ສສຊ ເຂດ 4 ແຂວງອຸດົມໄຊ ສະເໜີ 2 ອົງການເພີ່ມທະວີການໂຄສະນາຜ່ານສື່ໃຫ້ຫຼາຍຂຶ້ນ

ສສຊ ເຂດ 4 ແຂວງອຸດົມໄຊ ສະເໜີ 2 ອົງການເພີ່ມທະວີການໂຄສະນາຜ່ານສື່ໃຫ້ຫຼາຍຂຶ້ນ

ສສຊ ເຂດ 4 ແຂວງອຸດົມໄຊ ສະເໜີ 2 ອົງການເພີ່ມທະວີການໂຄສະນາຜ່ານສື່ໃຫ້ຫຼາຍຂຶ້ນ
ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆ ໄດ້ສຸມໃສ່ປະກອບຄຳຄິດຄຳເຫັນຕໍ່ບົດລາຍງານກ່ຽວກັບແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະຊາຊົນສູງສຸດ (ສປສສ) ແລະ ບົດລາຍງານກ່ຽວກັບແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງອົງການໄອຍະການປະຊາ ຊົນສູງສຸດ (ອອປສ) ໃນວາລະດຳເນີນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 25 ມີນານີ້ ໂດຍການເປັນປະທານຂອງທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ທ່ານນາງ ວິລະວອນ ພັນທະວົງ ສສຊ ເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ໄດ້ປະກອບຄຳເຫັນຕໍ່ບົດລາຍງານຂອງ ສປສສ ແລະ ອອປສ ໂດຍພື້ນຖານມີຄວາມເຫັນດີເປັນເອກະພາບສູງຕໍ່ການລາຍງານຂອງ 2 ອົງການ ເພາະມີເນື້ອໃນ, ແຜນການ, ໂຄງການ, ກິດຈະກຳເປັນອັນລະອຽດ ແລະ ເຫັນດີເປັນເອກະພາບສູງຕໍ່ການມີຄຳເຫັນຂອງຄະນະປະຈຳສະພາແຫ່ງຊາດທີ່ໄດ້ລາຍງານຕໍ່ 2 ອົງການດັ່ງກ່າວ.
ໂອກາດນີ້, ທ່ານນາງ ວິລະວອນ ພັນທະວົງ ໄດ້ມີຄຳເຫັນແລກປ່ຽນຕໍ່ 2 ອົງການນີ້, ໂດຍສະເພາະຕໍ່ກັບ ອອປສ ຊຶ່ງໄດ້ຜ່ານ 23 ໂຄງການ 77 ກິດຈະກຳ. ໃນນັ້ນຂໍແລກປ່ຽນໂດຍສະເພາະແຜນງານທີ 3 ໂຄງການທີ 4 ທີ່ມີເນື້ອໃນວ່າໂຄສະນາການເຄື່ອນໄຫວວຽກງານຂອງສານດ້ວຍຮູບການຕ່າງໆເຊັ່ນ: ການພິມຈຳໜ່າຍ ແຈກຢາຍ ບຳລຸງ ປັບປຸງ, ແຜນວາດ, ຂັ້ນຕອນການດຳເນີນຄະດີຂອງສານ, ໂຄສະນາຜ່ານວິທະຍຸ, ໂທລະພາບ, ໜັງສືພິມ ແລະ ເວັບໄຊຂອງສານປະຊາຊົນ ໃນນັ້ນຢາກໃຫ້ຕື່ມໃສ່ວ່າ ໂດຍມີກົນໄກການປະສານສົມທົບກັບບັນດາສື່ ຫຼືວ່າ ມີກົນໄກປະສານງານກັບຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ເນື່ອງຈາກວ່າໃນໄລຍະຜ່ານມາເຫັນວ່າ ວຽກງານໂຄສະນາຂອງສານປະຊາຊົນ ເຫັນວ່າຍັງບໍ່ທັນກວ້າງຂວາງເທົ່າທີ່ຄວນ ພາຍຫຼັງວຽກງານຖະແຫຼງຂ່າວມາຂຶ້ນກັບ ຄອສພ ພວກເຮົາກໍໄດ້ມີການປະສານງານກັບທຸກພາກສ່ວນໃນການໂຄສະນາເພື່ອໃຫ້ປະຊາຊົນໄດ້ເຂົ້າເຖິງວຽກງານກົດໝາຍຫຼາຍຂຶ້ນ ແລະ ເຮັດໃຫ້ເຂົາເຈົ້າມີຄວາມເຊື່ອໝັ້ນໃນການຕັດສິນເຂົ້າເຖິງຂອງວຽກງານດັ່ງກ່າວຜ່ານມາເຫັນວ່າມີໜ້ອຍຫຼາຍ.
ຕໍ່ກັບອົງການໄອຍະການປະຊາຊົນສູງສຸດ (ອອປສ), ໃນນີ້ໄດ້ນອນຢູ່ໃນແຜນງານທີ 4 ໂຄງການທີ 7 ຖືເປັນໂຄງການປັບປຸງລະບົບຂໍ້ມູນຂ່າວສານ ວາລະສານຂອງ ອອປສ ນີ້, ຊຶ່ງໃນໄລຍະຜ່ານມາ, ອອປສ ໄດ້ມີການປະສານສົມທົບກັບໂທລະພາບແຫ່ງຊາດ ຊຶ່ງໄດ້ມີລາຍການລັດແຫ່ງກົດໝາຍ ເຫັນໄດ້ວ່າປະຊາຊົນໄດ້ເຂົ້າເຖິງ, ຮັບຮູ້ເນື້ອໃນລັດແຫ່ງກົດໝາຍຄືແນວໃດ, ມີກົດໝາຍແນວໃດ, ມີຈັກສະບັບ, ການເຂົ້າເຖິງແນວໃດ, ຮ້ອງຟ້ອງແນວໃດ, ຄະດີເດັກແນວໃດ, ຄະດີແພ່ງ, ຄະດີອາຍາແນວໃດຕ່າງໆນັ້ນ ຢາກໃຫ້ຕື່ມໃສ່ວ່າ ເນື້ອໃນທີ່ວ່າເກັບກຳຂ່າວ, ບົດຄວາມ ເພື່ອລົງໜັງສືພິມ, ໂທລະພາບ, ວາລະສານ ແລະ ຈັດພິມເອກະສານໄອຍະການເປັນປົກກະຕິ ຢູ່ໃນນັ້ນຢາກໃຫ້ຕື່ມໃສ່ວ່າ ໂດຍມີກົນໄກ ແລະ ປະສານສົມທົບກັບບັນດາສື່ມວນຊົນ ຫຼືວ່າກັບ ຄອສພ ແລະ ໃນນັ້ນຢາກໃຫ້ ອອປສ ສືບຕໍ່ຈັດຕັ້ງປະຕິບັດລາຍການລັດແຫ່ງກົດໝາຍ ເຫັນໄດ້ວ່າລາຍການດັ່ງກ່າວມີຄວາມສຳຄັນຫຼາຍ ແລະ ລົງເຖິງປະຊາຊົນ. ພາຍຫຼັງມີລາຍການພວກເຮົາຍັງມີເພສໂຄສະນາຕື່ມ ເພາະວ່າວຽກງານໂຄສະນາມີຄວາມສຳຄັນຫຼາຍຕໍ່ປະຊາຊົນ ຖ້າວ່າປະຊາຊົນໄດ້ເຂົ້າເຖິງວຽກງານໂຄສະນາ ການໂຄສະນາວຽກງານທາງດ້ານກົດໝາຍຂອງພວກເຮົານັບມື້ນັບກວ້າງຂວາງອອກ ຈະເຮັດໃຫ້ປະຊາຊົນໄດ້ຮັບຮູ້ກົດໝາຍຫຼາຍຂຶ້ນ. ຫວັງຢ່າງຍິ່ງວ່າພວກເຮົາຈະໄດ້ມີການປະສານສົມທົບຊຶ່ງກັນ ແລະ ກັນໃນຕໍ່ໜ້າ. ຂ່າວ: ພູວັນ; ພາບ: ອ່າຍຄຳ

ຄໍາເຫັນ

ຂ່າວເດັ່ນ

ສານຂອງ​​ທ່ານ ສະເຫຼີມໄຊ ກົມມະສິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ ແຫ່​ງ ສປປ ລາວ

ສານຂອງ​​ທ່ານ ສະເຫຼີມໄຊ ກົມມະສິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ ແຫ່​ງ ສປປ ລາວ

ເນື່ອງໃນໂອກາດ ລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ເນື່ອງໃນໂອກາດ ລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ຄົບຮອບ 26 ປີ (25/11/2000-25/11/2026) ສປປ ລາວ ກໍ່ຄືບັນດາປະເທດໃນໂລກ ໄດ້ຈັດຂະບວນການລະນຶກວັນດັງກ່າວ ພາຍໃຕ້ຫົວຂໍ້: “ຮ່ວມແຮງຮ່ວມໃຈກັນ ຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ, ຮັບປະກັນຄວາມຍຸຕິທຳ, ປົກປ້ອງຜູ້ຖືກເຄາະຮ້າຍ, ລົງໂທດຜູ້ກະທຳຜິດຕາມກົດໝາຍ ຢ່າງເຂັ້ມງວດ”, ຂ້າພະເຈົ້າ ຕາງໜ້າ ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ, ຂໍສົ່ງຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງ, ຄວາມເປັນຫ່ວງເປັນໃຍ ມາຍັງພໍ່ແມ່ປະຊາຊົນລາວບັນດາເຜົ່າ, ເພື່ອນມິດສະຫາຍ ແລະ ພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດທຸກທົ່ວໜ້າ ໃນຂອບເຂດທົ່ວປະເທດ.
ການນໍາພັກ-ລັດ ຮ່ວມໃສ່ບາດໃນບຸນນະມັດສະການພະທາດຫຼວງດ້ວຍຄວາມເບີກບານມ່ວນຊື່ນ

ການນໍາພັກ-ລັດ ຮ່ວມໃສ່ບາດໃນບຸນນະມັດສະການພະທາດຫຼວງດ້ວຍຄວາມເບີກບານມ່ວນຊື່ນ

ໃນຕອນເຊົ້າວັນທີ 24 ພະຈິກນີ້ ຊຶ່ງກົງກັບວັນຂຶ້ນ 15 ຄໍ່າ ເດືອນ 12 ລາວ, ທີ່ເດີ່ນພະທາດຫຼວງວຽງຈັນ ບັນດາການນໍາພັກ-ລັດ ໄດ້ມີຈິດໃຈເຫຼື້ອມໃສໃນພຸດທະສາສະໜາ ຮ່ວມໃສ່ບາດຖວາຍສັງຄະທານ ແດ່ ພະສົງ-ສໍາມະເນນ, ຢູ່ດ້ານໃນກົມມະລຽນ, ໃຫ້ກຽດຮ່ວມພິທີໃສ່ບາດຄັ້ງນີ້ ໂດຍມີ ທ່ານ ທອງລຸນ ສີສຸລິດ ປະທານປະເທດ, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານ ກິແກ້ວ ໄຂຄໍາພິທູນ ປະທານແນວລາວສ້າງຊາດ, ພະອາຈານໃຫຍ່ ເຫວດ ມະຫາເສໄນ ປະທານສູນກາງ ອພສ, ຄະນະປະທານ ອພສ 9 ເມືອງ, ມີບັນດາອະດີດການນໍາພັກ, ລັດ, ລັດຖະມົນຕີ/ຮອງລັດຖະມົນຕີ, ຄະນະພັກ-ຄະນະນໍານະຄອນ ຫຼວງວຽງຈັນ, ບັນດາເມືອງ-ຕາແສງອ້ອມຂ້າງ ນວ ພ້ອມດ້ວຍ ເຖົ້າແກ່ແນວໂຮມ, ພໍ່, ແມ່, ປະຊາຊົນ ຊາວນະຄອນຫຼວງວຽງຈັນ ແລະ ປວງຊົນລາວໃນທົ່ວປະເທດ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ຜົນກອງປະຊຸມລັດຖະບານ ໄດ້ກຳນົດແຜນວຽກຈຸດສຸມຫຼາຍດ້ານ

ຜົນກອງປະຊຸມລັດຖະບານ ໄດ້ກຳນົດແຜນວຽກຈຸດສຸມຫຼາຍດ້ານ

ວັນທີ 23 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຄໍາຜາ ພິມມະສອນ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນພະຈິກ 2026 ພາຍໃຕ້ການເປັນປະທານຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜ່ານລະບົບກອງປະຊຸມທາງໄກ.
ເປີດງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026

ເປີດງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026

ພິທີເປີດງານບຸນນະມັດສະການພະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026 ຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 20 ພະຈິກນີ້, ທີ່ເດີ່ນພະທາດຫຼວງ ໂດຍການເປັນກຽດເຂົ້າຮ່ວມເປີດງານຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ອາດສະພັງທອງ ສີພັນດອນ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ພ້ອມພັນລະຍາ, ມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ມີພະເຖຣາ-ນຸເຖຣະ, ບັນດາການນໍາພັກ-ລັດຈາກສູນກາງ-ນວ, ອະດີດການນໍາພັກ-ລັດຂັ້ນສູນກາງ-ນວ, ບັນດາທຸຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳລາວ, ແຂກຖືກເຊີນທັງພາຍໃນ ແລະ ຕ່າງປະເທດ, ຜູ້ໃຫ້ການສະໜັບສະໜູນ, ມວນຊົນ ເຂົ້າຮ່ວມ.
ປະທານປະເທດ ພົບປະກັບຮອງປະທານາທິບໍດີສະມາພັນທະລັດສະວິດ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ XX

ປະທານປະເທດ ພົບປະກັບຮອງປະທານາທິບໍດີສະມາພັນທະລັດສະວິດ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ XX

ໃນວັນທີ 15 ພະຈິກຜ່ານມາ ທີ່ນະຄອນຫຼວງພະນົມເປັນ ຣາຊະອານາຈັກກໍາປູເຈຍ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ພົບປະກັບພະນະທ່ານ ອິກນາຊິໂອ ກາສຊິດ (Ignazio Cassis) ຮອງປະທານາທິບໍດີແຫ່ງສະມາພັນທະລັດສະວິດ, ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ XX.
ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 13

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 13

ໃນວັນທີ 17ພະຈິກຜ່ານມາ,ທີ່ ນະຄອນຫຼວງມະນີລາ ປະເທດ ຟີລິບປິນ,ທ່ານ ສະເຫຼີມໄຊ ກົມມະສິດ,ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມສຸດຍອດ ຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ (Mekong-Japan Cooperation ຫລື MJC)ຄັ້ງທີ 13 ໂດຍການເປັນປະທານຮ່ວມຂອງ ທ່ານLê Minh Hưngນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມແລະ ທ່ານ ນາງTAKAICHI Sanae,ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ, ຊຶ່ງຈັດຂຶ້ນຄຽງຄູ່ກັບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງອື່ນໆ.
ນາຍົກລັດຖະມົນຕີ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ

ນາຍົກລັດຖະມົນຕີ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ

ໃນວັນທີ 17 ພະຈິກຜ່ານມາ ທີ່ ມະນິລາ ຟີລິບປິນ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນບວກສາມ ຄັ້ງທີ 29, ກອງປະຊຸມຜູ້ນໍາປະຊາຄົມອາຊີເພື່ອຫຼຸດຜ່ອນການປ່ອຍອາຍພິດໃຫ້ເຫຼືອສູນ ຄັ້ງທີ 4, ກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 29, ກອງປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 23, ກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອສ) ຄັ້ງທີ 21ແລະ ກອງປະຊຸມສຸດຍອດສະໄໝພິເສດອາຊຽນ-ສ. ອາເມຣິກາ.
​ນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດ ຣັດເຊຍ

​ນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດ ຣັດເຊຍ

​ໃນ​ວັນ​ທີ 17 ພະຈິກ ຜ່ານມານີ້, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ​ໄດ້​ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ເຊຣເກລາວະຣົບ (Sergey Lavrov) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 15-17 ພະຈິກ ນີ້ ທີ່ ນະຄອນຫຼວງມະນີລາ ສາທາລະນະລັດ ຟີລິບປິນ.
ສິງກະໂປ ຈະປະສົບກັບລົມມໍລະສຸມຕາເວັນອອກສ່ຽງເໜືອ ໃນເຄິ່ງຫຼັງຂອງເດືອນພະຈິກ  ສຳນັກຂ່າວສານຊິນຮວາລາຍງານໃນວັນທີ

ສິງກະໂປ ຈະປະສົບກັບລົມມໍລະສຸມຕາເວັນອອກສ່ຽງເໜືອ ໃນເຄິ່ງຫຼັງຂອງເດືອນພະຈິກ ສຳນັກຂ່າວສານຊິນຮວາລາຍງານໃນວັນທີ

17 ພະຈິກ ຜ່ານມາວ່າ: ກົມອຸຕຸນິຍົມວິທະຍາຂອງສິງກະໂປລາຍງານວ່າ, ສິງກະໂປມີທ່າອ່ຽງທີ່ຈະປະສົບກັບອິດທິພົນຂອງລົມມໍລະສຸມຕາເວັນອອກສ່ຽງເໜືອໃນໄລຍະເຄິ່ງຫຼັງຂອງເດືອນພະຈິກ ຊຶ່ງຈະເຮັດໃຫ້ລົມແຮງຂຶ້ນ ແລະ ປ່ຽນທິດທາງພັດມາຈາກທາງທິດຕາເວັນອອກສ່ຽງເໜືອ ຫຼື ທິດຕາເວັນຕົກສ່ຽງເໜືອ. ໂດຍບາງພື້ນທີ່ຂອງເກາະຈະມີພາຍຸຝົນຟ້າຄະນອງໄລຍະສັ້ນໆ, ສ່ວນຫຼາຍແມ່ນໃນຕອນບ່າຍ ແລະ ອາດຈະສືບຕໍ່ໄປຈົນຮອດກາງຄືນໃນບາງມື້.
ສອງນາຍົກລັດຖະມົນຕີ ລາວ-ສິງກະໂປ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ

ສອງນາຍົກລັດຖະມົນຕີ ລາວ-ສິງກະໂປ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ

ໃນວັນທີ 16 ພະຈິກ ຜ່ານມາ ທີ່ ສູນປະຊຸມແຫ່ງຊາດ ຟີລິບປິນ (PICC) ນະຄອນຫຼວງມະນີລາ ຟີລິບປິນ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ລໍເຣນສ ວອງ (Lawrence Wong) ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມອື່ນໆທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 15-17 ພະຈິກ ນີ້.
ເພີ່ມເຕີມ