ໄພພິບັດນໍ້າຖ້ວມເມືອງເງິນ ໃນຄັ້ງວັນທີ 21 ສິງຫາ 2024 ຜ່ານມາ,
ການລົງເຄື່ອນໄຫວຕິດຕາມຄັ້ງນີ້, ທ່ານ ໄດ້ນໍາເອົາເງິນ ຈໍານວນ 7 ລ້ານກີບ ມອບໃຫ້ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ, ຮັບໂດຍທ່ານ ທະວີສັກ ໄຊຍະວົງ ເລຂາພັກເມືອງ ເຈົ້າເມືອງໆເງິນ. ຈາກນັ້ນ ກໍໄດ້ພ້ອມກັນລົງເບິ່ງພື້ນທີ່ຕົວຈິງ ທີ່ຖືກຜົນກະທົບໄພພິນໍ້າຖ້ວມ, ເປັນຕົ້ນແມ່ນຂົວຂ້າມນໍ້າຍາງເສັ້ນທາງເວັນຕົວເມືອງ, ມີຮອຍແຕກ ແລະ ຊຸດໂຕລົງ ລົດບັນທຸກໜັກບໍ່ສາມາດເດີນຜ່ານໄດ້. ໂອກາດດຽວກັນນີ້ ທາງທິມງານກໍໄດ້ໄປເບິ່ງບ້ານເຮືອນປະຊາຊົນ (ບ້ານແກ້ວດອນຄູນ) ແລະ ຕິດຕາມກວດເບິ່ງທົ່ງນາຮົ້ວສວນຂອງປະຊາຊົນທີ່ຖືກນໍ້າຖ້ວມຕື່ມອີກ.
(ຂ່າວ ສຸລີຍາ ແສງເດືອນ)
ຄໍາເຫັນ