ເນື່ອງໃນໂອກາດຄົບຮອບ 74 ປີ (13 ສິງຫາ 1950-13 ສິງຫາ 2024) ວັນສື່ມວນຊົນ ແລະ ພິມຈຳໜ່າຍ

ສື່ມວນຊົນລາວແມ່ນພາຫະນະອັນແຫຼມຄົມຂອງພັກເຮົາ

ສື່ມວນຊົນລາວແມ່ນພາຫະນະອັນແຫຼມຄົມຂອງພັກເຮົາ
ໂດຍ: ພູວຽງຄຳ ທ່ານ ໄຊຍະລາດ ພົງຍາລັກ ຫົວໜ້າກົມ ພິພິທະພັນໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນໍາປະຕິວັດ ຫ້ອງວ່າການສູນກາງພັກ ໄດ້ສະແດງຄວາມຮູ້ສຶກເນື່ອງໃນໂອກາດຄົບຮອບ 74 ປີ (13 ສິງຫາ 1950-13 ສິງຫາ 2024) ວັນສື່ມວນຊົນ ແລະ ພິມຈຳໜ່າຍ

 ວ່າ:ວຽກງານສື່ມວນຊົນເປັນວຽກງານໜຶ່ງທີ່ມີຄວາມໝາຍຄວາມສຳຄັນຍິ່ງໃນການຮັບໃຊ້ພາລະກິດປົກປັກຮັກສາແລະກໍ່ສ້າງສັງຄົມນິຍົມ,ເພາະສະນັ້ນ,ພັກແລະລັດເຮົາຍາມໃດກໍໄດ້ໃຫ້ຄວາມສຳຄັນຕໍ່ການພັດທະນາວຽກງານສື່ມວນຊົນ ແລະຖືວ່າສື່ມວນຊົນແມ່ນພາຫະນະອັນແຫຼມຄົມຂອງພັກເຮົາ,ຂ້າພະເຈົ້າດີອົກດີໃຈ ແລະ ພາກພູມໃຈ ເປັນຢ່າງສູງ ທີ່ເຫັນໄດ້ເຖິງຄວາມເຕີບໃຫຍ່ຂະຫຍາຍຕົວ ແລະ ກ້າວສູ່ທັນສະໄໝ ຂອງວົງການສື່ມວນຊົນລາວ ຂອງພວກເຮົາ ຕະຫຼອດໄລຍະແຫ່ງການນໍາພາຕໍ່ສູ້ເພື່ອປົດປ່ອຍປະເທດຊາດ ຍາດເອົາເອກະລາດແຫ່ງຊາດ ແລະ ອິດສະຫຼະພາບມາສູ່ປະຊາຊົນ ກໍຄືໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ສື່ມວນຊົນລາວ ແມ່ນອາວຸດອັນແຫຼມຄົມໃນການຕໍ່ສູ້ຢູ່ໃນສະໜາມຮົບດ້ານການເມືອງແນວຄິດ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດຂອງການປະຕິວັດໃນແຕ່ລະໄລຍະ.

ດ້ວຍມູນເຊື້ອ ແລະ ບົດຮຽນພາຍໃຕ້ການນໍາພາຂອງພັກ, ສື່ມວນຊົນລາວ ໄດ້ຍົກສູງຄຸນນະພາບວຽກງານສື່ມວນຊົນ ໃຫ້ນັບມື້ນັບດີຂຶ້ນ, ມີຄຸນນະພາບ ທັນສະໄໝ, ວ່ອງໄວທັນເຫດການ ເປັນອາວຸດອັນແຫຼມຄົມຂອງພັກ-ລັດ ແລະ ສັງຄົມໃນການໂຄສະນາ ສຶກສາອົບຮົມແນວທາງຂອງພັກ, ລະບຽບກົດໝາຍຂອງລັດ, ປຸກລະດົມນໍ້າໃຈຮັກຊາດ, ສະໜອງຂໍ້ມູນຂ່າວສານທາງດ້ານການເມືອງ, ເສດຖະກິດ, ສັງຄົມ, ວິທະຍາສາດ, ເຕັກໂນໂລຊີ, ສາລະຄວາມຮູ້, ສາລະບັນເທິງ, ປະກອບສ່ວນຕ້ານປະກົດການຫຍໍ້ທໍ້ໃນສັງຄົມ, ຖ້ອຍທຳນອງບຶດເບືອນຄວາມເປັນຈິງ ຂອງພວກຄົນບໍ່ດີ, ເປັນຂົວຕໍ່ລະຫວ່າງພັກກັບປະຊາຊົນ ແລະ ເປັນເວທີເສີມຂະຫຍາຍປະຊາທິປະໄຕ ປະຊາຊົນ ແລະ ສິດເປັນເຈົ້າຂອງປະຊາຊົນບັນດາເຜົ່າ, ປັດຈຸບັນສື່ມວນຊົນພວກເຮົາກໍາລັງສຸມໃສ່ໃນການໂຄສະນາການປະຕິບັດມະຕິ ກອງປະຊຸມໃຫຍ່ຂອງພັກໃນທ້າຍສະໄໝດ້ວຍການສ້າງບາດກ້າວບຸກທະລຸໃນ 4 ດ້ານ ແລະ ບຸກບືນ ສ້າງບາດກ້າວບຸກທະລຸໃນວົງການສື່ມວນຊົນຕັ້ງໜ້າໂຄສະນາໃຫ້ແກ່ຂະບວນການປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກ ແລະ ວັນສໍາຄັນຂອງພັກຂອງຊາດ ແລະ ສາກົນຢ່າງເປັນຂະບວນຟົດຟື້ນ.

ເນື່ອງໃນໂອກາດວັນສື່ມວນຊົນ ແລະ ພິມຈຳໜ່າຍຄົບຮອບ 74 ປີ ຂ້າພະເຈົ້າຂໍອວຍພອນໄຊອັນປະເສີດມາຍັງພະນັກງານ-ລັດຖະກອນທີ່ເຮັດວຽກສື່ມວນຊົນ, ທຸກພາກສ່ວນ ທັງພາກລັດ-ເອກະຊົນ ຢູ່ສູນກາງ ແລະ ທ້ອງຖິ່ນຈົ່ງກ້າວຂຶ້ນຍາດໄດ້ຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າ ໃນການປະຕິບັດໜ້າທີ່ການເມືອງອັນມີກຽດສະຫງ່າຂອງຕົນ ໃຫ້ປະສົບຜົນສໍາເລັດຢ່າງສະຫງ່າງາມ ແລະສືບຕໍ່ນໍາເອົາແນວທາງ, ແຜນນະໂຍບາຍຂອງພັກ-ລັດ ລົງໂຄສະນາເຜີຍແຜ່ ໃຫ້ກວ້າງຂວາງ ເລິກເຊິ່ງແລະ ພ້ອມກັນກ້າວຂຶ້ນ ຍາດເອົາຜົນງານໃໝ່ຍິ່ງໃຫຍ່ກວ່າເກົ່າ ກ້າວໜ້າທັນສະໄໝຢ່າງບໍ່ຢຸດຢັ້ງ.

ຊົມເຊີຍວັນສ້າງຕັ້ງສື່ມວນຊົນແລະພິມຈຳໜ່າຍ ຄົບຮອບ 74ປີຢ່າງສຸດໃຈ !.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ