ການສຶກສາຂັ້ນພື້ນຖານໃນ ສປປ ລາວ

ສສກ ຜະລິດວິດີໂອສຳລັບການພັດທະນາຄູຕອນໃໝ່ 2ຕອນ

ສສກ ຜະລິດວິດີໂອສຳລັບການພັດທະນາຄູຕອນໃໝ່ 2ຕອນ
ກະຊວງສຶກສາທິການ ແລະ ກິລາ (ສສກ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົສຕຣາລີ ໂດຍຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ)

 

ໄດ້ຜະລິດວິດີໂອສຳລັບການພັດທະນາຄູຕອນໃໝ່ 2ຕອນກ່ຽວກັບການຄຸ້ມຄອງຫ້ອງຮຽນ; ເຕັກນິກການສອນບົດຮຽນຝຶກເວົ້າພາສາລາວສຳລັບນັກຮຽນຊົນເຜົ່າທີ່ບໍ່ເວົ້າພາສາລາວລຸ່ມເປັນພາສາຫຼັກໃນຄອບຄົວ. ວິດີໂອແມ່ນຜະລິດໂດຍສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ແລະ ສອດຄ່ອງກັບສື່ການຝຶກອົບຮົມທີ່ພັດທະນາໂດຍກົມສ້າງຄູ ເພື່ອສະໜັບສະໜູນການພັດທະນາວິຊາຊີບຄູແບບຕໍ່ເນື່ອງ.

ທ່ານ ອານຸລົມ ວິໄລພອນຜູ້ອໍານວຍການ ສວສ ກ່າວວ່າ: ຍັງມີຄູໃນ ສປປ ລາວ ຫຼາຍຄົນທີ່ສອນຢູ່ເຂດຫ່າງໄກ ແລະ ພົບຄວາມຫຍຸ້ງຍາກໃນການສອນ. ເຂົາເຈົ້າພົບກັບສິ່ງທ້າທາຍຫຼາຍຢ່າງເຊັ່ນ: ນັກຮຽນຍັງບໍ່ສາມາດເວົ້າພາສາລາວໄດ້ດີເທື່ອເມື່ອເຂົາເຈົ້າເລີ່ມເຂົ້າໂຮງຮຽນ, ຫ້ອງຮຽນທີ່ແອອັດ ແລະ ຫ້ອງຮຽນທີ່ເປັນຫ້ອງຄວບ. ນັບຕັ້ງແຕ່ປີ 2019 ເປັນຕົ້ນມາ ສວສ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົສຕຣາລີໄດ້ຜະລິດວິດີໂອຫຼາກຫຼາຍຫົວຂໍ້ເພື່ອຊ່ວຍໃຫ້ຄູໄດ້ຮັບຄຳແນະນຳ ແລະ ໄດ້ສາທິດວິທີການສິດສອນທີ່ມີປະສິດທິພາບ ຊຶ່ງສາມາດຕອບສິ່ງທ້າທາຍຂອງເຂົາເຈົ້າທີ່ພົບຫຼາຍທີ່ສຸດ. ວິດີໂອໃໝ່ນີ້ໄດ້ຖ່າຍທຳຢູ່ໃນຫ້ອງຮຽນຢູ່ເຂດຫ່າງໄກໃນເມືອງຄໍາ ແຂວງຊຽງຂວາງ ແລະ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເພື່ອສະແດງຕົວຢ່າງຕົວຈິງຂອງເຕັກນິກໃນການສອນ. ວິດີໂອຍັງຖືກແປພາສາມືເພື່ອໃຫ້ສາມາດເຂົ້າເຖິງໄດ້ໂດຍຄູທຸກຄົນ.

ຫົວຂໍ້ວິດີໂອສຳລັບການພັດທະນາຄູໄດ້ຖືກເລືອກເພື່ອຕອບສະໜອງກັບສິ່ງທ້າທາຍທີ່ຄູປະເຊີນໜ້າຫຼາຍທີ່ສຸດໂດຍອີງໃສ່ຄໍາຄິດເຫັນຈາກຄູ. ຄູສາມາດນໍາໃຊ້ວິດີໂອດັ່ງກ່າວເພື່ອກະກຽມບົດຮຽນ, ປັບປຸງວິທີການສອນຂອງເຂົາເຈົ້າ ແລະ ຮຽນຮູ້ ຫຼືທົບທວນເຕັກນິກສະເພາະຕາມປຶ້ມຄູ່ມືຄູຂອງຫຼັກສູດສະບັບປັບປຸງໃໝ່. ຜູ້ເຮັດວຽກສຶກສານິເທດຂັ້ນເມືອງ ແລະ ຂັ້ນໂຮງຮຽນຍັງສາມາດນຳໃຊ້ວິດີໂອເຫຼົ່ານີ້ໃນເວລາໃຫ້ການຊ່ວຍເຫຼືອຄູ.

ທ່ານ ອານຸລົມ ວິໄລພອນ ກ່າວຕື່ມວ່າ: ການສອນຫຼັກສູດໃໝ່ແມ່ນຍັງມີຄວາມທ້າທາຍສຳລັບຄູ. ບົດຮຽນຝຶກເວົ້າພາສາລາວ ຈະຊ່ວຍໃຫ້ເຂົາເຈົ້າເຂົ້າໃຈວິທີການຈັດຕັ້ງປະຕິບັດກິດຈະກຳຫຼັກໃນແຕ່ລະບົດຮຽນຢ່າງມີປະສິດທິພາບ.

ທ່ານນາງ ວາເນັດຊ້າ ເຮັກກາທີ້ເລຂາເອກ ສະຖານທູດອົສຕຣາລີ ປະຈຳ ສປປ ລາວ ໄດ້ກ່າວວ່າ: ລັດຖະບານອົສຕຣາລີ ແລະ ກະຊວງ ສສກ ກຳລັງຮ່ວມມືກັນເພື່ອຮັບປະກັນໃຫ້ຄູໄດ້ຮັບການສະໜອງດ້ານຊັບພະຍາກອນ ແລະ ໄດ້ຮັບການສະໜັບສະໜູນໃຫ້ນຳໃຊ້ເຕັກນິກການສອນແບບໃໝ່. ລັດຖະບານອົສຕຣາລີເຊື່ອໝັ້ນເປັນຢ່າງຍິ່ງວ່າດ້ວຍສະຖານະການທີ່ຍັງຂາດແຄນຄູສອນໃນປັດຈຸບັນ, ມັນເປັນສິ່ງສຳຄັນທີ່ຄູຄວນໄດ້ປະກອບຄຳເຫັນ, ບອກຄວາມຮູ້ສຶກ, ໄດ້ຮັບຄວາມເຂົ້າໃຈ ແລະ ທີ່ສຳຄັນທີ່ສຸດແມ່ນການໄດ້ຮັບການສະໜັບສະໜູນ. ນີ້ແມ່ນກຸນແຈເພື່ອແກ້ໄຂສິ່ງທ້າທາຍທີ່ເຂົາເຈົ້າປະເຊີນໃນເວລາສອນ ໂດຍສະເພາະແມ່ນຜູ້ທີ່ຢູ່ເຂດຫ່າງໄກ. ພວກເຮົາຢາກໃຫ້ຄູມີແຮງບັນດານໃຈ ແລະ ສ້າງຄວາມເຂັ້ມແຂງເພື່ອໃຫ້ເຂົາເຈົ້າຢຶດໝັ້ນຕໍ່ບົດບາດອັນສຳຄັນຂອງເຂົາເຈົ້າໃນການສິດສອນຄົນຮຸ່ນໃໝ່, ຜູ້ທີ່ຈະເປັນຜູ້ນຳ ແລະ ນັກຄົ້ນຄວ້າໃນອະນາຄົດ.

ທ່ານ ນາງ ວາເນັດຊ້າ ເຮັກກາທີ້ ກ່າວຕື່ມວ່າ:ບົດຮຽນຝຶກເວົ້າພາສາລາວເປັນຕົວຢ່າງອັນດີທີ່ສະແດງໃຫ້ເຫັນວ່າບົດຮຽນທົດລອງຂະໜາດນ້ອຍ ແຕ່ປະສົບຜົນສຳເລັດ ກາຍເປັນບົດຮຽນທີ່ໄດ້ຮັບການອະນຸມັດໃຫ້ສິດສອນທົ່ວປະເທດ. ລັດຖະບານອົສຕຣາລີມີຄວາມພູມໃຈໃນການສົ່ງເສີມວິທີການສິດສອນທີ່ຈະຮັບປະກັນການສຶກສາຮຽນຮ່ວມ ແລະ ຜົນການຮຽນທີ່ດີຂຶ້ນສໍາລັບນັກຮຽນທຸກຄົນໂດຍສະເພາະນັກຮຽນທີ່ຕ້ອງການການສະໜັບສະໜູນເພີ່ມຕື່ມ ເພື່ອເສີມສ້າງທັກສະການສື່ສານພາສາລາວ. ຕ້ອງການໃຫ້ນັກສຶກສາທຸກຄົນຮູ້ວ່າເຂົາເຈົ້າສາມາດເຕີບໃຫຍ່ ແລະ ຮຽນຮູ້ຢູ່ໃນໂຮງຮຽນ. ການແກ້ໄຂຊ່ອງວ່າງທາງດ້ານພາສາແມ່ນກຸນແຈເພື່ອຊຸກຍູ້ໃຫ້ນັກຮຽນທີ່ບໍ່ເວົ້າພາສາລາວລຸ່ມເປັນພາສາຫຼັກໃນຄອບຄົວເຂົ້າໂຮງຮຽນ.

ຫົວຂໍ້ວິດີໂອສຳລັບການພັດທະນາຄູຕອນໃໝ່ທີ 24 ກ່ຽວກັບການຄຸ້ມຄອງຫ້ອງຮຽນ. ການຈັດການຫ້ອງຮຽນເປັນຍຸດທະສາດຫຼັກເພື່ອຮັບປະກັນໃຫ້ນັກຮຽນສາມາດເຮັດວຽກເປັນຢ່າງເອກະລາດແລະມີສ່ວນຮ່ວມຢ່າງຫ້າວຫັນໃນການຮຽນຮູ້. ນີ້ແມ່ນສິ່ງຈຳເປັນໃນ ສປປ ລາວຊຶ່ງຫຼັກສູດໄດ້ລວມມີເກມ, ກິດຈະກຳທີ່ປະຕິບັດຕົວຈິງ ແລະ ການເຮັດວຽກເປັນກຸ່ມ. ການຄຸ້ມຄອງຫ້ອງຮຽນທີ່ດີບໍ່ພຽງແຕ່ເຮັດໃຫ້ການສອນຂອງຄູງ່າຍຂຶ້ນເທົ່ານັ້ນ, ແຕ່ຍັງສາມາດມີຜົນສະທ້ອນທີ່ດີຕໍ່ການມີສ່ວນຮ່ວມທາງການຮຽນຂອງນັກຮຽນ ແລະ ຜົນການຮຽນຂອງນັກຮຽນ. ການຈັດສັນຫ້ອງຮຽນທີ່ດີໄດ້ສ້າງສະພາບແວດລ້ອມທີ່ກະຕຸ້ນການຮຽນຮູ້.ວິດີໂອໄດ້ສະແດງໃຫ້ເຫັນວິທີການຄຸ້ມຄອງຫ້ອງຮຽນຕາມ 6 ຄຳແນະນຳທີ່ສາມາດນຳໃຊ້ໄດ້ຢ່າງງ່າຍດາຍໂດຍຄູໃນທຸກຂັ້ນຮຽນຊັ້ນປະຖົມສຶກສາ ແລະ ໃນທຸກວິຊາ.

ວິດີໂອສຳລັບການພັດທະນາຄູຕອນໃໝ່ທີ 25 ສະແດງໃຫ້ເຫັນວິທີການສອນ 3 ກິດຈະກຳຫຼັກຂອງບົດຮຽນຝຶກເວົ້າພາສາລາວແລະ ໄດ້ນຳໃຊ້ໃນທົ່ວປະເທດໃນເດືອນກັນຍາ 2024 ນີ້. ວິດີໂອໄດ້ສະແດງໃຫ້ເຫັນເຕັກນິກທີ່ຄູສາມາດໃຊ້ເພື່ອຊ່ວຍນັກຮຽນຂັ້ນ ປ1 ທີ່ຍັງບໍ່ທັນເວົ້າພາສາລາວໄດ້ດີເທື່ອເມື່ອເລີ່ມເຂົ້າໂຮງຮຽນຊັ້ນປະຖົມສຶກສາ ເພື່ອພັດທະນາທັກສະພາສາລາວຂອງເຂົາເຈົ້າ. ວິດີໂອປະກອບມີພາກການສະທ້ອນຄືນໃຫ້ຄູຄິດເຖິງການປະຕິບັດຂອງຕົນເອງ ແລະ ວິທີການທີ່ເຂົາເຈົ້າຈະປັບປຸງການສອນເພື່ອຮັບປະກັນໃຫ້ນັກຮຽນເຂົ້າໃຈ ແລະ ພ້ອມກັນຮຽນຮູ້.

(ຂ່າວ: ວັນເພັງ, ພາບ: ບີຄວາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ