ຕາມການຄາດຄະເນຫຼ້າສຸດຈາກອົງການ WMO ສະແດງໃຫ້ເຫັນວ່າ: ລະຫວ່າງເດືອນສິງຫາເດືອນຕຸລາປີນີ້, ອຸນຫະພູມຢູ່ທຸກພື້ນທີ່ທາງບົກຂອງໂລກລ້ວນແຕ່ຈະສູງກວ່າລະດັບປົກກະຕິ. ປະກົດການແອວນີໂຢບໍ່ພຽງແຕ່ຈະນຳເອົາຄື້ນຄວາມຮ້ອນມາເທົ່ານັ້ນ, ຍັງຈະສົ່ງຜົນກະທົບຕໍ່ປະລິມານນ້ຳຝົນທີ່ຫຼຸດລົງໃນຂອບເຂດທົ່ວໂລກ. ທະວີບອາເມຣິກາກາງແລະເຂດກາຣາອິບ, ທະວີບອາເມຣິກາໃຕ້, ອາຊີໃຕ້, ປາຊີຟິກຕາເວັນຕົກສຽງໃຕ້, ທະວີບເອີຣົບແລະບາງເຂດຂອງທະວີບອາຟຣິກາຈະປະສົບກັບອຸນຫະພູມສູງແລະໄພແຫ້ງແລ້ງ.
ທ່ານ ສີຈິ້ນຜິງ ຕັ້ງຂໍ້ “ປາລະໄນ” ເມື່ອ 30 ກວ່າປີກ່ອນ
ເດືອນມິຖຸນາ ປີ 1988, ທ່ານ ສີຈິ້ນຜິງ ດຳລົງຕຳແໜ່ງເປັນເລຂາຄະນະພັກເຂດນິງເຕີ ແຂວງຟູຈ້ຽນ. ໃນການສຳຫຼວດເກັບກຳຂໍ້ມູນ, ມີປະຊາຊົນຈຳນວນຫຼາຍໄດ້ສ່ອງແສງບັນຫາພົ້ນເດັ່ນອັນໜຶ່ງຄື: ພະນັກງານຢຶດທີ່ດິນຫຼວງປຸກສ້າງເຮືອນສ່ວນຕົວຢ່າງຜິດລະບຽບການ.
ຄໍາເຫັນ