ສືບ​ທອດ​ນ້ຳ​ໃຈ​ເພື່​ອ​ປະ​ຊາ​ຊົນ​ຈາກ​ພໍ່

ສືບ​ທອດ​ນ້ຳ​ໃຈ​ເພື່​ອ​ປະ​ຊາ​ຊົນ​ຈາກ​ພໍ່

ສືບ​ທອດ​ນ້ຳ​ໃຈ​ເພື່​ອ​ປະ​ຊາ​ຊົນ​ຈາກ​ພໍ່
ວັນ​ທີ 14 ​ກັນ​ຍາ​ 2021, ຢູ່ຫ້ອງວາງສະແດງຂອງອະ​ນຸ​ສອນ​ສະ​ຖານຄະນະພັກເຂດສຸຍເຕີ​ທີ່ນະ​ຄອນຢ​ວີ​ລິນແຂວງ​ສ້ານ​ຊີ່ຊຶ່ງ​ເປັນ​ບ່ອນ​ເຮັດ​ວຽກ​ໃນ​ສະ​ໄໝ​ປະ​ຕິ​ວັດ​ຂອງທ່ານສີ​ຈົ້ງ​ຊຸ່ນພໍ່​ຂອງ​ທ່ານ​ສີ​ຈິ້ນ​ຜິງ, ທ່ານ​ສີ​ຈິ້ນ​ຜິງ ​ໄດ້​ອ່ານໂຕໜັງສືແຖວໜຶ່ງທີ່ສະດຸດຕາ​ດ້ວຍ​ສຽງ​ຄ່ອຍວ່າ:“ນັ່ງຢູ່ຂ້າງປະຊາຊົນຢ່າງຊື່ຕົງ”.
ສບ​ທອດ​ນຳ​ໃຈ​ເພ​ອ​ປະ​ຊາ​ຊນ​ຈາກ​ພ - image 1
 

 

ຄຳນີ້ແມ່ນຄຳເວົ້າທີ່ທ່ານສີຈົ້ງຊຸ່ນເຄີຍເວົ້າມາໃນເມື່ອກ່ອນ.

ທ່ານສີຈິ້ນຜິງເກີດຢູ່ໃນຄອບຄົວປະຕິວັດ, ທ່ານສີຈົ້ງຊຸ່ນຜູ້ເປັນພໍ່ແມ່ນຜູ້ນຳທີ່ມາຈາກປະຊາຊົນ. ທ່ານໄດ້ຮັບອິດທິພົນຈາກພໍ່ຢ່າງເລິກເຊິ່ງມາແຕ່ຍັງເຍົາໄວ.

ຕອນລູກໆຍັງນ້ອຍ, ທ່ານສີຈົ້ງຊຸ່ນໄດ້ສັ່ງສອນເຂົາເຈົ້າວ່າ: ຕ້ອງເຮັດສິ່ງທີ່ຊ່ວຍເຫຼືອຜູ້ອື່ນຢ່າງທັນການປານກັບ “ມອບຖ່ານໄຟໃຫ້ໃນຍາມຫິມະຕົກ.” ບໍ່ວ່າເວລາໃດກໍຕາມ, ຂໍພຽງແຕ່ລູກໆໃກ້ຊິດຕິດແທດກັບມະຫາຊົນຢູ່ຂັ້ນຮາກຖານທີ່ສຸດແລ້ວ, ທ່ານສີຈົ້ງຊຸ່ນກໍດີໃຈທີ່ສຸດ.

ສບ​ທອດ​ນຳ​ໃຈ​ເພ​ອ​ປະ​ຊາ​ຊນ​ຈາກ​ພ - image 2
 

ຊຸມປີ1980, ໂຮງຮຽນເຜີຍຫຼີ ເມືອງຊ່ານຕ່ານ ແຂວງກ່ານຊູ້ໄດ້ຮັບການສ້າງສາຄືນໃໝ່, ທ່ານ ສີຈົ້ງຊຸ່ນໄດ້ຕອບຮັບຄຳເຊີນໃຫ້ດຳລົງຕຳແໜ່ງເປັນຜູ້ອຳນວຍການກິດຕິມະສັກດ້ວຍຄວາມຍິນດີ. ຕອນເຮັດວຽກຢູ່ແຂວງຟູຈ້ຽນ, ທ່ານສີຈິ້ນຜິງເຄີຍໄດ້ຊຸກຍູ້ວິສາຫະກິດອອກທຶນສະໜັບສະໜູນໂຮງຮຽນແຫ່ງນີ້, ພາຍຫຼັງໄປເຮັດວຽກຢູ່ຂັ້ນສູນກາງແລ້ວເພິ່ນກໍໄດ້ເອົາໃຈໃສ່ການພັດທະນາໂຮງຮຽນແຫ່ງນີ້ມາໂດຍຕະຫຼອດ.

ຫຼາຍປີຜ່ານໄປ, ເມື່ອຫວນຄືນຫຼັງເລື່ອງໃນອະດີດ, ທ່ານສີຈິ້ນຜິງບອກວ່າສິ່ງທີ່ຕົນໄດ້ເຮັດນັ້ນມັນເປັນພຽງເລື່ອງເລັກນ້ອຍເທົ່ານັ້ນ: “ຄວາມຈິງແລ້ວນີ້ກໍແມ່ນນ້ຳໃຈຂອງພໍ່ຂ້າພະເຈົ້າ, ທາງໂຮງຮຽນກໍມີຄວາມຕ້ອງການຈຶ່ງມາຫາຂ້າພະເຈົ້າ, ໃນຕອນນັ້ນແມ່ນໄດ້ສະໜອງຄອມພິວເຕີຈຳນວນໜຶ່ງໃຫ້ແກ່ໂຮງຮຽນ, ນີ້ເປັນພຽງເລື່ອງເລັກນ້ອຍເທົ່ານັ້ນ.”

ປີ1978, ທ່ານສີຈົ້ງຊຸ່ນທີ່ມີອາຍຸ 65 ປີໄດ້ດຳລົງຕຳແໜ່ງເປັນການນຳແຂວງກວາງຕຸ້ງ.ຕອນນັ້ນ, ຈັງຫວະການເຕີບໂຕດ້ານອຸດສາຫະກຳແລະກະສິກຳຂອງທົ່ວແຂວງກວາງຕຸ້ງແມ່ນຕ່ຳກວ່າລະດັບສະເລ່ຍຂອງທົ່ວປະເທດເປັນເວລາ 14 ປີລຽນຕິດ. ເພື່ອພັດທະນາການຜະລິດໃຫ້ດີເຮັດໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ດີ, ຕອນເຮັດວຽກ, ທ່ານສີຈົ້ງຊຸ່ນແມ່ນເຮັດດ້ວຍສະຕິອັນແຮງກ້າຢ່າງເລັ່ງດ່ວນ, ແຕ່ລະມື້ຕ້ອງເຮັດວຽກຈົນເດິກຈຶ່ງຍອມພັກຜ່ອນ. ເພື່ອສຳຫຼວດເກັບກຳສະພາບການຢູ່ຂັ້ນຮາກຖານຕື່ມອີກ, ພຽງໄລຍະລະດູຮ້ອນປີໜຶ່ງເທົ່ານັ້ນ, ເພິ່ນກໍໄດ້ລົງຮາກຖານສຳຫຼວດຄົ້ນຄວ້າເຖິງ 23 ເມືອງ.

ພາຍຫຼັງລົງເລິກສຳຫຼວດຄົ້ນຄວ້າແລ້ວ, ທ່ານສີຈົ້ງຊຸ່ນໄດ້ຂຽນບົດລາຍງານເຖິງສູນກາງພັກ ໂດຍຍາດແຍ່ງໃຫ້ລັດຖະບານມອບສິດເປັນເຈົ້າຕົນເອງຫຼາຍກວ່າເກົ່າໃຫ້ແກ່ກວາງຕຸ້ງເພື່ອປະຕິບັດໄປກ່ອນບາດກ້າວໜຶ່ງໃນການປະຕິຮູບແລະເປີດປະຕູສູ່ພາຍນອກ, ຮ້ອງຂໍໃຫ້ສ້າງຕັ້ງເຂດເສດຖະກິດພິເສດ, ບຸກບືນແລະທົດລອງຢ່າງກ້າຫານເພື່ອບຸກເບີກສະພາບການໃໝ່ໃຫ້ແກ່ພາລະກິດການປະຕິຮູບ.

ຢູ່ໃນໃຈຂອງທ່ານສີຈິ້ນຜິງ, ພໍ່ໄດ້“ນັ່ງຢູ່ຂ້າງປະຊາຊົນຢ່າງຊື່ຕົງ”,“ເຮັດວຽກເພື່ອປະຊາຊົນຈີນປຽບເໝືອນງົວເຖົ້າໂຕໜຶ່ງທີ່ໄຖນາດ້ວຍຄວາມອົດທົນຢ່າງງຽບໆ”.ທ່ານສີຈິ້ນຜິງໄດ້ສືບທອດແບບແຜນຂອງພໍ່, ຄືດັ່ງທີ່ເພິ່ນເວົ້າວ່າ: ເຮັດທຸກສິ່ງທຸກຢ່າງຕ້ອງຖືການສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນເປັນກົກ, ສະແຫວງຫາຜົນປະໂຫຍດເພື່ອປະຊາຊົນ, ນຳພາປະຊາຊົນມຸ່ງໜ້າສູ່ຊີວິດການເປັນຢູ່ທີ່ດີ.

ຕອນລົງພື້ນຖານຢູ່ບ້ານຫຼຽງເຈ່ຍເຫີພາກເໜືອແຂວງສ້ານຊີ, ຄວາມມຸ່ງຫວັງໃຫຍ່ທີ່ສຸດຂອງທ່ານ ສີຈິ້ນຜິງ ແມ່ນເຮັດໃຫ້ປະຊາຊົນໄດ້ກິນຊີ້ນອີ່ມຈັກຄາບໜຶ່ງ; ຕອນເຮັດວຽກຢູ່ເມືອງເຈີ້ງຕິ້ງແຂວງເຫີເປີຍ, ເພິ່ນຍອມສ່ຽງໄພເພື່ອເຮັດໃຫ້ເມືອງເຈີ້ງຕິ້ງຫຼຸດພົ້ນອອກຈາກຄວາມເປັນ “ເມືອງທີ່ມີຜົນຜະລິດຫຼາຍພັດຍັງທຸກຍາກ”; ຢູ່ແຂວງຟູຈ້ຽນ, ເພິ່ນໄດ້ອອກແຮງຊຸກຍູ້ຂະບວນການ “ຢ້ຽມຢາມເຮືອນປະຊາຊົນຮູ້ສະພາບການເປັນຢູ່ຂອງປະຊາຊົນ, ແກ້ໄຂບັນຫາເດືອດຮ້ອນຂອງປະຊາຊົນແລະເຮັດວຽກກ່ຽວກັບປະຊາຊົນ.” ສະນັ້ນ, ຊາວທ້ອງຖິ່ນຈຶ່ງເອີ້ນເພິ່ນວ່າ “ເຈົ້າແຂວງປະຊາຊົນ”…

ສບ​ທອດ​ນຳ​ໃຈ​ເພ​ອ​ປະ​ຊາ​ຊນ​ຈາກ​ພ - image 3
 

ພາຍຫຼັງຂຶ້ນດຳລົງຕຳແໜ່ງເປັນຜູ້ນຳພັກແລະລັດແລ້ວ, ເມື່ອຖືກຖາມວ່າ “ຄວນເອີ້ນທ່ານວ່າຈັ່ງໃດ?”, ທ່ານສີຈິ້ນຜິງໄດ້ແນະນຳຕົນເອງວ່າ “ຂ້າພະເຈົ້າເປັນຜູ້ຮັບໃຊ້ປະຊາຊົນ.”ເມື່ອຖືກຖາມວ່າ: “ທ່ານເຮັດວຽກເມື່ອຍບໍ່?” ເພິ່ນບອກວ່າວຽກງານຂອງຕົນແມ່ນເພື່ອຮັບໃຊ້ປະຊາຊົນ, ເມື່ອຍຫຼາຍແຕ່ກໍມີຄວາມສຸກຫຼາຍ; ເມື່ອກ່າວເຖິງພໍ່ທີ່ເຄີຍເວົ້າວ່າ: “ປະຊາຊົນກໍແມ່ນປະເທດຊາດ, ປະເທດຊາດກໍແມ່ນປະຊາຊົນ.” ເພິ່ນເວົ້າດ້ວຍຄວາມໜັກແໜ້ນວ່າ: “ຕ້ອງສາມັກຄີແລະນຳພາປະຊາຊົນຈີນບຸກບືນສູ້ຊົນຢ່າງບໍ່ຢຸດຢັ້ງເພື່ອຊີວິດການເປັນຢູ່ທີ່ດີງາມ.” …

ເລື່ອງລາວຕ່າງໆໄດ້ສ່ອງແສງໃຫ້ເຫັນເຖິງການສືບທອດແບບແລ່ນຕໍ່ໄມ້ລະຫວ່າງສອງພໍ່ລູກທ່ານ ສີຈົ້ງຊຸ່ນກັບທ່ານ ສີຈິ້ນຜິງທີ່ສະແຫວງຫາຄວາມສຸກໃຫ້ແກ່ປະຊາຊົນຢ່າງໝັ້ນໜຽວບໍ່ປ່ຽນແປງ.

“ຈິ້ນຜິງ, ບໍ່ວ່າລູກຈະເປັນເຈົ້າໃຫຍ່ນາຍໂຕສູງສ່ຳໃດກໍຕາມ, ຢ່າສູ່ຫຼົງລືມການຮັບໃຊ້ປະຊາຊົນດ້ວຍຄວາມດຸໝັ່ນຂະຫຍັນພຽນ, ຄິດເພື່ອປະຊາຊົນຢ່າງແທ້ຈິງ, ຕ້ອງໃກ້ຊິດຕິດແທດມະຫາຊົນ, ເປັນກັນເອງກັບປະຊາຊົນ.”

ຕະຫຼອດໄລຍະຜ່ານມາ, ທ່ານສີຈິ້ນຜິງໄດ້ຫັນເອົາຄຳສັ່ງສອນດັ່ງກ່າວຂອງພໍ່ ເປັນເປົ້າໝາຍສູ້ຊົນຢ່າງໝາຍໝັ້ນເພື່ອ“ຄວາມປາຖະໜາຂອງປະຊາຊົນທີ່ຢາກມີຊີວິດການເປັນຢູ່ທີ່ດີງາມ”ແລະສະຫຼຸບດ້ວຍຄຳເວົ້າອັນລຽບງ່າຍທີ່ສຸດຄື:“ຂ້າພະເຈົ້າຈະບໍ່ຄິດເພື່ອຕົນເອງແລະບໍ່ເຮັດໃຫ້ປະຊາຊົນຜິດຫວັງ.”

ບົດໂດຍ: ວິທະຍຸໂທລະພາບສູນກາງຈີນ (CMG)

ຄໍາເຫັນ

ຂ່າວຕ່າງປະເທດ

ທ່ານ ສີ​ຈິ້ນ​ຜິງ ​ຕັ້ງ​ຂໍ້ “ປາລະໄນ” ເມື່ອ 30 ກວ່າ​ປີ​ກ່ອນ

ທ່ານ ສີ​ຈິ້ນ​ຜິງ ​ຕັ້ງ​ຂໍ້ “ປາລະໄນ” ເມື່ອ 30 ກວ່າ​ປີ​ກ່ອນ

ເດືອນ​ມິ​ຖຸ​ນາ​ ປີ 1988, ທ່ານ ສີ​ຈິ້ນ​ຜິງ ດຳ​ລົງ​ຕຳ​ແໜ່ງ​ເປັນ​ເລ​ຂາ​ຄະ​ນະ​ພັກ​ເຂດ​ນິງ​ເຕີ ​ແຂວງ​ຟູ​ຈ້ຽນ. ​ໃນ​ການ​ສຳ​ຫຼວດ​ເກັບ​ກຳ​ຂໍ້​ມູນ, ມີ​ປະ​ຊາ​ຊົນ​ຈຳ​ນວນ​ຫຼາຍ​ໄດ້​ສ່ອງ​ແສງ​ບັນ​ຫາ​ພົ້ນ​ເດັ່ນ​ອັນ​ໜຶ່ງຄື: ພະນັກງານຢຶດທີ່ດິນຫຼວງປຸກສ້າງເຮືອນສ່ວນຕົວຢ່າງຜິດລະບຽບການ.
ແຟງລັງ ອະນຸມັດລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla

ແຟງລັງ ອະນຸມັດລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla

ຂ່າວຕ່າງປະເທດລາຍງານວ່າ: ອົງການຂົນສົ່ງຂອງແຟັງລັງ (Traficom) ໄດ້ອະນຸມັດໃຫ້ລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla ສາມາດນຳໃຊ້ໃນທ້ອງຖະໜົນຂອງແຟງລັງໄດ້ໃນວັນທີ 11 ພະຈິກ ຜ່ານມາ ຊຶ່ງເຮັດໃຫ້ບໍລິສັດສາມາດເລີ່ມສະເໜີລະບົບດັ່ງກ່າວໃຫ້ກັບລູກຄ້າໃນປະເທດໄດ້ທັນທີ.
ຢູວີ້ໄຊ ຊຸກຍູ້ການຮ່ວມມືກັບຄູ່ຮ່ວມງານອາຊຽນ

ຢູວີ້ໄຊ ຊຸກຍູ້ການຮ່ວມມືກັບຄູ່ຮ່ວມງານອາຊຽນ

ທ່ານ ຫຼີເສເວີນ ຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ ຢູວີ້ໄຊ ໄດ້ລາຍງານກ່ຽວກັບສະຖານະການຮ່ວມມືພັດທະນາລະຫວ່າງ ຢູວີ້ໄຊ ກັບອາຊຽນວ່າ: ຢູວີ້ໄຊ ໄດ້ສືບຕໍ່ຂຸດຄົ້ນຕະຫຼາດທ້ອງຖິ່ນຢ່າງເລິກເຊິ່ງ ແລະ ເພີ່ມທະວີການຮ່ວມມືກັບຄູ່ຮ່ວມງານອາຊຽນໃນດ້ານຜະລິດຕະພັນ, ເຕັກໂນໂລຊີ, ການຜະລິດ ແລະ ການບໍລິການ ແລະ ປັດຈຸບັນ, ຜະລິດຕະພັນຂອງ ຢູວີ້ໄຊ ໄດ້ກວມເຖິງຫຼາຍກວ່າ 180 ປະເທດ ແລະ ພາກພື້ນທົ່ວໂລກ. ຮອດທ້າຍເດືອນກັນຍາ 2026, ຈຳນວນເຄື່ອງຈັກ ຢູວີ້ໄຊ ທີ່ມີຢູ່ຕ່າງປະເທດມີຫຼາຍກວ່າ 950,000 ໜ່ວຍ, ໃຫ້ບໍລິການຢ່າງກວ້າງຂວາງໃນຂົງເຂດການຂົນສົ່ງ, ເຄື່ອງຈັກກໍ່ສ້າງ, ເຄື່ອງມືກະສິກຳ, ເຮືອ ແລະ ການຜະລິດໄຟຟ້າ ເປັນຕົ້ນ.
ສິງກະໂປ ເປີດໂຄງການລະດົມທຶນ 500 ລ້ານໂດລາ

ສິງກະໂປ ເປີດໂຄງການລະດົມທຶນ 500 ລ້ານໂດລາ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 11 ພະຈິກ ຜ່ານມາວ່າ: ຖະແຫຼງການຮ່ວມຈາກສຳນັກງານເລຂາທິການແຫ່ງຊາດກ່ຽວກັບການປ່ຽນແປງສະພາບອາກາດຂອງສິງກະໂປ, ອົງການເງິນຕາສິງກະໂປ ຫຼື ທະນາຄານກາງ ແລະ ອົງການວິສາຫະກິດສິງກະໂປ (Enterprise Singapore) ໃນວັນທີ 10 ພະຈິກ ຜ່ານມາ ໄດ້ລະບຸການດຳເນີນໂຄງການລະດົມການລົງທຶນເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບກະສິກຳ - ອາຫານ ຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໃນການຮັບມືກັບການປ່ຽນແປງສະພາບອາກາດ.
ຍອດ​​ໜີ້​ສິນ​ບັດ​ສິນ​ເຊື່ອ​ຂອງອາ​ເມ​ຣິ​ກາ ​ເພີ່ມ​ຂຶ້ນເປັນ​ສະ​ຖິ​ຕິ​ໃໝ່​

ຍອດ​​ໜີ້​ສິນ​ບັດ​ສິນ​ເຊື່ອ​ຂອງອາ​ເມ​ຣິ​ກາ ​ເພີ່ມ​ຂຶ້ນເປັນ​ສະ​ຖິ​ຕິ​ໃໝ່​

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 11 ພະຈິກ ຜ່ານມາວ່າ: ອີງ​ຕາມ​ບົດ​ລາຍ​ງານ​ໜີ້​ສິນ​ຄົວ​ເຮືອນສະ​ບັບຫຼ້າ​ສຸດ​ທີ່​ FED ​ນິວຢອກ ສະຫະລັດ ອາ​ເມ​ຣິ​ກາ​ ເປີດ​ເຜີຍ​ໃນວັນ​ທີ 10 ພະ​ຈິກ​ ຜ່ານມາ ສະ​ແດງ​ໃຫ້​ເຫັນ​ວ່າ: ໄຕ​ມາດ​ທີ 3 ​ຂອງປີ​ນີ້, ຍອດໜີ້​ສິນ​ບັດ​ສິນ​ເຊື່ອ​ຂອງ​ ສະຫະລັດ ອາ​ເມ​ຣິ​ກາ ​ເພີ່ມ​ຂຶ້ນ 22 ຕື້​ໂດ​ລາ, ​ເຮັດ​ໃຫ້​ຍອດ​ລວມ​ໜີ້​ດັ່ງ​ກ່າວ​ຢູ່​ທີ່ 1,290 ໂດ​ລາ ຊຶ່ງ​ເປັນ​ສະ​ຖິ​ຕິ​ໃໝ່, ເພີ່ມ​ຂຶ້ນ 4.2% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້.
ກຳປູເຈຍ ຢືນຢັນຄຳໝັ້ນສັນຍາຂອງຕົນໃນການຕໍ່ສູ້ກັບການຄ້າມະນຸດ

ກຳປູເຈຍ ຢືນຢັນຄຳໝັ້ນສັນຍາຂອງຕົນໃນການຕໍ່ສູ້ກັບການຄ້າມະນຸດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 10 ພະຈິກ ຜ່ານມາວ່າ: ຄະນະກຳມະການແຫ່ງຊາດຕ້ານການຄ້າມະນຸດຂອງກຳປູເຈຍ (NCCT) ໄດ້ຢືນຢັນຄຳໝັ້ນສັນຍາຂອງກຳປູເຈຍໃນການກຳຈັດການຄ້າມະນຸດທຸກຮູບແບບໂດຍຜ່ານການບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດ ເພື່ອຕ້ານການຄ້າມະນຸດ ແລະ ການຂູດຮີດທາງເພດ.
ມູນ​ຄ່າການ​ຄ້າ​ຕ່າງ​ປະ​ເທດ​ຂອງ​ຈີ​ນ​ໃນ​ 10 ເດືອນ ​ເພີ່ມ​ຂຶ້ນ 20%

ມູນ​ຄ່າການ​ຄ້າ​ຕ່າງ​ປະ​ເທດ​ຂອງ​ຈີ​ນ​ໃນ​ 10 ເດືອນ ​ເພີ່ມ​ຂຶ້ນ 20%

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ອີງ​ຕາມໂຕ​ເລກ​ສະ​ຖິ​ຕິ​ຫຼ້າ​ສຸດ​ທີ່​ອົງ​ການ​ພາ​ສີ​ແຫ່ງ​ຊາດ​ຈີນ​ເປີດເຜີຍ​ໃນ​ວັນ​ທີ 11 ພະ​ຈິກ​ ຜ່ານມາ ​ສະ​ແດງ​ໃຫ້​ເຫັນ​ວ່າ: 10 ເດືອນ​ຂອງ​ປີ​ນີ້, ຍອດ​ມູນ​ຄ່າ​ການ​ຄ້າ​​ສິນ​ຄ້າຂາ​ເຂົ້າ-ຂາ​ອອກ​ຂອງ​ຈີນ​ເພີ່ມ​ຂຶ້ນ 20% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ສືບ​ຕໍ່​​ຮັກ​ສາ​ທ່າ​ອຽງ​ເພີ່ມ​ຂຶ້ນ​ທີ່​ເຂັ້ມ​ແຂງ.
ຫວຽດນາມ ຢູ່ອັນດັບທີ 37 ຂອງໂລກ ກ່ຽວກັບກຳລັງຄວາມສາມາດແກ່ງແຍ້ງດ້ານດີຈີຕອນ

ຫວຽດນາມ ຢູ່ອັນດັບທີ 37 ຂອງໂລກ ກ່ຽວກັບກຳລັງຄວາມສາມາດແກ່ງແຍ້ງດ້ານດີຈີຕອນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 11 ພະຈິກ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ​ເຕັກ​ໂນ​ໂລ​ຊີ ຫວຽດ​ນາມ ໄດ້ຈັດພິທີປະກາດ​ຜົນການຈັດອັນດັບກຳ​ລັງ​ຄວາມ​ສາ​ມາດ​ແກ່ງ​ແຍ້ງດ້ານດີຈີຕອນ ແລະ ປັນຍາປະດິດໂລກ ປີ 2026 (WDAIR 2026) ຊຶ່ງຫວຽດນາມຖືກຈັດອັນດັບທີ 37, ການຈັດອັນດັບດັ່ງກ່າວດຳເນີນໂດຍສະຖາບັນພັດທະນາການຄຸ້ມຄອງສາ​ກົນ (IMD) ປະເທດສະວິດ.
ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານອາ​ເມ​ຣິ​ກາ​ ບັນ​ລຸ 2,000 ຕື້​ໂດ​ລາ

ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານອາ​ເມ​ຣິ​ກາ​ ບັນ​ລຸ 2,000 ຕື້​ໂດ​ລາ

ວິທະຍຸ, ໂທລະພາບສູນກາງຈີນ ລາຍງານວ່າ: ໃນວັນ​ທີ 9 ພະ​ຈິກຜ່ານມາ, ກະ​ຊວງ​ການ​ເງິນ ​ສະຫະລັດ ອາ​ເມ​ຣິ​ກາ​ ໄດ້​ເປີດ​ເຜີຍ​​ວ່າ: ໃນ​ປີ​ງົບ​ປະ​ມານ 2026 ທີ່ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 30 ກັນ​ຍາ​ ຜ່ານມາ, ​ລວມຍອດ​ມູນ​ຄ່າ​ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານ ສະຫະລັດ ​ອາ​ເມ​ຣິ​ກາ​ຢູ່​ທີີ່ 2,000 ຕື້​ໂດ​ລາ, ເພີ່ມ​ຂຶ້ນ 217 ຕື້​ໂດ​ລາ ​ເມື່ອ​ທຽບ​ໃສ່​ປີກາຍ​ ຫຼື 12% ເມື່ອ​ທຽບ​ໃສ່​ປີ​ງົບ​ປະ​ມານ 2025.
ມຽນມາ ຂະຫຍາຍເວລານຳລາຍຮັບຈາກການສົ່ງອອກກັບປະເທດ

ມຽນມາ ຂະຫຍາຍເວລານຳລາຍຮັບຈາກການສົ່ງອອກກັບປະເທດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 10 ພະຈິກ ຜ່ານມາວ່າ: ສື່ມວນຊົນມຽນມາລາຍງານວ່າ, ທະນາຄານກາງຂອງມຽນມາໄດ້ຂະຫຍາຍໄລຍະເວລາອະນຸຍາດໃຫ້ຜູ້ສົ່ງອອກສາມາດຮັກສາລາຍໄດ້ຈາກການສົ່ງອອກ, ໃນສ່ວນທີ່ຜູ້ສົ່ງອອກສາມາດນຳໄປໃຊ້ໄດ້ຕາມການພິຈາລະນາ, ຈາກເດີມ 30 ມື້ ເປັນ 45 ມື້.
ເພີ່ມເຕີມ