ສຶກສາ ນວ ສະເໜີໂຮມໂຮງຮຽນປະຖົມມາເປັນໂຮງຮຽນຂະໜາດກາງ ຫຼື ໃຫຍ່

ສຶກສາ ນວ ສະເໜີໂຮມໂຮງຮຽນປະຖົມມາເປັນໂຮງຮຽນຂະໜາດກາງ ຫຼື ໃຫຍ່

ທ່ານນາງ ລີປ່າເອ້ຍ ລີບົວປາວ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງ ຂຶ້ນຕອບຄໍາຊັກຖາມ ແລະ ຄໍາຊີ້ແຈງ ຂອງສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ (ສສຊ ແລະ ສສນວ) ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II ທີ່ຕິດພັນກັບຂະແໜງສຶກສາ ແລະ ກິລາ ຄື: ສະເໜີກ່ຽວກັບມາດຕະການ ແລະ ວິທີແກ້ໄຂບັນຫາຄຸນນະພາບການສຶກສາຂອງໂຮງຮຽນລັດທີ່ຫຼຸດໂຮງຮຽນເອກະຊົນ ຕິດພັນກັບ (ຫຼັກສູດການສຶກສາ, ບຸກຄະລາກອນຄູ, ການມີສ່ວນຮ່ວມຂອງສະຖາບັນຄອບຄົວ)

 

 ປັດຈຸບັນ ນວ ພົບບັນຫາການຂາດແຄນຄູຈໍານວນຫຼາຍ ຊຶ່ງຂະແໜງການສຶກສາ ມີຄວາມຕ້ອງການຄູເພີ່ມຈໍານວນ 859 ຄົນ, ຕໍ່ກັບຄຸນນະພາບການສຶກສາຖ້າທຽບໃສ່ທົ່ວປະເທດ, ນວ ແມ່ນນໍາໜ້າສະແດງອອກ ມີນັກຮຽນເກັ່ງລະດັບຊາດ ມ.4 ແລະ ມ.7 ທຸກປີ ແລະ ພິເສດສົກປີ 2024-2025 ນວ ສາມາດຍາດໄດ້ 7 ຄົນ, ນັກຮຽນທີ່ໄດ້ໃບປະກາດແດງສົກຮຽນຜ່ານມາ 60 ຄົນ, ພາກລັດ 30 ຄົນ.

ທິດທາງໃນການແກ້ໄຂໃນສະພາບທີ່ພະແນກສຶກສາ ສາມາດເຮັດໄດ້ມີ ຄື: 1. ໂຮມໂຮງຮຽນປະຖົມພາຍໃນກຸ່ມທີ່ມີຄວາມເປັນໄປໄດ້ ມາເປັນໂຮງຮຽນຂະໜາດກາງ ຫຼື ໃຫຍ່ ເພື່ອລະດົມຊັບພະຍາກອນຊົມໃຊ້ຮ່ວມກັນ ເຊັ່ນ: ຄູສອນ, ອຸປະກອນ ແລະ ການສະໜັບສະໜູນຈາກຊຸມຊົນ; 2. ຝຶກອົບຮົມວິທີສິດສອນໃຫ້ແກ່ຄູ ແລະ ສອນເພີ່ມໃຫ້ນັກຮຽນອ່ອນ ໃນໄລຍະພັກແລ້ງ; 3. ການຮ່ວມມືລະຫວ່າງໂຮງຮຽນພາກລັດ ແລະ ເອກະຊົນ ເພື່ອແລກປ່ຽນບົດຮຽນນໍາກັນ, ແລກປ່ຽນຄູ-ອາຈານໃນບ່ອນທີ່ສາມາດຈັດຕັ້ງປະຕິບັດໄດ້, ການຊ່ວຍເຫຼືອອຸປະກອນ ແລະ ໄອຊີທີ ເຂົ້າໃນການຮຽນ-ການສອນ; 4. ສືບຕໍ່ລະດົມການປະກອບສ່ວນຂອງພໍ່ແມ່ນັກຮຽນຕາມຄວາມສາມາດດ້ວຍການແຈ້ງແຜນພັດທະນາໂຮງຮຽນໃຫ້ພວກເພິ່ນເຂົ້າໃຈ; 5. ເພື່ອໃຫ້ໄດ້ຮັບການຮ່ວມມືຈາກຜູ້ປົກຄອງນັກຮຽນໃຫ້ຫຼາຍຂຶ້ນ ແລະ ມີຄວາມເປັນເຈົ້າການໃນການສົ່ງເສີມລູກຫຼານຂອງຕົນ ແມ່ນໄດ້ສະ ເໜີໃຫ້ຫ້ອງການສຶກສາເມືອງປະສານສົມທົບກົບອົງການປົກຄອງບ້ານນໍາເອົາບາງຂໍ້ກົດໝາຍການສຶກສາເຂົ້າໃນລະບຽບຂອງບ້ານເພື່ອມີມາດຕະການຕໍ່ຜູ້ປົກຄອງທີ່ບໍ່ເອົາໃຈໃສ່ຕໍ່ລູກຫຼານ.

ສໍາລັບຫຼັກສູດການສຶກສາ ພວກເຮົາບໍ່ສາມາດປັບຫຼັກສູດເອງໄດ້ ຕ້ອງໄດ້ປະຕິບັດຕາມຫຼັກສູດແຫ່ງຊາດທີ່ກະຊວງສຶກສາທິການ ແລະ ກິລາວາງອອກ. ແຕ່ວິທີການສິດສອນແບບໃໝ່ເພື່ອຫັນສູ່ການສອນແບບທັນສະໄໝ ຍັງມີຄວາມທ້າທາຍສູງ ຕໍ່ຄູຈໍານວນໜຶ່ງທີ່ບໍ່ທັນສາມາດພັດທະນາຕົນເອງໄດ້ທັນກັບສະພາບ; ເພື່ອຍົກສູງຄຸນນະພາບຂອງການສຶກສາຢູ່ໃນໂຮງຮຽນພາກລັດ ສະເໜີອົງການປົກຄອງ ນວ ໃຫ້ທິດຊີ້ນໍາ ແລະ ສະ ໜອງງົບປະມານຊ່ວຍຂະແໜງການສຶກສາຕື່ມ ໂດຍສະເພາະແມ່ນພື້ນຖານໂຄງລ່າງ; ສະເໜີບັນດາທ່ານ ສສຊ ແລະ ສສນວ ໃນການຊ່ວຍຊອກແຫຼ່ງທຶນ ແລະ ການປະກອບສ່ວນຂອງສັງຄົມຊ່ວຍໂຮງຮຽນທີ່ມີຄວາມຫຍຸ້ງຍາກ.

ສະເໜີໃຫ້ອົງການປົກຄອງ ຄົ້ນຄວ້າເອົາໂຮງຮຽນວິຊາຊີບ ແລະ ໂຮງຮຽນຊັ້ນ ມ.ປາຍ ໃຫ້ຕິດພັນກັບການສະໜອງແຮງງານໃຫ້ໂຄງການລົງທຶນພາຍໃນ ນວ. ຂໍ້ມູນໂຮງຮຽນ: ສະເໜີຄົ້ນຄວ້າສ້າງໂຮງຮຽນສາມັນ + ວິຊາຊີບ ກັບທີ່ ທີ່ຕິດພັນກັບຄວາມສະໝັກໃຈ, ສາມາດສ້າງລາຍຮັບໃນໄລຍະການຝຶກງານ; ສະເໜີຕິດພັນກັບການຜະລິດ, ວຽກເຮັດງານທໍາທີ່ມີຕົວແບບ ໂຮງຮຽນວຽງຈັນ-ຮ່າໂນ້ຍ, ມີວຽກເຮັດຮອງຮັບ; ສະເໜີໃຫ້ອົງການປົກຄອງຄົ້ນຄວ້າເອົາໂຮງຮຽນວິຊາຊີບ ແລະ ໂຮງຮຽນຊັ້ນ ມ.ປາຍ ໃຫ້ຕິດພັນກັບການສະໜອງແຮງງານໃຫ້ໂຄງການລົງທຶນພາຍໃນ ນວ.

ຕໍ່ຄໍາສະເໜີ ແລະ ຄໍາເຫັນ ດັ່ງກ່າວ ແມ່ນຖືກຕ້ອງຕາມແນວທາງຂອງກະຊວງສຶກສາທິການ ແລະ ກິລາ ຊຶ່ງໄດ້ຊີ້ນໍາໃຫ້ບັນດາແຂວງ, ນະຄອນຫຼວງ ຈັດຕັ້ງຫຼັກສູດສາມັນວິຊາຊີບຕາມຂໍ້ຕົກລົງເລກທີ 1815/ວຕວມ ລົງວັນທີ 18 ພຶດສະພາ 2016 ສອນແບບຄູ່ຂະໜານ (ຫຼັກສູດໄລຍະສັ້ນ C1, C2, C3) ຊຶ່ງ ນວ ກໍໄດ້ຈັດຕັ້ງປະຕິບັດເລີ່ມແຕ່ສົກຮຽນ 2023-2024 ຢູ່ວິທະຍາໄລເຕັກນິກວິຊາຊີບວຽງຈັນ-ຮ່າໂນ້ຍ ມີຢູ່ 2 ໂຮງຮຽນຄື: ມສ ເຈົ້າອານຸວົງ ແລະ ມສ ໄຊເສດຖາ ໃນສາຂາ ສ້ອມແປງຄອມພິວເຕີ ແລະ ຊ່າງຕິດຕັ້ງໄຟຟ້າໃນອາຄານ. ປັດຈຸບັນມີນັກຮຽນ 96 ຄົນ, ຍິງ 27 ຄົນ ແລະ ຍັງມີ ໂຮງຮຽນ ມສ ນາຄວາຍ ແລະ ມສ ສາລະຄໍາ ໄປຮຽນຢູ່ວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ ໃນສາຂາປູກຝັງ ແລະ ລ້ຽງສັດ. ນອກຈາກຫຼັກສູດແບບຄູ່ຂະໜານແລ້ວ ພວກເຮົາຍັງໄດ້ຈັດຕັ້ງການຮຽນ-ການສອນວິຊາຊີບໄລຍະພັກສິ້ນປີຮຽນ ໃຫ້ແກ່ນັກຮຽນມັດທະຍົມຕອນຕົ້ນ, ຕອນປາຍ ແລະ ຊາວໜຸ່ມ, ໄວໜຸ່ມຢູ່ສູນຝຶກອົບຮົມວິຊາຊີບນອກໂຮງຮຽນຂອງພະແນກສຶກສາ, ສູນຝຶກວິຊາຊີບນາຊາຍທອງ ແລະ ວິທະຍາໄລເຕັກນິກປາກປ່າສັກ, ວິທະຍາໄລເຕັກນິກວິຊາຊີບວຽງຈັນ-ຮ່າໂນ້ຍ ໃນສາຂາປຸງແຕ່ງອາຫານ, ເສີມສວຍ, ຊ່າງໄອທີ, ຊ່າງແປງເຄື່ອງເຢັນ ແລະ ຊ່າງສ້ອມແປງລົດຈັກ, ມີນັກຮຽນເຂົ້າຮຽນທັງໝົດ 347 ຄົນ.

ແຜນການໃນຕໍ່ໜ້າ: 1. ຂະຫຍາຍໄປບັນດາໂຮງຮຽນສາມັນທີ່ມີເງື່ອນໄຂໃນການຈັດຕັ້ງຫຼັກສູດສາມັນວິຊາຊີບຮ່ວມກັບບັນດາວິທະຍາໄລໃນນະຄອນຫຼວງ; 2. ສົມທົບກັບຜູ້ປະກອບການ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງພາກລັດ ແລະ ເອກະຊົນ ເພື່ອສົ່ງເສີມການມີວຽກເຮັດງານທໍາໃຫ້ຫຼາຍຂຶ້ນ.

ສະເໜີກ່ຽວກັບການສຶກສາຕິດພັນກັບຫົວຄິດປະດິດສ້າງຫຼັກສູດການສຶກສາ, ສ້າງໂຮງຮຽນກິນນອນ ແລະ ສ້າງວິຊາຊີບ: ຕໍ່ການສຶກສາຕິດພັນກັບຫົວຄິດປະດິດສ້າງ, ຫຼັກສູດການສຶກສານັ້ນ ພະແນກສຶກສາທິການ ແລະ ກິລາ ໄດ້ຜັນຂະຫຍາຍວຽກງານວິທະຍາສາດເຂົ້າໃນສາຍສາມັນສຶກສາ ເປັນຕົ້ນການຫັນສູ່ການສຶກສາແບບທັນສະໄໝ ເຊັ່ນ: ການສ້າງຫ້ອງສອນທັນສະໄໝ ເພື່ອໃຫ້ຄູໄດ້ນໍາໃຊ້ໄອຊີທີ ເຂົ້າໃນການຮຽນການສອນ, ສົ່ງເສີມຫ້ອງທົດລອງ ແລະ ປັນຍາປະດິດ; ສະເໜີອົງການປົກຄອງມີວິທີການ ແລະ ກົນໄກແກ້ໄຂ ກ່ຽວກັບການຈັດຕັ້ງປະຕິບັດຄາດໝາຍໃຫ້ບັນລຸອັດຕາການປະລະການຮຽນ; ສືບຕໍ່ບໍາລຸງນັກຮຽນອ່ອນ; ຈັດຕັ້ງບໍາລຸງໃຫ້ນັກຮຽນ ມ4 ແລະ ມ7 ໃນທຸກໆໂຮງຮຽນທົ່ວ ນວ ກຽມຄວາມພ້ອມໃຫ້ນັກຮຽນໃນການສອບເສັງຈົບຊັ້ນມັດທະຍົມຕອນຕົ້ນ ແລະ ຕອນປາຍ ແລະ ວຽກງານອື່ນໆ.

ຄໍາເຫັນ

ຂ່າວສືກສາ-ກິລາ

ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ໃນໂອກາດສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີການນໍາແຂວງຈໍາປາສັກ ນໍາໂດຍທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ໄດ້ຮ່ວມທັດສະນະສຶກສາຊົມສະຖານທີ່ທາງປະຫວັດສາດ ເຮືອນຂອງອະດີດປະທານ ໄກສອນ ພົມວິຫານ ທີ່ບ້ານລາດບົກ ເມືອງບາຈຽງຈະເລີນສຸກ, ພ້ອມນີ້ກໍໄດ້ຮັບຟັງການເລົ່າປະຫວັດຄວາມເປັນມາການເຄື່ອນໄຫວຂອງປະທານ ໄກສອນ ພົມວິຫານ ຈາກຜູ້ອາວຸໂສພາຍໃນບ້ານລາດບົກ, ມີກິດຈະກຳຖາມ-ຕອບ ວິທະຍາສາດ ນ້ອງໆເຍົາວະຊົນ-ຊາວໜຸ່ມ.
ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ທ້າວ ສະເຫຼີມໄຊ ໄຊຍະສິດ ນັກກິລາຟັນດາບ ຈາກເເຂວງບໍລິຄໍາໄຊ ຍາດໄດ້ 2 ຫຼຽນຄໍາ ຈາກການລົງເເຂ່ງຂັນຟັນດາບ 2 ລາຍການ ຄື: ເອເປ ເເລະ ເຊເບີ ບັນລຸຕາມຄາດໝາຍທີ່ວາງໄວ້ ຂະນະດຽວກັນ ຫຼຽນເງິນ ເເລະ ຫຼຽນທອງ ເປັນຂອງນັກກິລາ ຈາກເເຂວງສະຫວັນນະເຂດ ຈາກການລົງເເຂ່ງຂັນກິລາຟັນດາບ ງານມະຫະກໍາກິລາຄົນພິການເເຫ່ງຊາດ ຄັ້ງທີ 4 ຫຼື ນະຄອນຫຼວງວຽງຈັນ ພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນຮັບກຽດເປັນເຈົ້າພາບ.
ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ (ສສກ) , ທ່ານ ວິລະວັນ ບຸນສຸກໄທ ຫົວກົມກິລາມວນຊົນພາລະ ແລະ ສິລະປະສືກສາ ກະຊວງ ສສກ ພ້ອມດ້ວຍພະນັກງານ ແລະ ກ້ອນສິລະປະ ຊາວໜຸ່ມເຍົາວະຊົນ ກະຊວງສຶກສາທິການ ແລະ ກິລາ ໄດ້ຕ້ອນຮັບຄະນະນັກກິລາເປຕັງ ທີມຊາດລາວ ທີ່ສາມາດຍາດໄດ້ຫຼຽນຄໍາ ໃນງານມະຫະກຳກິລາຊີເກມຄັ້ງທີ 33ຢູ່ປະເທດໄທ ເປັນເຈົ້າພາບໃນວັນທີ 16 ທັນວານີ້ ທີ່ສະໜາມບິນສາກັນວັດໄຕ ນະຄອນຫຼວງວຽງຈັນ .
ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມເມືອງໂຂງ ແຂວງຈໍາປາສັກ ເປັນໂຮງຮຽນໜຶ່ງ ທີ່ອົງການອາຫານໂລກ (WFP) ໃຫ້ການຊ່ວຍເຫຼືອຈັດຕັ້ງປະຕິບັດໂຄງການອາຫານທ່ຽງໃຫ້ນັກຮຽນເລີ່ມແຕ່ປີ 2021 ຈົນຮອດປີ 2030. ຊຶ່ງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ, ບໍ່ປະລະການຮຽນ ແລະ ຍັງຊ່ວຍຫຼຸດຜ່ອນອາຫານຂອງຜູ້ປົກຄອງ ທີ່ສໍາຄັນຍັງໄດ້ຮັບສານອາຫານ, ໂພຊະນາການທີ່ພຽງພໍ ແລະ ມີປະໂຫຍດດີຕໍ່ສຸຂະພາບ.
ກິລາດອກປິກໄກ່ ມີການຊີງຫຼຽນທັງໝົດ 20 ຫຼຽນ

ກິລາດອກປິກໄກ່ ມີການຊີງຫຼຽນທັງໝົດ 20 ຫຼຽນ

ການແຂ່ງຂັນກິລາດອກປິກໄກ່ ມີການຊີງຫຼຽນຄໍາ,ຫຼຽນເງິນ ແລະ ຫຼຽນທອງ ທັງໝົດ 20 ຫຼຽນ. ທ່ານ ນາງ ຈິນດາ ພົນເຕຊາ ຮອງສະຫະພັນກິລາດອກປິກໄກ່ແຫ່ງຊາດລາວ,ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ການແຂ່ງຂັນດອກປິໄກ່ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນ ພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ ມີ 4 ລາຍການແຂ່ງຂັນ ປະກອບມີຄື: ປະເພດກ່ຽວຊາຍ,ປະເພດດ່ຽວຍິງ,ປະເພດຄູ່ຊາຍ ແລະ ປະເພດຄູ່ຍິງ. ມີນັກກິລາເຂົ້າຮ່ວມ 18 ຄົນ, ຍິງ 4 ຄົນ.ໃນນັ້ນມີ 6 ແຂວງເຂົ້າຮ່ວມຄີ: ເຈົ້າພາບ ນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ຄຳມ່ວນ, ອຸດົມໄຊ, ບໍແກ້ວ ແລະ ຫຼວງພະບາງ. ຊຶ່ງການແຂ່ງຂັນ ແມ່ນຈະດຳເນີນເປັນເວລາ 3 ວັນ ວັນທີ 15-17 ທັນວານີ້.
ລິນລີ່ ສຸພັນທະວົງ ສາວນັກກິລາບ໋ອດເຊຍຄວ້າຫຼຽນຄໍາທໍາອິດໃຫ້ແຂວງຫຼວງພະບາງ

ລິນລີ່ ສຸພັນທະວົງ ສາວນັກກິລາບ໋ອດເຊຍຄວ້າຫຼຽນຄໍາທໍາອິດໃຫ້ແຂວງຫຼວງພະບາງ

ນາງ ລິນລີ່ ສຸພັນທະວົງ ນັກກິລາບ໋ອດເຊຍຄວ້າຫຼຽນຄຳທໍາອິດໃຫ້ນັກກິລາຄົນພິການແຂວງຫຼວງພະບາງ ໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນ ຫຼວງວຽງຈັນ (ນວ) ຮັບກຽດເປັນເຈົ້າພາບ.
ສູນຝຶກອົບຮົມກອງພົນທີ3 ເປີດຂະບວນການແຂ່ງຂັນກິລາມ່ວນຊົນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ສູນຝຶກອົບຮົມກອງພົນທີ3 ເປີດຂະບວນການແຂ່ງຂັນກິລາມ່ວນຊົນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ໃນຕອນເຊົ້າວັນທີ 15 ທັນວານີ້, ສູນຝຶກອົບຮົມກອງພົນທີ3 ໄດ້ຈັດພິທີເປີດຂະບວນການແຂ່ງຂັນກິລາມວນຊົນເພື່ອຂ່ຳນັບຮັບຕ້ອນວັນສໍາຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ແລະ ຂອງກົມກອງ ເວົ້າລວມ, ເວົ້າສະເພາະແມ່ນ ຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949–20 ມັງກອນ 2026) ຂຶ້ນຢູ່ທີ່ເດີນກິລາຂອງກົມ-ກອງ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄໍາສອນ ໄຊສົງຄາມ ຮອງເລຂາຄະນະພັກ ຫົວໜ້າການທະຫານສູນຝຶກອົບຮົມກອງພົນທີ3, ມີສະຫາຍ ພັນໂທ ສີພົນ ແສງຄໍາ ເລຂາຄະນະພັກ ຫົວຫນ້າການເມືອງສູນຝຶກອົບຮົມ ພ້ອມດ້ວຍຄະນະພັກ - ຄະນະບັນຊາ, ພະນັກງານ-ນັກຮົບຕະຫຼອດຮອດນັກກິລາທົ່ວສູນຝຶກອົບຮົມເຂົ້າຮ່ວມ.
ນວ ເຈົ້າພາບໄດ້ຫຼຽນຄໍາທຳອິດກິລາຟັນດາບຄົນພິການ

ນວ ເຈົ້າພາບໄດ້ຫຼຽນຄໍາທຳອິດກິລາຟັນດາບຄົນພິການ

ການແຂ່ງຂັນກິລາຟັນດາບຄົນພິການ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນ ຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນວັນທີ 15 ທັນວານີ້, ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດ, ເປັນກຽດເຂົ້າຮ່ວມມີທ່ານ ນາງ ຂັນທະລີ ສີຣິພົງພັນ ປະທານຄະນະກໍາມະການພາຣາແລມປິກແຫ່ງຊາດລາວ, ມີທ່ານ ກິດຕິພົງ ຫາດທະວາການ ນາຍົກສະມາຄົມວີວແຊຟັນດາບແຫ່ງປະເທດໄທ, ມີບັນດາຜູ້ຕາງໜ້າຈາກພະແນກສຶກສາທິການ ແລະ ກິລາ ນວ, ແຂວງ, ຄູຝຶກ ພ້ອມດ້ວຍຄະນະຮັບຜິດຊອບເຂົ້າຮ່ວມ.
ເປີດສາກແຂ່ງຂັນຢ່າງຄຶກຄື້ນກິລາບານບ້ວງລໍ້ເລື່ອນຄົນພິການ

ເປີດສາກແຂ່ງຂັນຢ່າງຄຶກຄື້ນກິລາບານບ້ວງລໍ້ເລື່ອນຄົນພິການ

ກິລາບານບ້ວງລໍ້ເລື່ອນໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື ນະຄອນຫຼວງວຽງຈັນພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນ (ນວ) ເປັນເຈົ້າພາບ, ເຊິ່ງກິລາຄົນພິການແຫ່ງຊາດຄັ້ງນີ້ຖືກບັນຈຸເຂົ້າແຂ່ງຂັນເປັນຄັ້ງທີ IV ຕິດຕໍ່ກັນ 2 ຄັ້ງທຳອິດທີ່ຫຼວງພະບາງ ແລະ ອຸດົມໄຊ ເປັນກິລາສາທິດ ແຕ່ມາຊີງຫຼຽນໃນຄັ້ງທີ III ທີ່ແຂວງຊຽງຂວາງ ແລະ ນວ ໃນຄັ້ງນີ້, ແຂ່ງຂັນທີ່ສູນການແພດຟື້ນຟູໜ້າທີ່ການ ໂດຍມີ 3 ພາກສ່ວນເຂົ້າຮ່ວມຄື: ນວ ເຈົ້າພາບ, ແຂວງຈຳປາສັກ ແລະ ແຂວງຊຽງຂວາງ, ແຂ່ງຂັນ 4 ລາຍການ: ທີມຍິງ-ທີມຊາຍ 3x3 ແລະ 5x5, ມີນັກກິລາເຂົ້າຮ່ວມທັງໝົດ 27 ຄົນ ຍິງ 10 ຄົນ.
ເປີດການແຂ່ງຂັນກິລາດອກປີກໄກ່ “ນະຄອນຫຼວງວຽງຈັນພາຣາເກມ 2025”

ເປີດການແຂ່ງຂັນກິລາດອກປີກໄກ່ “ນະຄອນຫຼວງວຽງຈັນພາຣາເກມ 2025”

ການແຂ່ງຂັນກິລາດອກປີກໄກ່ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນ ຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບກຽດເປັນເຈົ້າພາບໄດ້ເປີດສາກຂຶ້ນຢ່າງເປັນທາງການໃນວັນທີ 15 ທັນວານີ້, ທີ່ເດີ່ນກິລາໃນຮົ່ມໂອແລມປາເຊຍ ນວ, ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ຈິນດາ ພົນເຕຊາ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ລິມ ເຊັງຊາຍ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ກຸ່ຍ ພົນເຕຊາ ຄະນະກຳມະການກິລາດອກປີກໄກ່ແຫ່ງຊາດລາວ ພ້ອມດ້ວຍນັກກິລາ ແລະ ມວນຊົນເຂົ້າຮ່ວມ.
ເພີ່ມເຕີມ