ສຶກສາຄວາມເປັນໄປໄດ້ ພັດທະນາໂຄງການຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວ ຈາກການທຳລາຍປ່າໄມ້

ສຶກສາຄວາມເປັນໄປໄດ້ ພັດທະນາໂຄງການຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວ ຈາກການທຳລາຍປ່າໄມ້
ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາຄວາມເປັນໄປໄດ້ເບື້ອງຕົ້ນ ໃນການພັດທະ ນາໂຄງການຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວ ຈາກການທໍາລາຍປ່າໄມ້ ແລະ ການເຮັດໃຫ້ປ່າ ໄມ້ຊຸດໂຊມ (REDD+) ລະຫວ່າງກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ແລະ ບໍລິສັດ ເສສວນ ຫົວໂຖ ພັດທະນາເຕັກໂນໂລຊີກາກບອນ ຈຳກັດ ໄດ້ຈັດຂຶ້ນໃນວັນທີ 1 ທັນວາ ນີ້ ທີ່ໂຮງແຮມດອນຈັນພຣາເລດ ນະຄອນຫຼວງວຽງຈັນ.
ຮ່ວມລົງນາມຄັ້ງນີ້ຕາງໜ້າ ກົມປ່າໄມ້ ໂດຍ ທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້ ແລະ ຕາງໜ້າ ບໍລິສັດ ໂດຍ ທ່ານ ຫວັງຈຽນ ຜູ້ບໍລິຫານ ຂອງ ບໍລິສັດ ເສສວນຫົວໂຖ ພັດທະນາເຕັກ ໂນໂລຊີກາກບອນ ຈຳກັດ ແລະ ທ່ານ ບຸນເຮືອງ ຊີນຈິຄັງ ປະທານ ບໍລິສັດ ຄັງຮົວລົງທຶນລາວ ຈຳກັດ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ການລົງນາມດັ່ງກ່າວນີ້ ແມ່ນເພື່ອຮ່ວມມືກັນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ (ຕາງໜ້າ ໂດຍກົມປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້) ແລະ ບໍລິສັດ ເສສວນ ຫົວໂຖ ພັດທະນາ ເຕັກໂນໂລຊິກາກບອນ ຈຳກັດ ກ່ຽວກັບ ການເຂົ້າຫາແຫຼ່ງທຶນແບບຍືນຍົງ ໃນການບໍລິຫານຄຸ້ມຄອງ ແລະ ປົກປັກຮັກສາຊັບພະຍາກອນປ່າໄມ້ ແລະ ເພື່ອເຮັດວຽກງານຮ່ວມກັນພັດທະນາເຕັກໂນໂລຊີກາກບອນ ຈຳກັດ, ກ່ຽວກັບ ການເຂົ້າຫາຕະຫຼາດສິນເຊື່ອກາກບອນປ່າໄມ້ແບບຍືນຍົງ ຊຶ່ງຄາດຄະເນໝາກຜົນທີ່ ຈະໄດ້ຮັບຈາກການຮ່ວມມືໃນຄັ້ງນີ້: ຈະສ້າງເປັນໂຄງການຮ່ວມກັນ ແລະ ຕ່າງຝ່າຍຕ່າງມີຜົນ ປະໂຫຍດຮ່ວມກັນ, ຂຸດຄົ້ນຫາທ່າແຮງບົ່ມຊ້ອນທາງດ້ານທຳມະຊາດ ກໍຄືຊັບພະຍາກອນປ່າໄມ້ ເພື່ອຫັນ ເຂົ້າສູ່ການສ້າງເສດຖະກິດສີຂຽວ ຫຼື ການເຕີບໂຕສີຂຽວໃຫ້ປະກົດຜົນເປັນຈິງເທື່ອກ້າວ, ສ້າງລາຍ ຮັບຈາກການອະນຸລັກ ແລະ ການບໍລິຫານຄຸ້ມຄອງປ່າໄມ້ຮ່ວມກັນ ຊຶ່ງຈະເປັນລາຍຮັບທາງດ້ານ ເສດຖະ ກິດຂອງຊາດ ແລະ ຂອງປະຊາຊົນທ້ອງຖິ່ນ ທີ່ຢູ່ໃນເຂດພື້ນທີ່ເປົ້າໝາຍຂອງໂຄງການ, ເປັນການປະ ຕິບັດພັນທະຕໍ່ສົນທິສັນຍາສາກົນ ວ່າດ້ວຍການປ່ຽນແປງດິນຟ້າອາກາດຮ່ວມກັນ ແລະ ສ້າງໂອກາດ ໃຫ້ປະຊາຊົນ ໄດ້ມີສ່ວນຮ່ວມໃນການຄຸ້ມຄອງຊັບພະຍາກອນປ່າໄມ້ ແລະ ເພື່ອເປັນການພັດທະນາຊີວິດ ການເປັນຢູ່ຂອງປະຊາຊົນທີ່ຢູ່ໃນຂອບເຂດພື້ນທີ່ເປົ້າໝາຍຂອງໂຄງການ
ໂຄງການ “ຫຼຸດຜ່ອນການປ່ອຍອາຍເຮືອນແກ້ວຈາກການທຳລາຍປ່າ" ມີເປົ້າໝາຍຈັດຕັ້ງປະຕິບັດ ຢູໃນປ່າສະຫງວນແຫ່ງຊາດຍອດນ້ຳໂມ-ພູສາມສຸມ ແຂວງຊຽງຂວາງ ແລະ ປ່າປ້ອງກັນແຫ່ງຊາດ ແຫຼ່ງນ້ຳຊັນ-ນໍ້າເຜືອກ ແຂວງຊຽງຂວາງ ແລະ ແຂວງໄຊສົມບູນ, ທັງສອງພື້ນທີ່ມີເນື້ອທີ່ທັງໝົດປະມານ 140.000 ເຮັກຕາ, ຄາດຄະເນວ່າ ການປ່ອຍທາດອາຍກາກໂບນິກຈະປະມານ 200.000 ໂຕນ/ປີ, "REDD+” ໝາຍເຖິງ “ການຫຼຸດຜ່ອນການປ່ອຍອາຍເຮືອນແກ້ວຈາກການທໍາລາຍປ່າ ແລະ ການເຮັດ ໃຫ້ປ່າໄມ້ຊຸດໂຊມຢູ່ໃນປະເທດກຳລັງພັດທະນາ, ໃນນັ້ນລວມເຖິງການຄຸ້ມຄອງປ່າໄມ້ແບບຍືນຍົງ ແລະ ການປົກປັກຮັກສາປ່າໄມ້ເພື່ອເສີມຂະຫຍາຍ ແລະ ເພີ່ມພື້ນທີ່ຂອງແຫຼ່ງກາກບອນຂອງປ່າໄມ້, ໂດຍ ການຈັດຕັ້ງປະຕິບັດໂຄງການ REDD+ ລວມມີຫຼາຍໆກິດຈະກຳທີ່ສໍາຄັນຄື: ການຄຸ້ມຄອງ ແລະ ປົກ ປັກຮັກສາປ່າໄມ້, ການສ້າງສູນຮຽນຮູ້, ການສ້າງແລວກັນໄຟ, ການກວດກາລາດຕະເວນການກຳນົດ ເຂດແດນ, ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ດ້ວຍຄວາມສະໝັກໃຈ ແລະ ໄດ້ຮັບຂໍ້ມູນລ່ວງໜ້າ (FPIC) ແລະອື່ນໆ.
(ຂ່າວ: ສຳນານ - ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ