ສສຊ ແຂວງຈຳປາສັກ ສຸມໃສ່ປະກອບຄຳເຫັນເພື່ອໃຫ້ການດຳເນີນຄະດີມີຜົນສັກສິດ

ສສຊ ແຂວງຈຳປາສັກ ສຸມໃສ່ປະກອບຄຳເຫັນເພື່ອໃຫ້ການດຳເນີນຄະດີມີຜົນສັກສິດ

ສສຊ ແຂວງຈຳປາສັກ ສຸມໃສ່ປະກອບຄຳເຫັນເພື່ອໃຫ້ການດຳເນີນຄະດີມີຜົນສັກສິດ
ທ່ານນາງ ພອນເພັດ ອຸ່ນແກ້ວ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານການເຄື່ອນໄຫວວຽກງານ 5 ປີ (2026 – 2030) ຂອງສານປະຊາຊົນສູງສຸດ (ສປສສ) ແລະ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໃນກອງປະ ຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 24 ມີນານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ທ່ານນາງ ພອນເພັດ ອຸ່ນແກ້ວ ໄດ້ມີຄຳເຫັນແລກປ່ຽນຕໍ່ແຜນການເຄື່ອນໄຫວວຽກງານ 5 ປີ (2026 - 2030) ຂອງ ສປສສ ຊຶ່ງເຫັນວ່າ: ການກໍານົດແຜນງານ, ໂຄງການ ແລະ ກິດຈະກໍາ ຂອງ ສປສສ ເພື່ອສະໜັບສະໜູນໃຫ້ທິດທາງລວມ ແລະ ຄາດໝາຍສູ້ຊົນໄດ້ຮັບການຈັດຕັ້ງປະຕິ ບັດໃນ 5 ປີຕໍ່ໜ້າ ນັ້ນແມ່ນເຫັນວ່າເໝາະສົມແລ້ວ. ແຕ່ໃນນີ້ຂໍແລກປ່ຽນຢູ່ 2 ປະເດັນຄື: ຢູ່ໃນແຜນງານທີ 3 ແລະ ທີ 4.
ແຜນງານທີ 3, ໂຄງການທີ 2 ການພັດທະນາການດໍາເນີນຄະດີໃຫ້ມີຄຸນນະພາບ ໃນກິດຈະກໍາ 2 ແລະ 4. ສະເໜີໃຫ້ກໍານົດກ່ຽວກັບ ການສ້າງກົນໄກໃຫ້ບຸກຄົນທີສາມ ແລະ ບຸກຄົນທີ່ກ່ຽວຂ້ອງໃນຄະດີ ໄດ້ເຂົ້າຮ່ວມການດໍາເນີນຄະດີ ແລະ ປະກອບຂໍ້ມູນຫຼັກຖານມາຢັ້ງຢືນໃນຄວາມເປັນເຈົ້າຂອງ ຫຼື ເຈົ້າກໍາມະສິດຂອງຜູ້ກ່ຽວ ທີ່ມີສ່ວນພົວພັນໃນຂໍ້ຂັດແຍ່ງນັບແຕ່ຫົວທີ ເພື່ອຮັບປະກັນໃຫ້ການດໍາເນີນຄະດີຮອບດ້ານ, ຄົບຖ້ວນ, ພາວະວິໄສ ແລະ ຖືກຕ້ອງຕາມກົດໝາຍ, ຊຶ່ງຈະເປັນການຫຼຸດຜ່ອນການຂໍອຸທອນ ແລະ ຂໍລົບລ້າງຄໍາຕັດສິນ ແລະ ຄໍາພິພາກສາຂອງສານ ອັນເນື່ອງມາຈາກບຸກຄົນທີສາມ ຫຼື ບຸກຄົນທີ່ກ່ຽວຂ້ອງໃນຄະດີ ບໍ່ໄດ້ເຂົ້າຮ່ວມການດໍາເນີນຄະດີໃນເບື້ອງຕົ້ນ ແລະ ປະການສໍາຄັນກໍເປັນຈຸດໜຶ່ງຈະຊ່ວຍສະໜັບສະໜູນໃນການຈັດຕັ້ງປະຕິບັດຄາດໝາຍສູ້ຊົນທີ່ລະບຸໄວ້ໃນຂໍ້ 3 ຄື ອັດ ຕາການຂໍອຸທອນຄະດີແຕ່ລະປະເພດບໍ່ໃຫ້ເກີນ 15% ໃຫ້ປະກົດຜົນເປັນຈິງ.
ແຜນການທີ 4, ໂຄງການທີ 6 ການຄຸ້ມຄອງຄໍາຕັດສິນທີ່ໃຊ້ໄດ້ຢ່າງເດັດຂາດ, ຢູ່ໃນໂຄງການນີ້ກໍແມ່ນໄດ້ຂຽນແຈ້ງມີ 3 ກິດຈະກໍາ ຄື: ສ້າງລະບົບຄໍາຕັດສິນໃຫ້ຄົບຖ້ວນ, ກວດກາໄດ້, ສ້າງລະບົບການຮັກສາຄໍາຕັດສິນດ້ວຍລະບົບເອເລັກໂຕຣນິກ, ສ້າງກົນໄກວີທີການປະສານສົມທົບ ກັບອົງການປະຕິບັດຄໍາຕັດສິນຂອງສານ. ສະເໜີໃຫ້ກໍານົດກົນໄກ ແລະ ວິທີປະສານສົມທົບກັບເຈົ້າໜ້າທີ່ ທີ່ຮັບຜິດຊອບຢູ່ສະຖານທີ່ກັກຕົວ, ສະຖານທີ່ກັກຂັງທີ່ກ່ຽວຂ້ອງສໍາລັບໂທດຕັດອິດສະຫຼະພາບຕື່ມ. ເພາະໄລຍະຜ່ານມາເຫັນວ່າ: ມີນັກໂທດຈໍານວນໜຶ່ງ ທີ່ຖືກສານຕັດສິນລົງໂທດຕັດອິດສະຫຼະພາບ, ທີ່ຖືກຂັງຢູ່ບາງຄ້າຍຄຸມຂັງນັ້ນ ເຈົ້າໜ້າທີ່ຮັບຜິດຊອບສະຖານທີ່ດັ່ງກ່າວ ບໍ່ໄດ້ຮັບຄໍາຕັດສິນຂອງສານ, ຊຶ່ງເກີດຜົນກະທົບຕໍ່ນັກໂທດ ທີ່ຈື່ວ່າຕົນເອງໄດ້ປະຕິບັດໂທດສໍາເລັດແລ້ວ ແຕ່ພັດບໍ່ມີຄໍາຕັດສິນມາຢັ້ງຢືນ. ຕໍ່ບັນຫາດັ່ງກ່າວ ຈຶ່ງເຫັນວ່າ ການກໍານົດກົນໄກ ແລະ ວິທີປະສານງານກັບເຈົ້າໜ້າທີ່ ທີ່ຮັບຜິດຊອບຄ້າຍຄຸມຂັງນັ້ນ ເປັນວຽກໜຶ່ງທີ່ສໍາຄັນຫຼາຍ ຈຶ່ງຄວນກໍານົດເປັນແຜນວຽກໃນໄລຍະ 5 ປີຕໍ່ໜ້າ, ເພື່ອຕີຖອຍບັນຫາທີ່ໄດ້ກ່າວມານັ້ນ ແລະ ປະການສໍາຄັນ ກໍເພື່ອເປັນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍສານປະຊາຊົນ ໂດຍສະເພາະ ມາດຕາ 25 ຂໍ້ 8 ແລະ ມາດຕາ 27 ຂໍ້ 6 ໃຫ້ມີຜົນສັກສິດ.
ຕໍ່ແຜນການເຄື່ອນໄຫວວຽກງານ 5 ປີ (2026 – 2030) ຂອງ ອອປສ ເຫັນວ່າ: ການກໍານົດແຜນງານ, ໂຄງການ ແລະ ກິດຈະກໍາ ທີ່ຈະຕ້ອງຈັດຕັ້ງປະຕິບັດໃນ 5 ປີຕໍ່ໜ້າຂອງ ອອປສ ຖ້າທຽບໃສ່ບັນດາວຽກທີ່ຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການໄອຍະການແລ້ວກໍແມ່ນສົມເຫດສົມຜົນ. ແຕ່ໃນນີ້ຂໍມີຄໍາເຫັນແລກປ່ຽນຢູ່ 3 ຈຸດຄື:
ແຜນງານທີ 4, ໂຄງການທີ 8 ໂຄງການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເຫັນວ່າ: ບັນຫາດັ່ງກ່າວ ແມ່ນໄດ້ສະຫຼຸບຕີລາຄາແລ້ວ, ໝາຍຄວາມວ່າ ວາລະແຫ່ງຊາດໄດ້ຈົບໄປແລ້ວ ຊຶ່ງປັດຈຸບັນຖືວ່າເປັນວຽກປົກກະຕິ ທີ່ຈະຕ້ອງໄດ້ດໍາເນີນການແກ້ໄຂ. ສະນັ້ນ, ສະເໜີໃຫ້ຕັດໂຄງການທີ 8 ນີ້ອອກ.
ການສ້າງຕັ້ງຫ້ອງໃຫ້ຄໍາປຶກສາທາງດ້ານກົດໝາຍໃຫ້ປະຊາຊົນ ບໍ່ເຫັນກໍານົດໃນແຜນວຽກ 5 ປີຕໍ່ໜ້າ (2026 – 2030) ແຕ່ຢ່າງໃດ, ຫຼືວ່າຈະຢຸດເຊົາການໃຫ້ຄໍາປຶກສາແລ້ວບໍ ເພາະຕະຫຼອດໄລຍະ 5 ປີຜ່ານມາ, ນັບແຕ່ມື້ສ້າງຕັ້ງຫ້ອງໃຫ້ຄໍາປຶກສາທາງດ້ານກົດໝາຍໃຫ້ປະຊາຊົນຢູ່ ອອປສ ກໍມີປະຊາ ຊົນໄດ້ເຂົ້າມາໃຊ້ບໍລິການຈໍານວນຫຼາຍ ແລະ ໄດ້ຮັບການຕອບຮັບ, ການຍ້ອງຍໍຊົມເຊີຍຈາກປະຊາ ຊົນ ຊຶ່ງໄດ້ປະກອບສ່ວນເຮັດໃຫ້ປະຊາຊົນໄດ້ເຂົ້າໃຈບາງເນື້ອໃນ ໃນບາງກົດໝາຍທີ່ກ່ຽວຂ້ອງກັບປະເດັນທີ່ປະຊາຊົນມາຂໍຄໍາປຶກສາ ແລະ ເຂົ້າໃຈຂັ້ນຕອນດໍາເນີນຄະດີຂອງເຈົ້າໜ້າທີ່ ອົງການສືບສວນ-ສອບສວນ, ອົງການໄອຍະການ, ສານ ແລະ ພາກສ່ວນກ່ຽວຂ້ອງຈົນເປັນສາເຫດໃຫ້ ອອປສ ໄດ້ຂະຫຍາຍຫ້ອງໃຫ້ຄໍາປຶກສາລົງສູ່ ອົງການໄອຍະການປະຊາຊົນຂັ້ນທ້ອງຖິ່ນບາງແຫ່ງ ເພື່ອສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ປະຊາຊົນ ໄດ້ເຂົ້າເຖິງຂະບວນການຍຸຕິທໍາຫຼາຍຂຶ້ນກວ່າເກົ່າ. ສະນັ້ນ, ຈຶ່ງສະເໜີວ່າ ຄວນສືບຕໍ່ວຽກດັ່ງກ່າວ ແລະ ຄວນກໍານົດເຂົ້າໃນແຜນວຽກ 5 ປີໃນຕໍ່ ໜ້ານີ້, ເພື່ອເປັນການປະກອບສ່ວນໃນການໂຄສະນາເຜີຍແຜ່ກົດໝາຍໄປພ້ອມໆກັນ.
ມາດຕະການຈັດຕັ້ງປະຕິບັດ (ຂໍ້ 4) ທີ່ຂຽນວ່າ: ຮັບປະກັນການຕອບສະໜອງທາງດ້ານງົບປະມານ, ພາຫະນະຮັບໃຊ້ ແລະ ວັດຖຸອຸປະກອນ ອັນຈໍາເປັນເພື່ອຈັດຕັ້ງປະຕິບັດທິດທາງແຜນການວາງອອກໄດ້ຮັບຜົນສໍາເລັດ. ດັ່ງນັ້ນ, ຈຶ່ງສະເໜີແລກປ່ຽນ ປະໂຫຍກສໍາຄັນໃນການຂຽນວ່າ: ສະເໜີລັດຖະ ບານຄົ້ນຄວ້າ-ພິຈາລະນາ ຕອບສະໜອງທາງດ້ານງົບປະມານ, ພາຫະນະ ແລະ ອຸປະກອນ ອັນຈໍາເປັນເພື່ອນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດທິດທາງກໍຄື ແຜນວຽກທີ່ວາງອອກໃຫ້ໄດ້ຮັບຜົນສໍາເລັດ.
ເຫດຜົນ: ງົບປະມານໃນການເຄື່ອນໄຫວວຽກງານຂອງບັນດາກະຊວງ, ອົງການຕ່າງໆແມ່ນລັດຖະ ບານເປັນຜູ້ຈັດແບ່ງຕາມແຜນວຽກທີ່ກໍານົດອອກ. ສໍາລັບແຜນການສ້າງ ຫຼື ວ່າຂະຫຍາຍສານປະຊາ ຊົນເຂດ, ອົງການໄອຍະການປະຊາຊົນເຂດ ແລະ ຫ້ອງການໄອຍະການເຂດປະຈໍາເມືອງ, ເທສະບານ ຫຼື ວ່າປະຈໍານະຄອນນັ້ນ ແມ່ນເຫັນດີເປັນເອກະພາບສູງ ເພາະຈະເຮັດໃຫ້ຂະບວນການຍຸຕິທໍາ ຍັບໃກ້ເຂົ້າຫາປະຊາຊົນ ແລະ ທັງເປັນການສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ປະຊາຊົນເຂົ້າເຖິງຂະບວນການຍຸຕິທໍາຫຼາຍຂຶ້ນ. ແນ່ນອນວ່າການຂະຫຍາຍກົງຈັກການຈັດຕັ້ງ ແມ່ນຕິດພັນກັບບຸກຄະລາກອນ ແລະ ງົບປະມານ. ຂ່າວ: ພູວັນ; ພາບ: ສຳນານ

ຄໍາເຫັນ

ຂ່າວເດັ່ນ

ສອງນາຍົກລັດຖະມົນຕີ ລາວ-ສິງກະໂປ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ

ສອງນາຍົກລັດຖະມົນຕີ ລາວ-ສິງກະໂປ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ

ໃນວັນທີ 16 ພະຈິກ ຜ່ານມາ ທີ່ ສູນປະຊຸມແຫ່ງຊາດ ຟີລິບປິນ (PICC) ນະຄອນຫຼວງມະນີລາ ຟີລິບປິນ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ລໍເຣນສ ວອງ (Lawrence Wong) ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມອື່ນໆທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 15-17 ພະຈິກ ນີ້.
ສອງນາຍົກລັດຖະມົນຕີ ລາວ-ມາເລເຊຍ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ

ສອງນາຍົກລັດຖະມົນຕີ ລາວ-ມາເລເຊຍ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ

ໃນວັນທີ 16 ພະຈິກຜ່ານມາ ທີ່ສູນປະຊຸມແຫ່ງຊາດ ຟີລິບປິນ (PICC) ນະຄອນ ຫຼວງ ມະນີລາ ສ ຟີລິບປິນ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະແບບບໍ່ເປັນທາງການ (Pull-aside) ກັບ ພະນະທ່ານ ອັນວາ ອິບຣາຮິມ ນາຍົກລັດຖະ ມົນຕີ ແຫ່ງ ມາເລເຊຍ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມສູດຍອດອື່ນໆທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 15-17 ພະຈິກ 2026.
ນາຍົກລັດຖະມົນຕີ ເຂົ້າຮ່ວມບັນ​ດ​າກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ

ນາຍົກລັດຖະມົນຕີ ເຂົ້າຮ່ວມບັນ​ດ​າກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ

ກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 29, ບັນດາຜູ້ນໍາ ໄດ້ສະແດງຄວາມຊົມເຊີຍ ການຈັດຕັ້ງປະຕິບັດບັນດາກິດຈະກໍາ ຄົບຮອບ 5 ປີ ແຫ່ງການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ຈີນໃນປີ 2026. ພ້ອມນີ້, ກອງປະຊຸມ ຍັງໄດ້ຊຸກຍູ້ໃຫ້ອາຊຽນ ແລະ ສປ ຈີນ ສືບຕໍ່ຮັດແໜ້ນການຮ່ວມມືໃນຂົງເຂດທີ່ມີຄວາມສົນໃຈຮ່ວມກັນ ເຊັ່ນ: ການເຊື່ອມໂຍງ-ເຊື່ອມຈອດ, ປັນຍາປະດິດ, ການຄ້າ ແລະ ການລົງທຶນ ໂດຍສະເພາະການຈັດຕັ້ງປະຕິບັດສັນຍາການຄ້າເສລີອາຊຽນ-ຈີນ ສະບັບປັບປຸງ 3.0 ໃຫ້ມີປະສິດທິພາບ, ພ້ອມທັງ ໄດ້ເນັ້ນຢໍ້າຄວາມສໍາຄັນຂອງການຮ່ວມມືຫຼາຍຝ່າຍ ໂດຍອີງຕາມຫຼັກການເປີດກວ້າງ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ໃນການຮັດແໜ້ນການຮ່ວມມືດ້ານເສດຖະກິດ.
ປະທານປະເທດ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX

ປະທານປະເທດ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX

ໃນລະຫວ່າງວັນທີ 15-16 ພະຈິກນີ້, ທີ່ ນະຄອນຫຼວງພະນົມເປັນ ຣາຊະອານາຈັກກໍາປູເຈຍ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX ຊຶ່ງຈັດຂຶ້ນພາຍໃຕ້ຫົວຂໍ້ “ການລົງທຶນຄືນໃໝ່ໃນສັນຕິພາບ ເພື່ອຄວາມຈະເລີນຮຸ່ງເຮືອງຮ່ວມກັນ ແລະ ສະຖຽນລະພາບທີ່ຍືນຍົງ ໂດຍມີບັນດາປະມຸກລັດ, ຫົວໜ້າລັດຖະບານ ແລະ ຜູ້ແທນຈາກບັນດາປະເທດສະມາຊິກສົມບູນ, ປະເທດສະມາຊິກສົມທົບ ແລະ ປະເທດສະມາຊິກສັງເກດການຂອງອົງການຝຣັງໂກໂຟນີສາກົນ (OIF) ເຂົ້າຮ່ວມ. ພ້ອມນີ້, ຍັງມີການປຶກສາຫາລືໃນຫົວຂໍ້ສະເພາະຄື: “ການເສີມສ້າງສັນຕິພາບ: ໂຄງການລວມໝູ່ລວມເອົາຈຸດແຂງ ແລະ ຂໍ້ໄດ້ປຽບທີ່ຫຼາກຫຼາຍຂອງພວກເຮົາ” ຂອງບັນດາປະເທດສະມາຊິກ.
ພັກປປ ລາວ, ພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນກຳປູເຈຍ ພົບປະປຶກສາຫາລື ການພົວພັນຮ່ວມມື

ພັກປປ ລາວ, ພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນກຳປູເຈຍ ພົບປະປຶກສາຫາລື ການພົວພັນຮ່ວມມື

ໃນຕອນເຊົ້າວັນທີ 16 ພະຈິກນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ; ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ປະທານພັກປະຊາຊົນກໍາປູເຈຍ ປະທານສະພາສູງແຫ່ງຣາຊະອານາຈັກກໍາປູເຈຍ ໄດ້ຮັບປະທານອາຫານເຊົ້າ ແລະ ພົບປະສາມຝ່າຍ ລາວ-ຫວຽດນາມ-ກຳປູເຈຍ ໂດຍການເປັນເຈົ້າພາບຂອງ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ປະທານພັກປະຊາຊົນກໍາປູເຈຍ ປະທານສະພາສູງແຫ່ງຣາຊະອານາຈັກກໍາປູເຈຍ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີຄັ້ງທີ XX ທີ່ ນະຄອນຫຼວງພະນົມເປັນ ຣາຊະອານາຈັກ ກໍາປູເຈຍ.
ສອງເລຂາທິການໃຫຍ່ ປະທານປະເທດລາວ-ຫວຽດນາມ ພົບປະກັນໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີຄັ້ງທີ XX

ສອງເລຂາທິການໃຫຍ່ ປະທານປະເທດລາວ-ຫວຽດນາມ ພົບປະກັນໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີຄັ້ງທີ XX

ໃນວັນທີ 15 ພະຈິກຜ່ານມາ ທີ່ ນະຄອນຫຼວງພະນົມເປັນ ຣາຊະອານາຈັກກໍາປູເຈຍ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີຄັ້ງທີ XX ທີ່ນະຄອນຫຼວງພະນົມເປັນ ຣາຊະອານາຈັກກໍາປູເຈຍ.
ຍົກລະດັບ ມະຫາວິທະຍາໄລວິທະຍາສາດສຸຂະພາບ ເປັນ ມວສຊ

ຍົກລະດັບ ມະຫາວິທະຍາໄລວິທະຍາສາດສຸຂະພາບ ເປັນ ມວສຊ

ພິທີປະກາດຍົກລະດັບ ມະຫາວິທະຍາໄລວິທະຍາສາດສຸຂະພາບ (ມວສ) ເປັນມະຫາວິທະຍາໄລວິທະຍາ ສາດສຸຂະພາບແຫ່ງຊາດ (ມວສຊ) ພ້ອມທັງເປີດສົກຮຽນໃໝ່ 2026-2027 ໄດ້ຈັດຂຶ້ນໃນວັນທີ 13 ພະຈິກນີ້ ທີ່ວິທະຍາເຂດດົງໂພສີ ມວສຊ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີລັດຖະມົນຕີ, ຮອງລັດຖະມົນຕີ, ອະດີດການນໍາກະຊວງສາທາລະນະສຸກ, ບັນດາຜູ້ອໍານວຍການ-ຮອງອໍານວຍການໃຫຍ່, ຄູ-ອາຈານ ເຂົ້າຮ່ວມ.
ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 49 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 49 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ໃນວັນທີ 15 ພະຈິກນີ້ ທີ່ມະນີລາ ສາທາລະນະລັດ ຟີລິບປິນ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ຊຶ່ງໄດ້ມີພິທີເປີດກອງປະຊຸມຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 15 ພະຈິກ ນີ້, ໂດຍການເປັນປະທານຂອງ ທ່ານ ເຟີດິນານ ມາຄອດຈູເນຍ ປະທານາທິບໍດີ ແຫ່ງ ສາທາລະນະລັດ ຟີລິບປິນ ໃນນາມປະທານອາຊຽນ 2026,
ນາຍົກລັດຖະມົນຕີ ຕ້ອນຮັບ ອາສາສະໝັກຍີ່ປຸ່ນ

ນາຍົກລັດຖະມົນຕີ ຕ້ອນຮັບ ອາສາສະໝັກຍີ່ປຸ່ນ

ໃນວັນທີ 11 ພະຈິກ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ອາສາສະໝັກຍີ່ປຸ່ນ ຊຶ່ງນຳໂດຍທ່ານ ໂຄອິຊຸມິ ຊຶໂຕມຸ(H.E Mr. KOIZUMI Tsutomu)ເອກອັກຄະລັດຖະທູດຢີ່ປຸ່ນ ປະຈໍາລາວ ແລະ ທ່ານ ຮາຢະກາວະ ຢູໂຮະ (Mr. HAYAKAWA Yuho)ຮອງປະທານອາວຸໂສອົງການຮ່ວມມືສາກົນຍີ່ປຸ່ນ (JICA) ຈາກສຳນັກງານໃຫຍ່ທີ່ໂຕກຽວ ປະເທດຍີ່ປຸ່ນ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ຕິດຕາມສະພາບການຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນ ແກ່ ສປປ ລາວ.
ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມ ຕໍ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບ ຮອບ 30 ປີ (5 ພະຈິກ 1996-5 ພະຈິກ 2026) ໃນວັນທີ 6 ພະຈິກນີ້ ທີ່ສະໂມສອນໃຫຍ່ ມຊ ແບບປົກກະຕິ ແລະ ອອນລາຍ ໂດຍເປັນກຽດເຂົ້າຮ່ວມ ແລະ ເປັນປະທານຂອງທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ມີທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີບັນດາການນໍາພັກ-ລັດ, ອະດີດການນໍາ, ຄະນະນໍາ ມຊ, ອະດີດຄະນະນໍາ ມຊ, ພະນັກງານ, ຄູ-ອາຈານອາວຸໂສ, ຄູ-ອາຈານ, ນັກສຶກສາ, ແຂກຖືກເຊີນເຂົ້າຮ່ວມ.
ເພີ່ມເຕີມ