໍລິຫານງານ ສຊປລ

ຊາວໜຸ່ມກອມມູນິດໂຮ່ຈິມິນ ເຂົ້າຢ້ຽມພົບປະ ສະຫາຍເລຂາຄະນະບໍລິຫານງານ ສຊປລ

ຊາວໜຸ່ມກອມມູນິດໂຮ່ຈິມິນ ເຂົ້າຢ້ຽມພົບປະ ສະຫາຍເລຂາຄະນະບໍລິຫານງານ ສຊປລ
ວັນທີ 7 ກໍລະກົດ ນີ້ ທີ່ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ສະຫາຍ ຫວຽນ ເຕື່ອງ ເລີມ ຮອງເລຂາສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມພົບປະ ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ ມີບັນດາຫົວໜ້າກົມ ແລະ ພາກສ່ວນທີ່ກ້ຽວຂອງທັງສອງຝ່າຍເຂົ້າຮ່ວມ.

 

 
ຊາວໜມກອມມນດໂຮຈມນ ເຂາຢຽມພບປະ ສະຫາຍເລຂາຄະນະບລຫານງານ ສຊປລ - image 1
 

ໃນໂອກາດດັ່ງກ່າວ, ສະຫາຍ ມອນໄຊ ລາວມົວຊົ່ງ ໄດ້ກ່າວຕ້ອນຮັບ ແລະ ຕີລາຄາສູງຕໍ່ການເຂົ້າຢ້ຽມຢາມພົບປະ ແລະ ເຮັດວຽກຂອງຄະນະຜູ້ແທນສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ ໃນຄັ້ງນີ້ ແມ່ນເປັນການປະກອບສ່ວນທີ່ສຳຄັນຂອງຄະນະຊາວໜຸ່ມ ສອງຝ່າຍໃນການເພີ່ມທະວີ ແລະ ຮັດແໜ້ນຄວາມສາມັກຄີ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ຄວາມສາມັກຄີ ແລະ ການຮ່ວມມືຮອບດ້ານທີ່ ສອງພັກ-ສອງລັດ ແລະ ປະຊາຊົນ ສອງຊາດ ລາວ - ຫວຽດນາມ ກໍຄືສອງອົງການຈັດຕັ້ງຊາວໜຸ່ມລາວ - ຫວຽດນາມ ແລະ ຫວຽດນາມ - ລາວ.

ພ້ອມດຽວກັນນີ້, ຍັງໄດ້ຈັດກອງປະຊຸມພົບປະສອງຝ່າຍ ລະຫວ່າງ ຊາວໜຸ່ມປະຊາຊົນ ປະຕິວັດລາວ ແລະ ຊາວໜຸ່ມກອມມູນິດໂຮ່ຈິມິນ ຊຶ່ງນຳໂດຍ ສະຫາຍ ທອງລີ ສີສຸລິດ ຮອງເລຂາຄະນະບໍລິຫານງານ ສຊປລ ທີ່ໂຮງແຮມສຸພັດຕາ ນະຄອນຫຼວງວຽງຈັນ.

ຊາວໜມກອມມນດໂຮຈມນ ເຂາຢຽມພບປະ ສະຫາຍເລຂາຄະນະບລຫານງານ ສຊປລ - image 2
 

ການພົບປະຄັ້ງນີ້, ທັງສອງຝ່າຍໄດ້ປຶກສາຫາລືກັນ ສືບຕໍ່ຮ່ວມມືໃນການຜັນຂະຫຍາຍພົວພັນວຽກງານຊາວໜຸ່ມດ້ວຍຫຼາຍຮູບການລະຫວ່າງສອງອົງການຈັດຕັ້ງຊາວໜຸ່ມປະຊາຊົນ ປະຕິວັດລາວ ແລະ ຊາວໜຸ່ມກອມມູນິດໂຮ່ຈິມິນ, ເພີ່ມທະວີການຮ່ວມມື ແລະ ການຊ່ວຍເຫຼືອຊຶ່ງກັນ ແລະ ກັນໃນການພັດທະນາເສດຖະກິດ-ສັງຄົມ, ຊ່ວຍເຫຼືອກັນໃນການກໍ່ສ້າງພື້ນຖານໂຄ່ງລ່າງ, ສືບຕໍ່ແລກປ່ຽນຄະນະຜູ້ແທນລະດັບສູງ, ບັນດາຄະນະຊາວໜຸ່ມແຂວງແຮກສ່ຽວ, ສືບຕໍ່ໃນການປະຕິບັດຕາມທີ່ໄດ້ມີບົດບັນທຶກຂໍ້ຕົກລົງການຮ່ວມມືລະຫວ່າງຄະນະນໍາທັງສອງຝ່າຍທີ່ໄດ້ລົງນາມກັນໃນແຕ່ລະໄລຍະໃຫ້ປະກົດຜົນເປັນຈິງທີ່ໄດ້ກໍານົດ; ໃນນັ້ນວຽກໜຶ່ງທີ່ສຳຄັນແມ່ນການແລກປ່ຽນວຽກງານສະຫະພັນຊາວໜຸ່ມແຫ່ງຊາດລາວ. ການເຄື່ອນໄຫວ ແລະ ເຮັດວຽກຂອງຄະນະຜູ້ແທນຂັ້ນສູງສູນກາງຊາວໜຸມກອມມູນິດໂຮ່ຈິມິນ ໃນຄັ້ງນີ້ຈະດຳເກີນໄປເປັນເວລາ 5 ວັນ (ວັນທີ 6-11 ກໍລະກົດ 2025)

(ຂ່າວ: ຄຳສິງ ວິໄລຄຳ)

ຄໍາເຫັນ

ຂ່າວການຮ່ວມມື

ເປີດປ້າຍຈຸດຝຶກອົບຮົມຢູ່ລາວ ຂອງສະຖາບັນການຊ່າງແຂວງຢູນນານ

ເປີດປ້າຍຈຸດຝຶກອົບຮົມຢູ່ລາວ ຂອງສະຖາບັນການຊ່າງແຂວງຢູນນານ

ໃນວັນ ທີ 6 ສິງຫາ ຜ່ານມານີ້ ທີ່ເຂດພັດທະນາກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີເປີດປ້າຍ “ຈຸດຝຶກອົບຮົມຢູ່ ສປປ ລາວ ຂອງສະຖາບັນການຊ່າງແຂວງຢູນນານ” ຢ່າງເປັນທາງການ , ເພື່ອຝຶກອົບຮົມທັກສະສີມືແຮງງານ ໃຫ້ແກ່ພະນັກງານ, ສະມາຊິກກຳມະບານ ແລະ ກຳມະກອນ-ຊາວຜູ້ອອກແຮງງານ ຢູ່ນະຄອນຫຼວງວຽງຈັນ.
ສະຫຼອງ 59 ປີ ການສ້າງຕັ້ງອາຊຽນ ແລະ 29 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ

ສະຫຼອງ 59 ປີ ການສ້າງຕັ້ງອາຊຽນ ແລະ 29 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ

ໃນຕອນເຊົ້າຂອງວັນທີ 7 ສິງຫານີ້, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເປັນປະທານພິທີເອົາທຸງອາຊຽນຂຶ້ນສູ່ຍອດເສົາ ເພື່ອສະເຫຼີມ ສະຫຼອງ ຄົບຮອບ 59 ປີ ແຫ່ງການສ້າງຕັ້ງອາຊຽນ (8/8/1967-8/8/2026) ແລະ ວັນຄົບຮອບ 29 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ (23/7/1997-23/7/2026) ທີ່ກະຊວງການຕ່າງປະເທດ, ໂດຍມີບັນດາລັດຖະມົນຕີຈາກສາມເສົາຄໍ້າປະຊາຄົມອາຊຽນ, ບັນດາຮອງລັດຖະມົນຕີ, ບັນດາເອກອັກຄະລັດຖະທູດປະເທດສະມາຊິກອາຊຽນ ແລະ ຄູ່ເຈລະຈາອາຊຽນ ປະຈຳ ສປປ ລາວ, ບັນດາຄະນະກົມ ແລະ ພະນັກງານກ່ຽວຂ້ອງຂອງກະຊວງການຕ່າງປະເທດ ແລະ ກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມ.
ສ້າງຄວາມເຂັ້ມແຂງໃຫ້ສື່ມວນຊົນຊາວໜຸ່ມລາວ

ສ້າງຄວາມເຂັ້ມແຂງໃຫ້ສື່ມວນຊົນຊາວໜຸ່ມລາວ

ກະຊວງການຄ້າແຫ່ງ ສປຈີນ ໄດ້ຈັດພິທີເປີດໂຄງການຝຶກອົບຮົມຍົກລະດັບຄວາມຮູ້ໃຫ້ນັກຂ່າວສື່ມວນຊົນຊາວໜຸ່ມລາວ ຂຶ້ນໃນວັນທີ 7 ສິງຫານີ້ ທີ່ນະຄອນຫຼວງປັກກິ່ງ ສປ ຈີນ ຝ່າຍລາວນໍາໂດຍທ່ານ ເພັດມະນີພອນ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ, ທ່ານ ນາງ ວິລະພອນ ທອງພິມ ຫົວໜ້າຄະນະໂຄສະນາອົບຮົມແຂວງໄຊຍະບູລີ, ຝ່າຍຈີນມີທ່ານ ລີ ເຮິງທຽນ ຮອງຫົວໜ້າສູນການສຶກສາ ແລະ ຝຶກອົບຮົມຂອງກຸ່ມການສື່ສານສາກົນຈີນ, ມີບັນດາຫົວໜ້າ-ຮອງຫົວໜ້າຄະນະໂຄສະອົບຮົມແຂວງ, ສື່ມວນຊົນອ້ອມຂ້າງຈຳນວນ 24 ຄົນ ຍິງ 8 ຄົນ ແລະ ໜ່ວຍງານຮັບຜິດຊອບຂອງຈີນເຂົ້າຮ່ວມ.
ກອງປະຊຸມຄະນະກຳມະການຮ່ວມມື ລາວ-ຫວຽດນາມ

ກອງປະຊຸມຄະນະກຳມະການຮ່ວມມື ລາວ-ຫວຽດນາມ

ໃນວັນທີ 5 ສິງຫາ ຜ່ານມາ, ຫ້ອງການຄະນະກຳມະການຮ່ວມມື ລາວ-ຫວຽດນາມ ໄດ້ຈັດກອງປະຊຸມຊຸກຍູ້ບັນດາໜ້າວຽກຮ່ວມມືລະຫວ່າງ ສອງຄະນະກຳມະການຮ່ວມມື ແລະ ສອງກະຊວງການເງິນ ລາວ-ຫວຽດນາມ, ຫວຽດນາມ-ລາວ ໂດຍການເປັນປະທານຮ່ວມຂອງທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີກະຊວງການເງິນ ຮອງປະທານຄະນະກຳມະການຮ່ວມມື ລາວ-ຫວຽດນາມ ແລະ ທ່ານ ເຈິ່ນ ກັວກ ເຟືອງ ຮອງລັດຖະມົນຕີກະຊວງການເງິນ ຮອງປະທານຄະນະກຳມະການຮ່ວມມື ຫວຽດນາມ-ລາວ, ມີ ທ່ານ ຈັນທະພອນ ຄໍາມະນີຈັນ ຫົວໜ້າຫ້ອງການຄະນະກຳມະການຮ່ວມມື ລາວ-ຫວຽດນາມ, ພ້ອມດ້ວຍບັນດາຜູ້ຕາງໜ້າຈາກກົມກ່ຽວຂ້ອງ ແລະ ຄະນະວິຊາການຂອງທັງສອງຝ່າຍເຂົ້າຮ່ວມ.
ລາວ-ຍີ່ປຸ່ນ ລົງນາມເອກະສານແລກປ່ຽນສະບັບປັບປຸງສໍາລັບໂຄງການປັບປຸງສະໜາມບິນສາກົນວັດໄຕ

ລາວ-ຍີ່ປຸ່ນ ລົງນາມເອກະສານແລກປ່ຽນສະບັບປັບປຸງສໍາລັບໂຄງການປັບປຸງສະໜາມບິນສາກົນວັດໄຕ

ໃນວັນທີ 5 ສິງຫາ ຜ່ານມານີ້ ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະສານແລກປ່ຽນ (ສະບັບປັບປຸງ) ສໍາລັບໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ ໃນການປັບປຸງສະໜາມບິນສາກົນວັດໄຕ ມູນຄ່າລວມທັງໝົດ 3,863,000,000 ເຢນ ຫຼື ປະມານ 26,5 ລ້ານໂດລາ, ຕາງໜ້າລັດຖະບານລາວ ໃຫ້ກຽດລົງນາມໂດຍ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າລັດຖະບານຍີ່ປຸ່ນໃຫ້ກຽດລົງນາມໂດຍທ່ານ ໂຄອິຊຸມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ຊຶ່ງມີພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍ ລາວ ແລະ ຍີ່ປຸ່ນ ເຂົ້າຮ່ວມເປັນສັກຂີພິຍານ.
ທົບທວນຄືນ ການຈັດຕັ້ງປະຕິບັດມາດຕະການໂຕ້ຕອບສະພາບພະຍາດໝາກແດງໃຫຍ່ ຢູ່ ສປປ ລາວ

ທົບທວນຄືນ ການຈັດຕັ້ງປະຕິບັດມາດຕະການໂຕ້ຕອບສະພາບພະຍາດໝາກແດງໃຫຍ່ ຢູ່ ສປປ ລາວ

ກອງປະຊຸມໄດ້ນຳສະເໜີວິທີການຈັດຕັ້ງການທົບທວນຄືນໄລຍະການໂຕ້ຕອບການລະບາດພະ ຍາດ ໝາກແດງໃຫຍ່ ຢູ່ ສປປ ລາວ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 6–7 ສິງຫານີ້, ທີ່ທ່າລາດ ແຂວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ພອນປະດິດ ສັງໄຊຍະລາດ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ທ່ານ Mackenzie Rowe ຫົວໜ້າ ພະແນກເສດຖະກິດ-ການເມືອງ, ມີສະຖານເອກອັກຄະລັດຖະທູດສະຫະລັດ ອາເມຣິກາ ປະຈຳ ສປປ ລາວ, ບັນດາຜູ້ເຂົ້າຮ່ວມຈາກກົມ, ສູນ, ໂຮງໝໍສູນກາງ, ຄະນະພະແນກສາທາ 18 ແຂວງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຊາວໜຸ່ມ 3 ປະເທດນຳສະເໜີວິທີການພັດທະນາກະສິກຳແບບຍືນຍົງ ໃນ ສປປ ລາວ

ຊາວໜຸ່ມ 3 ປະເທດນຳສະເໜີວິທີການພັດທະນາກະສິກຳແບບຍືນຍົງ ໃນ ສປປ ລາວ

ລັດຖະບານແຫ່ງ ສປປ ລາວ ຮ່ວມກັບກອງທຶນສາກົນເພື່ອການພັດທະນາກະສິກຳ (IFAD) ແລະ ຫ້ອງການປະສານງານສະຫະປະຊາຊາດປະຈຳ ລາວ ແລະ ກະຊວງກະສິກຳ ແລະ ສິ່ງແວດລ້ອມ (UNRCO), ໄດ້ຈັດກອງປະຊຸມປຶກສາຫາລືນະໂຍບາຍລະດັບສູງທີ່ສຳນັກງານສະຫະປະຊາຊາດປະຈຳ ສປປ ລາວ ວັນທີ 5 ສິງຫານີ້ ກ່ຽວກັບການນຳເອົານະວັດຕະກຳດິຈິຕອນທີ່ນຳພາໂດຍຊາວໜຸ່ມເຂົ້າສູ່ການລົງທຶນໃນການພັດທະນາຊົນນະບົດ.
ການກຽມຄວາມພ້ອມຮັບມື ແລະ ໂຕ້ຕອບການລະບາດຂອງພະຍາດ ໃນ ສປປ ລາວ

ການກຽມຄວາມພ້ອມຮັບມື ແລະ ໂຕ້ຕອບການລະບາດຂອງພະຍາດ ໃນ ສປປ ລາວ

ກະຊວງສາທາລະນະສຸກ ຮ່ວມກັບກະຊວງກະສິກຳ ແລະ ສິ່ງແວດລ້ອມ (ກສ), ອົງການອາຫານ ແລະ ການກະເສດ (FAO) ແລະ ອົງການສະຫະປະຊາຊາດ ສໍາລັບເດັກ (UNICEF) ໄດ້ຈັດພິທີເປີດໂຄງການຍົກລະດັບການກຽມຄວາມພ້ອມຮັບມື ແລະ ໂຕ້ຕອບການລະບາດຂອງພະຍາດ ໃນ ສປປ ລາວ ພາຍໃຕ້ກອງທຶນໂຕ້ຕອບຕໍ່ການລະບາດຂະໜາດໃຫຍ່ (Pandemic Fund) ຫຼື ALERT-LAO “Advancing lao PDR’s Pandemic Response and Transformation” ຢ່າງເປັນທາງການ ໃນວັນທີ 5 ສິງຫາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ນາງ ປຣິຍາ ບາຊູ ຜູ້ອຳນວຍການກອງທຶນການກຽມຄວາມພ້ອມຮັບມືການລະບາດຂອງພະຍາດ, ທ່ານ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີກະຊວງ ກສ, ທ່ານ ບີລາລ ໂອແຣັງ ເຊັບ ດູຮານີ ຜູ້ຕາງໜ້າອົງການ UNICEF ປະຈໍາ ສປປ ລາວ, ມີບັນດາຄູ່ຮ່ວມພັດທະນາ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄະນະ ຄອສພ ລາວ ພົບປະກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງນິງບິງ

ຄະນະ ຄອສພ ລາວ ພົບປະກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງນິງບິງ

ຄະນະຜູ້ແທນຈາກ ຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນປະຕິວັດລາວ ໄດ້ເຄື່ອນໄຫວພົບປະແລກປ່ຽນວຽກງານກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງນິງບິງ ສສຫວຽດນາມ ຊຶ່ງຈັດຂຶ້ນໃນວັນທີ 5 ສິງຫານີ້ ທີ່ຫ້ອງປະຊຸມ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງນິງບິ່ງ ໂດຍການນຳພາຝ່າຍລາວແມ່ນ ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ຄອສພ ພ້ອມຄະນະທີ່ກ່ຽວຂ້ອງ ແລະ ຝ່າຍຫວຽດນາມແມ່ນ ທ່ານ ຫງວຽນ ດຶກຕ່ວນ ຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງນິງບິງ ພ້ອມພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
NAPPA ແລະ VASS ເຊັນບົດບັນທຶກການຮ່ວມມືທາງດ້ານວິທະຍາສາດ 2026-2030

NAPPA ແລະ VASS ເຊັນບົດບັນທຶກການຮ່ວມມືທາງດ້ານວິທະຍາສາດ 2026-2030

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ ໄດ້ມີພິທີລົງນາມໃນບົດບັນທຶກການຮ່ວມມືທາງດ້ານວິທະຍາສາດ ໄລຍະປີ 2026-2030 ລະຫວ່າງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ (NAPPA) ແລະ ສະຖາບັນ ບັນດິດວິທະຍາສາດສັງຄົມ ຫວຽດນາມ (VASS) ຢ່າງເປັນທາງການໃນວັນທີ 5 ສິງຫານີ້ ທີ່ຫ້ອງປະຊຸມໂຮມແຮມເມືອງແທັງ.
ເພີ່ມເຕີມ