ຂ່າວສານຊີອາໄອລາຍງານ ໃນວັນທີ 26 ສິງຫາ ຜ່ານມາວ່າ: ແຫຼ່ງຂ່າວຈາກສະມາຄົມການຈໍລະຈອນ ແລະ ຈັດຊື້ສິນຄ້າຈີນໃຫ້ຮູ້ວ່າ, ໃນໄລຍະແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 14 ຂອງຈີນ, ຍອດມູນຄ່າການຈໍລະຈອນສິນຄ້າໃນສັງຄົມຈີນໄດ້ຮັກສາການພັດທະນາຢ່າງໝັ້ນທ່ຽງ. ປີ 2025, ຍອດມູນຄ່າການຈໍລະຈອນສິນຄ້າໃນທົ່ວສັງຄົມຈີນຈະບັນລຸເຖິງ 380,000 ຕື້ຢວນ, ໄດ້ເພີ່ມຂຶ້ນປະມານ 80,000 ຕື້ຢວນໃນຮອບ 5 ປີ. ຂະໜາດລາຍຮັບລວມຈາກອຸດສາຫະກຳຈໍລະຈອນສິນຄ້າຂອງຈີນໄດ້ຂະຫຍາຍກວ້າງອອກຢ່າງຕໍ່ເນື່ອງ, ໄດ້ເພີ່ມຂຶ້ນປະມານ 4,000 ຕື້ຢວນໃນຮອບ 5 ປີ ແລະ ຄາດວ່າຈະມີຫຼາຍກວ່າ 14,000 ຕື້ຢວນໃນປີ 2025, ຂະໜາດຕະຫຼາດອາດຈະສາມາດຄອງອັນດັບໜຶ່ງຂອງໂລກເປັນປີທີ 10 ຕິດຕໍ່ກັນ.
ອຸດສາຫະກຳຈໍລະຈອນສິນຄ້າສາກົນມີຄວາມຕ້ອງການນັບມື້ນັບຫຼາຍຂຶ້ນ ແລະ ເຄືອຂ່າຍການຈໍລະຈອນສິນຄ້າສາກົນນັບມື້ນັບຖີ່ຖ້ວນ. ຂະບວນລົດໄຟຈີນ-ເອີຣົບໄດ້ເດີນທາງໄປເຖິງ 229 ຕົວເມືອງໃນເອີຣົບ ແລະ 100 ກວ່າຕົວເມືອງໃນອາຊີ. ສ່ວນແບ່ງຕະຫຼາດຂົນສົ່ງສິນຄ້າສາກົນຂອງວິສາຫະກິດການບິນໄດ້ບັນລຸເຖິງ 44%, “ເສັ້ນທາງສາຍໄໝທາງອາກາດ” ໄດ້ປົກຄຸມ 213 ຕົວເມືອງໃນ 83 ປະເທດ. ຂະໜາດຂະບວນກຳປັ່ນຂົນສົ່ງຂອງຈີນເປັນອັນດັບໜຶ່ງຂອງໂລກ ແລະ ໄດ້ເປີດເສັ້ນທາງເດີນກຳປັ່ນກັບ 100 ກວ່າປະເທດ ແລະ ເຂດແຄວ້ນໃນໂລກ. ການຂົນສົ່ງສິນຄ້າທາງທະເລຂອງຈີນເປັນອັນດັບໜຶ່ງຂອງໂລກຫຼາຍປີຕິດຕໍ່ກັນ.
ຄໍາເຫັນ