ສືບທອດຮີດຄອງປະເພນີບຸນ ເຊັງເມັງດ້ວຍຮູບແບບໃໝ່

ສືບທອດຮີດຄອງປະເພນີບຸນ ເຊັງເມັງດ້ວຍຮູບແບບໃໝ່
ບຸ​ນ​ເຊັງເມັງ ​ເປັນ​ໜຶ່ງ​ໃນ 24 ຈຸດ​ແບ່ງ​ລະ​ດູ​ການ​ຕາມ​ຈັນ​ທະ​ຄະ​ຕິ​ຈີນ ຊຶ່ງຖືກ​ເອີ້​ນ​ວ່າ:​ເປັນ​ບຸນ​ສຳ​ຜັດ​ກັບ​ທຳ​ມະ​ຊາດ​ສີ​ຂຽວ ແລະ ເປັນ​ມື້​ບຸນ​ໄຫວ້​ບູ​ຊາ​ບັນ​ພະ​ບູ​ລຸດ​ທີ່​ໄດ້​ລ່ວງ​ລັບ​ໄປ​ແລ້ວ​ຂອງ​ຈີນ, ຕາມທຳ​ມະ​ດາ​ຈະ​ຢູ່​ລະ​ຫວ່າງວັນທີ 4 - 6 ​ເມ​ສາ​ຂອງ​ທຸກ​ໆ​ປີ. ໃນ​ໄລ​ຍະ​ນີ້, ລະ​ດູ​ບານ​ໃໝ່​ໄດ້​ໝູນ​ວຽນ​ມາ​ເຖິງ, ຕົ້ນ​ໄມ້​ໃບ​ຫຍ້າ​ໄດ້​ແຕກ​ໜໍ່​ຈໍ່​ແໜງ ແລະ ເຕັມ​ໄປດ້ວຍ​ຄວາມ​ມີ​ຊີ​ວິດ​ຊີ​ວາ, ​ເປັນ​ມື້​ບຸນ​ທີ່​ຄົນ​ທັງຫຼາຍ​ໄປ​ສຳ​ຜັດ​ກັບ​ທຳ​ມະ​ຊາດ​ສີ​ຂຽວ.
ບຸນ​ເຊັງເມັງ​ ຈະ​ມີ​ຮີດ​ຄອງ​ປະ​ເພ​ນີຫຼາຍ​ຢ່າງ, ຮີດ​ຄອງ​ປະ​ເພ​ນີ​ໃນ​ການ​ສະຫຼອງ​ບຸນ​ຂອງທ້ອງ​ຖິ່ນ​ຕ່າງໆ​ ກໍ​ມີ​ຄວາມ​ແຕກ​ຕ່າງ​ກັນ, ແຕ່​ການ​ໄປ​ໄຫວ້​ບູ​ຊາ​ບັນ​ພະ​ບູ​ລຸດ ແລະ ສຳ​ຜັດ​ກັບ​ທຳ​ມະ​ຊາດ ​ເປັນ​ເນື້ອ​ໃນ​ຕົ້ນ​ຕໍ​ຂອງ​ບຸນ​ເຊັງເມັງ ເພື່ອ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາ​ມ​ຄິດ​ຮອດ​ຄິດ​ເຖິງ​ບັນ​ພະ​ບູ​ລຸດ​ທີ່​ໄດ້​ລ່ວງ​ລັບ​ໄປ​ແລ້ວ. ນອກ​ນີ້, ບາງ​ທ້ອງ​ຖິ່ນ​ຂອງ​ຈີນ​ ຍັງ​ມີ​ປະ​ເພ​ນີ​ກິນ​ ເຂົ້າໜົມ​ຊິງ​ຖວນ (ເຂົ້າ​ໜົມ​ສີ​ຂຽວ​ ທີ່​ເຮັດ​ດ້ວຍ​ແປ້ງ​ເຂົ້າ​ໜຽວປະສົມກັບ​ນ້ຳ​ກົກ​ໜາດ, ຫໍ່​ໃສ້ ແລະ ໜຶ້ງ​ປັນ​ ໄປ​ສຳ​ຜັດ​ກັບ​ທຳ​ມະ​ຊາດ​ສີ​ຂຽວ, ຊົມ​ດອກ​ໄມ້ ແລະ ປ່ອຍ​ວ່າວ​ເປັນ​ ຕົ້ນ, ໃນ​ໄລ​ຍະ​ບຸນ​ເຊັງເມັງ, ຄົນ​ທັງຫຼາຍ​ໄປ​ທ່ຽວ​ຫຼິ້ນ​ຢູ່​ຕາມ​ພູ​ ແລະ ທົ່ງ​ນາ​ສີ​ຂຽວ, ໄດ້ສຳ​ຜັດ​ກັບ​ທຳ​ມະ​ຊາດ​ທີ່​ຂຽວ​ງາມ. ຢູ່​ເມືອງ​ເກົ່າ​ສີ​ໂຈ່ວ​ (Xizhou) ນະ​ຄອນ​ຕ້າຫຼີ ​ແຂວງ​ຢຸນ​ນານ, ທົ່ງ​ນາ​ຂຽວ​ອຸ່ມ​ທຸ່ມ, ມີລົມ​ພັດ​ມາ​ແບບ​ຄ່ອຍໆ, ທົ່ງນາເຂົ້າ​​ປຽບ​ເໝືອນ​ຟອງ​ສີ​ຂຽວ. ກຳ​ແພງ​ສີ​ຂາວ ແລະ ຫຼັງ​ຄາ​ສີ​ຂີ້​ເທົ່າ​ປະ​ສົມ​ກັບ​ ຕົ້ນ​ເຂົ້າ​ສີ​ຂຽວ, ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈາກ​ແຫ່ງ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ຈີນ ທີ່ມາ​ສຳ​ຜັດ​ກັບ​ບັນ​ຍາ​ກາດ​ຂອງ​ສາຍ​ລົມ​ໃນລະ​ດູ​ບານໃໝ່. “ຊາດ​ນີ້​ເອົາ​ດອກ​ໄມ້​ເນັບ​ໃສ່​ຫົວ, ຊາດ​ໜ້າ​ຈະ​ສວຍ​ງາມກວ່າ​ເກົ່າ”, ສີ​ມື​ເອົາ​ດອກ​ໄມ້​ເນັບ​ໃສ່​ຫົວ ທີ່​ເປັນ​ມູນ​ເຊື້ອ​ວັດ​ທະ​ນະ​ທຳ​ນາມ​ມະ​ທຳ​ທີ່​ມີ​ປະ​ຫວັດ​ສາດ ຍາວນານ ມ​າ​ເປັນ​ເວ​ລາ 3.000 ກວ່າ​ປີ ໄດ້ພາກັນ​ຫັນມານິ​ຍົມ​ຂຶ້ນ​ອີກ​ຢູ່​ເມືອງ​ເກົ່າ​ຊິງ​ໂຈ່ວ ​ນະ​ຄອນ​ເວີຍ​ຟາງ​ ແຂວງ​ຊານ​ຕຸ່ງ​ຈີນ, ທັງ​ເປັນ​ຮີດ​ຄອງ​ປະ​ເພ​ນີ​ເກົ່າແກ່ ແລະ ກໍ​ມີ​ສີ​ສັນ​ຍຸກ​ໃໝ່. ລະ​ດູ​ບານໃໝ່​​ ທີ່ ​ໝູນວ​ຽນ​ມາ​ເຖິງ, ຊາວ​ໜຸ່ມ​ທັງຫຼາຍ​ໄດ້​ມາ​ທ່ຽວ​ໃນ​ເມືອງ​ເກົ່າ​ຊິງ​ໂຈ່ວ, ໄດ້ພາກັນເອົາ​ດອກ​ໄມ້​ເນັບ​ໃສ່​ຫົວ​ ແລະ ຖ່າຍ​ຮູບ​ ເພື່ອ​ເປັນ​ທີ່​ລະ​ນຶກ, ຖື​ວ່າ​ເປັນ “ເຈົ້າຍິງດອກ​ໄມ້”.
ກຸ່ມ​ບໍ​ລິ​ສັດ Trip.com ຈຳ​ກັດ​ ທີ່​ເປັນ​ເວັບ​ໄຊ​ຂາຍ​ປີ້​ທາງ​ອອນ​ລາຍ​ຂອງ​ຈີນ ​ໄດ້​ເຜີຍ​ແຜ່ “ບົດ​ລາຍ​ງານ​ຄາດ​ຄະ​ເນ​ການ​ທ່ອງ​ທ່ຽວ​ໃນ​ໄລ​ຍະ​ບຸນ​ເຊັງເມັງ ​ປີ 2024” ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ​ໄລ​ຍະ​ພັກ​ບຸນ​ເຊັງເມັງ​ປີ​ນີ້, ແຂວງ​ຊານ​ຕົງ​ຈີນ ​ໄດ້​ເປັນ​ອັນ​ດັບ 4 ໃນ​ການ​ລຽງ​ລຳ​ດັບ​ເຂດ​ແຂວງ​ ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ໃນ​ທົ່ວ​ປະ​ເທດ​ຈີນ, ຄາດ​ວ່າ: ປະ​ລິ​ມານ​ການ​ຈອງ​ປີ້​ລ່ວງ​ໜ້າ​ຈະ​ເພີ່ມ​ຂຶ້ນ 866% ເມື່ອ​ທ​ຽບ​ໃສ່​ບຸນ​ເຊັງເມັງ​ປີ​ຜ່ານ​ມາ. ຍ້ອນ​ວ່າ​ການ​ທ່ອງ​ທ່ຽວ​ແບບ​ຂັບ​ລົດ​ເອງ​ໄດ້​ເພີ່ມ​ຂຶ້ນ ແລະ ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ ໄດ້​ເຂົ້າ​ມາ​ທ່ຽວ​ແຂວງ​ຢຸນ​ນານ​ເພີ່ມ​ຂຶ້ນ, ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ ທີ່​ກຽມ​ຈະ​ໄປ​ທ່ຽວ​ແຂວງ​ຢຸນ​ນານ ​ໃນ​ໄລ​ຍະ​ພັກ​ບຸນ​ເຊັງເມັງ ​ໄດ້​ເພີ່ມ​ຂຶ້ນ 96% ເມື່ອ​ທຽບ​ໃສ່​ບຸນ​ເຊັງເມັງ​ປີ​ຜ່ານ​ມາ. ນອກ​ນີ້, ການໄປ​ຮຽນ​ວິ​ທີ​ຜະ​ລິດ​ແກ້ວ ແລະ ເຮັດ​ເຄື່ອງ​ປັ້ນ​ດິນ​ເຜົາ​ ຢູ່​ ນະ​ຄອນ​ຈິງ​ເຕີ​ເຈິ້ນ​ແຂວງ​ຈ່ຽງ​ຊີ ກໍໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ຊາວ​ໜຸ່ມ​ທັງຫຼາຍ. ໃນ​ໄລ​ຍະ​ພັກ​ບຸນ​ເຊັງເມັງ​ປີ​ນີ້, ດັດ​ສະ​ນີ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ນັກ​ທ່ອງ​ທ່ຽວ​ຂອງ​ນະ​ຄອນ​ຈິງ​ເຕີ​ເຈິ້ນ ເພີ່ມ​ຂຶ້ນ 331% ເມື່ອ​ທຽບ​ໃສ່​ ບຸນ​ເຊັງເມັງ​ປີ​ຜ່ານ​ມາ.
ອາ​ຫານ​ພື້ນ​ເມືອງ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບຫຼາຍ ບຸນ​ເຊັງເມັງ ​ໃກ້​ຈະ​ໝູນ​ວຽນ​ມາ​ເຖິງ, ການ​ບໍ​ລິ​ໂພກ​ເຂົ້າໜົມ​ຊິງ​ຖ​ວນ ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາ​ກ​ລູກ​ຫຼານຫຼາຍ. ໂຕເລກ​ຂໍ້​ມູນ​ສະ​ແດງ​ໃຫ້​ເຫັນ​ວ່າ: ດັດ​ສະ​ນີເຂົ້າໜົມ​ຊິງ​ຖວນ ​ໄດ້​ບັນ​ລຸ​ເຖິງ 38 ລ້ານ ແລະ ໄດ້​ເພີ່ມ​ຂຶ້ນ 424% ໃນ​ໜຶ່ງ​ອາ​ທິດ​ຜ່ານ​ມາ. ຢູ່​ນະ​ຄອນ​ເສິງ​ຕູ່​ແຂວງ​ເສ​ສວນ​ຈີນ, ນອກ​ຈາກ​ ເຂົ້າ
ໜົມ​ຊິງ​ຖວນ​ ທີ່​ມີຫຼາຍ​ລົດ​ຊາດ​ແຊບແລ້ວ, ຍັງ​ມີ​ຊຸ​ກິ​ຢາ​ກິ​ເຂົ້າ​ໜົມ​ຊິງ​ຖວນ, ເຄັກ​ຊິງ​ຖວນ ແລະ ນົມ​ຊາ​ຊິງ​ຖວນ. ຍອດ​ປະ​ລິ​ມານ​ຈຳ​ໜ່າຍເຄັກ​ຊິງ​ຖວນ​ ຂອງ​ຮ້ານ​ກາ​ເຟ​ແຫ່ງ​ໜຶ່ງ​ ໃນນະ​ຄອນ​ເສິງ​ຕູ່​ ໄດ້​ບັນ​ລຸ​ເຖິງ 500 ຫາ 600 ກ້ອນ, ໄດ້​ຂາຍ​ໄປ ​ທົ່ວ​ປະ​ເທດ​ຈີນ. ນອກ​ນີ້, ຍັງ​ມີ​ຮ້ານ​ຄ້າຫຼາຍ​ແຫ່ງ​ໄດ້​ຈັດ​ກິດ​ຈະ​ກຳ​ຊວນ​ລູກ​ຄ້າ​ເຮັດ​ ເຂົ້າໜົມ​ຊິງ​ຖວນ, ກໍ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ລູກ​ຄ້າຫຼາຍ.
ການ​ໄຫວ້​ບູ​ຊາ​ທາງ​ ອອນ​ລາຍໄດ້​ກາຍ​ເປັນ​ຄວາມ​ນິ​ຍົມໃໝ່. ຫວ່າງ​ມໍ່ໆ​ມາ​ນີ້, ນະ​ຄອນຫຼວງ​ປັກ​ກິ່ງ​ ໄດ້​ຈັດ​ກິດ​ຈະ​ກຳ​ໄຫວ້​ບູ​ຊາ​ບັນ​ພະ​ບູ​ລຸດ​ທາງ​ອອນ​ລາຍ​ໃນ​ໄລ​ຍະ​ບຸນ​ເຊັງເມັງ ໂດຍ​ສົ່ງ​ເສີມ​ໃຫ້​ຄົນ​ທັງຫຼາຍ​ໄຫວ້​ບູ​ຊາ​ບັນ​ພະ​ບູ​ລຸດ​ແບບ​ມາ​ລະ​ຍາດ​ທາງ​ອອນ​ລາຍ ຄື: ເຫຍັ້ນ​ເຫຼົ້າ​ຈອກ​ໜຶ່ງ, ມອບດອກ​ໄມ້​ພວງ​ໜຶ່ງ, ຫຼິ້ນ​ດົນ​ຕີ​ຕອນ​ໜຶ່ງ ຫຼື ຂຽນ​ຈົດ​ໝາຍ​ກ້ານ​ໜຶ່ງ​ ໂດຍ​ຜ່ານ​ທາງ​ອອນ​ລາຍ ເພື່ອ​ບັນ​ພະ​ບູ​ລຸດ​ທີ່​ໄດ້​ລ່ວງ​ລັບ​ໄປ​ແລ້ວ. ໃນ​ຊຸມ​ປີ​ຜ່ານ​ມາ, ພາຍ​ໃຕ້​ການ​ກະ​ຕຸກ​ຊຸກ​ຍູ້​ຂອງ​ເຕັກ​ນິກ​ອິນ​ເຕີ​ເນັດ, ຄົນ​ທັງຫຼາຍ​ໄດ້​ໄຫວ້​ບູ​ຊາ​ບັນ​ພະ​ບູ​ລຸດ​ໂດຍ​ຜ່ານ​ທາງ​ອອນ​ລາຍ​ນັບ​ມື້​ນັບຫຼາຍ​ຂຶ້ນ. ນອກ​ນີ້, ການ​ເຮັດ​ປຶ້ມ​ທີ່​ລະ​ນຶກ ແລະ ການ​ປູກ​ຕົ້ນ​ໄມ້ ກໍ​ເປັນ​ວິ​ທີ​ລະ​ນຶກໜຶ່ງ ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ຊາວ​ຈີນ ​ນັບ​ມື້​ນັບຫຼາຍ​ຂຶ້ນ. ຂ່າວ: ໜັງສືພິມລາຍວັນຢຸນນານ, ຂ່າວຊັນຕ້ຽນ, ຂ່າວຫົງຊິນ, ຂ່າວທຽນຢັນ ບັນນາທິການ: Yang Chunmei

ຄໍາເຫັນ

ຂ່າວຕ່າງປະເທດ

ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ

ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ

ຂ່າສານຊີອາໄອລາຍງານວ່າ: ນັບ​ແຕ່​ວັນ​ທີ 18 ທັນ​ວາ 2025 ເປັນ​ຕົ້ນ​ໄປ, ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ​ຢ່າງ​ເປັນ​ທາງ​ການ.
ຈີນ ແລະ ອາຊຽນປະຕິບັດຕາມຄຳໝັ້ນສັນຍາ​ຂອງ​ຕົນ​ພາຍ​ໃນສັນຍາປາຣີດ້ວຍພຶດຕິກຳຕົວຈິງ

ຈີນ ແລະ ອາຊຽນປະຕິບັດຕາມຄຳໝັ້ນສັນຍາ​ຂອງ​ຕົນ​ພາຍ​ໃນສັນຍາປາຣີດ້ວຍພຶດຕິກຳຕົວຈິງ

ປີນີ້ເປັນປີຄົບ​ຮອບ 10 ປີ​ຂອງການເຊັນສັນຍາປາຣີ​ວ່າ​ດ້ວຍ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ (2015-2025), ສ່ວນການຄຸ້ມຄອງດິນຟ້າອາກາດກຳລັງຢືນຢູ່ໃນທາງສີ່ແຍກແຫ່ງປະຫວັດສາດ. ດ້ານໜຶ່ງແມ່ນຍ້ອນສະພາບຂ້ຽວຂາດທີ່ການເພີ່ມຂຶ້ນຂອງອຸນຫະພູມທົ່ວໂລກໄດ້ແຕະຕ້ອງເສັ້ນ​ຕ້ອງ​ຫ້າມ​ແດງ​ລະ​ດັບ1,5 ອົງສາ ຫຼາຍຄັ້ງ ແລະ ເກີດ​ສະ​ພາບອາກາດຮຸນແຮງເລື້ອຍໆ; ອີກດ້ານໜຶ່ງແມ່ນ​ຍ້ອນສະພາບຄວາມຫຍຸ້ງຍາກດ້ານການບໍລິຫານທີ່ລັດທິຝ່າຍດຽວເງີຍໜ້າຂຶ້ນ ແລະ ບາງປະເທດບໍ່ສາມາດປະຕິບັດຕາມຄຳໝັ້ນສັນຍາ​ຂອ​ງ​ຕົນຢ່າງທັນການ. ແຕ່ຈີນ ແລະ ບັນດາປະເທດ​ສະ​ມາ​ຊິກອາຊຽນໄດ້ໃຫ້ຄຳຕອບຂອງບັນ​ຫາດັ່ງກ່າວດ້ວຍພຶດຕິກຳຕົວຈິງແບບສີຂຽວ ຄື: ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດທີ່ກ່ຽວ​ຂ້ອງກັບຊາຕາກຳຂອງມວນມະນຸດ, ມີແຕ່ຢຶດໝັ້ນລັດທິຫຼາຍຝ່າຍ ແລະ ລົງເລິກການຮ່ວມມືຕົວຈິງ ຈຶ່ງຈະສາມາດເຮັດໃຫ້ຄຳໝັ້ນສັນຍາໃນສັນຍາປາຣີກາຍເປັນການເຄື່ອນໄຫວຕົວຈິງເພື່ອ​ປົກ​ປ້ອງໂລກ.
ເສດ​ຖະ​ກິດ​ຈີນ ​ໄດ້​ຮັກ​ສາ​ສະ​ພາບ​ຄວ​າມ​ໝັ້ນ​ທ່ຽງ ທ່າ​ອ່ຽງ​ກ້າວ​ໄປ​ໜ້າ ແລະ ຄວາມ​ໝັ້ນ​ໜຽວ

ເສດ​ຖະ​ກິດ​ຈີນ ​ໄດ້​ຮັກ​ສາ​ສະ​ພາບ​ຄວ​າມ​ໝັ້ນ​ທ່ຽງ ທ່າ​ອ່ຽງ​ກ້າວ​ໄປ​ໜ້າ ແລະ ຄວາມ​ໝັ້ນ​ໜຽວ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 8 ທັນ​ວາ ຜ່ານມາ, ໂຕ​ເລກ​ສະ​ຖິ​ຕິ​ທີ່​ເຜີຍ​ແຜ່​ໂດຍ​ລັດ​ຖະ​ບານ​ຈີນ​ສະ​ແດງ​ເຫັນ​ວ່າ, ໃນ 11 ເດືອນ​ຂອງ​ປີ 2025, ຍອດ​ມູນ​ຄ່າ​ນຳ​ເຂົ້າ-ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ໄດ້​ຂອງ​ຈີນ​ມີ​ເຖິງ 41,210 ຕື້ຢວນ, ເພີ່ມ​ຂຶ້ນ 3.6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024. ໃນ​ນັ້ນ, ຍອດ​ມູນ​ຄ່າ ນຳ​ເຂົ້າ-ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ຂອງ​ເດືອນພະ​ຈິກ​ໄດ້​ເພີ່ມ​ຂຶ້ນ 4.1% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024 ຊຶ່ງ​ໄດ້​ຮັກ​ສາ​ການ​ເຕີບ​ໂຕ​ເປັນ​ເວ​ລາ 10 ເດືອນ​ລຽ​ນ​ຕິດ ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024. ນັກ​ວິ​ເຄາະ​ຊີ້​ໃຫ້​ເຫັນ​ວ່າ, ໂຄງ​ປະ​ກອບ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ​ໄດ້​ປັບ​ປຸງ​ດີ​ຂຶ້ນ​ເລື້ອຍໆ, ປ່ອຍ​ພະ​ລັງ​ຂັບ​ເຄື່ອນ​ໃໝ່​​ຢ່າງຕໍ່​ເນື່ອງ, ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໝັ້ນ​ໜຽວ​ທີ່​ເຂັ້ມ​ແຂງ.
ຍ້ອນ​ຫຍັງ​ດິ​ສ​ນີ​​ບໍ່​ສາ​ມາດ​ເບິ່ງ​ຂ້າມ​ຕະຫຼາດ​ຈີນ

ຍ້ອນ​ຫຍັງ​ດິ​ສ​ນີ​​ບໍ່​ສາ​ມາດ​ເບິ່ງ​ຂ້າມ​ຕະຫຼາດ​ຈີນ

ຫວ່າງ​ມໍ່ໆ​ມາ​ນີ້, ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ເລື່ອງ“ ‌Zootopia 2” ຢູ່​ແຜ່ນ​ດິນ​ໃຫຍ່​ຈີນ​ບັນ​ລຸຫຼາຍກວ່າ 2 ຕື້ຢວນຊຶ່ງບໍ່​ພຽງ​ແຕ່​ໄດ້​ສ້າງ​ສະ​ຖິ​ຕິ​ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ກາ​ຕູນ​ທີ່​ນຳ​ເຂົ້າ​ຈາກ​ຕ່າງ​ປະ​ເທດ​ໃນ​ປະ​ຫວັດ​ສາດ​ຮູບ​ເງົາ​ຈີນ​ໃໝ່​ເທົ່າ​ນັ້ນ, ຍິ່ງ​ໄດ້​ລື່ນ​ກາຍ​ຕະຫຼາດ​ອາ​ເມ​ຣິ​ກາ​ເໜືອ​ແລ້ວ​ກາຍ​ເປັນ​ຕະຫຼາດ​ທີ່​ໄດ້​ຂາຍ​ປີ້​ເຂົ້າ​ຊົມຫຼາຍ​ທີ່​ສຸດ​ໃນ​ໂລກອີກ​ດ້ວຍ. ກ່ອນ​ຈະ​ໄດ້​ສາຍ​ຮູບ​ເງົາ​ເລື່ອງ​ນີ້, ຜູ້​ບໍ​ລິ​ໂພກ​ຈີນ​ກໍ​ໄດ້​ພົບ​ເຫັນ​ຊັບ​ສິນ​ທາງ​ປັນ​ຍາ (IP)ນີ້​ໃນ​ຊີ​ວິດ​ປະ​ຈຳ​ວັນ​ເລື້ອຍໆເຊັ່ນ: ຈອກ​ກາ​ເຟ​ Luckin ​ທີ່​ໄດ້​ແຕ້ມ​ໂປ​ສ​ເຕີ​ຮູບ​ເງົາ​ໃສ່, ເສື້ອ​ເຊີດ​ທີ່​ມີ​ຮູບ​ກາ​ຕູນ​ຮູບ​ເງົາ​ຂອງ UNIQLO, ​ກ່ອງ​ສຸ່ມຂອງ POP MART ແລະ​ ອື່ນໆ. ຈາກ​ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ເຖິງ​ຜະ​ລິດ​ຕະ​ພັນ​ຕ່າງໆ​ຮ່ວມ​ມື​ກັບ​ຍີ່​ຫໍ້​ຕ່າງໆ ໄດ້​ພິ​ສູດ​ໃຫ້​ເຫັນ​ເຖິງ​ຖາ​ນະ​ທີ່​ທົດ​ແທນ​ບໍ່​ໄດ້​ຂອງ​ຕະຫຼາດ​ຈີນ​ໃນ​ຍຸດ​ທະ​ສາດ​ທົ່ວ​ໂລກ​ຂອງ​ບໍ​ລິ​ສັດ​ດິ​ສ​ນີ.
AI ສາມາດຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ 151 ຕື້ໂດລາ

AI ສາມາດຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ 151 ຕື້ໂດລາ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້: ບົດລາຍງານຈາກສະພາວິທະຍາສາດ ແລະ ວິສະວະກຳທາງເຕັກໂນໂລຊີຂອງອົສຕຣາລີເປີດເຜີຍວ່າ, ການນຳໃຊ້ປະໂຫຍດຈາກປັນຍາປະດິດ (AI) ສາມາດຊ່ວຍຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ151 ຕື້ໂດລາ ໃນທົດສະວັດຕໍ່ໄປ.
ກຳປູເຈຍ ສົ່ງອອກເຄື່ອງນຸ່ງຫົ່ມ ເກີບ ແລະ ສິນຄ່າເດີນທາງ ມູນຄ່າ 13.6 ຕື້ໂດລາ

ກຳປູເຈຍ ສົ່ງອອກເຄື່ອງນຸ່ງຫົ່ມ ເກີບ ແລະ ສິນຄ່າເດີນທາງ ມູນຄ່າ 13.6 ຕື້ໂດລາ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ກະຊວງການຄ້າຂອງກຳປູເຈຍໄດ້ປະກາດວ່າ, ກຳປູເຈຍໄດ້ສົ່ງອອກເຄື່ອງນຸ່ງຫົ່ມ, ແຜ່ນແພ, ເກີບ ແລະ ສິນຄ້າດ້ານການເດີນທາງ ມູນຄ່າ 13.6 ຕື້ໂດລາ ໃນໄລຍະ 10 ເດືອນທຳອິດຂອງປີ 2025 (ມັງກອນ-ຕຸລາ), ເພີ່ມຂຶ້ນ 20% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ.
COP30ຮັບຮອງເອົາສັນ​ຍາ​ການເຄື່ອນ​ໄຫວ​ດ້າ​ນ​ດິນ​ຟ້າ​ອາ​ກາດສະບັບໃໝ່

COP30ຮັບຮອງເອົາສັນ​ຍາ​ການເຄື່ອນ​ໄຫວ​ດ້າ​ນ​ດິນ​ຟ້າ​ອາ​ກາດສະບັບໃໝ່

ຂ່າວສານຊີອາໄອລາຍງານ ຫວ່າງບໍ່ດົນມານີ້ວ່າ: ກອງປະຊຸມພາຄີຂອບ​ສົນ​ທິສັນ​ຍາວ່າດ້ວຍການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາ​ກາດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຄັ້ງທີ 30 (COP30) ໄດ້ສໍາເລັດລົງໃນວັນທີ 22 ​ພະ​ຈິກ ຜ່ານມາ​ຢູ່​ນະ​ຄອນເບເລມ ​ພາກ​ເໜືອຂອງ​ປະ​ເທດບ​ຣາ​ຊິນ. ກອງປະຊຸມໄດ້ຮັບຮອງເອົາສັນ​ຍາ​ໂດຍ​ລວມ​ກ່ຽວ​ກັບ​ການເຄື່ອນ​ໄຫວ​ດ້ານດິນ​ຟ້າ​ອາ​ກາດ​ສະ​ບັບ​ໃໝ່ ຄື: "ການລະດົມທົ່ວໂລກ: ​ສາ​ມັກ​ຄີ ແລະ ປະ​ສານ​ງານ​ກັນເພື່ອ​ຮັບ​ມື​ກັບສິ່ງທ້າທາຍຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ", ໂດຍຮຽກຮ້ອງໃຫ້ບັນດາປະເທດຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາ​ກາ​ດ​ຢ່າງ​ເປັນ​ເຈົ້າ​ການ ແລະ ເລັ່ງການເຄື່ອນ​ໄຫວດ້ານ​ດິນ​ຟ້າ​ອາ​ກາດ​ທີ່​ກ່ຽວ​ຂ້ອງ.
ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 8.2% ໃນ 20 ມື້ທຳອິດຂອງເດືອນພະຈິກ

ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 8.2% ໃນ 20 ມື້ທຳອິດຂອງເດືອນພະຈິກ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ຫ້ອງການພາສີຂອງ ສ ເກົາຫຼີໄດ້ປະກາດ ວ່າ, ການສົ່ງອອກຂອງ ສ ເກົາຫຼີ ໃນລະຫວ່າງວັນທີ 1-20 ພະຈິກ ເພີ່ມຂຶ້ນ 8.2% ເມື່ອທຽບກັບປີກ່ອນເປັນ 38.5 ຕື້ໂດລາ ທຽບກັບ 35.6 ຕື້ໂດລາໃນໄລຍະດຽວກັນຂອງປີກາຍ, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການsemiconductorແລະ ລົດຍົນທີ່ເຂັ້ມແຂງ.
ເພີ່ມເຕີມ