![]() |
ປະທານກອງປະຊຸມກ່າວວ່າ: ຈຸດປະສົງຂອງກອງປະຊຸມຄົບຄະນະບໍລິຫານງານພັກເປີດກວ້າງ ຂອງອົງຄະນະພັກສານປະຊາຊົນສູງສຸດໃນຄັ້ງນີ້ມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ເພາະບັນດາທ່ານຈະໄດ້ພ້ອມກັນຮັບຟັງ ແລະ ຄົ້ນຄວ້າປະກອບຄຳຄິດຄຳເຫັນ ຕໍ່ບັນດາເນື້ອໃນເອກະສານສຳຄັນດັ່ງນີ້: 1) ເພື່ອດຳເນີນການກວດກາ ແລະ ຕີລາຄາຄືນຕໍ່ກັບການຈັດຕັ້ງປະຕິບັດຕາມທິດຊີ້ນຳຂອງກົມການເມືອງສູນກາງພັກຕໍ່ກັບເນື້ອໃນຮ່າງບົດລາຍງານເມືອງ ວ່າມີເນື້ອໃນທີ່ຄົບຖ້ວນຕາມຄຳແນະນຳສະບັບເລກທີ 05/ຫສພ, ລົງວັນທີ 31 ຕຸລາ 2023 ຂອງຫ້ອງວ່າການສູນກາງພັກ ແລະ 2) ຜ່ານຮ່າງແຜນພັດທະນາລະບົບສານປະຊາຊົນ 5 ປີ ຄັ້ງທີ V (2026-2030).
ຈາກນັ້ນ, ທ່ານປະທານກອງປະຊຸມເນັ້ນຕື່ມວ່າ: ດ້ວຍຄວາມຮຽກຮ້ອງຕ້ອງການ ແລະ ໜ້າທີ່ຄວາມຮັບຜິດຊອບວຽກງານດັ່ງກ່າວຈຶ່ງຮຽກຮ້ອງມາຍັງບັນດາທ່ານ ຈົ່ງພ້ອມກັນເຊີດຊູຄວາມຮັບຜິດຊອບຂອງຕົນໃຫ້ສູງ, ສຸມສະຕິປັນຍາຄົ້ນຄວ້າ, ປະກອບຄຳຄິດຄຳເຫັນຢ່າງເລິກເຊິ່ງ ແລະ ເສີມຂະຫຍາຍປະຊາທິປະໄຕຢ່າງເຕັມສ່ວນ ກ້າວໄປເຖິງຄວາມເປັນເອກະພາບສູງຕໍ່ບັນຫາຕ່າງໆທີ່ຍົກຂຶ້ນ.
ຂ່າວ: ຕຸໄລເພັດ
ຄໍາເຫັນ