ສປຊ ປະກາດສະພາວະສຸກເສີນດ້ານມະນຸດສະທໍາຢ່າງຮ້າຍແຮງຢູ່ຕາເວັນອອກກາງ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 6 ມີນາ ຜ່ານມາ, ຂ້າຫຼວງໃຫຍ່ ສປຊ ກ່ຽວກັບຊາວລີ້ໄພ (UNHCR) ໄດ້ປະກາດວ່າ:ວິກິດການຢູ່ຕາເວັນອອກາງແມ່ນສະພາວະສຸກເສີນທາງມະນຸດສະທຳຢ່າງຮ້າຍແຮງ; ພ້ອມທັງເນັ້ນໜັກວ່າ ສາມັນຊົນທຸກຄົນທີ່ພວມແລ່ນໜີຫຼົບໄພຕ້ອງໄດ້ຮັບປະກັນຄວາມປອດໄພ. UNHCR ລະບຸວ່າ: ວິກິດການຢູ່ຕາເວັນອອກາງ, ເລີ່ມແຕ່ວັນທີ 28 ກຸມພາຜ່ານມາ ເມື່ອ ອາເມຣິກາ ແລະ ອິສຣາແອນ ບຸກໂຈມຕີອີຣານ ເຮັດໃຫ້ການປະທະກັນແຜ່ລາມອອກສູ່ວົງກວ້າງ ແລະ ເຮັດໃຫ້ສາມັນຊົນຫຼາຍຄົນຕ້ອງປະລະເຮືອນຊານ.
ທ່ານ ອາຢາກິ ອິໂຕະເຈົ້າໜ້າທີ່ຂັ້ນສູງຂອງUNHCR ໃຫ້ຮູ້ວ່າ: ການເພີ່ມທະວີການເປັນປໍລະປັກ ແລະ ບັນດາບັ້ນບຸກໂຈມຕີຫວ່າງມໍ່ໆມານີ້ຢູ່ຕາເວັນອອກກາງ ໄດ້ເຮັດໃຫ້ສາມັນຊົນຈຳນວນຫຼາຍພໍສົມຄວນຕ້ອງອົບພະຫຍົບ. ທ່ານ ອາຢາກິ ອິໂຕະ ຮຽກຮ້ອງໃຫ້ມີປະຕິກິລິຍາທັນທີໃນທົ່ວພາກພື້ນຕໍ່ວິກິດການມະນຸດສະທຳຢູ່ຕາເວັນອອກກາງ, ກະຕຸກຊຸກຍູ້ບັນດາຝ່າຍຢຸດຍິງ ແລະ ສ້າງໂອກາດໃຫ້ແກ່ສັນຕິພາບ.
ຄໍາເຫັນ