ສສຊ ສະເໜີໃຫ້ 2 ອົງການລົງເລິກກວດກາ-ກວດສອບໃນຈຸດທີ່ສ່ຽງຕື່ມ

ສສຊ ສະເໜີໃຫ້ 2 ອົງການລົງເລິກກວດກາ-ກວດສອບໃນຈຸດທີ່ສ່ຽງຕື່ມ

ສສຊ ສະເໜີໃຫ້ 2 ອົງການລົງເລິກກວດກາ-ກວດສອບໃນຈຸດທີ່ສ່ຽງຕື່ມ
ທ່ານ ອາລຸນໄຊ ສູນນະລາດ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານຂອງອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ຕໍ່ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 26 ມີນານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະ ທານຂອງທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ.
ສສຊ ສະເໜໃຫ 2 ອງການລງເລກກວດກາ-ກວດສອບໃນຈດທສຽງຕມ - image 1
 

ທ່ານ ອາລຸນໄຊ ສູນນະລາດ ໄດ້ປະກອບຄຳເຫັນຕໍ່ວຽກງານຂອງອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ໂດຍພື້ນຖານແມ່ນເຫັນດີເປັນເອກະພາບ ສະແດງຄວາມຊົມເຊີຍທັງສອງອົງການ ທີ່ສາມາດແກ້ໄຂໄດ້ຫຼາຍບັນຫາ, ການສ້າງຄູ່ມືກໍຫຼາຍ ໂດຍສະເພາະອົງການກວດສອບ ອັນສຳຄັນອີກອັນໜຶ່ງຂອງການກວດກາ ເຫັນວ່າມີອັນໃໝ່ ມີກົນໄກປະສານສົມທົບ ໂດຍສະເພາະວຽກງານກວດກາແຕ່ຫົວທີ ຄຶດວ່າຄວາມຈິງແລ້ວມີຜົນສຳເລັດຫຼາຍອັນ ການຍົກຂຶ້ນມານີ້ເພື່ອໃຫ້ຫຼາຍພາກສ່ວນເຫັນເຖິງຜົນສຳເລັດຂອງການກວດກາ-ກວດສອບ ແຕ່ບັນຫາທີ່ເຫັນວ່າຍັງຄ້າງທີ່ເປັນພື້ນຖານ ຈຸດທີໜຶ່ງ ແມ່ນການກວດສອບ-ກວດກາຍັງບໍ່ທັນທົ່ວເຖິງ ຍັງບໍ່ທັນຄົບໃນແຕ່ລະເປົ້າໝາຍ ຊຶ່ງສະແດງອອກຢູ່ໃນການຂຶ້ນແຜນເປົ້າໝາຍກວດສອບ-ກວດການີ້ ບໍ່ພຽງແຕ່ຂຶ້ນແຜນກວດສອບ-ກວດກາສິ່ງເກົ່າ ແຕ່ຍັງຂຶ້ນແຜນກວດກາໃນຈຸດທີ່ສ່ຽງ ປະກົດວ່າຍັງບໍ່ທັນໄດ້ທົ່ວເຖິງ ຢາກໃຫ້ທັງສອງອົງການລົງເລິກຕື່ມ, ປັດໃຈທີ່ສາມາດມີຄວາມສ່ຽງພວກເຮົາສາມາດເບິ່ງເຫັນ ໂດຍສະເພາະແມ່ນກວດກາການປະຕິບັດສັນຍາບັນດາໂຄງການເງິນກູ້ຈາກສາກົນ ການຊ່ວຍເຫຼືອລ້າ ໂຕນີ້ເຫັນວ່າມີຫຼາຍ ເປັນລັກສະນະຫຼໍ່ແຫຼມອັນນີ້ສຳຄັນທີ່ສຸດ, ຈຸດທີ່ສອງ ແມ່ນການແກ້ໄຂຜົນການກວດກາ-ກວດສອບໂຕນີ້ຍັງເຮັດໄດ້ໜ້ອຍ ເຮົາກວດສອບພົບເຫັນ 36 ພັນກວ່າຕື້ ເຮົາສາມາດເກັບກູ້ໄດ້ 7 ພັນກວ່າຕື້ ເຫັນວ່າເກັບກູ້ຄືນໄດ້ໜ້ອຍ ແລະ ມີຫຼາຍສາເຫດທີ່ພວກເຮົາຈະແກ້ໄຂໄດ້, ຈຸດທີສາມ ກົນໄກການປະສານງານລະຫວ່າງສອງອົງການບໍ່ທັນຊັດເຈນ ເຫັນວ່າມີ 2 ຈຸດ, ອັນທີໜຶ່ງ ໂດຍສະເພາະຖານຂໍ້ມູນຂອງຜູ້ທີ່ກວດສອບ ຖ້າກວດສອບດີຊັດເຈນ ການກວດກາກໍໄດ້ດີແກ້ໄຂກໍໄດ້ດີ, ອັນທີສອງ ກົນໄກທີ່ສຳຄັນທີ່ສຸດ ແມ່ນນິຕິກຳບາງມາດຕາ ທີ່ຍັງມີລັກສະນະຊັບຊ້ອນ ແລະ ການຜັນຂະຫຍາຍກົດໝາຍບາງມາດຕາຍັງໜ້ອຍຫຼາຍ ໂດຍສະເພາະອົງການກວດກາ ການຜັນຂະຫຍາຍມາດຕາ 29 ໂຕນີ້ສຳຄັນທີ່ສຸດ ແມ່ນການແກ້ໄຂຜົນຂອງການກວດກາ ລະຫວ່າງມອບໃຫ້ຄະນະພັກ-ຄະນະນຳເປັນຜູ້ແກ້ໄຂ ແຕ່ວ່ານິຕິກຳທີ່ຜັນຂະຫຍາຍຍັງບໍ່ແຈ້ງ. ອີກບັນຫາໜຶ່ງທີ່ຍັງຄ້າງ ແມ່ນການສ້າງນັກກວດສອບ-ນັກກວດກາ ທີ່ເປັນມືອາຊີບ, ມີຈັນຍາບັນ-ຈັນຍາທຳມີຄວາມສຳຄັນຫຼາຍຄວນເອົາເຂົ້າຢູ່ໃນແຜນການແກ້ໄຂ, ບັນຫາທີ່ສາມ ໃນຕໍ່ໜ້າເປັນໄປໄດ້ໃຫ້ເອົາເຂົ້າຢູ່ໃນແຜນບໍ່ວ່າກວດສອບ ແລະ ກວດກາ ກໍຄືການປູກຈິດສຳນຶກໃຫ້ພະນັກງານ ແລະ ປະຊາຊົນບໍ່ກ້າເຮັດຜິດ ເຮົາຈະເຮັດແນວໃດ ເພື່ອເຮັດໃຫ້ປະເທດຊາດຂອງພວກເຮົາເປັນປະເທດທີ່ບໍລິສຸດ. ສະນັ້ນ, ຄວນເອົາໃຈໃສ່ການສຶກສາອົບຮົມຕັ້ງແຕ່ຍັງນ້ອຍ, ອີກບັນຫາໜຶ່ງທີ່ສຳຄັນຕ້ອງກຳນົດທີ່ຕັ້ງໃຫ້ມັນແຈ້ງ, ກຳນົດສິດໜ້າທີ່ໃຫ້ມັນຊັດເຈນ ແລະ ບັນດານິຕິກຳຕ່າງໆ ໃຫ້ຮີບຮ້ອນຜັນຂະຫຍາຍເປັນຄູ່ມືອັນລະອຽດ ເພື່ອເປັນບ່ອນອີງໃນການສ້າງນັກກວດສອບ-ກວດກາທີ່ດີ ເພາະຈະເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມຂອງພວກເຮົາມີຄວາມສັກສິດ ມີຜົນດີຕໍ່ປະເທດຊາດ.

ທ່ານນາງ ຫົງຄຳ ໄຊຍະຄົມ ສສຊ ເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ປະກອບຄຳເຫັນຕໍ່ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ຊຶ່ງທ່ານໄດ້ແລກປ່ຽນຕໍ່ອົງການກວດສອບແຫ່ງລັດ ຕໍ່ກັບກໍລະນີມີເຈົ້າໜ້າທີ່ຢູ່ໃນຂົງເຂດເສດຖະກິດບາງຂົງເຂດ ສວຍໃຊ້ໜ້າທີ່ເພື່ອສ້າງຜົນປະໂຫຍດໃຫ້ຕົນເອງ, ຂໍໃຫ້ອົງການກວດສອບຕິດຕາມ. ສະນັ້ນ, ໃນອີກ 5 ປີຕໍ່ໜ້າ ຂໍໃຫ້ອົງການກວດສອບມີຄວາມຮັບຜິດຊອບຕໍ່ກໍລະນີນີ້ເພື່ອເຮັດໃຫ້ການກະທຳຜິດດັ່ງກ່າວບໍ່ໃຫ້ເກີດຂຶ້ນອີກ, ຂໍໃຫ້ອົງການກວດສອບກຳນົດເຂົ້າໃນແຜນຕໍ່ໜ້າຈະແກ້ໄຂແນວໃດ, ຕໍ່ກັບອົງການກວດກາແຫ່ງລັດ ຢາກໃຫ້ເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນໃຫ້ເຂັ້ມແຂງຕື່ມ.
ຂ່າວ: ພູວັນ; ພາບ: ສຳນານ

ຄໍາເຫັນ

ຂ່າວເດັ່ນ

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ໃນຕອນແລງຂອງວັນທີ 8 ຕຸລາ ນີ້ ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຕາມຄໍາເຊື້ອເຊີນຂອງສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນລະຫວ່າງ ວັນທີ 8-9 ຕຸລາ 2026ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.
ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມພ້ອມດ້ວຍຄະນະຜູ້ແທນຂັ້ນສູງໄດ້ເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນວັນທີ 8-9 ຕຸລາ ນີ້ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.
ຄະນະ ສສຊ ເຂດ 12 ເຂົ້າອວຍພອນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່

ຄະນະ ສສຊ ເຂດ 12 ເຂົ້າອວຍພອນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່

ຄະນະສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ແລະ ຄະນະຫ້ອງວ່າການສະພາປະຊາຊົນແຂວງ ນໍາໂດຍ ທ່ານ ໄຊຊະນະ ໂຄດພູທອນປະທານຄະ​ນະ ສສຊ ປະຈໍາເຂດເລືອກຕັ້ງທີ 12, ປະທານສະພາປະຊາຊົນແຂວງຄໍາມ່ວນ ພ້ອມຄະນະ ໄດ້ເຂົ້າອວຍພອນ ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ແລະ ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໃນ​ວັນ​ທີ 7 ຕຸ​ລາ​ຜ່ານ​ມາທີ່ ສະ​ພາ​ແຫ່ງ​ຊາດ. ໃນໂອກາດທີ່ທັງສອງທ່ານໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງໃໝ່ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X.
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເຂົ້າວາງພວງມະລາ ຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ນະຄອນຫລວງວຽງຈັນ ໃນວັນທີ 8 ຕຸລານີ້, ເນື່ອງໃນໂອກາດທີ່ຄະນະຜູ້ແທນດັ່ງກາວເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 8-9 ຕຸລານີ້.
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ຕອນບ່າຍວັນທີ 8 ຕຸລານີ້, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ເພື່ອດໍາເນີນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.
ຜົນການກວດກາ 6 ເປົ້າໝາຍໃຫຍ່ ພົບຫຼາຍໂຄງການລະເມີດລະບຽບການ

ຜົນການກວດກາ 6 ເປົ້າໝາຍໃຫຍ່ ພົບຫຼາຍໂຄງການລະເມີດລະບຽບການ

ອົງການກວດກາແຫ່ງລັດ ໄດ້ລາຍງານຜົນການກວດກາ 6 ເປົ້າໝາຍໃຫຍ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພົບຫຼາຍໂຄງການ-ຂະແໜງການ ຍັງມີຂໍ້ຂາດຕົກບົກພ່ອງ ແລະ ລະ ເມີດລະບຽບການ ໃນວັນທີ 8 ຕຸລານີ້, ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ.
ສະພາແຫ່ງຊາດ ເນັ້ນໃຫ້ຮັດກຸມ ແລະ ເດັດຂາດ ໃນການເກັບກູ້ງົບປະມານ-ແກ້ໄຂຜົນການກວດສອບ-ກວດກາແຫ່ງລັດ

ສະພາແຫ່ງຊາດ ເນັ້ນໃຫ້ຮັດກຸມ ແລະ ເດັດຂາດ ໃນການເກັບກູ້ງົບປະມານ-ແກ້ໄຂຜົນການກວດສອບ-ກວດກາແຫ່ງລັດ

​ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ຈັນທະບູນ ສຸກອາລຸນ ປະທານກຳມາທິການເສດຖະກິດ ແລະ ການເງິນ, ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ຂຶ້ນປະກອບຄຳເຫັນຕໍ່ບົດລາຍງານການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການປີ 2027 ຂອງອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ ໃນວັນທີ 8 ຕຸລານີ້ ທີ່ສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
9 ເດືອນ ພົບຫຼາຍໂຄງການ-ຂະແໜງການ ຍັງລະເມີດລະບຽບ

9 ເດືອນ ພົບຫຼາຍໂຄງການ-ຂະແໜງການ ຍັງລະເມີດລະບຽບ

ອົງການກວດກາແຫ່ງລັດ ລາຍງານຜົນການກວດກາ 9 ເດືອນ ປີ 2026 ພົບຫຼາຍໂຄງການ-ຂະແໜງ ການ ຍັງລະເມີດລະບຽບການ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 8 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຫຼາຍວິສາຫະກິດລັດ ແກ້ໄຂເລັ່ງທວງໜີ້ຕ້ອງຮັບ ແລະ ສະສາງໜີ້ຕ້ອງສົ່ງ

ຫຼາຍວິສາຫະກິດລັດ ແກ້ໄຂເລັ່ງທວງໜີ້ຕ້ອງຮັບ ແລະ ສະສາງໜີ້ຕ້ອງສົ່ງ

ຜ່ານການຕິດຕາມ ຊຸກຍູ້, ການກວດສອບຄືນການແກ້ໄຂຜົນການກວດສອບໃນປີ 2026 ໃນຂົງເຂດວິສາຫະກິດລັດ ເຫັນວ່າມີບາງບັນຫາທີ່ຕ້ອງໄດ້ແກ້ໄຂລວມມີ ການມອບອາກອນກຳໄລ ອາກອນລາຍໄດ້, ອາກອນມູນຄ່າເພີ່ມ, ການເລັ່ງທວງໜີ້ຕ້ອງຮັບ, ການສະສາງໜີ້ຕ້ອງສົ່ງ, ການສັງລວມລາຍຮັບ ມູນຄ່າຕົ້ນທຶນຊັບສົມບັດທີ່ເຂົ້າໃນເອກະສານລາຍງານການເງິນລວມເປັນເງິນ 1,963.16 ຕື້ກີບ. ໃນນັ້ນ, ແກ້ໄຂໄດ້ 1,760.60 ຕື້ກີບ ເທົ່າກັບ 89.68% ຂອງຈໍານວນທີ່ຕ້ອງແກ້ໄຂຍັງຄ້າງ 202.56 ຕື້ກີບ.
ກວດສອບ ເຫັນໜີ້ຄ້າງໃນຂົງເຂດທະນາຄານ 10 ພັນກວ່າຕື້ກີບ

ກວດສອບ ເຫັນໜີ້ຄ້າງໃນຂົງເຂດທະນາຄານ 10 ພັນກວ່າຕື້ກີບ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 8 ຕຸລານີ້ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ. ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ໄດ້ລາຍງານຕໍ່ກອງປະຊຸມວ່າ: ໃນປີ 2026 ຜ່ານການຕິດຕາມ, ຊຸກຍູ້ ແລະ ກວດສອບຄືນການແກ້ໄຂຜົນການກວດສອບຂົງເຂດທະນາຄານ ບັນຫາທີ່ຕ້ອງໄດ້ແກ້ໄຂລວມມີການເກັບກູ້ເງິນທີ່ປ່ອຍເກີນທຶນຊັ້ນໜຶ່ງ, ເງິນທີ່ໄດ້ຈ່າຍແທນບໍລິສັດຈາກການຄໍ້າປະກັນສັນຍາ, ການມອບອາກອນມູນຄ່າເພີ່ມ, ອາ ກອນກຳໄລ, ການຕິດຕາມການປະຕິບັດເງື່ອນໄຂສັນຍາເງິນກູ້ຂອງທະນາຄານແຫ່ງ ສປປ ລາວ ແລະ ບັນຫາອື່ນໆ ລວມເປັນເງິນ 14,345.52 ຕື້ກີບ. ໃນນັ້ນ, ແກ້ໄຂໄດ້ ຈໍານວນ 3,781.07 ຕື້ກີບ ເທົ່າກັບ 26.36% ຂອງຈໍານວນທີ່ຕ້ອງແກ້ໄຂ, ຍັງຄ້າງຈໍານວນ 10,564.45 ຕື້ກີບ.
ເພີ່ມເຕີມ