ສສຊ ປະກອບຄຳເຫັນຕໍ່ແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີຂອງ ສພຊ ຢ່າງມີຈຸດສຸມ

ສສຊ ປະກອບຄຳເຫັນຕໍ່ແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີຂອງ ສພຊ ຢ່າງມີຈຸດສຸມ

ສສຊ ປະກອບຄຳເຫັນຕໍ່ແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີຂອງ ສພຊ ຢ່າງມີຈຸດສຸມ
ທ່ານນາງ ຈັນທະຄອນ ສີອຳພອນ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 10 ແຂວງວຽງຈັນ ປະກອບຄຳເຫັນຕໍ່ທິດທາງແຜນການ 5 ປີ ຕິດພັນກັບແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີຂອງສະພາແຫ່ງຊາດ (ສພຊ) ໃນວາລະກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 27 ມີນານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ສສຊ ປະກອບຄຳເຫນຕແຜນການສາງ ແລະ ປບປງກດໝາຍ 5 ປຂອງ ສພຊ ຢາງມຈດສມ - image 1
 

ທ່ານນາງ ຈັນທະຄອນ ສີອຳພອນ ໄດ້ປະກອບຄຳເຫັນຢູ່ໃນພາກທິດທາງແຜນການ 5 ປີຕໍ່ໜ້າ ໂດຍສະເພາະລົງເລິກດ້ານນິຕິບັນຍັດ ສຳລັບດ້ານນີ້ ເຫັນວ່າແຜນ 5 ປີ (2026-2030) ຄາດໝາຍສູ້ຊົນຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາກົດໝາຍສ້າງໃໝ່ ແລະ ປັບປຸງຈຳນວນ 90 ສະບັບ ເຫັນວ່າມີຈຳນວນຫຼາຍສົມຄວນ, ຂໍສະເໜີຕໍ່ກຳມາທິການກົດໝາຍຂອງ ສພຊ ໃຫ້ພິຈາລະນາຕື່ມ ເປັນຕົ້ນ ແມ່ນກົດໝາຍສ້າງໃໝ່ ຊຶ່ງຕິດພັນກັບກົດໝາຍການປຸກລະດົມ ແລະ ການບໍລິຈາກເລືອດ ການໃຫ້ເລືອດປອດໄພ ແລະ ຮ່າງກົດໝາຍວ່າດ້ວຍບັດປະຈຳຕົວ. ສຳລັບ 2 ກົດໝາຍນີ້ ເຫັນວ່າກົດໝາຍວ່າດ້ວຍການປຸກລະດົມການບໍລິຈາກເລືອດ ຖ້າເປັນກົດໝາຍ ມັນຈະຕ້ອງມີການປະຕິບັດຢ່າງເຂັ້ມງວດ ມີຄວາມສັກສິດ, ເນື່ອງຈາກວ່າການປຸກລະດົມການບໍລິຈາກເລືອດນີ້ ແມ່ນພວກເຮົາເຮັດແບບສະໝັກໃຈ ຈະບໍ່ມີມາດຕະການບັງຄັບ ອັນນີ້ເຫັນວ່າມັນສອດຄ່ອງບໍ ສະເໜີໃຫ້ທາງຄະນະກຳມາທິການກົດໝາຍ ສົມທົບກັບກະຊວງຍຸຕິທຳວິເຄາະເຫດ ແລະ ຜົນ ວ່າມີຄວາມຈຳເປັນຄືແນວໃດ ແລະ ກົດໝາຍບັດປະຈຳຕົວ ຊຶ່ງບັດປະຈຳຕົວແມ່ນການຢັ້ງຢືນຖານະພົນລະເມືອງ ຊຶ່ງໄດ້ມີການຄົ້ນຄວ້າສ້າງໃໝ່, ສຳລັບກົດໝາຍສະບັບປັບປຸງ ໂດຍສະເພາະມີການປະເມີນ ບາງກົດໝາຍສະເໜີປັບປຸງຫຼາຍຄັ້ງ ສະເໜີໃຫ້ມີນິຕິກຳທີ່ຮັດກຸມ ວ່າຈະມີການປະເມີນກ່ອນທີ່ຈະນໍາມາປັບປຸງນີ້ ເຮົາຄວນມີການປະເມີນຈັກຄັ້ງ ຈະໃຫ້ມີຈັກມາດຕາ ຈຶ່ງຈະອະນຸມັດໃຫ້ມີການປັບປຸງ ຖ້າຈຳນວນມາດຕາມັນໜ້ອຍ 1 ຫາ 2 ມາດຕາ ເຮົາອາດຈະສະເໜີເປັນນິຕິກຳລຸ່ມກົດໝາຍໄດ້ບໍ. ເພາະວ່າມັນປັບປຸງເລື້ອຍໆ ເຮັດໃຫ້ບໍ່ມີຄວາມຄ່ອງຕົວໃນການປະຕິບັດ ໂດຍສະເພາະໃນການຄຸ້ມຄອງລັດ ຄຸ້ມຄອງສັງຄົມດ້ວຍກົດໝາຍ. ອີກບັນຫາໜຶ່ງ ການທີ່ຈະນໍາເອົາກົດໝາຍເຂົ້າໃນກອງປະຊຸມສະໃໝສາມັນຂອງ ສພຊ ແຕ່ລະຄັ້ງ ເຫັນວ່າຄວນມີການສຳມະນາ ແລະ ປະກອບຄຳເຫັນຂອງຄະນະກຳມາທິການກົດໝາຍກ່ອນ ເພື່ອເຮັດໃຫ້ເນື້ອໃນເລິກເຊິ່ງ ຮັບປະກັນການປະຕິບັດເວລາສັ້ນລົງ, ສຳລັບການນຳເອົາກົດໝາຍລົງໄປທາບທາມ ຫຼືປະກອບຄຳຄິດຄຳເຫັນຢູ່ໃນທ້ອງຖິ່ນ ຄວນນໍາໃຊ້ເວລາທີ່ເໝາະສົມ ແລະ ບໍ່ຄວນເອົາລົງໄປພ້ອມກັນຫຼາຍສະບັບ ເຮັດໃຫ້ເວລາໃນການຄົ້ນຄວ້າປະກອບຄໍາຄິດຄຳເຫັນບໍ່ເລິກເຊິ່ງ ແລ່ນນໍາເວລາ.

ທ່ານນາງ ກ້ອນແກ້ວ ຫຼວງໄຊມຸງຄຸນ ສສຊ ເຂດເລືອກຕັ້ງ 12 ແຂວງຄຳມ່ວນ ປະກອບຄຳເຫັນຕໍ່ການນໍາເອົາກົດໝາຍໄປທາບທາມ, ຊຶ່ງການນໍາເອົາກົດໝາຍໄປທາບທາມ ແລະ ປະເມີນກ່ອນນີ້ ເຫດຜົນຜູ້ຮັບຜິດຊອບ ຫຼືປະຊາຊົນຈະໄດ້ຄົ້ນຄວ້າອ່ານ ແລະ ທຳຄວາມເຂົ້າໃຈຢ່າງເລິກເຊິ່ງ, ສອງ ຄວນປະເມີນຄືນກ່ອນຈະນໍາມາຄົ້ນຄວ້າບາງເນື້ອໃນ, ບາງມາດຕາທີ່ຈະຕ້ອງໄດ້ປັບປຸງ; ກ່ຽວກັບແຜນການ 5 ປີໃນຕໍ່ໜ້າ ຂໍແລກປ່ຽນໃນແຜນງານທີໜຶ່ງ ຢູ່ໃນ 5 ແຜນງານ 25 ໂຄງການນີ້, ໃນໂຄງການຫັນ ແລະ ປັບປຸງກົດໝາຍໃຫ້ໄດ້ 80% ຢາກໃຫ້ເພີ່ມເປີເຊັນຂຶ້ນຕື່ມ, ຖ້າເຮົາຈະເຮັດເປົ້າໝາຍຫຼຸດ ເຮົາຕ້ອງໄດ້ແຍກເປັນກົດໝາຍໃຫ້ໄດ້ 90% ຂຶ້ນເມືອບໍ ແລະ ການສ້າງນິຕິກຳໃຕ້ກົດໝາຍ ເຮົາອາດຈະໃຫ້ໄດ້ຫຼາຍຂຶ້ນບໍ ຫຼືໜ້ອຍລົງ ອັນນີ້ຢາກໃຫ້ເພິ່ນແຍກລະອຽດ. ໂຄງການທີສີ່ ການປະເມີນຜົນ ແລະ ການຈັດຕັ້ງປະຕິບັດກົດໝາຍໃນແຕ່ລະຂົງເຂດ ຢາກໃຫ້ໃສ່ເປັນເປີເຊັນ, ສຳລັບແຜນງານທີ 5 ການສ້າງຄວາມເຂັ້ມແຂງແມ່ນເຫັນດີ ແຕ່ຢາກໃຫ້ສະມາຊິກສະພາປະຊາຊົນຂັ້ນແຂວງໄດ້ເຂົ້າຮ່ວມໃນແຜນ ຫຼືກິດຈະກຳຍ່ອຍໃດໜຶ່ງ ໃນການສ້າງຄວາມເຂັ້ມແຂງຂອງກຳມາທິການຕ່າງໆ ແລະ ໂຄງການທີ 5 ການສ້າງພື້ນຖານໂຄງລ່າງໃຫ້ ສສຊ ແລະ ສສຂ ຢາກໃຫ້ກຳນົດແຈ້ງລະອຽດ ເພີ່ນຈະສ້າງສະພາປະຊາຊົນແຂວງ ຈັກແຂວງ ແລະ ງົບປະມານຄືແນວໃດ ເພື່ອໃຫ້ແຜນດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດ ແລະ ຢາກໃຫ້ກຳນົດຢູ່ໃນກິດຈະກຳຕື່ມອີກ. ຂ່າວ: ພູວັນ; ພາບ: ສຳນານ

ຄໍາເຫັນ

ຂ່າວເດັ່ນ

ຜົນກອງປະຊຸມລັດຖະບານ ໄດ້ກຳນົດແຜນວຽກຈຸດສຸມຫຼາຍດ້ານ

ຜົນກອງປະຊຸມລັດຖະບານ ໄດ້ກຳນົດແຜນວຽກຈຸດສຸມຫຼາຍດ້ານ

ວັນທີ 23 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຄໍາຜາ ພິມມະສອນ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນພະຈິກ 2026 ພາຍໃຕ້ການເປັນປະທານຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜ່ານລະບົບກອງປະຊຸມທາງໄກ.
ເປີດງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026

ເປີດງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026

ພິທີເປີດງານບຸນນະມັດສະການພະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026 ຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 20 ພະຈິກນີ້, ທີ່ເດີ່ນພະທາດຫຼວງ ໂດຍການເປັນກຽດເຂົ້າຮ່ວມເປີດງານຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ອາດສະພັງທອງ ສີພັນດອນ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ພ້ອມພັນລະຍາ, ມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ມີພະເຖຣາ-ນຸເຖຣະ, ບັນດາການນໍາພັກ-ລັດຈາກສູນກາງ-ນວ, ອະດີດການນໍາພັກ-ລັດຂັ້ນສູນກາງ-ນວ, ບັນດາທຸຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳລາວ, ແຂກຖືກເຊີນທັງພາຍໃນ ແລະ ຕ່າງປະເທດ, ຜູ້ໃຫ້ການສະໜັບສະໜູນ, ມວນຊົນ ເຂົ້າຮ່ວມ.
ປະທານປະເທດ ພົບປະກັບຮອງປະທານາທິບໍດີສະມາພັນທະລັດສະວິດ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ XX

ປະທານປະເທດ ພົບປະກັບຮອງປະທານາທິບໍດີສະມາພັນທະລັດສະວິດ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ XX

ໃນວັນທີ 15 ພະຈິກຜ່ານມາ ທີ່ນະຄອນຫຼວງພະນົມເປັນ ຣາຊະອານາຈັກກໍາປູເຈຍ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ພົບປະກັບພະນະທ່ານ ອິກນາຊິໂອ ກາສຊິດ (Ignazio Cassis) ຮອງປະທານາທິບໍດີແຫ່ງສະມາພັນທະລັດສະວິດ, ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ XX.
ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 13

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 13

ໃນວັນທີ 17ພະຈິກຜ່ານມາ,ທີ່ ນະຄອນຫຼວງມະນີລາ ປະເທດ ຟີລິບປິນ,ທ່ານ ສະເຫຼີມໄຊ ກົມມະສິດ,ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມສຸດຍອດ ຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ (Mekong-Japan Cooperation ຫລື MJC)ຄັ້ງທີ 13 ໂດຍການເປັນປະທານຮ່ວມຂອງ ທ່ານLê Minh Hưngນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມແລະ ທ່ານ ນາງTAKAICHI Sanae,ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ, ຊຶ່ງຈັດຂຶ້ນຄຽງຄູ່ກັບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງອື່ນໆ.
ນາຍົກລັດຖະມົນຕີ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ

ນາຍົກລັດຖະມົນຕີ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ

ໃນວັນທີ 17 ພະຈິກຜ່ານມາ ທີ່ ມະນິລາ ຟີລິບປິນ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນບວກສາມ ຄັ້ງທີ 29, ກອງປະຊຸມຜູ້ນໍາປະຊາຄົມອາຊີເພື່ອຫຼຸດຜ່ອນການປ່ອຍອາຍພິດໃຫ້ເຫຼືອສູນ ຄັ້ງທີ 4, ກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 29, ກອງປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 23, ກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອສ) ຄັ້ງທີ 21ແລະ ກອງປະຊຸມສຸດຍອດສະໄໝພິເສດອາຊຽນ-ສ. ອາເມຣິກາ.
​ນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດ ຣັດເຊຍ

​ນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດ ຣັດເຊຍ

​ໃນ​ວັນ​ທີ 17 ພະຈິກ ຜ່ານມານີ້, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ​ໄດ້​ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ເຊຣເກລາວະຣົບ (Sergey Lavrov) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 15-17 ພະຈິກ ນີ້ ທີ່ ນະຄອນຫຼວງມະນີລາ ສາທາລະນະລັດ ຟີລິບປິນ.
ສິງກະໂປ ຈະປະສົບກັບລົມມໍລະສຸມຕາເວັນອອກສ່ຽງເໜືອ ໃນເຄິ່ງຫຼັງຂອງເດືອນພະຈິກ  ສຳນັກຂ່າວສານຊິນຮວາລາຍງານໃນວັນທີ

ສິງກະໂປ ຈະປະສົບກັບລົມມໍລະສຸມຕາເວັນອອກສ່ຽງເໜືອ ໃນເຄິ່ງຫຼັງຂອງເດືອນພະຈິກ ສຳນັກຂ່າວສານຊິນຮວາລາຍງານໃນວັນທີ

17 ພະຈິກ ຜ່ານມາວ່າ: ກົມອຸຕຸນິຍົມວິທະຍາຂອງສິງກະໂປລາຍງານວ່າ, ສິງກະໂປມີທ່າອ່ຽງທີ່ຈະປະສົບກັບອິດທິພົນຂອງລົມມໍລະສຸມຕາເວັນອອກສ່ຽງເໜືອໃນໄລຍະເຄິ່ງຫຼັງຂອງເດືອນພະຈິກ ຊຶ່ງຈະເຮັດໃຫ້ລົມແຮງຂຶ້ນ ແລະ ປ່ຽນທິດທາງພັດມາຈາກທາງທິດຕາເວັນອອກສ່ຽງເໜືອ ຫຼື ທິດຕາເວັນຕົກສ່ຽງເໜືອ. ໂດຍບາງພື້ນທີ່ຂອງເກາະຈະມີພາຍຸຝົນຟ້າຄະນອງໄລຍະສັ້ນໆ, ສ່ວນຫຼາຍແມ່ນໃນຕອນບ່າຍ ແລະ ອາດຈະສືບຕໍ່ໄປຈົນຮອດກາງຄືນໃນບາງມື້.
ສອງນາຍົກລັດຖະມົນຕີ ລາວ-ສິງກະໂປ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ

ສອງນາຍົກລັດຖະມົນຕີ ລາວ-ສິງກະໂປ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ

ໃນວັນທີ 16 ພະຈິກ ຜ່ານມາ ທີ່ ສູນປະຊຸມແຫ່ງຊາດ ຟີລິບປິນ (PICC) ນະຄອນຫຼວງມະນີລາ ຟີລິບປິນ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ລໍເຣນສ ວອງ (Lawrence Wong) ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມອື່ນໆທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 15-17 ພະຈິກ ນີ້.
ສອງນາຍົກລັດຖະມົນຕີ ລາວ-ມາເລເຊຍ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ

ສອງນາຍົກລັດຖະມົນຕີ ລາວ-ມາເລເຊຍ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ

ໃນວັນທີ 16 ພະຈິກຜ່ານມາ ທີ່ສູນປະຊຸມແຫ່ງຊາດ ຟີລິບປິນ (PICC) ນະຄອນ ຫຼວງ ມະນີລາ ສ ຟີລິບປິນ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະແບບບໍ່ເປັນທາງການ (Pull-aside) ກັບ ພະນະທ່ານ ອັນວາ ອິບຣາຮິມ ນາຍົກລັດຖະ ມົນຕີ ແຫ່ງ ມາເລເຊຍ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມສູດຍອດອື່ນໆທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 15-17 ພະຈິກ 2026.
ນາຍົກລັດຖະມົນຕີ ເຂົ້າຮ່ວມບັນ​ດ​າກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ

ນາຍົກລັດຖະມົນຕີ ເຂົ້າຮ່ວມບັນ​ດ​າກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ

ກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 29, ບັນດາຜູ້ນໍາ ໄດ້ສະແດງຄວາມຊົມເຊີຍ ການຈັດຕັ້ງປະຕິບັດບັນດາກິດຈະກໍາ ຄົບຮອບ 5 ປີ ແຫ່ງການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ຈີນໃນປີ 2026. ພ້ອມນີ້, ກອງປະຊຸມ ຍັງໄດ້ຊຸກຍູ້ໃຫ້ອາຊຽນ ແລະ ສປ ຈີນ ສືບຕໍ່ຮັດແໜ້ນການຮ່ວມມືໃນຂົງເຂດທີ່ມີຄວາມສົນໃຈຮ່ວມກັນ ເຊັ່ນ: ການເຊື່ອມໂຍງ-ເຊື່ອມຈອດ, ປັນຍາປະດິດ, ການຄ້າ ແລະ ການລົງທຶນ ໂດຍສະເພາະການຈັດຕັ້ງປະຕິບັດສັນຍາການຄ້າເສລີອາຊຽນ-ຈີນ ສະບັບປັບປຸງ 3.0 ໃຫ້ມີປະສິດທິພາບ, ພ້ອມທັງ ໄດ້ເນັ້ນຢໍ້າຄວາມສໍາຄັນຂອງການຮ່ວມມືຫຼາຍຝ່າຍ ໂດຍອີງຕາມຫຼັກການເປີດກວ້າງ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ໃນການຮັດແໜ້ນການຮ່ວມມືດ້ານເສດຖະກິດ.
ເພີ່ມເຕີມ