ແຂວງວຽງຈັນ ຕີລາຄາຄືນການຈັດຕັ້ງປະຕິບັດວຽກງານສືກສາ ປະຈໍາສົກຮຽນ 2024-2025

ແຂວງວຽງຈັນ ຕີລາຄາຄືນການຈັດຕັ້ງປະຕິບັດວຽກງານສືກສາ ປະຈໍາສົກຮຽນ 2024-2025

ແຂວງວຽງຈັນ ຕີລາຄາຄືນການຈັດຕັ້ງປະຕິບັດວຽກງານສືກສາ ປະຈໍາສົກຮຽນ 2024-2025
ກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທົ່ວແຂວງວຽງຈັນ ປະຈໍາສົກຮຽນ 2024-2025 ແລະ ແຜນຈັດຕັ້ງປະຕິບັດສົກຮຽນ 2025-2026 ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 18-19 ສິງຫາຜ່ານມາ ທີ່ພະແນກສຶກສາທິການ ແລະ ກິລາແຂວງ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ພູວົງ ບຸນຊູ ຮອງເຈົ້າແຂວງວຽງຈັນ.
ແຂວງວຽງຈນ ຕລາຄາຄນການຈດຕງປະຕບດວຽກງານສກສາ ປະຈາສກຮຽນ 2024-2025 - image 1
 

ໃນກອງປະຊຸມ, ໄດ້ມີການລາຍງານກ່ຽວກັບຜົນສໍາເລັດຂອງການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ ແລະ ກິລາ ປະຈໍາສົກຮຽນ 2024-2025 ແລະ ທິດທາງແຜນການ ສົກຮຽນ 2025-2026, ຊຶ່ງໃນສົກຮຽນ 2024-2025 ຂະແໜງການສຶກສາ ແລະ ກິລາທົ່ວແຂວງວຽງຈັນ ມີຜູ້ບໍລິຫານ ແລະ ຄູສອນທັງພາກລັດ-ເອກະຊົນ ທັງໝົດ 5,631 ຄົນ ຍິງ 3,237 ຄົນ. ໃນນັ້ນ, ມີຄູສອນ ແລະ ຜູ້ອໍານວຍການໂຮງຮຽນ 5,185 ຄົນ ຍິງ 3,028 ຄົນ; ຜູ້ບໍລິຫານ ແລະ ພະນັກງານ ຫ້ອງການສຶກສາທິການ ແລະ ກິລາເມືອງ ແລະ ແຂວງ 446 ຄົນ ຍິງ 209 ຄົນ, ມີໂຮງຮຽນທັງໝົດ 715 ແຫ່ງ, ມີນັກຮຽນທັງໝົດ 104,228 ຄົນ ຍິງ 51,181 ຄົນ (ມີນັກຮຽນສົງ 253 ອົງ ແລະ ສາມັນກິນນອນຊົນເຜົ່າ 601 ຄົນ ຍິງ 228 ຄົນ).

ຜົນການຈັດຕັ້ງປະຕິບັດ 15 ຄາດໝາຍຫຼັກ ຊຶ່ງຜ່ານການຈັດຕັ້ງປະຕິບັດບັນດາວຽກຈຸມສຸມ, ນະໂຍບາຍ ແລະ ຍຸດທະສາດຕ່າງໆທີ່ກຳນົດໄວ້ໃນແຜນການ ສົກຮຽນ 2024-2025 ແລະ ທຽບໃສ່ມະຕິສະພາປະຊາຊົນແຂວງວຽງຈັນ ປະຈຳປີ 2024 ແລະ ທິດທາງແຜນການ ປະຈຳປີ 2025 ສະບັບເລກທີ 10/ສພຂ.ວຈ, ວັນທີ 24 ມັງກອນ 2025 ສາມາດບັນລຸໄດ້ 9 ຄາດໝ.

ສ່ວນຄາດໝາຍທີ່ບໍ່ບັນລຸ ມີ 6 ຄາດໝາຍ ຄື: 1) ອັດຕາປະລະການຮຽນຂອງນັກຮຽນ ປ1 (ແຜນການບໍ່ໃຫ້ເກີນ 5,5%) ປະຕິບັດ 6,5%, 2) ອັດຕາປະລະການຮຽນຂອງນັກຮຽນຊັ້ນປະຖົມ (ແຜນການບໍ່ໃຫ້ເກີນ 2,5%) ປະຕິບັດໄດ້ 3,6%, 3) ອັດຕາເລື່ອນຂັ້ນ-ຈົບຊັ້ນປະຖົມສຶກສາ (ແຜນການ 99,6%) ປະຕິບັດໄດ້ 95,2%, 4) ອັດຕາເຂົ້າຮຽນໃໝ່ລວມ ຂັ້ນ ມ.4 (ແຜນການ 70%) ປະຕິບັດໄດ້ 66,5%, 5) ອັດຕາປະລະການຮຽນຂອງນັກຮຽນ ຊັ້ນມັດທະຍົມຕອນຕົ້ນ (ແຜນການ 9%) ປະຕິບັດໄດ້ 10,7% ແລະ 6) ອັດຕາຄ້າງຫ້ອງຊັ້ນປະຖົມ (ແຜນການບໍ່ໃຫ້ເກີນ 0,3%) ປະຕິບັດໄດ້ 1,3%.

ແຂວງວຽງຈນ ຕລາຄາຄນການຈດຕງປະຕບດວຽກງານສກສາ ປະຈາສກຮຽນ 2024-2025 - image 2
 

ນອກຈາກນີ້, ກອງປະຊຸມຍັງໄດ້ສະເໜີການຈັດຕັ້ງປະຕິບັດຂອງຂະແໜງການສາມັນໃນການແກ້ໄຂບັນຫາອັດຕາປະລະ, ສະເໜີການຈັດຕັ້ງປະຕິບັດການແກ້ໄຂຄຸນນະພາບການສຶກສາໃນສາຍສາມັນ, ສະເໜີວິທີເພີ່ມອັດຕາການເຂົ້າຮຽນຂອງເດັກນ້ອຍກ່ອນໄວຮຽນໃຫ້ຫຼາຍຂຶ້ນ ເພີ່ມຄຸນນະພາບການຮຽນການສອນໃຫ້ສູງຂຶ້ນ, ສະເໜີການນຳໃຊ້ໄອຊີທີເຂົ້າໃນການຄຸ້ມຄອງການບໍລິຫານໂຮງຮຽນ ແລະ ສຶກສາເມືອງ, ສະເໜີວຽກງານກິລາກາຍຍະກຳ, ລາຍງານສະພາບການສັບຊ້ອນ ແລະ ຈັດສັນຄູ, ສະເໜີຄວາມເປັນເອກະພາບການນຳໃຊ້ຄູເຫຼືອໄປເມືອງ ແລະ ໂຮງຮຽນທີ່ຂາດຄູ, ສະເໜີວິທີການນຳສົ່ງພະນັກງານຂອງພະແນກສຶກສາທິການ ແລະ ກິລາແຂວງ ລົງພື້ນຖານຕາມສາຍຕັ້ງປະຈຳຢູ່ເມືອງ ແລະ ພະນັກງານຢູ່ຫ້ອງການສຶກສາທິການ ແລະ ກິລາ ລົງປະຈຳຢູ່ກຸ່ມໂຮງຮຽນ. ພ້ອມກັນນີ້, ບັນດາຜູ້ແທນກອງປະຊຸມຍັງໄດ້ປະກອບຄຳເຫັນໃສ່ບັນດາເອກະສານຕ່າງໆ ເພື່ອໃຫ້ສົມບູນຍິ່ງຂຶ້ນ.

(ຂ່າວ: ສີສົມໄຊ)

ຄໍາເຫັນ

ຂ່າວສືກສາ-ກິລາ

ຂະບວນແຫ່-ແລ່ນທວນໄຟ ສະໜັບສະໜູນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII

ຂະບວນແຫ່-ແລ່ນທວນໄຟ ສະໜັບສະໜູນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII

ຂະບວນແຫ່ - ແລ່ນທວນໄຟ ສະໜັບສະໜູນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ (ນວ) ເປັນເຈົ້າພາບ ໄດ້ຈັດຂຶ້ນໃນຕອນແລງຂອງວັນທີ 28 ຕຸລາ ນີ້ ຢູ່ໜ້າໂຮງໝໍມະໂຫສົດ (4 ແຍກໄຟອໍານາດ) ໂດຍມີທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ ຄະນະຮັບຜິດຊອບລະດັບຊາດ ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII, ທ່ານ ພຸດພັນ ແກ້ວວົງໄຊ ເລຂາຄະນະພັກແຂວງຫົວພັນ, ທ່ານ ແຫວນເພັດ ລັດດາວົງ ກໍາມະການປະຈໍາພັກແຂວງສາລະວັນ ພ້ອມດ້ວຍຄະນະຮັບຊອບລະດັບຊາດ ອົງການປົກຄອງເມືອງ ພະນັກງານ ທະຫານ ຕໍາຫຼວດ ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ສມປຊ ຖອດຖອນບົດຮຽນຜູ້ບໍລິຫານຄຸ້ມຄອງ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ

ສມປຊ ຖອດຖອນບົດຮຽນຜູ້ບໍລິຫານຄຸ້ມຄອງ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ

ກອງປະຊຸມສະຫຼຸບຖອດຖອນບົດຮຽນຜູ້ບໍລິຫານຄຸ້ມຄອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນ ສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ຂຶ້ນໃນວັນທີ 27 ຕຸລານີ້, ທີ່ແຂວງຈຳປາສັກ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ, ມີຕາງໜ້າຄະນະກົມ, ຫ້ອງ ການ, ຄະນະ, ສູນຂໍ້ມູນຂ່າວສານ, ສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ຕາງໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນເຂົ້າຮ່ວມ.
ໄອສະປອດ ສະໜັບສະໜູນເຄື່ອງນຸ່ງກິລາ 30 ຊຸດ ໃຫ້ທີມເຕະບານຍິງ ນວ

ໄອສະປອດ ສະໜັບສະໜູນເຄື່ອງນຸ່ງກິລາ 30 ຊຸດ ໃຫ້ທີມເຕະບານຍິງ ນວ

ຮ້ານຈຳໜ່າຍເຄື່ອງກິລາຊື່ດັງໃນ ສປປ ລາວ ໄອສະປອດ (Ai-Sport) ຜະລິດຕະພັນເຄື່ອງກິລາພິມລາຍ ໃຫ້ການສະໜັບສະໜູນເຄື່ອງຝຶກຊ້ອມກິລາເຕະບານຍິງ ຈຳນວນ 30 ຊຸດ ລວມມູນຄ່າ 6 ລ້ານກວ່າກີບ ໃຫ້ແກ່ທີມນັກກິລາເຕະບານຍິງ ນະຄອນຫຼວງວຽງຈັນ ຫຼື ນວ ເພື່ອກຽມຄວາມພ້ອມປ້ອງກັນແຊັມຫຼຽນຄຳ ສະໄໝທີ 7 ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 15-25 ພະຈິກນີ້.
ດ້ານເຕັກນິກ - ຈັດການແຂ່ງຂັນມີຄວາມພ້ອມຮອບດ້ານຮັບໃຊ້ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII

ດ້ານເຕັກນິກ - ຈັດການແຂ່ງຂັນມີຄວາມພ້ອມຮອບດ້ານຮັບໃຊ້ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII

ຄວາມພ້ອມທາງດ້ານເຕັກນິກ-ຈັດການແຂ່ງຂັນ ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ຮັບກຽດເປັນເຈົ້າພາບ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 15-25 ພະຈິກ 2025. ທ່ານ ສີຈັນ ຈິດຈະປັນຍາ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາໄດຮັບການແຕ່ງຕັ້ງເປັນຫົວໜ້າກຳມະການເຕັກນິກ-ຈັດການແຂ່ງຂັນໄດ້ໃຫ້ສຳພາດຕໍ່ສືມວນຊົນ ໃນວັນທີ 22 ຕຸລາ ຜ່ານມາວ່າ: ໜ້າທີ່ຫຼັກໃນຄວາມຮັບຜິດຊອບຂອງກຳມະການເຕັກນິກ-ຈັດການແຂ່ງຂັນປະກອບມີ 6 ອານຸກຳມະການ ຄື: 1. ອານຸກຳມະການບໍລິຫານ ແລະ ສັງລວມ; 2. ອານຸກຳມະການຂຶ້ນທະບຽນ, ອອກບັດ ແລະ ລາຍງານຜົນ; 3. ອານຸກຳມະການຈັດການແຂ່ງຂັນ; 4. ອານຸກຳມະການສະໜາມ ແລະ ອຸປະກອນ; 5. ອານຸກຳມະການມອບຫຼຽນ-ລາງວັນ ແລະ 6. ອານຸກຳມະການຮັບຜິດຊອບການອຸທອນດ້ານເຕັກນິກ, ມີບຸກຄະລາກອນກຳມະການເຕັກນິກຈັດການແຂ່ງຂັນ, ບັນດາສະຫະພັນກິລາແຫ່ງຊາດ ແລະ ອາສາສະໝັກຊ່ວຍຮັບໃຊ້ຈັດການແຂ່ງຂັນ ທັງໝົດ 1,661 ຄົນ.
ຂະບວນແຫ່-ແລ່ນທວນໄຟ ງານມະຫະກໍາກິລາແຫ່ງຊາດ

ຂະບວນແຫ່-ແລ່ນທວນໄຟ ງານມະຫະກໍາກິລາແຫ່ງຊາດ

ຂະບວນແຫ່ ແລະ ແລ່ນທວນໄຟ ສະໜັບສະໜູນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ (ນວ) ເປັນເຈົ້າພາບ ຈັດຂຶ້ນໃນວັນທີ 21 ຕຸລາ 2025 ຢູ່ໜ້າອະນຸສອນປາກປ່າສັກ ໂດຍມີທ່ານ ສິລິລາດທົງສິນ ທອງເພັງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ວັນໄຊ ພອງສະຫວັນ ເຈົ້າ ແຂວງຄໍາມ່ວນ, ທ່ານ ນາງ ສິລິພອນ ສຸພັນທອງ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະຮັບຊອບລະດັບຊາດ, ອົງການປົກຄອງເມືອງ ພະນັກງານ, ທະຫານ, ຕໍາຫຼວດ, ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ເຈົ້າພາບ ນວ ມີຄວາມພ້ອມ 90% ຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ເຈົ້າພາບ ນວ ມີຄວາມພ້ອມ 90% ຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ທ່ານ ນາງ ລີປ່າເອ້ຍ ລີບົວປາວ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ (ນວ) ຮອງຫົວໜ້າກຳມະການກອງເລຂາ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນເມື່ອ​ວັນ​ທີ 21 ຕຸ​ລາ ຜ່ານມາ ທີ່ ນວ ວ່າ: ກຳມະການກອງເລຂາ ແມ່ນເປັນເສນາທິການໃຫ້ແກ່ຄະນະຮັບຜິດຊອບລະດັບຊາດ ຈັດງາມະຫະກຳກິລາແຫ່ງຊາດ ຄັ້ງທີ XII ເປັນໃຈກາງປະສານງານກັບບັນດາອະນຸກຳມະການ ເພື່ອອຳນວຍຄວາມສະດວກໃນການເຄື່ອນໄຫຼວວຽກງານຂອງອະນຸກຳມະການຕ່າງໆ
ຫາລືກຽມຄວາມພ້ອມຈັດງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV

ຫາລືກຽມຄວາມພ້ອມຈັດງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV

ເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມຄະນະຮັບຜິດຊອບລະດັບຊາດ ເພື່ອປຶກສາຫາລືກຽມຄວາມພ້ອມຈັດງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ທີ່ນະຄອນຫຼວງວຽງຈັນ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 13-19 ທັນວາ 2025, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີທ່ານ ນາງ ຂັນທະລີ ສິຣິພົງພັນ ປະທານຄະນະກຳມະການພາຣາແລັມປິກແຫ່ງຊາດລາວ ແລະ ທ່ານ ນາງ ລີປ່າເອ່ຍ ລີບົວປາວ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາຄະນະຮັບຜິດຊອບລະດັບຊາດ ກໍຄື ບັນດາກຳມະການ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ເຈນຈິລາ ຂຸນລິວົງ ນັກກິລາແລ່ນ-ລານ ຕັ້ງເປົ້າ 3 ຫຼຽນຄຳ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12

ເຈນຈິລາ ຂຸນລິວົງ ນັກກິລາແລ່ນ-ລານ ຕັ້ງເປົ້າ 3 ຫຼຽນຄຳ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12

ນາງ ເຈນຈິລາ ຂຸນລິວົງ ນັກກິລາແລ່ນ-ລານ ຕັ້ງເປົ້າໝາຍຈະສູ້ຊົນຍາດໃຫ້ໄດ້ຢ່າງໜ້ອຍ 3 ຫຼຽນຄຳ ໃຫ້ແກ່ທີມນັກກິລາບ້ານເກີດເມືອງນອນ ແຂວງສະຫວັນນະເຂດ ໃນການແຂ່ງຂັນແລ່ນ-ລານງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ຫຼື “ນະຄອນຫຼວງວຽງຈັນ ເກມ 2025” ຈະຈັດຂຶ້ນລະຫວ່າງວັນທີ 15-25 ພະຈິກ 2025 ນີ້.
ມຊ ສະຫຼຸບສົກຮຽນ ແລະ ເປີດສົກຮຽນໃໝ່ 2025-2026

ມຊ ສະຫຼຸບສົກຮຽນ ແລະ ເປີດສົກຮຽນໃໝ່ 2025-2026

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີສະຫຼຸບສົກຮຽນ 2024-2025, ເປີດສົກຮຽນໃໝ່ 2025-2026 ແລະ ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 31 ປີ (7 ຕຸລາ 1994-7 ຕຸລາ 2025) ຂຶ້ນໃນວັນທີ 15 ຕຸລານີ້ ທີ່ສະໂມສອນ ມຊ ໂດຍການເປັນປະທານຂອງທ່ານ ເດຊານຸລາດ ແສນດວງເດດ ອະທິການບໍດີ ມຊ, ມີຮອງອະທິການບໍດີ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເປີດການແຂ່ງຂັນກິລາບານເຕະ ຊີງຂັນເຈົ້າແຂວງຄໍາມ່ວນ

ເປີດການແຂ່ງຂັນກິລາບານເຕະ ຊີງຂັນເຈົ້າແຂວງຄໍາມ່ວນ

ການແຂ່ງຂັນກິລາບານເຕະ ຊີງຂັນທ່ານເຈົ້າແຂວງຄໍາມ່ວນ ເພື່ອຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງຄັ້ງທີ XI, ເປັນການສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 31 ປີ, ວັນປະກາດເອກະລາດຄົບຮອບ 80 ປີ ແລະ ວັນແຫ່ງຊາດຕ້ານຢາ ເສບຕິດຄົບຮອບ 24 ປີ, ທັງເປັນການແຂ່ງຂັນ ເພື່ອລະດົມທຶນໃນການກະກຽມສົ່ງນັກກິລາຂອງແຂວງ ເຂົ້າຮ່ວມງານມະຫາກຳກິລາແຫ່ງຊາດ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ທີ່ຈະຈັດຂຶ້ນໃນກາງເດືອນ ພະຈິກ 2025ນີ້.
ເພີ່ມເຕີມ