ທ່ານ ນາງ ບຸນທັນ ປຸນຍາວົງ ກ່າວໃຫ້ຮູ້ອີກວ່າ: ໃນສົກຮຽນຜ່ານມາ, ນັກຮຽນເສັງຂຶ້ນຫ້ອງໄດ້ລື່ນຄາດ ໝາຍ 99.18%, ນັກຮຽນ ປ5 ເສັງຈົບຊັ້ນໄດ້ 100%, ໄດ້ຄະແນນ 7 ຂຶ້ນເມືອ 90 ຄົນ ຍິງ 62 ຄົນ ບໍ່ມີອັດຕາປະລະການຮຽນ, ປີນີ້ພິເສດເສັງເຂົ້າໂຮງຮຽນພອນສະຫວັນໄດ້ 7 ຄົນ, ທຸກໆປີທາງໂຮງຮຽນໄດ້ຈັດການຮຽນບຳລຸງວິຊາພາສາລາວໃຫ້ນັກຮຽນທີ່ຮຽນອ່ອນນັບແຕ່ຊັ້ນ ປ1-ປ5 ຊຶ່ງຈັດໃສ່ຊົ່ວໂມງສຸດທ້າຍຂອງທຸກໆວັນສຸກ ນັບແຕ່ເດືອນຕຸລາ ຫາ ເດືອນເມສາໂດຍບໍ່ເສຍຄ່າ. ສຳລັບສົກຮຽນນີ້ກໍເຊັ່ນດຽວກັນຈະໄດ້ຈັດຮຽນບຳລຸງໃຫ້ນັກຮຽນເພື່ອໃຫ້ໄດ້ຄຸນນະພາບ, ດ້ານຄູ-ອາຈານພຽງພໍຕໍ່ຈຳນວນນັກຮຽນ, ນັກຮຽນທີ່ເຂົ້າມາຮຽນຫຼາຍແມ່ນຊັ້ນ ປ4 - ປ5 ຫ້ອງໜຶ່ງ 60 ກວ່າຄົນ, ຫ້ອງຮຽນມີ 15 ຫ້ອງ, ຂັ້ນຮຽນລະ 3 ຫ້ອງ, ສ່ວນ ປ1-ປ3 ຈະບໍ່ໄດ້ຮັບ ຫຼາຍ, ຫ້ອງໜຶ່ງ 40-50 ຄົນ, ໃນຕໍ່ໜ້າພວກເຮົາຈະພະຍາຍາມປະຕິບັດໃຫ້ໄດ້ຕາມມາດຖານເຊັ່ນຫ້ອງໜຶ່ງໃຫ້ໄດ້ 35-40 ຄົນຕໍ່ຫ້ອງ, ປັບຍັງບໍ່ໄດ້ແມ່ນຫ້ອງ ປ4-ປ5 ເນື່ອງຈາກຄວາມຮຽກຮ້ອງຕ້ອງການເຂົ້າມາຮຽນຫຼາຍ ສ່ວນໃຫຍ່ມາຈາກໂຮງຮຽນເອກະຊົນ.
ໃນຕໍ່ໜ້າພວກເຮົາຈະເນັ້ນການຮຽນ-ການສອນແຕ່ລະວິຊາ ຕາມຫຼັກສູດຂອງກະຊວງສຶກສາທິການ ແລະ ກິລາ ໂດຍມີສື່ການຮຽນ-ການສອນ, ແຜນການສອນ, ຝຶກອົບຮົມຄູ 1-2 ຄັ້ງຕໍ່ປີ, ລົງຕິດຕາມຮ່ວມຊົ່ວໂມງສອນ ຖອດຖອນບົດຮຽນຊຶ່ງກັນ ແລະ ກັນພາກຮຽນລະຄັ້ງ, ເນັ້ນແລກປ່ຽນກັນ, ຊຸກຍູ້ການຮຽນ-ການສອນຊຶ່ງກັນ ແລະ ກັນ ເພື່ອພ້ອມກັນພັດທະນາໂຮງຮຽນໃຫ້ເປັນທີ່ຍອມຮັບຂອງສັງຄົມ, ເພື່ອໃຫ້ທັນກັບຍຸກດີຈີຕອນຄູ-ອາຈານຫຼາຍທ່ານໄດ້ນໍາໃຊ້ໂປເຈັກເຕີເຂົ້າໃນການສອນ ແລະ ກຳລັງປັບປຸງຫ້ອງໂປເຈັກເຕີ ໂດຍນໍາໃຊ້ໃນວິຊາທີ່ກ່ຽວຂ້ອງ, ເນື່ອງຈາກຈຳນວນນັກຮຽນຫຼາຍຄົນຄູ-ອາຈານໄດ້ຊື້ໄມເຂົ້າຊ່ວຍໃນການສອນ ໂດຍເນັ້ນເອົານັກຮຽນເປັນໃຈກາງ ເພື່ອໃຫ້ນັກຮຽນມີຄຸນນະພາບ.
ຂ່າວ: ພູວັນ
ຄໍາເຫັນ