ທີມເມືອງຫາດຢູໄນເຕັດ ໄດ້ແຊັມເຕະບານຊີງຂັນນະຄອນຫຼວງວຽງຈັນ ຄັ້ງທີ 1

ທີມເມືອງຫາດຢູໄນເຕັດ ໄດ້ແຊັມເຕະບານຊີງຂັນນະຄອນຫຼວງວຽງຈັນ ຄັ້ງທີ 1

ທີມເມືອງຫາດຢູໄນເຕັດ ໄດ້ແຊັມເຕະບານຊີງຂັນນະຄອນຫຼວງວຽງຈັນ ຄັ້ງທີ 1
ການແຂ່ງຂັນກິລາບານເຕະຊີງຂັນນະຄອນຫຼວງວຽງຈັນ ຄັ້ງທີ 1 ຫຼື ລາຍການ THE CAPITAL CUP 2025 ເພື່ອເປັນການເລືອກເຟັ້ນຫານັກກິລາຜູ້ທີ່ມີພອນສະຫວັນດີເດັ່ນ ກຽມຕາງໜ້ານະຄອນຫຼວງວຽງຈັນ ຮ່ວມງານກິລາແຫ່ງຊາດ ຄັ້ງທີ 12 ຈະຈັດຂຶ້ນລະ ຫວ່າງວັນທີ 15-25 ພະຈິກ ນີ້.

 

ການແຂ່ງຂັນລາຍການນີ້ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 19 ກໍລະກົດ ຫາ 16 ສິງຫາ 2025 ທີ່ສະໜາມກິລາເຕະບານຫຍ້າທຽມ ລ້ານຊ້າງ ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຊຶ່ງມີ 13 ພາກສ່ວນເຂົ້າຮ່ວມຊີງໄຊ ແລະ ຖືກຈັດແບ່ງອອກເປັນ 3 ກຸ່ມ ແຕ່ລະກຸ່ມແຂ່ງຂັນພົບກັນໝົດ ຄັດເລືອກເອົາອັນດັບທີ 1-2 ຂອງແຕ່ລະກຸ່ມ ຜ່ານເຂົ້າຮອບ 8 ທີມສຸດທ້າຍ ແລະ ຄັດເລືອກເອົາທີມອັນດັບທີ 3 ທີ່ມີຄະແນນດີທີ່ສຸດອີກ 2 ທີມຈາກ 3 ກຸ່ມຕື່ມອີກເພື່ອໃຫ້ຄົບ 8 ທີມ. ສຳລັບ ກຸ່ມ ເອ ປະກອບມີ: ເມືອງຫາດຊາຍຟອງ, ເມືອງນາຊາຍທອງ, ເມືອງໄຊເຊດຖາ ເອ, ເມືອງຈັນທະບູລີ ແລະ ເມືອງໄຊເຊດຖາ; ກຸ່ມ ບີ ປະກອບມີ: ເມືອງໄຊທານີ, ເອັດອີຊີ ຢູໄນເຕັດ ໄຊທານີ, ເມືອງປາກງື່ມ ແລະ ເມືອງສີໂຄດຕະບອງ; ກຸ່ມ ຊີ ປະກອບມີ: ເມືອງສີສັດຕະນາກ, ເມືອງຫາດ ຢູໄນເຕັດ, ເມືອງສັງທອງ ແລະ ເອັມເອັນ ໂລຈີສຕິກ.

ຜົນຂອງການແຂ່ງຂັນມີດັ່ງນີ້: ຄອງແຊັມ (ທີ 1) ທີມ ເມືອງຫາດ ຢູໄນເຕັດ ໄດ້ຮັບຂັນແຊັມ ແລະ ເງິນ 50 ລ້ານກີບ, ທີ 2 ເອັດອີຊີ ຢູໄນເຕັດ ໄຊທານີ ໄດ້ຮັບຫຼຽນລາງວັນ ແລະ 30 ລ້ານກີບ ແລະ ທີ 3 ເມືອງປາກງື່ມ ໄດ້ຮັບຫຼຽນລາງວັນ ແລະ 20 ລ້ານກີບ.

ນອກນັ້ນ, ຍັງມີລາງວັນນັກກິລາຍິງປະຕູໄດ້ສູງສຸດ, ຜູ້ຮັກສາປະຕູດີເດັ່ນ, ຄູຝຶກດີເດັ່ນ, ກຳມະການຕັດສິນດີເດັ່ນ, ທີມມາລະຍາດດີເດັ່ນ.

ເປັນກ່ຽດເຂົ້າຮ່ວມ ມອບຂັນລາງວັນ ຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ປະທານສະມາຄົມກິລາ - ກາຍຍະກຳ ນວ ທັງເປັນປະທານຈັດການແຂ່ງຂັນ, ທ່ານ ບົວຄົງ ນາມມະວົງ ລັດຖະມົນຕີຫົວໜ້າຫ້ອງການສຳນັກງານນາຍົກລັດຖະມົນຕີ, ທ່ານ ຈັນສະໝອນ ຜ່ອງຈັນທາ ຜູ້ອຳນວຍການຝ່າຍການຕະຫຼາດ ບໍລິສັດ ເບຍລາວ ຈຳກັດ.ການແຂ່ງຂັນໃນລາຍການນີ້ແມ່ນໄດ້ຮັບການສະໜັບສະໜູນຫຼັກ ຈາກ ບໍລິສັດ ເບຍລາວ.

(ຂ່າວ: ຕຸໄລເພັດ)

ຄໍາເຫັນ

ຂ່າວສືກສາ-ກິລາ

ໄອສະປອດ ສະໜັບສະໜູນເຄື່ອງນຸ່ງກິລາ 30 ຊຸດ ໃຫ້ທີມເຕະບານຍິງ ນວ

ໄອສະປອດ ສະໜັບສະໜູນເຄື່ອງນຸ່ງກິລາ 30 ຊຸດ ໃຫ້ທີມເຕະບານຍິງ ນວ

ຮ້ານຈຳໜ່າຍເຄື່ອງກິລາຊື່ດັງໃນ ສປປ ລາວ ໄອສະປອດ (Ai-Sport) ຜະລິດຕະພັນເຄື່ອງກິລາພິມລາຍ ໃຫ້ການສະໜັບສະໜູນເຄື່ອງຝຶກຊ້ອມກິລາເຕະບານຍິງ ຈຳນວນ 30 ຊຸດ ລວມມູນຄ່າ 6 ລ້ານກວ່າກີບ ໃຫ້ແກ່ທີມນັກກິລາເຕະບານຍິງ ນະຄອນຫຼວງວຽງຈັນ ຫຼື ນວ ເພື່ອກຽມຄວາມພ້ອມປ້ອງກັນແຊັມຫຼຽນຄຳ ສະໄໝທີ 7 ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 15-25 ພະຈິກນີ້.
ດ້ານເຕັກນິກ - ຈັດການແຂ່ງຂັນມີຄວາມພ້ອມຮອບດ້ານຮັບໃຊ້ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII

ດ້ານເຕັກນິກ - ຈັດການແຂ່ງຂັນມີຄວາມພ້ອມຮອບດ້ານຮັບໃຊ້ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII

ຄວາມພ້ອມທາງດ້ານເຕັກນິກ-ຈັດການແຂ່ງຂັນ ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ຮັບກຽດເປັນເຈົ້າພາບ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 15-25 ພະຈິກ 2025. ທ່ານ ສີຈັນ ຈິດຈະປັນຍາ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາໄດຮັບການແຕ່ງຕັ້ງເປັນຫົວໜ້າກຳມະການເຕັກນິກ-ຈັດການແຂ່ງຂັນໄດ້ໃຫ້ສຳພາດຕໍ່ສືມວນຊົນ ໃນວັນທີ 22 ຕຸລາ ຜ່ານມາວ່າ: ໜ້າທີ່ຫຼັກໃນຄວາມຮັບຜິດຊອບຂອງກຳມະການເຕັກນິກ-ຈັດການແຂ່ງຂັນປະກອບມີ 6 ອານຸກຳມະການ ຄື: 1. ອານຸກຳມະການບໍລິຫານ ແລະ ສັງລວມ; 2. ອານຸກຳມະການຂຶ້ນທະບຽນ, ອອກບັດ ແລະ ລາຍງານຜົນ; 3. ອານຸກຳມະການຈັດການແຂ່ງຂັນ; 4. ອານຸກຳມະການສະໜາມ ແລະ ອຸປະກອນ; 5. ອານຸກຳມະການມອບຫຼຽນ-ລາງວັນ ແລະ 6. ອານຸກຳມະການຮັບຜິດຊອບການອຸທອນດ້ານເຕັກນິກ, ມີບຸກຄະລາກອນກຳມະການເຕັກນິກຈັດການແຂ່ງຂັນ, ບັນດາສະຫະພັນກິລາແຫ່ງຊາດ ແລະ ອາສາສະໝັກຊ່ວຍຮັບໃຊ້ຈັດການແຂ່ງຂັນ ທັງໝົດ 1,661 ຄົນ.
ຂະບວນແຫ່-ແລ່ນທວນໄຟ ງານມະຫະກໍາກິລາແຫ່ງຊາດ

ຂະບວນແຫ່-ແລ່ນທວນໄຟ ງານມະຫະກໍາກິລາແຫ່ງຊາດ

ຂະບວນແຫ່ ແລະ ແລ່ນທວນໄຟ ສະໜັບສະໜູນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ (ນວ) ເປັນເຈົ້າພາບ ຈັດຂຶ້ນໃນວັນທີ 21 ຕຸລາ 2025 ຢູ່ໜ້າອະນຸສອນປາກປ່າສັກ ໂດຍມີທ່ານ ສິລິລາດທົງສິນ ທອງເພັງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ວັນໄຊ ພອງສະຫວັນ ເຈົ້າ ແຂວງຄໍາມ່ວນ, ທ່ານ ນາງ ສິລິພອນ ສຸພັນທອງ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະຮັບຊອບລະດັບຊາດ, ອົງການປົກຄອງເມືອງ ພະນັກງານ, ທະຫານ, ຕໍາຫຼວດ, ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ເຈົ້າພາບ ນວ ມີຄວາມພ້ອມ 90% ຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ເຈົ້າພາບ ນວ ມີຄວາມພ້ອມ 90% ຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ທ່ານ ນາງ ລີປ່າເອ້ຍ ລີບົວປາວ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ (ນວ) ຮອງຫົວໜ້າກຳມະການກອງເລຂາ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນເມື່ອ​ວັນ​ທີ 21 ຕຸ​ລາ ຜ່ານມາ ທີ່ ນວ ວ່າ: ກຳມະການກອງເລຂາ ແມ່ນເປັນເສນາທິການໃຫ້ແກ່ຄະນະຮັບຜິດຊອບລະດັບຊາດ ຈັດງາມະຫະກຳກິລາແຫ່ງຊາດ ຄັ້ງທີ XII ເປັນໃຈກາງປະສານງານກັບບັນດາອະນຸກຳມະການ ເພື່ອອຳນວຍຄວາມສະດວກໃນການເຄື່ອນໄຫຼວວຽກງານຂອງອະນຸກຳມະການຕ່າງໆ
ຫາລືກຽມຄວາມພ້ອມຈັດງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV

ຫາລືກຽມຄວາມພ້ອມຈັດງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV

ເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມຄະນະຮັບຜິດຊອບລະດັບຊາດ ເພື່ອປຶກສາຫາລືກຽມຄວາມພ້ອມຈັດງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ທີ່ນະຄອນຫຼວງວຽງຈັນ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 13-19 ທັນວາ 2025, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີທ່ານ ນາງ ຂັນທະລີ ສິຣິພົງພັນ ປະທານຄະນະກຳມະການພາຣາແລັມປິກແຫ່ງຊາດລາວ ແລະ ທ່ານ ນາງ ລີປ່າເອ່ຍ ລີບົວປາວ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາຄະນະຮັບຜິດຊອບລະດັບຊາດ ກໍຄື ບັນດາກຳມະການ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ເຈນຈິລາ ຂຸນລິວົງ ນັກກິລາແລ່ນ-ລານ ຕັ້ງເປົ້າ 3 ຫຼຽນຄຳ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12

ເຈນຈິລາ ຂຸນລິວົງ ນັກກິລາແລ່ນ-ລານ ຕັ້ງເປົ້າ 3 ຫຼຽນຄຳ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12

ນາງ ເຈນຈິລາ ຂຸນລິວົງ ນັກກິລາແລ່ນ-ລານ ຕັ້ງເປົ້າໝາຍຈະສູ້ຊົນຍາດໃຫ້ໄດ້ຢ່າງໜ້ອຍ 3 ຫຼຽນຄຳ ໃຫ້ແກ່ທີມນັກກິລາບ້ານເກີດເມືອງນອນ ແຂວງສະຫວັນນະເຂດ ໃນການແຂ່ງຂັນແລ່ນ-ລານງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ຫຼື “ນະຄອນຫຼວງວຽງຈັນ ເກມ 2025” ຈະຈັດຂຶ້ນລະຫວ່າງວັນທີ 15-25 ພະຈິກ 2025 ນີ້.
ມຊ ສະຫຼຸບສົກຮຽນ ແລະ ເປີດສົກຮຽນໃໝ່ 2025-2026

ມຊ ສະຫຼຸບສົກຮຽນ ແລະ ເປີດສົກຮຽນໃໝ່ 2025-2026

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີສະຫຼຸບສົກຮຽນ 2024-2025, ເປີດສົກຮຽນໃໝ່ 2025-2026 ແລະ ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 31 ປີ (7 ຕຸລາ 1994-7 ຕຸລາ 2025) ຂຶ້ນໃນວັນທີ 15 ຕຸລານີ້ ທີ່ສະໂມສອນ ມຊ ໂດຍການເປັນປະທານຂອງທ່ານ ເດຊານຸລາດ ແສນດວງເດດ ອະທິການບໍດີ ມຊ, ມີຮອງອະທິການບໍດີ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເປີດການແຂ່ງຂັນກິລາບານເຕະ ຊີງຂັນເຈົ້າແຂວງຄໍາມ່ວນ

ເປີດການແຂ່ງຂັນກິລາບານເຕະ ຊີງຂັນເຈົ້າແຂວງຄໍາມ່ວນ

ການແຂ່ງຂັນກິລາບານເຕະ ຊີງຂັນທ່ານເຈົ້າແຂວງຄໍາມ່ວນ ເພື່ອຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງຄັ້ງທີ XI, ເປັນການສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 31 ປີ, ວັນປະກາດເອກະລາດຄົບຮອບ 80 ປີ ແລະ ວັນແຫ່ງຊາດຕ້ານຢາ ເສບຕິດຄົບຮອບ 24 ປີ, ທັງເປັນການແຂ່ງຂັນ ເພື່ອລະດົມທຶນໃນການກະກຽມສົ່ງນັກກິລາຂອງແຂວງ ເຂົ້າຮ່ວມງານມະຫາກຳກິລາແຫ່ງຊາດ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ທີ່ຈະຈັດຂຶ້ນໃນກາງເດືອນ ພະຈິກ 2025ນີ້.
ເມືອງປາກກະດິງ ປາຖະກະຖາ ວັນຄູແຫ່ງຊາດ ແລະ ມອບ-ຮັບໜ້າທີ່

ເມືອງປາກກະດິງ ປາຖະກະຖາ ວັນຄູແຫ່ງຊາດ ແລະ ມອບ-ຮັບໜ້າທີ່

ວັນທີ 14 ຕຸລານີ້, ຢູ່ທີ່ຫ້ອງປະຊຸມກຸ່ມເສດຖະກິດເມືອງປາກກະດິງ ແຂວງບໍລິຄໍາໄຊ ໄດ້ພິທີປະທະກະຖາວັນຄູແຫ່ງຊາດ ຄົບຮອບ 31 ປີ (7 ຕຸລາ 1994-7 ຕຸລາ 2025), ພາຍໃຕ້ການເປັນປະທານຂອງທ່ານ ບຸນຄົບ ຈັນທະວົງ ເລຂາຄະນະບໍລິຫານງານພັກເມືອງປາກກະດິງ.
ສສກ - ລັດຖະບານອົສຕຣາລີ ເນັ້ນໜັກເຖິງຄວາມສຳຄັນຂອງຜູ້ເຮັດວຽກສຶກສານິເທດພາຍໃນ

ສສກ - ລັດຖະບານອົສຕຣາລີ ເນັ້ນໜັກເຖິງຄວາມສຳຄັນຂອງຜູ້ເຮັດວຽກສຶກສານິເທດພາຍໃນ

ຄູໃນ ສປປ ລາວ ປຽບເໝືອນໝາກຫົວໃຈຂອງລະບົບການສຶກສາ, ຄູສ່ວນຫຼາຍຍັງເຮັດວຽກຢູ່ໃນສະພາບແວດລ້ອມທີ່ມີ​ຄວາມຫຍຸ້ງຍາກ ແຕ່ກໍສູ້ຊົນເພື່ອຮັບປະກັນໃຫ້ການຮຽນ-ການສອນມີຄຸນນະພາບ. ເພື່ອໃຫ້ຄູມີການພັດທະນາຕົນເອງ, ຄູຕ້ອງການການສະໜັບສະໜູນດ້ານການພັດທະນາວິຊາຊີບຄູແບບຕໍ່ເນື່ອງ. ດັ່ງນັ້ນ, ກະຊວງສຶກສາທິການ ແລະ ກິລາ (ສ​ສກ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົສຕຣາລີ ຜ່ານແຜນງານບີຄວາ, ໄດ້ສ້າງຕັ້ງທີມງານຜູ້ເຮັດວຽກສຶກສານິເທດພາຍໃນ ໃນປີ 2023 ຢູ່ 30 ເມືອງໃນ 7 ແຂວງ ເພື່ອຊ່ວຍເຫຼືອຄູໃນການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ແລະ ເສີມສ້າງຄວາມເຂັ້ມແຂງໃນການສິດສອນຂອງເຂົາເຈົ້າ.
ເພີ່ມເຕີມ