ສື່ມວນຊົນ ແມ່ນຜູ້ທີ່ປາກອອກແສງ ຜູ້ຮູ້ແທງເຖິງໃຈ

ສື່ມວນຊົນ ແມ່ນຜູ້ທີ່ປາກອອກແສງ ຜູ້ຮູ້ແທງເຖິງໃຈ

ສື່ມວນຊົນ ແມ່ນຜູ້ທີ່ປາກອອກແສງ ຜູ້ຮູ້ແທງເຖິງໃຈ
ທ່ານ ຄຳ​ເຮືອງ ຄຳ​ປະ​ສິດ ຮອງ​ຫົວ​ໜ້າ​ບັນ​ນາ​ທິ​ການ​ໃຫຍ່ ໜັງ​ສື​ພິມ​ປະ​ຊາ​ຊົນ ໄດ້ປະກອບຄຳເຫັນຕໍ່​ກອງ​ປະ​ຊຸມວຽກ​ງານ​ສື່ມວນ​ຊົນທົ່ວ​ປະ​ເທດ ຄັ້ງ​ທີ I ໃນຫົວ​ຂໍ້: “ສື່ມວນຊົນ ແມ່ນຜູ້ທີ່ປາກອອກແສງ, ຜູ້ຮູ້ແທງເຖິງໃຈ, ຜູ້ສະດຸ້ງໄວເມື່ອອ່ານ, ຜູ້ທີ່ກ້າຜ່ານອຸປະສັກ, ຜູ້ທີ່ຮັກຄວາມຈິງ, ຜູ້ທີ່ຍິງຖືກເປົ້າ” ໃນວັນທີ 14 ກໍລະກົດນີ້, ທີ່ຫໍປະຊຸມແຫ່ງຊາດ ວ່າ: ສື່ມວນຊົນ ແມ່ນກະບອກສຽງອັນແຫຼມຄົມໃນທຸກໄລຍະຂອງການປະຕິວັດ. ພັກ-ລັດ ໄດ້ໃຫ້ຄວາມສໍາຄັນຕໍ່ວຽກງານສື່ມວນຊົນ ຊຶ່ງໃນພິທີໂຮມຊຸມນຸມ ສະເຫຼີມສະຫຼອງວັນສື່ມວນຊົນ ແລະ ການພິມຈໍາ ໜ່າຍ ຄົບຮອບ 70 ປີ ເມື່ອປີ 2020 ຜ່ານມາ,

ການນໍາຂັ້ນສູງຂອງພວກເຮົາ ກໍໄດ້ວາງເປັນຄຳຂວັນທີ່ມີຄວາມໝາຍທາງດ້ານທິດສະດີ ແລະ ພຶດຕິກໍາ ວ່າ: “ສື່່ມວນຊົນ ເປັນຜູ້ທີ່ປາກອອກແສງ, ຜູ້ຮູ້ແທງເຖິງໃຈ, ຜູ້ສະດຸ້ງໄວເມື່ອອ່ານ, ຜູ້ທີ່ກ້າຜ່ານອຸປະສັກ, ຜູ້ທີ່ຮັກຄວາມຈິງ, ຜູ້ທີ່ຍິງຖືກເປົ້າ”. ພວກເຮົາຖັນແຖວສື່ມວນຊົນໄດ້ຖືເອົາທັດ ສະນະຊີ້ນໍາດັ່ງກ່າວນີ້ ເປັນເຂັມທິດຊີ້ບອກທາງ ໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນຢ່າງມີຄວາມຮັບຜິດຊອບສູງ. ຄວາມໝາຍທີ່ສະແດງອອກແຈ້ງເຖິງທັດສະນະຊີ້ນຳແມ່ນເຂົ້າໃຈແຈ້ງດັ່ງນີ້: 1). ສື່ມວນຊົນ ເປັນຜູ້ທີ່ປາກອອກແສງ ແມ່ແສງ” ໃນນີ້ໝາຍເຖິງ “ແສງສະຫວ່າງແຫ່ງຄວາມເປັນຈິງ, ແຫ່ງປັນຍາຄວາມຮູ້ ເຍືອງທາງ ກ້າວເດີນສູ່ຄວາມສີວິໄລ” ທີ່ຕ້ອງມີ “ລັກສະນະຂອງສື່ມວນຊົນ”. ຄໍາວ່າ “ປາກອອກແສງ” ບໍ່ໄດ້ເປັນພຽງຄໍາອຸປະມາ ເຊີງວັນນະກໍາ ເພື່ອຍົກຍ້ອງເທົ່ານັ້ນ, ແຕ່ເປັນຂໍ້ໂຕ້ແຍ້ງທາງວິທະຍາສາດ ທີ່ສ່ອງແສງເຖິງພາລະບົດບາດ ແລະ ຈັນຍາບັນດ້ານວິຊາຊີບຂອງສື່ມວນຊົນ ໃນການສ່ອງແສງໃຫ້ຄົນເຮົາໄດ້ຮັບຂໍ້ມູນຂ່າວສານ ທີ່ເປັນຄວາມຮູ້, ຊ່ວຍຊີ້ນໍາແນວຄິດ ແລະ ຊຸກຍູ້ຄວາມກ້າວໜ້າຂອງສັງຄົມ; “ປາກອອກແສງ” ໝາຍເຖິງການນໍາສະເໜີບົດ ແລະ ຂ່າວທີ່ຖືກຕ້ອງ, ສ້າງສັນ, ມີຄຸນຄ່າ ແລະ ກໍ່ໃຫ້ເກີດປະໂຫຍດ ເປັນແສງເຍືອງທາງຊ່ວຍໃຫ້ຄວາມຮູ້, ຄວາມເຂົ້າໃຈບັນຫາການເມືອງ, ເສດຖະກິດ, ວັດທະນະທໍາ, ສັງຄົມຢ່າງມີຈຸດປະສົງ ແລະ ທັນການ. ສື່ມວນຊົນ, ຍັງເປັນເວທີເພື່ອໃຫ້ມະຫາຊົນສະແດງຄວາມຄິດເຫັນ ແລະ ຄວາມມຸ່ງຫວັງຂອງປະຊາຊົນທີ່ສ່ອງແສງໃຫ້ພັກ-ລັດໄດ້ຮັບຮູ້ ເພື່ອນໍາມາຄົ້ນຄວ້າຊີ້ແຈງອະທິບາຍ ແລະ ປັບປຸງແກ້ໄຂ ໃຫ້ສອດຄ່ອງກັບຄວາມເປັນຈິງ. 2). ສື່ມວນຊົນ ເປັນຜູ້ຮູ້ແທງເຖິງໃຈ ແມ່ນໜຶ່ງໃນຄຸນລັກສະນະພື້ນຖານຂອງສື່ມວນຊົນ ແມ່ນ “ເປັນຜູ້ຮູ້ແທງເຖິງໃຈ” ໄດ້ເນັ້ນໜັກບົດບາດຄວາມແຫຼມຄົມ, ຄວາມວ່ອງໄວ ແລະ ພິກໄຫວຂອງສື່ມວນຊົນ ທີ່ສາມາດສ້າງຜະລິດຕະພັນສື່ມວນຊົນ ເປັນອາວຸດອັນແຫຼມຄົມທາງດ້ານການເມືອງ-ແນວຄິດ ເພື່ອຖະແຫຼງຂ່າວ ໂຄສະນາ ເຜີຍແຜ່ເຂົ້າເຖິງຈິດໃຈຂອງຜູ້ອ່ານ, ຜູ້ຟັງ, ຜູ້ຊົມ ກໍຄືປະຊາຊົນບັນດາເຜົ່າ ເພື່ອສ້າງຄວາມເປັນເອກະພາບ, ເຫັນດີເຫັນພ້ອມ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງຖືກຕ້ອງໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມເສັ້ນທາງສັງຄົມນິຍົມ. ສະນັ້ນ, ພັກເຮົາ ຈຶ່ງເອົາໃຈໃສ່ປຸກລະດົມຂົນຂວາຍປະຊາຊົນ ໂດຍຜ່ານຜະ ລິດຕະພັນສື່ມວນຊົນທີ່ແຫຼມຄົມ ເພື່ອແທງເຂົ້າເຖິງແນວຄິດຈິດໃຈຂອງປະຊາຊົນ; “ຄົມແຫຼມ ໝາຍວ່າ ມີເນື້ອໃນທາງການເມືອງ-ແນວຄິດ ແລະ ທິດສະດີເລິກເຊິ່ງ, ທັງມີລັກສະນະຕໍ່ສູ້, ລັກສະນະປະຊາຊົນ; ມີການໃຫ້ຂ່າວຢ່າງກວ້າງຂວາງ, ຄົບຖ້ວນ ແລະ ແທດຕົວຈິງ; ວ່ອງໄວ ທັນການ, ຊັດເຈນ; ເຂົ້າໃຈງ່າຍ ແລະ ມີຫຼາຍຮູບຫຼາຍສີ. 3). ສື່ມວນຊົນ ເປັນຜູ້ສະດຸ້ງໄວເມື່ອໄດ້ອ່ານ, ຄວາມສະດຸ້ງໄວຂອງສື່ມວນຊົນ ແມ່ນຮັບປະກັນຄວາມທັນເຫດການ, ການຊີ້ນໍາທັດສະນະຂອງມະຫາຊົນ ແລະ ຕອບໂຕ້ຂ່າວປອມ, ຂໍ້ມູນບິດເບືອນ ຫຼື ທັບຖົມໂຈມຕີ ແນວທາງ-ອຸດົມການຂອງພວກເຮົາ ຄໍາວ່າ; “ສະດຸ້ງໄວເມື່ອໄດ້ອ່ານ” ໃນນີ້ ໝາຍເຖິງຄວາມສາມາດໃນການຮັບຮູ້, ຄົ້ນພົບ ແລະ ຕອບສະໜອງຢ່າງທັນການ ເມື່ອໄດ້ຮັບຮູ້ຂໍ້ມູນຂ່າວສານ, ຮັບຮູ້ບັນດາເຫດການ, ບັນຫາ, ປະ ກົດການ ຫຼື ຄວາມຜິດປົກກະຕິທີ່ເກີດຂຶ້ນໃນສັງຄົມ; ຄວາມ “ສະດຸ້ງ” ນີ້, ແມ່ນການຕື່ນຕົວ, ຄວາມໄວທາງການເມືອງ, ອຸດົມການ, ວິຊາຊີບ ແລະ ທາງສັງຄົມຂອງຜູ້ທີ່ເຮັດວຽກສື່ມວນຊົນ ໂດຍສະເພາະນັກຂ່າວ, ນັກບັນນາທິການໃນການຕື່ນຕົວເພື່ອເຂົ້າເຖິງຄວາມຈິງ, ກວດສອບຂໍ້ມູນ ແລະ ສ້າງຜະລິດຕະພັນສື່ມວນຊົນ ເພື່ອນໍາສະເໜີບົດ, ຂ່າວຢ່າງຖືກຕ້ອງ, ວ່ອງໄວ ແລະ ທັນກັບສະພາບການ. 4). ສື່ມວນຊົນ ເປັນຜູ້ທີ່ກ້າຜ່ານອຸປະສັກ,ຕະຫຼອດໄລຍະຂອງການປະຕິວັດ, ສື່ມວນຊົນໄດ້ຜ່ານຜ່າອຸປະສັກນາໆປະການ ຄໍາວ່າ; “ສື່ມວນຊົນ ເປັນຜູ້ທີ່ກ້າຜ່ານອຸປະສັກ” ແມ່ນໝາຍເຖິງຄວາມກ້າຫານ, ຄວາມເສຍສະຫຼະ ແລະ ອົດທົນຕໍ່ຄວາມຫຍຸ້ງຍາກ, ຄວາມກົດດັນ ໄພອັນຕະລາຍ ແລະ ອຸປະສັກຕ່າງໆ ຊຶ່ງເຫດການປະຫວັດສາດຜ່ານມາ, ໄດ້ສະແດງເຖິງການເປັນຜູ້ທີ່ກ້າຜ່ານອຸປະສັກຂອງສື່ມວນຊົນເຮົາ ນັບທັງໃນອາດີດ, ປັດຈຸບັນ, ນັບທັງສ່ຽງເປັນສ່ຽງຕາຍໃນສະພາບສົງຄາມ ແລະ ຕໍ່ສູ້ຕີຖອຍແນວຄິດໃນຍຸກສັນຕິພາບເພື່ອອຸດົມການ ແລະ ຈຸດໝາຍຂອງພັກເຮົາວາງໄວ້. 5). ສື່ມວນຊົນ ເປັນຜູ້ທີ່ຮັກຄວາມຈິງເພື່ອໃຫ້ມະຫາຊົນເຂົ້າໃຈ, ເຊື່ອໝັ້ນ ແລະ ປະຕິບັດຕາມ; ການໂຄສະນາຜ່ານພາຫະນະສື່ມວນຊົນ ຕ້ອງແມ່ນຄວາມເປັນຈິງ. ຄວາມເປັນຈິງ ແມ່ນສິ່ງທີ່ສໍາຄັນຂອງຜູ້ທີ່ເຮັດວຽກສື່ມວນຊົນ; “ເວົ້າຄວາມຈິງ, ຂຽນລັກສະນະຕົວຈິງ ແລະ ນັບຖືຕົວຈິງແມ່ນບົດຮຽນທໍາອິດໃນການຂຶ້ນຫ້ອງຮຽນວິຊາຂຽນຂ່າວ”. ນີ້ແມ່ນໜຶ່ງປັດໄຈ ທີ່ສ່ອງແສງວ່າ: ສື່ມວນຊົນ ເປັນຜູ້ທີ່ຮັກຄວາມຈິງ, ໃນຖານະເປັນເຄື່ອງມືດ້ານການເມືອງ-ແນວຄິດຂອງພັກ, ສື່ມວນຊົນ ຕ້ອງຕິດແທດກັບຄວາມຈິງ. 6). ສື່ມວນຊົນ ເປັນຜູ້ທີ່ຍິງຖືກເປົ້າ ໝາຍເຖິງການນໍາສະເໜີຂ່າວ-ບົດ ເພື່ອສ່ອງແສງເຫດການ, ບັນຫາຕ່າງໆ “ຕ້ອງຍິງຖືກເປົ້າ”, ສ່ອງແສງດ້ວຍຄວາມເປັນຈິງ, ຖືກປະເດັນຕໍ່ເປົ້າໝາຍທີ່ຈະຖະແຫຼງຂ່າວ, ໂຄສະນາເຜີຍແຜ່ຢ່າງຖືກເປົ້າ ຈະຊ່ວຍໃຫ້ການກະຈາຍຂໍ້ມູນຂ່າວສານ, ໂຄສະນາຊວນເຊື່ອ, ປຸກລະດົມຂົນຂວາຍເປົ້າໝາຍ ໄດ້ເຊື່ອມຊຶມ, ຮັບຮູ້ ແລະ ເຂົ້າໃຈ ຊຶ່ງຈະສົ່ງຜົນກະທົບທາງບວກ ເພື່ອນໍາໄປສູ່ການປ່ຽນແປງ ຫຼື ການມີສ່ວນຮ່ວມແກ້ໄຂບັນຫາໃນສັງຄົມຢ່າງແທ້ຈິງ.

ທ່ານ ຄຳເຮືອງ ຄຳປະສິດ ຍັງໄດ້ກ່າວອີກວ່າ: ສຳລັບຖັນແຖວສື່ມວນຊົນ ຈະຕ້ອງໄດ້ມຸ່ງໝັ້ນ ຕັ້ງໜ້າປັບປຸງຕົນເອງ, ພິສູດຕົນເອງ ເພື່ອເຮັດໃຫ້ທັດສະນະຊີ້ນໍາໄດ້ປະກົດຜົນເປັນຈິງ ໂດຍສຸມໃສ່ດັ່ງນີ້: ເພີ່ມທະວີການນໍາພາ-ຊີ້ນໍາຂອງພັກ ໂດຍກົງຮອບດ້ານຕໍ່ວຽກງານສື່ມວນຊົນ, ຕັ້ງໜ້າປະຕິບັດລະບຽບກົດໝາຍຂອງລັດ ແລະ ຈັນຍາບັນສື່ມວນຊົນ ເພື່ອດຳເນີນພາລະກິດການເມືອງຂອງພັກ-ລັດ ແລະ ຢຶດຖືປະຊາຊົນເປັນກົກ, ເປັນໃຈກາງຈະຊ່ວຍໃຫ້ສື່ມວນຊົນສາມາດເຮັດໜ້າທີ່ “ຜູ້ປາກອອກແສງ” ໄດ້ຢ່າງແທ້ຈິງ ເພື່ອເຮັດໃຫ້ “ແສງສະຫວ່າງແຫ່ງຄວາມເປັນຈິງ, ແຫ່ງປັນຍາຄວາມຮູ້ ເຍືອງທາງກ້າວເດີນສູ່ຄວາມສີວິໄລ; ສື່ມວນຊົນ ສຸມໃສ່ສ້າງຜະລິດຕະພັນທີ່ “ຄົມແຫຼມ” “ແທງເຖິງໃຈ” ຜູ້ອ່ານ, ຜູ້ຟັງ ແລະ ຜູ້ຊົມ ກໍຄືປະຊາຊົນ, ຕ້ອງໃກ້ຊິດກັບປະຊາຊົນ, ເຂົ້າໃຈຊີວິດຕົວຈິງຂອງປະຊາຊົນ ແລະ ສ່ອງແສງຄວາມຈິງຢ່າງຖືກຕ້ອງ ເພື່ອສ້າງຄວາມໜ້າເຊື່ອຖື, ດຶງດູດຜູ້ຕິດຕາມ ແລະ ປະຕິບັດໜ້າທີ່ເປັນສາຍໄຍຜູກພັນ ລະຫວ່າງ ມະຫາຊົນ ກັບພັກ-ລັດ ໄດ້ຢ່າງມີປະສິດທິຜົນ; ສື່ມວນຊົນ ສືບຕໍ່ ຢຶດໝັ້ນໃນຫຼັກການແຫ່ງຄວາມວ່ອງໄວ ແລະ ຄວາມຖືກຕ້ອງ, ຕ້ອງກໍາແໜ້ນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ກໍາໄດ້ສະພາບການຕົວຈິງ ເພື່ອຄົ້ນຄວ້າເຫັນບັນຫາ ຈຶ່ງຈະ “ສະດຸ້ງໄວ” ແລະ ສາມາດວາງແຜນການຂຽນບົດ-ຂຽນຂ່າວ ເພື່ອຊີ້ແຈງອະທິບາຍບັນຫານັ້ນໆຢ່າງທັນການ; ສ້າງຄວາມກ້າຫານໃຫ້ສື່ມວນຊົນ “ກ້າຜ່ານຜ່າອຸປະສັກ”, ຂໍ້ຫຍຸ້ງຍາກ ແລະ ຄວາມຢ້ານກົວທີ່ອາດຈະຖືກກົດດັນ ເມື່ອສະເໜີຂໍ້ມູນຂ່າວ ສານທີ່ກະທົບຕໍ່ບຸກຄົນ, ອົງການ ແລະ ອື່ນໆ. ຄຽງຄູ່ກັນນັ້ນ, ການບໍາລຸງສ້າງບຸກຄະລາກອນ ຜູ້ເຮັດວຽກງານສື່ມວນຊົນໃຫ້ມີຫຼັກໝັ້ນ, ມີຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຈໍາແນກໄດ້ມິດ ແລະ ສັດຕູ ຈະຊ່ວຍໃຫ້ສື່ມວນຊົນມີຄວາມກ້າຫານທາງວິຊາຊີບ, ມີຈັນຍາບັນ, ມີຄວາມຮັບຜິດຊອບ ແລະ ມີຈິດໃຈເສຍສະຫຼະ, ມີຄວາມອົດທົນບາກບັ່ນບຸກບືນ; ສ້າງຄວາມເຂັ້ມແຂງ ແລະ ສ້າງຄວາມເຂົ້າໃຈໃຫ້ສື່ມວນຊົນທຸກພາກສ່ວນຢ່າງຈະແຈ້ງວ່າ: ການສ່ອງແສງຄວາມເປັນຈິງ ທີ່ບໍ່ແມ່ນການເປີດເຜີຍຄວາມລັບຂອງຊາດ, ເຜີຍແຜ່ຄວາມຈິງ, ມີຫຼັກຖານ ແລະ ມີຈຸດປະສົງສ້າງສັນ ເປັນການຊ່ວຍໃຫ້ພັກ-ລັດເຫັນບັນຫາ ເພື່ອແກ້ໄຂໄດ້ທັນເວລາ; ສື່ມວນຊົນ ຕ້ອງເອົາໃຈໃສ່ສຶກສາຈິດຕະສາດ, ພຶດຕິກໍາ ແລະ ຄວາມຕ້ອງການຂອງແຕ່ລະກຸ່ມເປົ້າໝາຍ ເພື່ອວາງແຜນຂຽນບົດ-ຂຽນຂ່າວໃຫ້ມີເນື້ອໃນຄົບຖ້ວນ, ນຳໃຊ້ສັບພາສາ ຫຼື ສຳນວນທີ່ສອດຄ່ອງ ແລະ ເຜີຍແຜ່ທີ່ເໝາະສົມ ຈຶ່ງສາມາດ “ຍິງຖືກເປົ້າ” ເຮັດໃຫ້ການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານໄດ້ຢ່າງຖືກຕ້ອງ, ສ້າງຄວາມເຂົ້າໃຈ, ມີການຍອມຮັບ ແລະ ການປ່ຽນແປງພຶດຕິກໍາຂອງສັງຄົມໄດ້ຢ່າງມີປະສິດທິຜົນ.

ຂ່າວ: ບຸນຕອມ, ພາບ: ສຳນານ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ນັກທຸລະກິດໜຸ່ມເມືອງໄຊເສດຖາ ສົ່ງເສີມຊາວໜຸ່ມສ້າງອາຊີບຜ່ານໂຄງການຝຸ່ນຊີວະພາບກະສິກຳປອດສານພິດ

ນັກທຸລະກິດໜຸ່ມເມືອງໄຊເສດຖາ ສົ່ງເສີມຊາວໜຸ່ມສ້າງອາຊີບຜ່ານໂຄງການຝຸ່ນຊີວະພາບກະສິກຳປອດສານພິດ

ສະມາຄົມນັກທຸລະກິດໜຸ່ມເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ເປີດຮ້ານວາງສະແດງ ແລະ ຈຳໜ່າຍຜະລິດຕະພັນຂອງສະມາຊິກພາຍໃນງານບຸນນະມັດສະການພະທາດຫຼວງພ້ອມທັງເນັ້ນຍ້ຳພາລະບົດບາດໃນການສ້າງຄວາມສາມັກຄີພາຍໃນ ແລະ ການສົ່ງເສີມຊາວໜຸ່ມທີ່ຍັງບໍ່ມີວຽກເຮັດງານທຳໃຫ້ມີລາຍໄດ້ຜ່ານໂຄງການຜະລິດຝຸ່ນຊີວະພາບ ແລະ ການປູກພືດປອດສານພິດ.
ຊາວໜຸ່ມໄຊເສດຖາ ລະດົມກໍາລັງ 1,300 ກວ່າຄົນ ປ້ອງກັນງານບຸນນະມັດສະການພະທາດຫຼວງ

ຊາວໜຸ່ມໄຊເສດຖາ ລະດົມກໍາລັງ 1,300 ກວ່າຄົນ ປ້ອງກັນງານບຸນນະມັດສະການພະທາດຫຼວງ

ຄະນະບໍລິຫານງານຊາວໜຸ່ມ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ນໍາພາກໍາລັງຊາວໜຸ່ມ ຫຼາຍກວ່າ 1,300 ຄົນ ລົງປະຈໍາການ ປ້ອງກັນຄວາມສະຫງົບ ໃນງານບຸນນະມັດສະການພະທາດຫຼວງ ປະຈໍາປີ 2026 ພ້ອມທັງເຂົ້າຮ່ວມ ກິດຈະກໍາສໍາຄັນ ຂອງງານບຸນດັ່ງກ່າວ ຢ່າງເປັນຂະບວນຟົດຟື້ນ.
ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນ ຂອງອົງການກາແດງແຫ່ງຊາດລາວ ໃນວັນທີ 19 ພະຈິກນີ້, ໂດຍການເປັນປະທານ ຂອງທ່ານ ຄໍາລາວັນ ຈັນທະລາວັນ ກໍາມະການສູນກາງພັກເລຂາຄະນະພັກປະທານອົງການກາແດງແຫ່ງຊາດລາວ, ເຂົ້າຮ່ວມມີບັນດາຜູ້ແທນຈາກຂັ້ນສູນກາງ ແລະ ຂັ້ນແຂວງທົ່ວປະເທດ ພ້ອມດ້ວຍຄູ່ຮ່ວມງານພັດທະນາ.
ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ພິທີມອບ - ຮັບ ອຸປະກອນການສຶກສາ ຂອງຄະນະທີມງານສາຍບຸນ ຈາກ ສປ ຈີນ ໃຫ້ແກ່ໂຮງຮຽນມັດທະຍົມສົມບູນສົງ (ມ​ສ ສົງ) ແຂວງຫຼວງພະບາງ,ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ພະ​ຈິກ​ຜ່ານ​ມາທີ່ ມ​ສ ດັ່ງ​ກ່າວ, ໂດຍມີ ສາທຸ ຈັນທະລິນ ຈີນນະທັມໂມ ຮອງປະທານ ອົງການພຸດທະສາສະໜາສັມພັນລາວ (ອພສ) ຫົວໜ້າກັມມາທິການສຶກສາສົງແຂວງ, ທ່ານ ຄຳຄ່ອງ ພົມມະປັນຍາ ປະທານກວດກາພັກ-ອົງການກວດກາລັດແຂວງ, ພ້ອມດ້ວຍ ຜູ້ຕາງໜ້າຈາກພະແນກການກ່ຽວຂ້ອງ ເຂົ້າຮ່ວມ.
ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ງານຕະຫຼາດນັດກາງຄືນຂອງ ເມືອງ​ໂຂງ ແຂວງ​ຈຳ​ປາ​ສັກ ເພື່ອສືບສານສິລະປະໝໍລຳສີພັນດອນ ພາຍໃຕ້ຄຳຂວັນ: “ມົນສະເໜ່ສີພັນດອນ ສືບສານວິຖີຊີວິດ ສ້າງສີສັນຍາມຄ່ຳຄືນ” ຕິດພັນກັບການປະກວດໝໍລຳສີພັນດອນ ໃນລະດັບໂຮງຮຽນມັດທະຍົມສົມບູນ (ມສ) ທົ່ວເມືອງໂຂງ ໄດ້​ປິດ​ລົງ​ຢ່າງຄຶກຄື້ນ ແລະ ມ່ວນຊື່ນ ໃນ​ຄ່ຳ​ຄືນ​ຂອງວັນ​ທີ 19 ພະ​ຈິກ​ຜ່ານ​ມາ ທີ່ ບ້ານ​ເມືອງ​ແສນ ຕາ​ແສງດອນ​ໂຂງ, ໂດຍມີ ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໂຂງ, ທ່ານ ສະເຫຼີມໄຊ ແສງສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ ຕະຫຼອດ​ຮອດ​ປະ​ຊາ​ຊົນ​ຊາວ​ເມືອງ​ໂຂງເຂົ້າຮ່ວມຢ່າງຫຼວງຫຼາຍ.
ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

“ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ມອບເງິນ 500 ລ້ານກີບ ທີ່ໄດ້ຈາກການລະດົມທຶນຈາກສັງຄົມ ໃຫ້ແກ່ໂຮງຮຽນມັດທະຍົມຕອນປາຍທ່າແຂກ ເພື່ອບູລະນະສ້ອມແປງອາຄານ ແລະ ປັບປຸງສະພາບແວດລ້ອມການຮຽນ-ການສອນ.
ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ໄດ້ຈັດກິດຈະກຳ ຮັບບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ, ໃນ​ວັນ​ທີ 20 ພະ​ຈິກ​ນີ້, ໂດຍມີ ທ່ານ ຄຳຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມແຂວງ, ຕາງໜ້າອົງການກາແດງແຂວງ, ພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການ ພາຍໃນແຂວງ ເຂົ້າຮ່ວມ.
ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ກະຊວງການເງິນ ຮ່ວມກັບ ອົງການປົກຄອງແຂວງອັດຕະປື ຈັດກອງປະຊຸມເຜີຍແຜ່ແນະນຳ ແລະ ເປີດນຳໃຊ້ລະບົບໃບເກັບເງິນເອເລັກໂຕຣນິກ (E-Tax Invoice) ແລະ ລະບົບຄຸ້ມຄອງແບບຟອມ ແລະ ເບີກຈ່າຍງົບປະມານພາກລັດແບບເອເລັກໂຕຣນິກ (D-Filing) ໃນວັນທີ 19 ພະຈິກຜ່ານ​ມາ ທີ່ແຂວງອັດ​ຕະ​ປື, ໂດຍມີ ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວ ໜ້າກົມສ່ວຍ ສາອາກອນ ກະຊວງການເງິນ, ມີທ່ານ ນາງ ໄຍຄຳ ສີຊາຊົນ ຮອງຫົວໜ້າພະແນກການເງິນແຂວງອັດຕະປື, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ
ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ບໍລິສັດ ສະມໍລບີ ໄດ້ກະກຽມກໍາລັງພະນັກງານຈໍານວນ 280 ຄົນ ພ້ອມອຸປະກອນ ແລະ ພາຫະນະຮັບໃຊ້ວຽກງານອະນາໄມ, ເກັບມ້ຽນ ແລະຂົນສົ່ງຂີ້ເຫຍື້ອພາຍໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປີ 2026 ໂດຍໄດ້ຈັດກໍາລັງພະນັກງານປະຈໍາການຕະຫຼອດ 24 ຊົ່ວໂມງ ເພື່ອຮັກສາສະພາບແວດລ້ອມພາຍໃນງານບຸນໃຫ້ສະອາດງາມຕາ ແລະ ເປັນລະບຽບຮຽບຮ້ອຍ.
ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ຄະນະກຳມະການປົກຄອງຕາແສງ 38 ຕາແສງ ທົ່ວແຂວງສາລະວັນ ປະກອບມີ ປີ່ນເຕີ 38 ເຄື່ອງ, ແທັບເລັດ 38 ເຄື່ອງ ແລະ ຄອມພິວເຕີແລັບທັອບ 38 ເຄື່ອງ, ລວມທຸກລາຍການທັງໝົດ 114 ເຄື່ອງ.
ເພີ່ມເຕີມ