ນິຍາມຂອງສື່ມວນຊົນ

ສື່ມວນຊົນຕ້ອງມີການພັດທະນາຕົນເອງຢູ່ສະເໝີ

ສື່ມວນຊົນຕ້ອງມີການພັດທະນາຕົນເອງຢູ່ສະເໝີ
ໂດຍ: ວັນເພັງ ເວົ້າເຖິງນິຍາມຂອງສື່ມວນຊົນ ກໍມີຫຼາຍນິຍາມຫຼາຍຂະໜານນາມ ສື່ມວນຊົນຄືກະບອກສຽງຂອງພັກ-ລັດ ໃນການນໍາເອົາຂໍ້ມູນຂ່າວສານທີ່ເກີດຂຶ້ນຢູ່ໃນສັງຄົມມາເຜີຍແຜ່ໃຫ້ສັງຄົມໄດ້ຮັບຮູ້ຂໍ້ມູນຂ່າວສານຕ່າງໆໄດ້ຢ່າງວ່ອງໄວ, ທັນເວລາ ໂດຍສະເພາະສື່ສັງຄົມອອນລາຍນັບມື້ນັບມີບົດບາດຢູ່ໃນສັງຄົມ ສື່ມວນຊົນຕ້ອງຕັ້ງໜ້າພັດທະນາຕົນເອງຢູ່ສະເໝີ.

 

 

ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍແລະ ວັນສ້າງຕັ້ງໜັງສືພິມປະຊາຊົນ ຄົບຮອບ 74 ປີ (13 ສິງຫາ 1950-13 ສິງຫາ 2024) ທີ່ໃກ້ຈະມາເຖິງນີ້, ທ່ານວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນະອົບຮົມສູນກາງພັກ ຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ ໄດ້ໃຫ້ສຳພາດຕໍ່ຜູ້ຂຽນເມື່ອບໍ່ດົນຜ່ານມານີ້ທີ່ສຳນັກງານໜັງສືພິມປະຊາຊົນວ່າ: ປັດຈຸບັນໂລກມີການພັດທະນາຂະຫຍາຍຕົວຢ່າງຕໍ່ເນື່ອງ, ສື່ສັງຄົມອອນລາຍກໍນັບມື້ນັບມີບົດບາດຢູ່ໃນສັງຄົມ ສື່ມວນຊົນຕ້ອງຕັ້ງໜ້າພັດທະນາຕົນເອງຢ່າງບໍ່ຢຸດຢັ້ງນັບແຕ່ການຂີດຂຽນ, ການເຈາະບັນຫາປະເດັນສຳຄັນຕ່າງໆ ເພື່ອເຮັດແນວໃດໃຫ້ໄດ້ຂໍ້ມູນຂ່າວສານທີ່ຖືກຕ້ອງຕາມຄວາມຈິງ, ໃຫ້ມີຄວາມຫຼາກຫຼາຍ, ສັ້ນກະທັດຮັດ ແລະ ອື່ນໆ;ສື່ມວນຊົນຕ້ອງໄດ້ຕິດຕາມສັງຄົມວ່າມີທ່າອ່ຽງການປ່ຽນແປງຄືແນວໃດໂດຍອີງໃສ່ແນວທາງນະໂຍບາຍຂອງພັກມາເປັນທິດເຍືອງທາງໃນການຂີດຂຽນ, ວິໄຈ, ວິເຄາະໃຫ້ມັນເປັນອັນລະອຽດໂດຍສະເພາະໜັງສືພິມປະຊາຊົນປັດຈຸບັນມີການປັບປຸງຢ່າງຕັ້ງໜ້າ ເປັນຕົ້ນໄດ້ປັບປຸງການຂຽນບົດນໍາ, ບົດຄວາມໃຫ້ມີຫຼາກຫຼາຍບົດ, ຫຼາຍຫົວຂໍ້ຂຶ້ນກວ່າເກົ່າ ໂດຍໄດ້ຈັດລຽງໜ້າໜັງສືພິມຂອງຕົນຢ່າງລະອຽດ. ນອກນັ້ນ, ສື່ມວນຊົນຕ້ອງເຂົ້າໃຈວ່າການນຳສະ ເໜີຂໍ້ມູນທີ່ໄວ, ທັນໃຈເປັນສິ່ງທີ່ມີຄວາມຕ້ອງການສູງໃນສັງຄົມ. ສະນັ້ນ,ເວລາວາງແຜນໃນການໂຄສະນາແຕ່ລະອາທິດ, ແຕ່ລະເດືອນ ກໍຕ້ອງໄດ້ມີການກຳນົດລະອຽດຄັກແນ່. ເຊື່ອແນ່ວ່າສື່ສັງຄົມອອນລາຍຍັງຈະມີບົດບາດສູງຢູ່ໃນສັງຄົມ ພ້ອມສັງເກດໄດ້ຍາກວ່າຂ່າວໃດທີ່ມີຄວາມຈິງ ແລະ ບໍ່ມີຄວາມຈິງ. ດັ່ງນັ້ນ, ສື່ມວນຊົນຈະຕ້ອງມີການພັດທະນາ ແລະ ຕັດສິນໃຈໃຫ້ຖືກຕ້ອງ, ຊອກເອົາຂໍ້ມູນທີ່ມີຄວາມຈິງທີ່ສຸດ ເພື່ອນໍາມາເຜີຍແຜ່ໃຫ້ກັບສັງຄົມກໍຄືຜູ້ອ່ານໄດ້ຮັບຊາບ. ປັດຈຸບັນໃຜໆກໍສາມາດນໍາເອົາຂໍ້ມູນມາລົງສື່ຂອງຕົນໄດ້ແຕ່ບໍ່ຮູ້ວ່າອັນໃດເປັນຄວາມຈິງ ແລະ ບໍ່ເປັນຄວາມຈິງ. ໃນນັ້ນ, ຢາກໃຫ້ສື່ມວນຊົນໄດ້ພັດທະນາຕົນເອງຍົກລະດັບຂຶ້ນເປັນກ້າວໆເປັນຕົ້ນດ້ານຄວາມຮູ້, ຄວາມສາມາດ, ດ້ານວິຊາສະເພາະ, ດ້ານພາສາຕ່າງໆປະເທດ ແລະ ອື່ນໆ.

ສມວນຊນຕອງມການພດທະນາຕນເອງຢສະເໝ - image 1ສມວນຊນຕອງມການພດທະນາຕນເອງຢສະເໝ - image 2ສມວນຊນຕອງມການພດທະນາຕນເອງຢສະເໝ - image 3ໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ແລະ ວັນສ້າງຕັ້ງໜັງສືພິມປະຊາຊົນ ຄົບຮອບ 74 ປີ, ທ່ານວັນໄຊ ຕະວິນຍານຍັງໄດ້ສະແດງຄວາມຮູ້ບຸນຄຸນຕໍ່ການນໍາພັກ-ລັດ ທີ່ໄດ້ໃຫ້ການອູ້ມຊູ້ຊ່ວຍເຫຼືອຕະຫຼອດໄລຍະຜ່ານມາ ແລະ ອວຍພອນໄຊອັນປະເສີດໃຫ້ສື່ມວນຊົນລາວທຸກທົ່ວໜ້າຈົ່ງມີສຸຂະພາບພະລານາໄມທີ່ແຂງແຮງ, ມີຄວາມສຸກໃນຊີວິດສ່ວນຕົວ, ຄອບຄົວ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານຂອງຕົນທຸກປະການ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງເງິນ ປະກາດຮັບຮອງວັດ 4 ສໍ

ເມືອງເງິນ ປະກາດຮັບຮອງວັດ 4 ສໍ

ວັນທີ 5 ທັນວາຜ່ານມານີ້ທີ່ວັດສຣີດອນແຍງ ບ້ານເພຍງາມ ເມືອງເງິນ ແຂວງໄຊຍະບູລີ ໄດ້ມີທີປະກາດຮັບຮອງ ວັດ 4 ສໍ ຂຶ້ນຢ່າງເປັນທາງການ, ພາຍໃຕ້ການເປັນປະທານຮ່ວມ ຂອງພະອາຈານ ສົມພອນ ຄໍາຈະເລີນ ຮອງປະທານ ອພສ ແຂວງໄຊຍະບູລີ, ທ່ານ ຊູລິສິດ ຄໍາພູວົງ ກໍາມະການປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງ, ມີພະເຖຣານຸເຖຣະ, ຕະຫຼອດຮອດ ຊາວພຸດທະສະນິກະຊົນພາຍໃນເມືອງເຂົ້າຮ່ວມ.
15 ປີ ສຂຈ ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ສ້າງບຸກຄະລາກອນເກືອບ 1 ແສນກ່ວາຄົນ ອອກຮັບໃຊ້ສັງຄົມ

15 ປີ ສຂຈ ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ສ້າງບຸກຄະລາກອນເກືອບ 1 ແສນກ່ວາຄົນ ອອກຮັບໃຊ້ສັງຄົມ

ໃນໂອກາດສະເຫຼີມສະຫຼອງວັນຂົງຈືໂລກ ປີ 2025 ແລະ ການສ້າງຕັ້ງສະຖາບັນຂົງຈື (ສຂຈ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 15 ປີ. ທ່ານ ເຝິງກວາງຫົວ ຜູ້ອໍານວຍການ ສຂຈ ຝ່າຍຈີນ ໄດ້ກ່າວມີຄໍາເຫັນ ແລະ ສະແດງຄວາມຮູ້ສຶກ ຕໍ່ວັນດັ່ງກ່າວເມື່ອບໍ່ດົນຜ່ານມາວ່າ: ໃນໄລຍະ 15 ປີຜ່ານມາ, ສຂຈ ມຊ ໄດ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ, ໄດ້ກາຍເປັນບ່ອນກໍ່ສ້າງຜູ້ຊ່ຽວຊານດ້ານພາສາຈີນ ມາຮອດປັດຈຸບັນໄດ້ກໍ່ສ້າງບຸກຄະລະກອນເກືອບ 100,000 ກ່ວາຄົນ ແລະ ໄດ້ຮັບຖານະເປັນສູນການສຶກສາພາສາຈີນ ແລະ ເວທີແລກປ່ຽນວັດທະນະທຳທີ່ໃຫຍ່ທີ່ສຸດ ແລະ ຄົບຖ້ວນທີ່ສຸດໃນລາວ.
ການນຳແຂວງຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ບ້ານນ້ຳຮວຍ ແລະ ບ້ານກໍສ່ານ

ການນຳແຂວງຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ບ້ານນ້ຳຮວຍ ແລະ ບ້ານກໍສ່ານ

ໃນວັນທີ6ທັນວາຜ່ານມາ ຢູ່ທີ່ບ້ານນ້ຳຮວຍ ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອ ຊຶ່ງກ່າວມອບໂດຍທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເລຂາພັກແຂວງ, ມີຄະນະປະຈຳພັກແຂວງ, ຄອບຄົວການນຳ, ນັກທຸລະກິດ, ມີພາກສ່ວນກ່ຽວຂ້ອງ ແລະ ພໍ່ແມ່ປະຊາຊົນສອງບ້ານດັ່ງກ່າວເຂົ້າຮ່ວມ.
ງານບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ 2025 ມີຫຼາຍກິດຈະກໍາໃຫ້ທ່ຽວຊົມ

ງານບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ 2025 ມີຫຼາຍກິດຈະກໍາໃຫ້ທ່ຽວຊົມ

ບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ ເມືອງປາກຊ່ອງ ແຂວງຈໍາປາສັກ ຈັດຂຶ້ນໃນວັນທີ 4 ຫາ 7 ທັນວາ 2025 ທີ່ເດີ່ນອະນຸສາວະລີຂອງ ທ່ານ ສີທົນກົມມະດໍາ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ອາລຸນໄຊ ສຸນນະລາດ ກຳມະການສູນກາງພັກ ເລຂາພັກແຂວງຈໍາປາສັກ, ທ່ານ ນາງ ບຸນຄໍາ ວໍລະຈິດ ກຳມະການສູນກາງພັກ ຜູ້ວ່າການທະນາຄານແຫ່ງ ສປປລາວ, ມີແຂກຖືກເຊີນ ທັງພາຍໃນ ແລະ ຕ່າງປະທດ, ຜູ້ປະກອບການ ແລະ ມວນຊົນເຂົ້າຮ່ວມ.
ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ເຄື່ນໄຫວຕິດຕາມການເດີນສໍາຫຼວດ ພົນລະເມືອງ ຢູ່ແຂວງວຽງຈັນ.

ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ເຄື່ນໄຫວຕິດຕາມການເດີນສໍາຫຼວດ ພົນລະເມືອງ ຢູ່ແຂວງວຽງຈັນ.

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ, ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ ແລະ ຕິດຕາມ ວຽກງານການເດີນສໍາຫຼວດ ພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ຢູ່ແຂວງວຽງຈັນ ໃນວັນທີ 4 ທັນວານີ້ ໂດຍການຕ້ອນຮັບຂອງທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ຫົວໜ້າຄະນະຊີ້ນຳການສຳຫຼວດພົນລະເມືອງ ແລະ ທີຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຂັ້ນແຂວງ ທີ່ຫ້ອງຮັບຮອງຫ້ອງວ່າການແຂວງ.
ປາຖະກະຖາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ປາຖະກະຖາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ໃນຕອນເຊົ້າຂອງວັນທີ 4 ທັນວາຜ່ານມານີ້, ກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາ ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໂດຍໃຫ້ກຽດເປັນປະທານ ແລະ ບັນຍາຍເອກະສານ ຂອງ ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງການຕ່າງປະເທດ,ຊຶ່ງມີບັນດາຄະນະພັກ, ຄະນະນຳ, ຄະນະໜ່ວຍພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານລັດຖະກອນ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມຮັບຟັງທັງໝົດ ປະມານ 450 ສະຫາຍ.
ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ໃນວັນທີ 27ພະຈິກຜ່ານມານີ້,ທີ່ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບບັນດາແຂວງພາກເໜືອ ແລະ ພາກກາງ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ. ກອງປະຊຸມດັ່ງກ່າວມີຜູ້ເຂົ້າຮ່ວມຈາກບັນດາພະແນກການກ່ຽວຂ້ອງຈາກ ບັນດາແຂວງພາກເໜືອ ແລະ ພາກກາງ ລວມທັງໝົດປະມານ 100ທ່ານ. ສໍາລັບບັນດາແຂວງພາກໃຕ້, ກອງເລຂາ ໄດ້ສໍາເລັດຈັດກອງປະຊຸມເຜີຍແຜ່ໃຫ້ບັນດາແຂວງດັ່ງກ່າວໃນເດືອນ ມິຖຸນາ 2025 ຜ່ານມາ ທີ່ ແຂວງຈໍາປາສັກ.
ງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ ປີ 2025

ງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ ປີ 2025

ວິທະຍາໄລສິລະປະແຫ່ງຊາດ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບບໍລິສັດເຂົ້າໜຽວການສະແດງ ແລະ ໂຮງລະຄອນ, ໄດ້ຈັດງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ (Asian Youth Theatre Festival) (AYTF) ປີ 2025 ຂຶ້ນໃນຄໍ່າວັນທີ 4 ທັນວາ ຜ່ານມາທີ່ ວິທະຍາໄລດັ່ງກ່າວ ໂດຍມີ ທ່ານ ວຽງພອນ ສຸກຂະວົງ ຫົວໜ້າກົມວັດທະນະທໍາ ແລະ ສິລະປະການສະແດງ ກະຊວງ ວທ, ທ່ານ ວິລະພັນ ຊາພູວົງ ອຳນວຍການວິທະຍາໄລສິລະປະແຫ່ງຊາດ, ມີບັນດາຄະນະຜູ້ຈັດງານ, ຄູ-ອາຈານ, ນັກສິລະປິນໄວໜຸ່ມຕົວແທນນັກສະແດງຈາກບັນດາປະເທດອາຊີ ແລະ ອາຊຽນ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ອອກຈາກສະຖານະພາບດ້ອຍພັດທະນາ

ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ອອກຈາກສະຖານະພາບດ້ອຍພັດທະນາ

ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບບັນດາແຂວງພາກເໜືອ ແລະ ພາກກາງ, ເມື່ອ​ບໍ່​ດົນ​ມາ​ນີ້ ທີ່ ນະ​ຄອນຫຼວງວຽງ​ຈັນໂດຍການເປັນປະທານຂອງ ທ່ານ ນາງ ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ມີບັນດາພະແນກການກ່ຽວຂ້ອງຈາກບັນດາແຂວງພາກເໜືອ ແລະ ພາກກາງເຂົ້າ​ຮ່ວມ.
ຝຶກອົບຮົມໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງ

ຝຶກອົບຮົມໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງ

ຄະນະປະຈຳການ, ຄະນະກຳມະການເລືອກຕັ້ງລະດັບຊາດ, ໄດ້ຈັດກອງປະຊຸມຝຶກອົບໃຫ້ແກ່ພະ ນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ(ສສຊ) ຊຸດ ທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ(ສສຂ) ຊຸດທີ V,ຂຶ້ນໃນລະຫວ່າງວັນທີ 4-5 ທັນວານີ້, ທີ່ຫໍປະຊຸມສະພາແຫ່ງຊາດ, ໂດຍການເປັນປະທານ ຂອງ ທ່ານ ຈະເລີນ ເຢຍປາວເຮີ, ຮອງປະທານສະພາແຫ່ງຊາດ, ຮອງຫົວໜ້າອະນຸກຳມະການໂຄສະນາ ແລະ ປຸກລະດົມຂະບວນການ, ມີບັນດາຮອງປະທານສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາກະຊວງ ແລະ ອົງການທຽບເທົ່າກະຊວງເຂົ້າຮ່ວມ.
ເພີ່ມເຕີມ