ໂຄງການໂຮງໝໍທັນສະໄໝສີທັນດອນເມືອງໂຂງ

ສຶກສາຄວາມເປັນໄປໄດ້ໃນການລົງທຶນພັດທະນາໂຮງໝໍທັນສະໄໝສີທັນດອນ

ສຶກສາຄວາມເປັນໄປໄດ້ໃນການລົງທຶນພັດທະນາໂຮງໝໍທັນສະໄໝສີທັນດອນ
ພິທີເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການສຶກສາຄວາມເປັນໄປໄດ້ໃນການລົງທຶນເພື່ອພັດທະນາໂຄງການໂຮງໝໍທັນສະໄໝສີທັນດອນເມືອງໂຂງ

 

ແຂວງຈຳປາສັກ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ກະຊວງສາທາລະນະສຸກ ລະຫວ່າງ ກະຊວງສາທາລະນະສຸກ ແຫ່ງ ສປປ ລາວ ແລະ ບໍລິສັດ ພັດທະນາສີທັນດອນ ຈຳກັດ ແລະ ໂຮງໝໍຊຶ່ງເປັນພາກສ່ວນໜຶ່ງທີ່ສຳຄັນຂອງໂຄງການຮ່ວມມືລະຫວ່າງ ລາວ-ຈີນ, ພາຍຫຼັງການປຶກສາຫາລືຮ່ວມກັນລະຫວ່າງ 3 ຝ່າຍ, ໄດ້ຕົກລົງເປັນເອກະພາບກັນວ່າກຸ່ມໂຮງໝໍ SuperiorMed& Perennial Hospitals ຈະແນະນຳເຕັກໂນໂລຊີການແພດຊັ້ນນຳຂອງໂລກ, ຄວາມສາມາດດ້ານການແພດລະດັບສູງ, ແຫຼ່ງການແພດທີ່ສົມບູນ ແລະ ການບໍລິການດ້ານການແພດທີ່ມີຫົວຄິດປະດິດສ້າງ, ເພື່ອແນໃສ່ຮ່ວມກັນປັບປຸງລະດັບການແພດຂອງ ສປປ ລາວ ໃຫ້ດີຂຶ້ນເທື່ອລະກ້າວ, ຟື້ນຟູໂຄງການທ່ອງທ່ຽວດ້ານການແພດ ແລະ ດຶງດູດການລົງທຶນຈາກຕ່າງປະເທດໃຫ້ມີການພັດທະນາທີ່ມີຜົນດີຕໍ່ສາມຝ່າຍ ດ້ວຍເຫດຜົນດັ່ງກ່າວຈຶ່ງຮ່ວມກັນລົງນາມເພື່ອຈັດຕັ້ງປະຕິບັດໃນການກະກຽມ ແລະ ຊຸກຍູ້ໃຫ້ໂຄງການດັ່ງກ່າວ.

ພິທີດັ່ງກ່າວ ໄດ້ມີການລົງນາມ ໂດຍ ທ່ານ ນາງ ອາພອນ ວິຊາເທບ ຫົວໜ້າຫ້ອງການກະຊວງສາທາລະນະສຸກ, Mr. Xiang Li President of STD ຜູ້ຕາງໜ້າ ບໍລິສັດຮ່ວມພັດທະນາ ສີທັນດອນ ຈຳກັດ, Ms. Sharon Yin, CEO ໂຮງໝໍ SuperiorMed& Perennial Hospitals, ພ້ອມນັ້ນກໍຍັງໄດ້ຮັບກຽດເຂົ້າຮ່ວມເປັນສັກຂີພິຍານ ໂດຍ ທ່ານບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີບັນດາກົມ, ຫ້ອງການ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.

(ຂ່າວ: ສູນຂໍມູນຂ່າວສານການແພດ)

ເປ4 ວ.ທ,ສ,ຄ ບຸນອູ້ມ 21.11.2024

ຄໍາເຫັນ

ຂ່າວສາທະລະນະສຸກ

ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ຈັດກິດຈະກຳສະຫຼອງວັນສາຍຕາໂລກ

ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ຈັດກິດຈະກຳສະຫຼອງວັນສາຍຕາໂລກ

ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ກະຊວງສາທາລະນະສຸກ ໄດ້ຮ່ວມກັບ ບັນດາອົງການຈັດຕັ້ງສາກົນ ໄດ້ຈັດກິດຈະກຳສະເຫຼີມສະຫຼອງວັນສາຍຕາໂລກ ຂຶ້ນໃນວັນທີ 22 ຕຸລາ ນີ້ ທີ່ ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ເພື່ອເຮັດໃຫ້ທຸກຄົນໄດ້ຄໍານຶງເຖິງ ສາຍຕາແມ່ນມີຄວາມສໍາຄັນທີ່ສຸດ, ສາຍຕາເປັນສິ່ງທີ່ປະເສີດ ແລະ ຈົ່ງຮ່ວມກັນຮັກສາສຸຂະພາບຕາຂອງທ່ານ ແລະ ເດັກນ້ອຍ ຊຶ່ງປີນີ້ມີຄໍາຂວັນທີ່ວ່າ: ຮັກສາສຸຂະພາບຕາຂອງທ່ານ ໂດຍມີທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ນາງ ອາພອນ ວິຊາເທບ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີບັນດາແຂກຖືກເຊີນຈາກ ສູນກາງສະຫະພັນ ແມ່ຍິງລາວ, ຫ້ອງການສາທາລະນະສຸກ, ກົມ, ສູນ ອ້ອມຂ້າງກະຊວງອົງການຈັດຕັ້ງສາກົນ ແລະ ປະຊາຊົນເຂົ້າຮ່ວມ.
ຜູ້ອາຍຸສູງ ແລະ ຄົນພິການ ໃນແຂວງຫຼວງພະບາງໄດ້ຮັບອຸປະກອນຊ່ວຍຟື້ນຟູ

ຜູ້ອາຍຸສູງ ແລະ ຄົນພິການ ໃນແຂວງຫຼວງພະບາງໄດ້ຮັບອຸປະກອນຊ່ວຍຟື້ນຟູ

ວັນທີ 22 ຕຸລາຜ່ານມາ ທີ່ໂຮງໝໍຈີນ-ຫຼວງພະບາງ ນະຄອນ ຫຼວງພະບາງ ໄດ້ມີພິທີເປີດ ໂຄງການປະສານໃຈຢູນນານ ຊ່ວຍເຫຼືອຜູ້ສູງອາຍຸ ແລະ ຄົນພິການ ໃນທົ່ວແຂວງຫຼວງພະບາງ, ມີທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງຫຼວງພະບາງ, ທ່ານ ຈາງ ເສີພິງ ກົງສູນໃຫຍ່ ສປ ຈີນ ປະຈໍາພາກເໜືອ ແຂວງຫຼວງພະບາງ ພ້ອມດ້ວຍແຂກຮັບເຊີນ, ຜູ້ສູງອາຍຸ ແລະ ຜູ້ພິການ ເຂົ້າຮ່ວມ.
ພະຍາດຄໍຕີບ ເປັນອັນຕະລາຍຕໍ່ເດັກນ້ອຍ

ພະຍາດຄໍຕີບ ເປັນອັນຕະລາຍຕໍ່ເດັກນ້ອຍ

ພະຍາດຄໍຕີບ ເປັນພະຍາດທີ່ອັນຕະລາຍຮ້າຍແຮງເກີດຈາກພະຍາດເຊື້ອຈຸລິນຊີຊະນິດໜຶ່ງ ໂດຍຕິດຕໍ່ຜ່ານການໄອ, ຈາມ ແລະ ສໍາພັດໂດຍກົງ ໂດຍສະເພາະຜູ້ທີ່ມີພູມຕ້ານທານຕໍ່າ, ເດັກນ້ອຍບໍ່ໄດ້ຮັບວັກຊິນ ຈະເປັນພະຍາດຄໍຕີບໄດ້ງ່າຍ ແລະ ເຖິງຂັ້ນອັນຕະລາຍຕໍ່ຊີວິດໄດ້. ສະນັ້ນ, ເດັກນ້ອຍຕ້ອງໄດ້ຮັບວັກຊິນປ້ອງກັນພະຍາດຄໍຕີບຕາມເກນອາຍຸ ຕາມຕາຕະລາງຂອງວັກຊິນແຫ່ງຊາດໄດ້ກໍານົດໄວ້.
ສະຫຼອງວັນເດັກຍິງສາກົນ ແລະ ວັນຄຸມກໍາເນີດໂລກ

ສະຫຼອງວັນເດັກຍິງສາກົນ ແລະ ວັນຄຸມກໍາເນີດໂລກ

ກະຊວງສາທາລະນະສຸກ ຈັດພິທີສະເຫຼີມສະຫຼອງວັນເດັກຍິງສາກົນ ພາຍໃຕ້ຫົວຂໍ້ ຂ້ອຍຄືເດັກຍິງ ການຫັນ ປ່ຽນສູ່ຄວາມເປັນຜູ້ນໍາ ເດັກຍິງຄືຜູ້ຢູ່ແຖວໜ້າໃນຍາມວິກິດ ແລະ ພິທີສະເຫຼີມສະຫຼອງວັນຄຸມກໍາເນີດໂລກປະຈຳປີ 2025 ພາຍໃຕ້ຫົວຂໍ້ ຮັບປະກັນສິດທິ ແລະ ທາງເລືອກສຳລັບທຸກຄົນ ຈັດຂຶ້ນໃນວັນທີ 11 ຕຸລາຜ່ານມາ ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ, ມີທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ນາງ ແອນເອເທີວຽນ ວາລາດສ ເອກອັກຄະລັດຖະທູດກູບາປະຈຳລາວ, ມີຜູ້ຕາງໜ້າອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ພ້ອມດ້ວຍແຂກຖືກເຊີນ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ກາແດງເຊກອງໄດ້ຮັບລົດ ແລະ ອຸປະກອນເພື່ອເພີ່ມຂີດຄວາມສາມາດໃນການບໍລິຈາກເລືອດ

ກາແດງເຊກອງໄດ້ຮັບລົດ ແລະ ອຸປະກອນເພື່ອເພີ່ມຂີດຄວາມສາມາດໃນການບໍລິຈາກເລືອດ

ວັນທີ 2 ກັນຍານີ້, ທີ່ແຂວງເຊກອງ, ອົງການກາແດງແຫ່ງຊາດລາວ ໄດ້ມອບລົດຕູ້ 1 ຄັນ ພ້ອມດ້ວຍຊຸດປ້ອງກັນພະຍາດໃຫ້ແກ່ອົງການກາແດງແຂວງເຊກອງ, ເພື່ອເປັນເຄື່ອງມືສຳຄັນໃນການເພີ່ມຄວາມສາມາດເຄື່ອນໄຫວວຽກງານພາກສະໜາມ. ພິທີມອບ-ຮັບ ໄດ້ຈັດຂຶ້ນທີ່ຫ້ອງວ່າການປົກຄອງແຂວງ ໂດຍມີ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ແລະ ທ່ານ ນາງ ສີສະຫງ່າ ແກ້ວດວງດີ ຄະນະປະຈຳພັກແຂວງເຊກອງ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເປັນກຽດເຂົ້າຮ່ວມ.
ງານສະຫຼອງວັນຕັບອັກເສບໂລກ

ງານສະຫຼອງວັນຕັບອັກເສບໂລກ

ໂຮງໝໍເຊດທາທິຣາດ ໄດ້ຈັດກິດຈະກຳສະເຫຼີມສະຫຼອງວັນຕັບອັກເສບໂລກ ຂຶ້ນໃນວັນທີ 8 ສິງຫາ ນີ້, ໂດຍການໃຫ້ກຽດເປັນປະທານຂອງທ່ານ ຫວັງນະຄອນ ດິດຕະພົງ ຜູ້ອຳນວຍການໂຮງໝໍເຊດທາທິຣາດ, ທ່ານນາງ ອາພອນ ວິຊາເທບ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຊຶ່ງມີ ພະນັກງານແພດໝໍ ຊ່ຽວຊານພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ບໍລິຈາກເລືອດສະຫຼອງວັນສ້າງຕັ້ງ ສນຊ

ບໍລິຈາກເລືອດສະຫຼອງວັນສ້າງຕັ້ງ ສນຊ

ກິດຈະກຳບໍລິຈາກເລືອດເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສູນກາງແນວລາວສ້າງຊາດ (ສນຊ) ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ 7 ສິງຫານີ້ ທີ່ສູນການຄ້າລາວໄອເຕັກ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານນາງ ອິນລາວັນ ແກ້ວບຸນພັນ ຮອງປະທານ ສນຊ, ມີທ່ານ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຮຽບຮຽງກົດໝາຍຢາ ແລະ ຜະລິດຕະພັນການແພດ

ຮຽບຮຽງກົດໝາຍຢາ ແລະ ຜະລິດຕະພັນການແພດ

(ສພຊ), ກອງປະຊຸມຮຽບຮຽງກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ (ສະບັບປັບປຸງ)ໄດ້ຈັດຂຶ້ນໃນວັນທີ 23-24 ກໍລະກົດນີ້ ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ (ສພຊ); ເຂົ້າຮ່ວມມີບັນດາທ່ານປະທານ ແລະ ຮອງປະທານກຳມາທິການທີ່ກ່ຽວຂ້ອງພາຍໃນ ສພຊ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຮອງລັດຖະມົນຕີກະຊວງຍຸຕິທໍາ, ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈໍາສະພາແຫ່ງຊາດພ້ອມດ້ວຍຄະນະກົມ, ພະແນກ ແລະ ພະນັກງານທີ່ກ່ຽວຂ້ອງ.
ການໃຫ້ຄໍາປຶກສາກ່ອນຖືພາ ເປັນບັນຫາສໍາຄັນຫຼາຍ

ການໃຫ້ຄໍາປຶກສາກ່ອນຖືພາ ເປັນບັນຫາສໍາຄັນຫຼາຍ

ການໃຫ້ຄໍາປຶກສາກ່ອນຈະແຕ່ງງານ ຫຼື ກ່ອນຖືພາ ແມ່ນເປັນບັນຫາສໍາຄັນຫຼາຍສໍາລັບໄວໜຸ່ມໄວຈະເລີນພັນ ເພື່ອແກ້ໄຂບັນຫາທີ່ຈະມີຜົນກະທົບຕໍ່ສຸຂະພາບຂອງແມ່ ແລະ ເດັກ, ທ່ານ ນາງ ມະນີວອນ ຜາຟອງ ຫົວໜ້າປິ່ນປົວໂຮງໝໍເມືອງວຽງຄໍາ ແຂວງວຽງຈັນ ຮອງຫົວໜ້າສູນໃຫ້ຄໍາປຶກສາວຽກງານໄວໜຸ່ມຈະເລີນພັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນຜ່ານມາວ່າ: ສູນໃຫ້ຄໍາປຶກສາວຽກງານໄວໜຸ່ມຈະເລີນພັນ ຕັ້ງຢູ່ສຸກສາລາດອນກວດ ເມືອງວຽງຄໍາ ແຂວງວຽງຈັນ ໄດ້ສ້າງຕັ້ງຂຶ້ນໃນປີ 2023 ມີພະນັກງານທັງໝົດ 6 ຄົນເປັນຍິງທັງໝົດ ໂດຍເຮັດໝ້າທີ່ ໃຫ້ຄໍາປຶກສາຄູ່ແຕ່ງງານ, ການວາງແຜນຄອບຄົວ.
ການໃຫ້ຄໍາປຶກສາກ່ອນຖືພາ ເປັນບັນຫາສໍາຄັນຫຼາຍ

ການໃຫ້ຄໍາປຶກສາກ່ອນຖືພາ ເປັນບັນຫາສໍາຄັນຫຼາຍ

ການໃຫ້ຄໍາປຶກສາກ່ອນຈະແຕ່ງງານ ຫຼື ກ່ອນຖືພາ ແມ່ນເປັນບັນຫາສໍາຄັນຫຼາຍສໍາລັບໄວໜຸ່ມໄວຈະເລີນພັນ ເພື່ອແກ້ໄຂບັນຫາທີ່ຈະມີຜົນກະທົບຕໍ່ສຸຂະພາບຂອງແມ່ ແລະ ເດັກ, ທ່ານ ນາງ ມະນີວອນ ຜາຟອງ ຫົວໜ້າປິ່ນປົວໂຮງໝໍເມືອງວຽງຄໍາ ແຂວງວຽງຈັນ ຮອງຫົວໜ້າສູນໃຫ້ຄໍາປຶກສາວຽກງານໄວໜຸ່ມຈະເລີນພັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນຜ່ານມາວ່າ: ສູນໃຫ້ຄໍາປຶກສາວຽກງານໄວໜຸ່ມຈະເລີນພັນ ຕັ້ງຢູ່ສຸກສາລາດອນກວດ ເມືອງວຽງຄໍາ ແຂວງວຽງຈັນ ໄດ້ສ້າງຕັ້ງຂຶ້ນໃນປີ 2023 ມີພະນັກງານທັງໝົດ 6 ຄົນເປັນຍິງທັງໝົດ ໂດຍເຮັດໝ້າທີ່ ໃຫ້ຄໍາປຶກສາຄູ່ແຕ່ງງານ, ການວາງແຜນຄອບຄົວ.
ເພີ່ມເຕີມ