ຂອບສະຖິຕິວິນາດຕະກຳທົ່ວໂລກ (G-DRSF) ໄດ້ສ້າງບັນດາຄຳແນະນຳທີ່ເປັນເອກະພາບລະດັບສາກົນ ກ່ຽວກັບການເກັບກຳ ແລະ ແກ້ໄຂຂໍ້ມູນທີ່ກ່ຽວຂ້ອງເຖິງໄພທຳມະຊາດ. ສິ່ງທີ່ໜ້າສົນໃຈແມ່ນເປັນຄັ້ງທຳອິດຢູ່ລະດັບທົ່ວໂລກ, ຂອບສະຖິຕິນີ້ ໄດ້ເຊື່ອມຕໍ່ການເຄື່ອນໄຫວຂອງບັນດາອົງການສະຖິຕິແຫ່ງຊາດ ກັບອົງການຄຸ້ມຄອງໄພທຳມະຊາດ. ຫັນເປັນມາດຖານ ແລະ ເຊື່ອມຕໍ່ລະບົບຂໍ້ມູນລະຫວ່າງບັນດາອົງການທີ່ໄດ້ຮັບຄວາມຄາດຫວັງວ່າຈະຊ່ວຍປົວແປງຄຸນນະພາບ, ລັກສະນະສະເໝີຕົ້ນສະເໝີປາຍ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງຂໍ້ມູນຮັບໃຊ້ວິວັດການວາງແຜນກຳນົດນະໂຍບາຍ.
ທ່ານ ສີຈິ້ນຜິງ ຕັ້ງຂໍ້ “ປາລະໄນ” ເມື່ອ 30 ກວ່າປີກ່ອນ
ເດືອນມິຖຸນາ ປີ 1988, ທ່ານ ສີຈິ້ນຜິງ ດຳລົງຕຳແໜ່ງເປັນເລຂາຄະນະພັກເຂດນິງເຕີ ແຂວງຟູຈ້ຽນ. ໃນການສຳຫຼວດເກັບກຳຂໍ້ມູນ, ມີປະຊາຊົນຈຳນວນຫຼາຍໄດ້ສ່ອງແສງບັນຫາພົ້ນເດັ່ນອັນໜຶ່ງຄື: ພະນັກງານຢຶດທີ່ດິນຫຼວງປຸກສ້າງເຮືອນສ່ວນຕົວຢ່າງຜິດລະບຽບການ.
ຄໍາເຫັນ