ສສຊ-ສສຂ ພົບປະ ຜູ້​ມີ​ສິດ​ເລືອກ​ຕັ້ງ ຢູ່ເມືອງໂຂງ

ສສຊ-ສສຂ ພົບປະ ຜູ້​ມີ​ສິດ​ເລືອກ​ຕັ້ງ ຢູ່ເມືອງໂຂງ

ສສຊ-ສສຂ ພົບປະ ຜູ້​ມີ​ສິດ​ເລືອກ​ຕັ້ງ ຢູ່ເມືອງໂຂງ
ຄະນະສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ປະຈຳເຂດເລືອກຕັ້ງເມືອງໂຂງ ໄດ້ສຳເລັດການລົງເຄື່ອນໄຫວເຜີຍແຜ່ຜົນສຳເລັດກອງປະຊຸມສະພາ ແລະ ພົບປະຜູ້ມີສິດເລືອກຕັ້ງ ໃນ​ວັນ​ທີ 22 ພຶດ​ສະ​ພາ​ຜ່ານ​ມາ.
ສສຊ-ສສຂ ພບປະ ຜ​ມ​ສດ​ເລອກ​ຕງ ຢເມອງໂຂງ - image 1
 

 

ການລົງເຄື່ອນໄຫວໃນຄັ້ງນີ້ມີ ທ່ານ ທິບພະສອນ ສະມາເລິກ ປະທານຄະນະກຳມະການ ປກຊ-ປກສ ແລະ ຍຸຕິທຳ ສະພາປະຊາຊົນແຂວງ, ສສຊ ປະຈຳເຂດເລືອກຕັ້ງທີ 15, ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ, ເລຂາພັກເມືອງ, ຫົວໜ້າຄະນະ ສສຂ ປະຈຳເຂດເລືອກຕັ້ງເມືອງໂຂງ ພ້ອມຄະນະ.

ຈຸດປະສົງຫຼັກຂອງການລົງພື້ນທີ່ໃນຄັ້ງນີ້ ແມ່ນເພື່ອເຜີຍແຜ່ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງຈຳປາສັກ ຊຸດທີ V. ນອກຈາກນີ້, ຍັງໄດ້ຮັບຟັງ, ເກັບກຳຄຳຄິດຄຳເຫັນ ແລະ ຄຳສະເໜີຕ່າງໆ ຂອງປະຊາຊົນຜູ້ມີສິດເລືອກຕັ້ງໂດຍກົງ ເພື່ອນຳໄປພິຈາລະນາແກ້ໄຂຜ່ານກົນໄກຂອງສະພາ.

ໂອກາດນີ້ ທ່ານ ຈັນທະນົງສິນ ຈັນທະພິມ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ ໄດ້ລາຍງານໂດຍສັງເຂບກ່ຽວກັບວຽກງານຮອບດ້ານໃນໄລຍະ 3 ເດືອນຕົ້ນປີ 2026 ວ່າ: ຜົນສຳເລັດໃນຂົງເຂດເສດຖະກິດ ແລະ ພື້ນຖານໂຄງລ່າງ ໂຄງການລົງທຶນ ແລະ ງົບປະມານ: ມີໂຄງການລົງທຶນຂອງລັດ (ໂຄງການສືບຕໍ່) 8 ໂຄງການ ມູນຄ່າ 298.21 ຕື້ກີບ, ໂຄງການປະກອບສ່ວນຂອງສັງຄົມ 8 ໂຄງການ, ໂຄງການຊ່ວຍເຫຼືອ 1 ໂຄງການ, ໂຄງການລົງທຶນເອກະຊົນມີ 22 ໂຄງການ ແລະ ເຂດເສດຖະກິດພິເສດ 1 ແຫ່ງ.

ການເກັບລາຍຮັບເຂົ້າງົບປະມານປະຕິບັດໄດ້ 5.5 ຕື້ກີບ (ເທົ່າກັບ 31% ຂອງແຜນປີ) ແລະ ປະຕິບັດລາຍຈ່າຍໄດ້ 5,6 ຕື້ກີບ; ການຜະລິດກະສິກຳ: ເຂົ້ານາແຊງປະຕິບັດໄດ້ 2,356.14 ເຮັກຕາ ເທົ່າກັບ 93.23% ຂອງແຜນການ, ສະມັດຕະພາບ 5.26 ໂຕນ/ເຮັກຕາ, ເກັບກ່ຽວແລ້ວ 80%; ການປູກພືດລະດູແລ້ງບັນລຸໄດ້ 100% ຂອງແຜນການ (368 ເຮັກຕາ). ນອກນີ້ ໄດ້ມີການສັກຢາກັນພະຍາດສັດ (ຄວາຍ, ງົວ, ໝູ, ສັດປີກ) ແລະ ສ້າງມູນຄ່າການຈຳໜ່າຍຜະລິດຕະພັນພາຍໃນເມືອງໄດ້ 3.3 ຕື້ກີບ.

ພື້ນຖານໂຄງລ່າງ: ໂຄງການທີ່ມີຄວາມຄືບໜ້າດີເດັ່ນແມ່ນ ການຍົກລະດັບສ້ອມແປງທາງບ້ານນາເຊືອກ - ໂພນວິໄຊ ບັນລຸໄດ້ 100%, ເສັ້ນທາງເຂົ້າບ້ານພຽງດີ ຄືບໜ້າ 90%, ເສັ້ນທາງພຽງດີ-ນາກະສັງຄືບໜ້າ 85% ແລະ ທາງປູຢາງສອງຊັ້ນເຂົ້າບ້ານເສັດ-ນາປາກຽບ-ບ້ານໂສດ ຄືບໜ້າ 18.9%, ນອກຈາກນີ້ ວຽກງານວັດທະນະທຳ-ສັງຄົມ ກໍມີຜົນສຳເລັດເປັນກ້າວໆ.

ນອກຈາກນັ້ນ ຍັງມີຂໍ້ສະເໜີຈຳນວນໜຶ່ງເຊັ່ນ: ຂະແໜງການສຶກສາ: ສະເໜີເພີ່ມງົບປະມານ (ເງິນບໍລິຫານ ແລະ ເງິນດັດສົມສົ່ງເສີມ); ສະເໜີຂໍທຶນສ້ອມແປງອາຄານໂຮງຮຽນປະຖົມສົມບູນ 4 ແຫ່ງ (ບຶງງາມ, ນາແວງ, ໃຫມ່ສີວິໄລ, ຫໍ່ເຂົ້າ) ທີ່ເປເພ. ຂະແໜງການທ່ອງທ່ຽວ ສະເໜີໃຫ້ຂັ້ນແຂວງຊ່ວຍຕິດຕາມ ແລະ ຊຸກຍູ້ຜູ້ພັດທະນາໂຄງການຢູ່ແຫຼ່ງທ່ອງທ່ຽວຄອນພະເພັງ ແລະ ສົມພະມິດ ເພື່ອເລັ່ງປັບປຸງພື້ນຖານໂຄງລ່າງ ແລະ ການບໍລິການ. ຂະແໜງໂຍທາ ສະເໜີຂໍງົບປະມານກໍ່ສ້າງເສັ້ນທາງເບຕົງ ແຕ່ບ້ານກາງໂຂງ ຫາ ບ້ານເມືອງແສນ (ກວ້າງ 6 ແມັດ, ຍາວ 8,1 ກິໂລແມັດ) ມູນຄ່າ 31,4 ຕື້ກີບ. ວຽກງານກຳມະບານ: ສະເໜີປັບປຸງລະບຽບກອງທຶນທານຸເຄາະ ເພື່ອໃຫ້ຜູ້ເສຍຊີວິດໄດ້ຮັບນະໂຍບາຍສູງຂຶ້ນ.

ຂ່າວ-ພາບ: ເມືອງໂຂງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ນັກທຸລະກິດໜຸ່ມເມືອງໄຊເສດຖາ ສົ່ງເສີມຊາວໜຸ່ມສ້າງອາຊີບຜ່ານໂຄງການຝຸ່ນຊີວະພາບກະສິກຳປອດສານພິດ

ນັກທຸລະກິດໜຸ່ມເມືອງໄຊເສດຖາ ສົ່ງເສີມຊາວໜຸ່ມສ້າງອາຊີບຜ່ານໂຄງການຝຸ່ນຊີວະພາບກະສິກຳປອດສານພິດ

ສະມາຄົມນັກທຸລະກິດໜຸ່ມເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ເປີດຮ້ານວາງສະແດງ ແລະ ຈຳໜ່າຍຜະລິດຕະພັນຂອງສະມາຊິກພາຍໃນງານບຸນນະມັດສະການພະທາດຫຼວງພ້ອມທັງເນັ້ນຍ້ຳພາລະບົດບາດໃນການສ້າງຄວາມສາມັກຄີພາຍໃນ ແລະ ການສົ່ງເສີມຊາວໜຸ່ມທີ່ຍັງບໍ່ມີວຽກເຮັດງານທຳໃຫ້ມີລາຍໄດ້ຜ່ານໂຄງການຜະລິດຝຸ່ນຊີວະພາບ ແລະ ການປູກພືດປອດສານພິດ.
ຊາວໜຸ່ມໄຊເສດຖາ ລະດົມກໍາລັງ 1,300 ກວ່າຄົນ ປ້ອງກັນງານບຸນນະມັດສະການພະທາດຫຼວງ

ຊາວໜຸ່ມໄຊເສດຖາ ລະດົມກໍາລັງ 1,300 ກວ່າຄົນ ປ້ອງກັນງານບຸນນະມັດສະການພະທາດຫຼວງ

ຄະນະບໍລິຫານງານຊາວໜຸ່ມ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ນໍາພາກໍາລັງຊາວໜຸ່ມ ຫຼາຍກວ່າ 1,300 ຄົນ ລົງປະຈໍາການ ປ້ອງກັນຄວາມສະຫງົບ ໃນງານບຸນນະມັດສະການພະທາດຫຼວງ ປະຈໍາປີ 2026 ພ້ອມທັງເຂົ້າຮ່ວມ ກິດຈະກໍາສໍາຄັນ ຂອງງານບຸນດັ່ງກ່າວ ຢ່າງເປັນຂະບວນຟົດຟື້ນ.
ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນ ຂອງອົງການກາແດງແຫ່ງຊາດລາວ ໃນວັນທີ 19 ພະຈິກນີ້, ໂດຍການເປັນປະທານ ຂອງທ່ານ ຄໍາລາວັນ ຈັນທະລາວັນ ກໍາມະການສູນກາງພັກເລຂາຄະນະພັກປະທານອົງການກາແດງແຫ່ງຊາດລາວ, ເຂົ້າຮ່ວມມີບັນດາຜູ້ແທນຈາກຂັ້ນສູນກາງ ແລະ ຂັ້ນແຂວງທົ່ວປະເທດ ພ້ອມດ້ວຍຄູ່ຮ່ວມງານພັດທະນາ.
ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ພິທີມອບ - ຮັບ ອຸປະກອນການສຶກສາ ຂອງຄະນະທີມງານສາຍບຸນ ຈາກ ສປ ຈີນ ໃຫ້ແກ່ໂຮງຮຽນມັດທະຍົມສົມບູນສົງ (ມ​ສ ສົງ) ແຂວງຫຼວງພະບາງ,ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ພະ​ຈິກ​ຜ່ານ​ມາທີ່ ມ​ສ ດັ່ງ​ກ່າວ, ໂດຍມີ ສາທຸ ຈັນທະລິນ ຈີນນະທັມໂມ ຮອງປະທານ ອົງການພຸດທະສາສະໜາສັມພັນລາວ (ອພສ) ຫົວໜ້າກັມມາທິການສຶກສາສົງແຂວງ, ທ່ານ ຄຳຄ່ອງ ພົມມະປັນຍາ ປະທານກວດກາພັກ-ອົງການກວດກາລັດແຂວງ, ພ້ອມດ້ວຍ ຜູ້ຕາງໜ້າຈາກພະແນກການກ່ຽວຂ້ອງ ເຂົ້າຮ່ວມ.
ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ງານຕະຫຼາດນັດກາງຄືນຂອງ ເມືອງ​ໂຂງ ແຂວງ​ຈຳ​ປາ​ສັກ ເພື່ອສືບສານສິລະປະໝໍລຳສີພັນດອນ ພາຍໃຕ້ຄຳຂວັນ: “ມົນສະເໜ່ສີພັນດອນ ສືບສານວິຖີຊີວິດ ສ້າງສີສັນຍາມຄ່ຳຄືນ” ຕິດພັນກັບການປະກວດໝໍລຳສີພັນດອນ ໃນລະດັບໂຮງຮຽນມັດທະຍົມສົມບູນ (ມສ) ທົ່ວເມືອງໂຂງ ໄດ້​ປິດ​ລົງ​ຢ່າງຄຶກຄື້ນ ແລະ ມ່ວນຊື່ນ ໃນ​ຄ່ຳ​ຄືນ​ຂອງວັນ​ທີ 19 ພະ​ຈິກ​ຜ່ານ​ມາ ທີ່ ບ້ານ​ເມືອງ​ແສນ ຕາ​ແສງດອນ​ໂຂງ, ໂດຍມີ ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໂຂງ, ທ່ານ ສະເຫຼີມໄຊ ແສງສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ ຕະຫຼອດ​ຮອດ​ປະ​ຊາ​ຊົນ​ຊາວ​ເມືອງ​ໂຂງເຂົ້າຮ່ວມຢ່າງຫຼວງຫຼາຍ.
ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

“ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ມອບເງິນ 500 ລ້ານກີບ ທີ່ໄດ້ຈາກການລະດົມທຶນຈາກສັງຄົມ ໃຫ້ແກ່ໂຮງຮຽນມັດທະຍົມຕອນປາຍທ່າແຂກ ເພື່ອບູລະນະສ້ອມແປງອາຄານ ແລະ ປັບປຸງສະພາບແວດລ້ອມການຮຽນ-ການສອນ.
ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ໄດ້ຈັດກິດຈະກຳ ຮັບບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ, ໃນ​ວັນ​ທີ 20 ພະ​ຈິກ​ນີ້, ໂດຍມີ ທ່ານ ຄຳຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມແຂວງ, ຕາງໜ້າອົງການກາແດງແຂວງ, ພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການ ພາຍໃນແຂວງ ເຂົ້າຮ່ວມ.
ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ກະຊວງການເງິນ ຮ່ວມກັບ ອົງການປົກຄອງແຂວງອັດຕະປື ຈັດກອງປະຊຸມເຜີຍແຜ່ແນະນຳ ແລະ ເປີດນຳໃຊ້ລະບົບໃບເກັບເງິນເອເລັກໂຕຣນິກ (E-Tax Invoice) ແລະ ລະບົບຄຸ້ມຄອງແບບຟອມ ແລະ ເບີກຈ່າຍງົບປະມານພາກລັດແບບເອເລັກໂຕຣນິກ (D-Filing) ໃນວັນທີ 19 ພະຈິກຜ່ານ​ມາ ທີ່ແຂວງອັດ​ຕະ​ປື, ໂດຍມີ ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວ ໜ້າກົມສ່ວຍ ສາອາກອນ ກະຊວງການເງິນ, ມີທ່ານ ນາງ ໄຍຄຳ ສີຊາຊົນ ຮອງຫົວໜ້າພະແນກການເງິນແຂວງອັດຕະປື, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ
ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ບໍລິສັດ ສະມໍລບີ ໄດ້ກະກຽມກໍາລັງພະນັກງານຈໍານວນ 280 ຄົນ ພ້ອມອຸປະກອນ ແລະ ພາຫະນະຮັບໃຊ້ວຽກງານອະນາໄມ, ເກັບມ້ຽນ ແລະຂົນສົ່ງຂີ້ເຫຍື້ອພາຍໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປີ 2026 ໂດຍໄດ້ຈັດກໍາລັງພະນັກງານປະຈໍາການຕະຫຼອດ 24 ຊົ່ວໂມງ ເພື່ອຮັກສາສະພາບແວດລ້ອມພາຍໃນງານບຸນໃຫ້ສະອາດງາມຕາ ແລະ ເປັນລະບຽບຮຽບຮ້ອຍ.
ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ຄະນະກຳມະການປົກຄອງຕາແສງ 38 ຕາແສງ ທົ່ວແຂວງສາລະວັນ ປະກອບມີ ປີ່ນເຕີ 38 ເຄື່ອງ, ແທັບເລັດ 38 ເຄື່ອງ ແລະ ຄອມພິວເຕີແລັບທັອບ 38 ເຄື່ອງ, ລວມທຸກລາຍການທັງໝົດ 114 ເຄື່ອງ.
ເພີ່ມເຕີມ