ຕະຫຼອດໄລຍະ 74ປີ ພາຍໃຕ້ການນໍາພາ ຂອງພັກປະຊາຊົນປະຕິວັດລາວ, ສື່ມວນຊົນລາວໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການໂຄສະນາ, ປຸກລະດົມ, ຂົນຂວາຍ ທົ່ວປວງຊົນລາວທັງຊາດ ໃຫ້ມີຄວາມສາມັກຄີ ເປັນປຶກແຜ່ນ ດ້ວຍຄວາມຕື່ນຕົວ ເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ໄປຕາມແນວທາງຂອງພັກ, ລັດ ວາງອອກໃນແຕ່ລະໄລຍະ.
ສື່ມວນຊົນລາວ ກໍຄື ນັກຂ່າວ, ນັກຂຽນ, ນັກປະພັນ ແມ່ນເຮັດໜ້າທີ່ຮັບໃຊ້ພັກ, ລັດ, ປະຕິບັດຕາມວຽກງານທີ່ໄດ້ຖືກມອບໝາຍ ຂອງຂັ້ນເທິງວາງອອກດ້ວຍຜົນສໍາເລັດເປັນກ້າວໆ, ປັດຈຸບັນ, ສື່ມວນຊົນ ກໍຍິ່ງມີບົດບາດໃນການຊອກຮູ້ຮໍ່າຮຽນ, ຊອກຂໍ້ມູນຂ່າວສານຕ່າງໆທີ່ຍອດຍິ່ງເພື່ອມາຂຽນອອກຂ່າວໃນຫຼາຍໆຊ່ອງທາງໃຫ້ສັງຄົມໄດ້ຮັບຮູ້ ແລະນໍາໄປໜູນໃຊ້ເຂົ້າໃນວຽກງານຕົວຈິງ ເປັນຕົ້ນ: ອອກຊ່ອງທາງ ອອນລາຍ, ເຟສບຸກ, ເວັບໄຊ, ຕິກຕ໋ອກ, ໜັງສືພິມສະບັບເຈັ້ຍ, ວາລະສານ ແລະ ສື່ສັງຄົມອື່ນໆ. ສື່ມວນຊົນລາວ ແມ່ນກະບອກສຽງ ຂອງພັກ ເຄື່ອນໄຫວວຽກງານໂຄສະນາຕາມແນວທາງ ຂອງພັກ, ລັດ, ຕ້ານ ແລະ ສະກັດກັ້ນທຸກຖ້ອຍທໍານອງທີ່ບິດເບືອນຄວາມຈິງ ໃນສັງຄົມ. ດັ່ງຄໍາເວົ້າ ຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີກ່າວໃນພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສື່ມວນຊົນແລະການພິມຈໜ່າຍຄົບຮອບ 70 ປີ (13 ສິງຫາ 1950-13 ສິງຫາ 2020) ຈັດຂຶ້ນທີ່ຫໍວັດທະນະທໍາແຫ່ງຊາດທີ່ວ່າ: “ສື່ມວນຊົນ ແມ່ນຜູ້ກ້າປາກອອກແສງ, ຜູ້ທີ່ແທງເຖິງໃຈ, ຜູ້ສະດຸ້ງໄວ ເມື່ອອ່ານ, ຜູ້ທີ່ກ້າຜ່ານອຸປະສັກ, ຜູ້ທີ່ຮັກຄວາມຈິງ, ຜູ້ທີ່ຍິງຖືກເປົ້າ”.
ໃນຕໍ່ໜ້າ ສິ່ງທີ່ສື່ຈະຕ້ອງໄດ້ເອົາໃຈໃສ່ ແມ່ນສືບຕໍ່ສຶກສາ, ຄົ້ນຄວ້າ, ຮໍ່າຮຽນ ເອົາຄວາມຮູ້, ເຕັກນິກ, ວິທະຍາສາດໃຫ້ຫຼາຍ ເພື່ອມາຂຽນຂ່າວລົງໃນສື່ ຂອງຕົນສັງກັດຢູ່ຢ່າງກວ້າງຂວາງ, ໃຫ້ສັງຄົມໄດ້ສຶກສາ, ຮຽນ-ຮູ້ເຮັດ ໃຫ້ເກີດຜົນເປັນຈິງ ທັງສືບຕໍ່ປຸກລະດົມທົ່ວສັງຄົມເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບສຸກ, ບໍ່ຫຼົງເລ່ຫຼ່ຽມກົນອຸບາຍ ຂອງກຸ່ມຄົນທີ່ບໍ່ຫວັງດີຈະມາມ້າງເພທໍາລາຍຄວາມສະຫງົບສຸກພາຍໃນປະເທດຢ່າງເດັດຂາດ.
ຄໍາເຫັນ