![]() |
ການຝຶກອົບຮົມດັ່ງກ່າວ ໄດ້ເລີ່ມດຳເນີນຈັດຕັ້ງປະຕິບັດມາແຕ່ວັນທີ 1 ກໍລະກົດ ຈົນເຖິງວັນທີ 15 ສິງຫາ 2025 ເພື່ອເປັນການຍົກລະດັບການຮຽນ-ການສອນດ້ານພາສາຍີ່ປຸ່ນ ໃນ ສປປ ລາວ ເວົ້າລວມ, ເວົ້າສະເພາະ ເພື່ອສ້າງຂີດຄວາມສາມາດ ແລະ ທັກສະການສອນໃຫ້ແກ່ຄູ-ອາຈານ ໃນໂຮງຮຽນເປົ້າໝາຍ ທັງພາກລັດ ແລະ ເອກະຊົນ ພາຍໃນນະຄອນຫຼວງວຽງຈັນ ໃຫ້ມີຄວາມພ້ອມໃນການສອນພາສາຍີ່ປຸ່ນ ໃນສົກຮຽນ 2025-2026 ທີ່ຈະເປີດຂຶ້ນຕົ້ນເດືອນກັນຍານີ້ ໃຫ້ມີປະສິດປະສິດທິພາບຍິ່ງຂຶ້ນ ຊຶ່ງເນັ້ນທັງໃນດ້ານການສື່ສານ ແລະ ດ້ານວິຊາການ. ສຳລັບຄູໃໝ່ຈະໄດ້ຮຽນຮູ້ຫຼັກສູດພື້ນຖານໂດຍນຳໃຊ້ຕຳລາ "ນິຮົງໂກະ" ເປັນຫຼັກ, ຂະນະທີ່ຄູຜູ້ມີປະສົບການຈະໄດ້ເນັ້ນການສອນແບບສົນທະນາກັບຜູ້ຊ່ວຍສອນພາສາຍີ່ປຸ່ນ ທີ່ເປັນຄົນຍີ່ປຸ່ນ ໂດຍອີງໃສ່ຫຼັກສູດ Can Do Syllabus ເຮັດໃຫ້ສາມາດນຳໄປປັບໃຊ້ໃນຫ້ອງຮຽນໄດ້ຢ່າງເປັນຮູບປະທຳ ຄຽງຄູ່ກັບການຮຽນຮູ້ກ່ຽວກັບ ວັດທະນະທຳ ສົ່ງຜົນໃຫ້ເກີດຄວາມເຂົ້າໃຈທີ່ເລິກເຊິ່ງກວ່າເກົ່າໃນຫຼາກຫຼາຍມິຕິຂອງວັດທະນະທຳຍີ່ປຸ່ນ.
ໂອກາດນີ້, ທ່ານ ອຸທິດ ທິບມະນີ ກໍໄດ້ສະແດງຄວາມຂອບໃຈມາຍັງມູນນິທິຍີ່ປຸ່ນ ທີ່ໄດ້ໃຫ້ການສະໜັບສະໜູນການຝຶກອົບຮົມໃນຄັ້ງນີ້ ບໍ່ວ່າຈະເປັນທາງດ້ານວິຊາການ ແລະ ງົບປະມານ ພ້ອມທັງສະແດງຄວາມຊົມເຊີຍຕໍ່ຄູ-ອາຈານທີ່ໄດ້ເອົາໃຈໃສ່ຝຶກອົບຮົມໃນຄັ້ງນີ້ ຊຶ່ງເຫັນວ່າຄູ-ອາຈານ ທຸກຄົນມີຄວາມຫ້າວຫັນ ແລະ ກະຕືລືລົ້ນໃນການເຂົ້າຮ່ວມກິດຈະກຳໄດ້ດີ ຄຽງຄູ່ກັນນັ້ນທ່ານກໍຍັງໄດ້ເນັ້ນໃຫ້ຄູ-ອາຈານ ເອົາໃຈໃສ່ເພີ່ມທັກສະໃນການນຳສະເໜີບົດຮຽນໃຫ້ມີຄວາມຊຳນານ ຄ່ອງແຄ້ວຂຶ້ນຕື່ມ ເພື່ອເຮັດໃຫ້ນັກຮຽນມີຄວາມສົນໃຈໃນການຮຽນພາສາຍີ່ປຸ່ນຫຼາຍຂຶ້ນ.
(ຂ່າວ: ສົງການ)
ຄໍາເຫັນ