ສສຍລ ເປີດຊຸດຝຶກອົບຮົມວຽກງານພັດທະນາແມ່ຍິງ

ສສຍລ ເປີດຊຸດຝຶກອົບຮົມວຽກງານພັດທະນາແມ່ຍິງ

ສສຍລ ເປີດຊຸດຝຶກອົບຮົມວຽກງານພັດທະນາແມ່ຍິງ
ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຈັດພິທີເປີດຊຸດຝຶກອົບຮົມວຽກງານພັດທະນາແມ່ຍິງ ສໍາລັບພະ ນັກງານການນໍາສະຫະພັນແມ່ຍິງກະຊວງ-ອົງການ, ແຂວງ ແລະ ພະນັກງານຫຼັກແຫຼ່ງຂອງ ສສຍລ ຂຶ້ນໃນວັນທີ 20 ເມສານີ້ ທີ່ສູນອົບຮົມແມ່ຍິງລາວ ໂດຍການເຂົ້າຮ່ວມ ແລະ ກ່າວເປີດພິທີຂອງທ່ານ ນາງ ຜາສຸກ ວົງວິຈິດ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ມີຄະນະຫ້ອງການ, ກົມ, ສູນ, ຫ້ອງການ ຄຊກມດ, ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກເພື່ອພັດທະນາແມ່ຍິງ ແລະ ຄອບຄົວ ພ້ອມດ້ວຍສໍາມະນາກອນ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ສສຍລ ເປດຊດຝກອບຮມວຽກງານພດທະນາແມຍງ - image 1
 

ຊຸດຝຶກອົບຮົມຄັ້ງນີ້, ຈັດຂຶ້ນເປັນເວລາ 5 ວັນ ເພື່ອຈັດຕັ້ງຜັນຂະຫຍາຍແຜນພັດແມ່ຍິງລາວ ໂດຍສະ ເພາະເປົ້າໝາຍທີ 3, ແຜນວຽກຈຸດສຸມທີ 1: ຝຶກອົບຮົມວຽກງານພັດທະນາແມ່ຍິງ ແລະ ວິຊາຊີບໃຫ້ແມ່ຍິງແຕ່ລະຂັ້ນ ເພື່ອສ້າງຄວາມເຂັ້ມແຂງໃນການນໍາພາ-ຄຸ້ມຄອງບໍລິຫານວຽກງານແມ່ຍິງຢ່າງເປັນລະບົບ ສາມາດນໍາໄປເຜີຍແຜ່ໃຫ້ສະມາຊິກສະຫະພັນແມ່ຍິງ ແລະ ແມ່ຍິງບັນດາເຜົ່າໃຫ້ຮັບຮູ້ ແລະ ເຂົ້າໃຈ.

ຊຸດອົບຮົມຄັ້ງນີ້, ສຳມະນາກອນຈະໄດ້ຮຽນຮູ້ຫຼາຍຫົວຂໍ້ສໍາຄັນ ເປັນຕົ້ນ: ການຄົ້ນຄວ້າຮໍ່າຮຽນ ແລະ ເຊື່ອມຊຶມພື້ນຖານທິດສະດີ ການປົດປ່ອຍແມ່ຍິງ ແລະ ທັດສະນະຂອງພັກຕໍ່ກັບວຽກແມ່ຍິງ, ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການປົດປ່ອຍແມ່ຍິງ; ພ້ອມນີ້, ຈະໄດ້ລົງເລິກຄົ້ນຄວ້າວຽກງານຫ້ອງການ; ວຽກງານຈັດຕັ້ງ; ວຽກງານໂຄສະນາ ແລະ ວັດທະນະທໍາ; ວຽກງານກວດກາ; ວຽກງານຂ່າວສານ; ວຽກງານພັດທະນາແມ່ຍິງ; ວຽກງານໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ; ວຽກງານເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ແລະ ວຽກງານສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ເພື່ອພັດທະນາແມ່ຍິງ, ຄອບຄົວ ແລະ ອື່ນໆ ໃຫ້ສາມາດນໍາໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານ ແລະ ເຮັດໃຫ້ສຳມະນາກອນມີຄວາມຮູ້ໃນການບໍລິ ຫານວຽກງານຮອບດ້ານຂອງສະຫະພັນແມ່ຍິງໃຫ້ສອດຄ່ອງກັບເງື່ອນໄຂຂອງແຕ່ລະພາກສ່ວນ.

ສສຍລ ເປດຊດຝກອບຮມວຽກງານພດທະນາແມຍງ - image 2
 

ໂອກາດນີ້, ຜູ້ເຂົ້າຮ່ວມຍັງຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ ກ່ຽວກັບການນໍາພາ-ຄຸ້ມຄອງວຽກງານຮອບດ້ານຂອງແມ່ຍິງ ແລະ ຍັງຈະໄດ້ລົງເລິກແຕ່ລະໜ້າວຽກທີ່ກ່ຽວ ຂ້ອງເພື່ອເປັນການປັບປຸງຄຸນນະພາບຂອງການນໍາພາ-ຄຸ້ມຄອງວຽກງານແມ່ຍິງ ແນໃສ່ເຮັດໃຫ້ສະຫະພັນແມ່ຍິງແຕ່ລະຂັ້ນມີຄວາມເຂັ້ມແຂງໃນທຸກດ້ານ, ເປັນກໍາລັງແຮງອັນໜັກແໜ້ນ ປະກອບສ່ວນໃນການປະຕິບັດແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ແລະ ແຜນພັດທະນາແມ່ຍິງລາວໃຫ້ປະກົດຜົນເປັນຈິງ.

ຂ່າວ: ສສຍລ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ລົງຕິດຕາມຊຸກຍູ້ ແລະ ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ

ລົງຕິດຕາມຊຸກຍູ້ ແລະ ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ

ເພື່ອເກັບກໍາ, ສັງລວມສະພາບ ແລະ ຂໍ້ມູນຜົນກະທົບຂອງປະຊາຊົນຈາກໄພນໍ້າຖ້ວມ ເພື່ອລາຍງານຄະນະປະຈໍາສະພາແຫ່ງຊາດ, ປຶກສາຮ່ວມກັບລັດຖະບານ ແລະ ພາກສ່ວນກ່ຽວຂ້ອງແກ້ໄຂຜົນກະທົບໃຫ້ຖືກຕ້ອງກັບຕົວຈິງ ແລະ ທັນກັບສະພາບການ; ວັນທີ 5-6 ກັນຍາຜ່ານມານີ້, ທ່ານ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດພ້ອມຄະນະ ໄດ້ເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ການຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ຢູ່ແຂວງຫຼວງນໍ້າທາ ແລະ ແຂວງອຸດົມໄຊ ໂດຍການຕ້ອນຮັບຂອງເລຂາຄະນະບໍລິຫານພັກແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ຍົກລະດັບຄວາມຮູ້ທາງພຸດທະສາໜາ ແລະວັດທະນະທຳລາວ

ຍົກລະດັບຄວາມຮູ້ທາງພຸດທະສາໜາ ແລະວັດທະນະທຳລາວ

ວັນທີ 7 ກັນຍາ 2026 ນີ້, ຢູ່ພະແນກວັດທະນະທຳ ແລະ ການທ່ອງທ່ຽວ ແຂວງຫຼວງພະບາງ ໄດ້ຈັດຊຸດຝຶກອົບຮົມຄວາມຮູ້ທາງພຸດທະສາໜາ ແລະວັດທະນະທຳລາວ ໃຫ້ແກ່ພະນັກງານນຳທ່ຽວ ຂັ້ນແຂວງຫຼວງພະບາງ ໂດຍມີ ທ່ານ ວັນນະເດດ ພົງສຸດທິ ຮອງຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວ, ສາທຸ ແສງດາວ ສັນຕິກະໂຣ ຮອງປະທານອົງການພຸດທະສາສະໜາສຳພັນລາວ (ອພສ) ນະຄອນ ຫຼວງພະບາງ, ຮອງຫົວໜ້າກຳມາທິການເຜີຍແຜ່ສີນລະທຳ ກຳມະຖານແຂວງ ແລະເຈົ້າອອະທິການວັດປ່າໄຜ່ມີໄຊຍາຣາມ ແລະທ່ານ ຄຳສອນ ດາລາວົງ ປະທານສະມາຄົມພະນັກງານນຳທ່ຽວແຂວງ ພ້ອມດ້ວຍພະນັກງານນຳທ່ຽວ ແລະພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ພະນັກງານຄັງເງິນ 6 ແຂວງພາກເໜືອ ໄດ້ຮັບການເສີມທັກສະ ກ້າວສູ່ການເງິນທັນສະໄໝ

ພະນັກງານຄັງເງິນ 6 ແຂວງພາກເໜືອ ໄດ້ຮັບການເສີມທັກສະ ກ້າວສູ່ການເງິນທັນສະໄໝ

ວັນທີ 7 ກັນຍາ 2026 ນີ້, ທີ່ສະຖາບັນເສດຖະກິດ-ການເງິນ ສາຂາພາກເໜືອ ແຂວງຫຼວງພະບາງ ໄດ້ຈັດຊຸດຝຶກອົບຮົມວຽກງານວິຊາສະເພາະຄັງເງິນ ຊຸດທີ I ປະຈຳປີ 2026 ໂດຍເປັນປະທານຂອງ ທ່ານ ນາງ ວົງພະຈັນ ວົງປະດິດ ຫົວໜ້າສະຖາບັນເສດຖະກິດ-ການເງິນ ສາຂາພາກເໜືອ, ມີພະນັກງານຄັງເງິນແຫ່ງລັດຈາກ 6 ແຂວງພາກເໜືອ ແລະ 17 ເມືອງ ເຂົ້າຮ່ວມ 50 ຄົນ.
ຮອງ​ປະ​ທານ ສ​ພ​ຊ ຕິດຕາມ ຊຸກຍູ້ ແລະ ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ

ຮອງ​ປະ​ທານ ສ​ພ​ຊ ຕິດຕາມ ຊຸກຍູ້ ແລະ ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ

ເພື່ອເກັບກໍາ, ສັງລວມສະພາບ ແລະ ຂໍ້ມູນຜົນກະທົບຂອງປະຊາຊົນຈາກໄພນໍ້າຖ້ວມ ເພື່ອລາຍງານຄະນະປະຈໍາສະພາແຫ່ງຊາດ, ປຶກສາຮ່ວມກັບລັດຖະບານ ແລະ ພາກສ່ວນກ່ຽວຂ້ອງ ແກ້ໄຂຜົນກະທົບ ໃຫ້ຖືກຕ້ອງກັບຕົວຈິງ ແລະ ທັນກັບສະພາບການ. ໃນວັນທີ 5-6 ກັນຍາຜ່ານມາ, ທ່ານ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດ (ສ​ພ​ຊ) ພ້ອມຄະນະ ໄດ້ເຄື່ອນໄຫວຕິດຕາມ ກວດກາ ແລະ ຊຸກຍູ້ການຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ຢູ່ແຂວງຫຼວງນໍ້າທາ ແລະ ແຂວງອຸດົມໄຊ ໂດຍການຕ້ອນຮັບຂອງເລຂາຄະນະບໍລິ ຫານພັກແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈຳເດືອນສິງຫາ

ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈຳເດືອນສິງຫາ

ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈໍາເດືອນສິງຫາ 2026 ໄດ້ດໍາເນີນຂຶ້ນໃນລະຫວ່າງວັນທີ 3-4 ກັນຍາຜ່ານ​ມາ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຄະ​ນະເລຂາທິ ການສູນກາງພັກ ຮັກສາການປະທານຄະນະປະຈໍາສະພາແຫ່ງຊາດ, ມີບັນດາທ່ານຮອງປະທານຄະນະປະຈໍາສະພາແຫ່ງຊາດ, ກຳມະການຄະນະປະຈໍາສະພາແຫ່ງຊາດ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ແຂວງເຊກອງ ປະດັບຫຼຽນກາລະນຶກ 50 ປີ ໃຫ້ອະດີດການນໍາເມືອງລະມາມ

ແຂວງເຊກອງ ປະດັບຫຼຽນກາລະນຶກ 50 ປີ ໃຫ້ອະດີດການນໍາເມືອງລະມາມ

ພິ​ທີ​ປະ​ດັບຫຼຽນ​ກາ​ທີ່​ລະ​ນຶກ 50 ປີ ວັນສະຖາປະນາ ສປປ ລາວ (2 ທັນວາ 1975-2 ທັນວາ 2025) ໃຫ້ທ່ານ ຄໍາໄລ ປັນຍາຄູນ ພະນັກງານບໍານານ, ອະດີດຄະນະປະຈໍາພັກເມືອງ, ອະດີດຮອງເຈົ້າເມືອງລະມາມ ແລະ ທ່ານ ນາງ ສອນ ປັນຍາຄູນ ອໍານວຍການກຸ່ມບໍລິສັດສອນ ກໍ່ສ້າງຄົບວົງຈອນ ຈໍາກັດຜູ້ດຽວ ໄດ້​ມີ​ຂຶ້ນ​ໃນວັນທີ 4 ກັນຍາຜ່ານ​ມາ, ໃຫ້​ກຽດປະ​ດັບຫຼນ​ດັ່ງ​ກ່າວ ໂດຍ ທ່ານ ບຸນຫຼາຍ ບຸດທິ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງເຊກອງ.
ກຸ່ມ​ໂຮງ​ສີ​ເຂົ້າ-ເກັບ​ຊື້​ເຂົ້າ ເມືອງ​ພຽງ ສະຫຼຸບການເຄືອນໄຫວວຽກ​ງານ

ກຸ່ມ​ໂຮງ​ສີ​ເຂົ້າ-ເກັບ​ຊື້​ເຂົ້າ ເມືອງ​ພຽງ ສະຫຼຸບການເຄືອນໄຫວວຽກ​ງານ

ກອງປະຊຸມສະຫຼຸບວຽກງານການເຄືອນໄຫວໃນໄລຍະຜ່ານມາ ແລະ ຄັດເລືອກຄະນະກຸ່ມຊຸດໃໝ່ ຂອງກຸ່ມໂຮງສີເຂົ້າ-ເກັບຊື້ເຂົ້າເມືອງພຽງ ແຂວງໄຊຍະບູລີ ໄດ້ຈັດຂື້ນໃນວັນທີ 4 ກັນຍາ​ຜ່ານ​ມາ ທີ່ ເມືອງພຽງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ກອງໄຊ ໄຊຍະລາດ ຮອງປະທານຄະນະກຳມະການປົກຄອງເມືອງ, ມີພາກ​ສ່ວນກ່ຽວຂ້ອງ, ພ້ອມດ້ວຍສະມາຊິກກຸ່ມເຂົ້າຮ່ວມ.
ກອງພົນທີ 4 ປະກາດເລື່ອນຊັ້ນ ເລື່ອນທຽບຊັ້ນໃຫ້ນາຍທະຫານ

ກອງພົນທີ 4 ປະກາດເລື່ອນຊັ້ນ ເລື່ອນທຽບຊັ້ນໃຫ້ນາຍທະຫານ

ວັນທີ 4 ກັນຍາ ຜ່ານມາ, ກອງພົນທີ 4 ຈັດພິທີປະກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານ ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ໃຈເພັດ ວົງແສນສົມ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຫົວໜ້າການເມືອງ ກອງພົນທີ 4, ມີສະຫາຍ ພັນເອກ ຈັນທຸມມາ ນໍອາມາດ ຫົວໜ້າຫ້ອງການເມືອງ ກອງພົນທີ 4, ມີຄະນະພັກ-ຄະນະບັນຊາກອງພົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ພິທີມອບເງິນຊ່ວຍເຫຼືອຜູ້ປະສົບໄພພິບັດຢູ່ແຂວງຫຼວງພະບາງ

ພິທີມອບເງິນຊ່ວຍເຫຼືອຜູ້ປະສົບໄພພິບັດຢູ່ແຂວງຫຼວງພະບາງ

ວັນທີ 5 ສິງຫາ ຜ່ານມາ ທີ່ຫ້ອງວ່າການປົກຄອງແຂວງຫຼວງພະບາງ ໄດ້ຈັດພິທີມອບ-ຮັບເງິນ 100 ລ້ານກີບ ເພື່ອຊຸກຍູ້ສະພາປະຊາຊົນແຂວງ ແລະ ອຳນາດການປົກຄອງແຂວງ
ພາຂວັນຕົວແທນຈາກແຂວງອຸດົມໄຊ ໄດ້ຮັບໂລ້ລາງວັນເຂົ້າຮ່ວມງານເທສະການຄຳລາວ

ພາຂວັນຕົວແທນຈາກແຂວງອຸດົມໄຊ ໄດ້ຮັບໂລ້ລາງວັນເຂົ້າຮ່ວມງານເທສະການຄຳລາວ

ງານເທສະການຄຳລາວປະຈຳປີ 2026 ຈັດຂຶ້ນໃນລະຫວ່າງວັນທີ 4-6 ກັນຍາ 2026 ຢູ່ນະຄອນ ຫຼວງວຽງຈັນ ໄດ້ຈັດໃຫ້ມີຫຼາຍກິດຈະກຳປິ່ນອ້ອມ ເພື່ອເຮັດໃຫ້ພາຍໃນງານມີບັນຍາກາດຄືກຄື້ນໜຶ່ງໃນຫຼາຍໆກິດຈະກຳນັ້ນ ກໍມີກິດຈະກຳແຂ່ງຂັນສີໄມ້ລາຍມືອັນປານີດ ໃນການເຮັດພາຂວັນຂອງແຕ່ລະທ້ອງ ຖິ່ນທົ່ວປະເທດ. ຊຶ່ງກິດຈະກຳດັ່ງກ່າວໄດ້ມີຕົວແທນແຕ່ລະແຂວງເຂົ້າຮ່ວມ 10 ທີມ, ສະເພາະແຂວງອຸດົມໄຊໄດ້ຮັບລາງວັນຊົມເຊີຍ ໂດຍໄດ້ຮັບເງິນ 5 ລ້ານກີບ ພ້ອມໂລ້ລາງວັນ.
ເພີ່ມເຕີມ