ສື່ມວນຊົນ 4 ແຂວງພາກໃຕ້ ທັດສະນະສຶກສາຮ່ວມກັບອົງການແຄຣ

ສື່ມວນຊົນ 4 ແຂວງພາກໃຕ້ ທັດສະນະສຶກສາ ຮ່ວມກັບ ອົງການແຄຣນາໆຊາດປະຈໍາ ສປປ ລາວ ຢູ່ເມືອງດາກຈຶງ

ສື່ມວນຊົນ 4 ແຂວງພາກໃຕ້ ທັດສະນະສຶກສາ ຮ່ວມກັບ ອົງການແຄຣນາໆຊາດປະຈໍາ ສປປ ລາວ ຢູ່ເມືອງດາກຈຶງ
ສື່ມວນຊົນ 4 ແຂວງພາກໃຕ້ ທັດສະນະສຶກສາຮ່ວມກັບອົງການແຄຣນາໆຊາດປະຈໍາ ສປປ ລາວ ຢູ່ເມືອງດາກຈຶງແຂວງເຊກອງ ໃນວັນທີ 11 ທັນວາຜ່ານມາ ທີຫ້ອງການແຄຣນາໆຊາດປະຈໍາ ແຂວງເຊກອງ ໂດຍມີທ່ານ ນາງ ບົວຄໍາ ດວງປັນຍາ

ຫົວໜ້າໂຄງການແກມຊິວ ອົງການແຄຣນາໆຊາດ ປະຈໍາ ສປປ ລາວ, ມີທ່ານ ຄຳປະເສີດ ເຈີດຈິງທ່າວ ຫົວໜ້າຫ້ອງການ ອົງການແຄຣນາໆຊາດ ປະຈຳ ແຂວງເຊກອງ ພະນັກງານວິຊາການຂອງອົງການ ພ້ອມດ້ວຍນັກຂ່າວ4ແຂວງພາກໃຕ້ເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ຄໍາປະເສີດ ເຈີດຈິງທ່າວ ໄດ້ລາຍງານກ່ຽວກັບສະພາບລວມຂອງໂຄງການ SuPER WE Coffee. ຈາກນັ້ນ, ທ່ານ ນາງ ບົວຄໍາ ດວງປັນຍາ ຫົວໜ້າໂຄງການແກມຊິວ ອົງການແຄຣນາໆຊາດ ປະຈໍາ ສປປ ລາວໄດ້ກ່າວວ່າຈຸດປະສົງທີ່ນຳທີມງານນັກຂ່າວມາໃນຄັ້ງນີ້ແມ່ນເພື່ອນຳພານັກຂ່າວມາຮຽນຮູ້ ໃຫ້ມີວິໄສທັດ, ມຸມມອງ ກ່ຽວກັບການພັດທະນາສີຂຽວ, ການຜະລິດສື່ສີຂຽວແບບໃດທີ່ຈະເຜີຍແຜ່ອອກສູ່ສັງຄົມ, ໂດຍຜ່ານສື່ຕ່າງໆກ່ຽວກັບການພັດທະນາສີຂ່ຽວ, ເຜີຍແຜ່ອອກທາງສື່ດ້ວຍຫຼາຍຮູບແບບ. ຈາກນັ້ນ, ໃນຕອນບ່າຍຂອງວັນດຽວກັນທາງທີມງານໂຄງການທີ່ປະຈຳຢູ່ເມືອງດາກຈຶງ ກໍໄດ້ນຳພາທີມງານນັກຂ່າວຈາກ 4 ແຂວງພາກໃຕ້ລົງພື້ນທີ່ການຜະລິດກາເຟປອດສານພິດເປັນມິດຕໍ່ສິ່ງແວດລ້ອມຢູ່ທີ່ບ້ານດາກຣາຍ ເພື່ອໃຫ້ນັກຂ່າວເກັບກຳຂໍ້ມູນສຳພາດຈະໄດ້ນຳເອົາຂໍ້ມູນມາຂຽນຂ່າວ, ຂຽນບົດ, ສ້າງຄຣິບລົງສື່ອອນລາຍ ຊຶ່ງຕາມແຜນຂອງການທັດສະນະໃນຄັ້ງນີ້ ແມ່ນຈະລົງປະຕິບັດຕົວຈິງບ້ານເປົ້າໝາຍຂອງໂຄງການໃນ 2 ບ້ານຄື: ບ້ານດາກຣາຍ ແລະ ບ້ານດາກຢອຍ. ການທັດສະນະໃນຄັ້ງນີ້, ແມ່ນຮອດວັນທີ 13 ທັນວາ ຈິ່ງຈະສຳເລັດ..

(ຂ່າວ: ນາງ. ປະພິດ ສີສົມບູນ)

ຄໍາເຫັນ

ຂ່າວການຮ່ວມມື

ລມຕ ກະຊວງການຕ່າງປະເທດ ຕ້ອນຮັບທູດສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ

ລມຕ ກະຊວງການຕ່າງປະເທດ ຕ້ອນຮັບທູດສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ

ໃນຕອນບ່າຍຂອງວັນທີ 4 ມິຖຸນາ ຜ່ານມານີ້ ທີ່ ກະຊວງການຕ່າງປະເທດ, ທ່ານ ນາງ ເມລານີລຸຍສບາໂລ (Melanie Louise Barlow) ເອກອັກຄະຣາຊະທູດແຫ່ງສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈໍາ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ. ການເຂົ້າຢ້ຽມຂໍ່ານັບດັ່ງກ່າວ ແມ່ນເປັນຄັ້ງທໍາອິດ ພາຍຫຼັງທີ່ ທ່ານລັດຖະມົນຕີ ໄດ້ຮັບການແຕ່ງຕັ້ງເປັນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.
ສານສູງສຸດລາວ-ມາເລເຊຍ ເພີ່ມທະວີການຮ່ວມມືສອງຝ່າຍ

ສານສູງສຸດລາວ-ມາເລເຊຍ ເພີ່ມທະວີການຮ່ວມມືສອງຝ່າຍ

ທ່ານນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ປະທານສານປະຊາຊົນສູງສຸດ ພ້ອມດ້ວຍຄະນະໄດ້ຕ້ອນຮັບ ແລະ ພົບປະຄະນະຜູ້ແທນສານສູງສຸດແຫ່ງປະເທດມາເລເຊຍ ຊຶ່ງນຳໂດຍທ່ານນາງ ຕຸ່ນແຕັງກື ໄມ່ມູນ ບິນ ຕວນມັດ (Tun Tengku Maimun Binti Tuan Mat) ປະທານສານສູງສຸດແຫ່ງປະເທດມາເລເຊຍ ພ້ອມດ້ວຍຄະນະໃນວັນທີ 4 ມິຖຸນາ ຜ່ານມາ ທີ່ສານປະຊາຊົນສູງສຸດ ໃນໂອກາດເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 3-6 ມິຖຸນານີ້.
ກອງປະຊຸມເຈລະຈາ ຮ່າງສັນຍາການຈັດຕັ້ງປະຕິບັດວຽກງານກວດກາ "ປະຕູດຽວ, ຄັ້ງດຽວ" ຢູ່ດ່ານສາກົນທາງລົດໄຟ ລາວ-ຈີນ (ບໍ່ເຕ່ນ-ບໍ່ຫານ)

ກອງປະຊຸມເຈລະຈາ ຮ່າງສັນຍາການຈັດຕັ້ງປະຕິບັດວຽກງານກວດກາ "ປະຕູດຽວ, ຄັ້ງດຽວ" ຢູ່ດ່ານສາກົນທາງລົດໄຟ ລາວ-ຈີນ (ບໍ່ເຕ່ນ-ບໍ່ຫານ)

ໃນລະຫວ່າງວັນທີ 3-5 ມິຖຸນານີ້ ທີ່ນະຄອນຊຽງຮຸ່ງ ກິ່ງແຂວງສິບສອງພັນນາ ແຂວງຢຸນນານ ສປ ຈີນ ໄດ້ຈັດກອງປະຊຸມເຈລະຈາ ຮ່າງສັນຍາ ວ່າດ້ວຍ ການຈັດຕັ້ງປະຕິບັດວຽກງານກວດກາ "ປະຕູດຽວ, ຄັ້ງດຽວ" ຢູ່ດ່ານສາກົນທາງລົດໄຟ ລາວ-ຈີນ, (ບໍ່ເຕ່ນ-ບໍ່ຫານ) ໂດຍການເປັນປະທານຮ່ວມ, ຝ່າຍລາວນຳໂດຍ ທ່ານ ພົງສະຫວັນ ສີສຸລາດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍ ຄະນະຈາກບັນດາກະຊວງຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ; ຝ່າຍຈີນ ນຳໂດຍ ທ່ານ ຫົງ ລ້ຽງ ຫົວໜ້າກົມກິດຈະການຊາຍແດນ ແລະ ທະເລ ກະຊວງການຕ່າງປະເທດ ສປ ຈີນ ພ້ອມດ້ວຍຄະນະຈາກບັນດາກະຊວງຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.
ຍົກສູງຄວາມສາມາດໃນການບົ່ງມະຕິ ແລະ ປິ່ນປົວເດັກຂັ້ນພື້ນຖານ

ຍົກສູງຄວາມສາມາດໃນການບົ່ງມະຕິ ແລະ ປິ່ນປົວເດັກຂັ້ນພື້ນຖານ

ໃນລະຫວ່າງວັນທີ 1-12 ມິຖຸນານີ້, ທ່ານ ກອນສະໜຸກ ສິງພວງເພັດ ຮອງຫົວໜ້າຂະແໜງສົ່ງເສີມສຸຂະພາບເດັກ ສູນແມ່ ແລະ ເດັກ ສປປ ລາວ ພ້ອມດ້ວຍຕາງໜ້າໂຮງໝໍ 14 ແຂວງຂອງ ສປປ ລາວ ເຂົ້າຮ່ວມຝຶກອົບຮົມໃນຫົວຂໍ້: ຍົກລະດັບຄວາມສາມາດໃນການບົ່ງມະຕິ ແລະ ການປິ່ນປົວເດັກຂັ້ນພື້ນຖານທີ່ນະຄອນສາງຊາ ແຂວງຫູໜານ ສປ ຈີນ ໂດຍການເປັນປະທານກ່າວເປີດ ຂອງທ່ານ Zhou Jiuhu ຮອງຫົວໜ້າຫ້ອງການ ພະແນກການຄ້າ ແຂວງຫູໜານ, ທ່ານນາງ XIAO Zhenghui ຜູ້ອໍານວຍການໂຮງໜໍເດັກແຂວງຫູໜານ, ມີຕາງໜ້າໂຮງໝໍແຂວງ 14 ແຂວງ ຈຳນວນ 30 ທ່ານເຂົ້າຮ່ວມ.
ລມຕ ກະຊວງການຕ່າງປະເທດ ຕ້ອນຮັບ ທູດເອຢິບ ເຂົ້າຢ້ຽມອໍາລາ

ລມຕ ກະຊວງການຕ່າງປະເທດ ຕ້ອນຮັບ ທູດເອຢິບ ເຂົ້າຢ້ຽມອໍາລາ

ໃນວັນທີ 3 ມິຖຸນາ ຜ່ານມາ ທີ່ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ນາງ ອາມໍ ອັບເດວ ຄາເບີ ເອວມໍຊີ ຊາລາມາ (Amal Abdel Kader ElmorsiSalama) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ອາຣັບ ເອຢິບ ປະຈໍາ ສປປ ລາວ ທີ່ມີສໍານັກງານການທູດຕັ້ງຢູ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.
ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຕ້ອນຮັັບ ທູດຫວຽດນາມ ເຂົ້າຢ້ຽມພົບປະ

ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຕ້ອນຮັັບ ທູດຫວຽດນາມ ເຂົ້າຢ້ຽມພົບປະ

ວັນທີ 6 ມິຖຸນາ ນີ້ ທີ່ອົງການໄອຍະການປະຊາຊົນສູງສຸດ (ອອປສ), ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມ ພົບປະ ຂອງ ທ່ານ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ໂດຍມີຄະນະທັງສອງຝ່າຍເຂົ້າຮ່ວມ.
ແຂ່ງຂັນກິລາມິດຕະພາບ ສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ໄທ ຄົບຮອບ 75 ປີ

ແຂ່ງຂັນກິລາມິດຕະພາບ ສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ໄທ ຄົບຮອບ 75 ປີ

ເມື່ອ​ບໍ່​ດົນ​ມາ​ນີ້, ສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈຳຣາຊະອານາຈັກໄທ ໄດ້ຈັດການແຂ່ງຂັນກິລາມິດຕະພາບ ເພື່ອສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນການທູດ ລາວ-ໄທ ຄົບຮອບ 75 ປີ ຮ່ວມກັບ ມູນນິທິໄຊພັດທະນາ, ສຳນັກງານເພື່ອປະສານງານໂຄງການອັນເນື່ອງມາຈາກພະຣາຊະດຳຣິ (ກປຣ),
ພິທີມອບ-ຮັບ ສິ່ງເສດເຫຼືອຂອງທະຫານອາເມຣິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ

ພິທີມອບ-ຮັບ ສິ່ງເສດເຫຼືອຂອງທະຫານອາເມຣິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ

ໃນຕອນເຊົ້າຂອງວັນທີ2 ມິຖຸນານີ້ທີ່ສະໜາມບິນສາກົນປາກເຊນະຄອນປາກເຊແຂວງຈໍາປາສັກໄດ້ມີການຈັດພິທີມອບ-ຮັບສິ່ງເສດເຫຼືອຂອງທະຫານອາເມຣິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວທີ່ໄດ້ຄົ້ນພົບຈາກການປະຕິບັດງານຮ່ວມພາກສະໜາມຂອງຄະນະວິຊາການລາວ-ອາເມຣິກາໃນການສໍາຫຼວດ ແລະ ຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວຄັ້ງທີ 4ປະຈໍາສົກປີ2024-2025 ຢູ່ເຂດເມືອງດາກຈຶງ ແຂວງເຊກອງ.
ສູນວັດທະນະທຳຈີນປະຈຳລາວ ຈັດກິດຈະກຳສະຫຼອງວັນເດັກນ້ອຍສາກົນ

ສູນວັດທະນະທຳຈີນປະຈຳລາວ ຈັດກິດຈະກຳສະຫຼອງວັນເດັກນ້ອຍສາກົນ

ສູນວັດທະນະທຳຈີນປະຈຳລາວ ໄດ້ຈັດກິດຈະກຳສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ເຜີຍແຜ່ຄວາມຮູ້ກ່ຽວກັບອຸນຫະພູມເຄື່ອງປັ້ນຈືຊ່າ ຊຶ່ງເປັນກິດຈະກໍາສໍາຜັດວັດທະນະທໍາຈີນໃນບຸນຕ່ວນຫວູ ຂຶ້ນໃນວັນທີ 1 ມິຖຸນາຜ່ານມາໂດຍການເຂົ້າຮ່ວມຂອງທ່ານນາງ ຫຼີຢີ່ຜິງ ຫົວໜ້າສູນວັດທະນະທໍາຈີນປະຈໍາລາວ,ມີແຂກຖືກເຊີນ, ນັກຮຽນ ພ້ອມດ້ວຍຜູ້ປົກຄອງເຂົ້າຮ່ວມ.
ກອງປະຊຸມແລກປ່ຽນ ແລະ ຮຽນຮູ້ຊຶ່ງກັນ ແລະ ກັນ ດ້ານອະລິຍະທໍາ ຄັ້ງທີ IV ຢູ່ ສປ ຈີນ

ກອງປະຊຸມແລກປ່ຽນ ແລະ ຮຽນຮູ້ຊຶ່ງກັນ ແລະ ກັນ ດ້ານອະລິຍະທໍາ ຄັ້ງທີ IV ຢູ່ ສປ ຈີນ

ໂດຍຕອບສະໜອງຕາມການເຊີນຂອງສະມາຄົມເພື່ອການແລກປ່ຽນສາກົນແຫ່ງປະເທດຈີນ, ຄະນະຜູ້ແທນຄະນະສັນຕິພາບ ແລະ ສາມັກຄີຂອງລາວ ນຳໂດຍ ທ່ານ ສົມມາດ ພົນເສນາ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດ ປະທານຄະນະສັນຕິພາບ ແລະ ສາມັກຄີຂອງລາວ ໄດ້ເຂົ້າຮ່ວມກອງປະຊຸມແລກປ່ຽນ ແລະ ຮຽນຮູ້ຊຶ່ງກັນ ແລະ ກັນດ້ານອະລິຍະທໍາ ຄັ້ງທີ IV ແລະ ຢ້ຽມຢາມ ສປ ຈີນ ແຕ່ວັນທີ 28/5-4/6 2025.
ເພີ່ມເຕີມ