ກອງປະຊຸມສ້າງຄວາມເຂັ້ມແຂງດ້ານວິຊາການວຽກງານການເງິນ

ສືບຕໍ່ສ້າງຄວາມເຂັ້ມແຂງວຽກງານການເງິນ

ສືບຕໍ່ສ້າງຄວາມເຂັ້ມແຂງວຽກງານການເງິນ
ຄະນະເລຂາທິການສະພາແຫ່ງຊາດໄດ້ສືບຕໍ່ຈັດກອງປະຊຸມສ້າງຄວາມເຂັ້ມແຂງດ້ານວິຊາການວຽກງານການເງິນ ກ່ຽວກັບລະບຽບການເງິນຂອງລັດ ແລະ ອົງການຈັດຕັ້ງສາກົນທີ່ເປັນຄູ່ຮ່ວມງານຂອງສະພາແຫ່ງຊາດ (ສພຊ)

 

 ໃຫ້ແກ່ພະນັກງານພາຍໃນ ສພຊ ໂດຍການເປັນປະທານຂອງທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສຳຮອງສູນກາງພັກ ເລຂາທິການສະພາແຫ່ງຊາດ; ມີບັນດາຄະນະກົມ, ຄະນະພະແນກ, ຜູ້ປະສານງານຂອງໂຄງການຈາກກົມ, ສູນ, ຫ້ອງການ ພ້ອມດ້ວຍຜູ້ຕາງໜ້າອົງການຈັດຕັ້ງສາກົນທີ່ເປັນຄູ່ຮ່ວມງານຂອງ ສພຊ, ວິທະຍາກອນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຫຼາຍກວ່າ 80 ຄົນ.

ຈຸດປະສົງແມ່ນເພື່ອຝຶກອົບຮົມໃຫ້ແກ່ຜູ້ປະສານງານໂຄງການພາຍໃນສະພາແຫ່ງຊາດ ທີ່ຮັບຜິດຊອບຂຶ້ນແຜນການຮັບໃຊ້ວຽກງານຂອງຕົນໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມລະບຽບກົດໝາຍ, ຍົກສູງຄວາມຮັບຜິດຊອບ ແລະ ສ້າງຂີດຄວາມສາມາດໃຫ້ແກ່ພະນັກງານກົມການເງິນ ແລະ ຜູ້ປະສານງານໂຄງການພາຍໃນ ສພຊ, ແນະນຳລະບຽບການຄຸ້ມຄອງການນຳໃຊ້ງົບປະມານຂອງອົງການຈັດຕັ້ງສາກົນ ແລະ ຂັ້ນຕອນການປະສານງານລະຫວ່າງຜູ້ປະສານງານໂຄງການພາຍໃນ ສພຊ ແລະ ກອງເລຂາຄຸ້ມຄອງແຫ່ງທຶນຊ່ວຍເຫຼືອຂອງສະພາແຫ່ງຊາດ ທັງເປັນການປັບປຸງຂອດການປະສານງານລະຫວ່າງກອງເລຂາຄຸ້ມຄອງແຫຼ່ງທຶນຊ່ວຍເຫຼືອ ແລະ ຜູ້ປະສານງານໂຄງການພາຍໃນ ສພຊ ໃນການນຳໃຊ້ງົບປະມານຂອງລັດ ແລະ ງົບປະມານຈາກອົງການຈັດຕັ້ງສາກົນ ໃຫ້ມີຄວາມສະດວກ, ວ່ອງໄວ, ຖືກຕ້ອງຕາມແຜນການ, ຕາມລະບຽບຫຼັກການ, ເປັນລະບຽບ, ມີຄວາມເປັນເອກະພາບ ແລະ ມີປະສິດທິຜົນສູງຂຶ້ນກວ່າເກົ່າ; ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ໄດ້ມີຄຳເຫັນເປີດກອງປະຊຸມວ່າ: ວຽກງານການເງິນ ເປັນວຽກງານໜຶ່ງທີ່ມີຄວາມສໍາຄັນ ແລະ ເປັນປັດໄຈຕົ້ນຕໍໃນການຂັບເຄື່ອນໃຫ້ບັນດາແຜນການ, ແຜນງານຂອງສະພາແຫ່ງຊາດ ໄດ້ຮັບການຈັດຕັ້ງປະຕິບັດດ້ວຍຜົນສໍາເລັດເປັນຢ່າງດີຕະຫຼອດມາ; ດັ່ງນັ້ນ, ຈຸດປະສົງຂອງກອງປະຊຸມທີ່ມີຄວາມສໍາຄັນດັ່ງກ່າວນີ້ ແມ່ນເພື່ອເປັນການຍົກສູງພາລະບົດບາດການເປັນເສນາທິການທີ່ດີ, ມີຄຸນນະພາບ ໃຫ້ແກ່ຄະນະນໍາຂອງສະພາແຫ່ງຊາດໃນວຽກງານການເງິນ ຮັບປະກັນການປະຕິບັດໃຫ້ຖືກຕ້ອງ, ສອດຄ່ອງກັບລະບຽບຫຼັກການ ເປັນຕົ້ນການຄຸ້ມຄອງນໍາໃຊ້ງົບປະມານລວມຂອງລັດ, ການນໍາໃຊ້ງົບປະມານຂອງອົງການຈັດຕັ້ງສາກົນ, ແຫຼ່ງທຶນຊ່ວຍເຫຼືອຂອງສະພາແຫ່ງຊາດ ລວມໄປເຖິງຂັ້ນຕອນການປະສານງານລະຫວ່າງຜູ້ປະສານງານຂອງບັນດາກົມ, ສູນ, ຫ້ອງການ ກັບ ກອງເລຂາຄຸ້ມຄອງແຫຼ່ງທຶນຊ່ວຍເຫຼືອໃຫ້ແກ່ສະພາແຫ່ງຊາດ. ທ່ານເລຂາທິການສະພາແຫ່ງຊາດ ກ່າວອີກວ່າ: ກອງປະຊຸມຄັ້ງນີ້ ເປົ້າໝາຍເຂົ້າຮ່ວມກໍລ້ວນແລ້ວແຕ່ແມ່ນພະນັກງານຜູ້ທີ່ຖືກມອບໝາຍຮັບຜິດຊອບລົງເລິກໃນການຈັດຕັ້ງປະຕິບັດວຽກງານຕົວຈິງທີ່ມີປະສົບປະການ, ມີຄວາມຮູ້ຄວາມສາມາດ, ມີຄວາມຊຳນານດ້ານວຽກງານການເງິນເປັນຢ່າງດີ ຫວັງຢ່າງຍິ່ງວ່າພາຍຫຼັງສໍາເລັດການຝຶກອົບຮົມແລ້ວ, ບັນດາທ່ານຈະນຳເອົາບົດຮຽນໄປຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນໃນກົມກອງຂອງຕົນ ໃຫ້ໄດ້ຮັບປະສິດທິຜົນໃນຕໍ່ໜ້າ.

ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ຄຳແນະນຳກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳປີ 2024 ສະບັບເລກທີ 3797/ກງ, ລົງວັນທີ 24 ພະຈິກ 2023; ຂໍ້ຕົກລົງຂອງກະຊວງການເງິນວ່າດ້ວຍການກຳນົດໝາຍການໃຊ້ຈ່າຍງົບປະມານຂອງລັດ, ການປະຢັດ ແລະ ຕ້ານການຟຸ່ມເຟືອຍ ສະບັບເລກທີ 200/ກງ, ລົງວັນທີ 25 ມັງກອນ 2023; ຄຳແນະນຳວ່າດ້ວຍການປະກອບເອກະສານ ແລະ ກວດກາລາຍຈ່າຍງົບປະມານຂອງລັດ ແລະ ທຶນຊ່ວຍເຫຼືອທາງການເພື່ອການພັດທະນາ ຢູ່ຄັງເງິນແຫ່ງຊາດ ສະບັບເລກທີ 0866/ກງ, ລົງວັນທີ 22 ມີນາ 2019; ພາບລວມຂອງການສະໜັບສະໜູນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ; ຂັ້ນຕອນການປະສານງານ, ການສ້າງແຜນກິດຈະກຳປະຈຳປີ, ແຜນກິດຈະກຳ, ການປະກອບເອກະສານ ເພື່ອຂໍນຳໃຊ້ງົບປະມານຊ່ວຍເຫຼືອ ແລະ ການສະຫຼຸບລາຍງານດ້ານເນື້ອໃນ; ແນະນຳ ແລະ ຝຶກປະຕິບັດຕົວຈິງໃນການສະໜອງເອກະສານຜ່ານ Google Drive ແລະ ສ້າງຟອມປະເມີນຜ່ານ Google Form; ແນະນຳລະບຽບການນຳໃຊ້ງົບປະມານຈາກອົງການຈັດຕັ້ງສາກົນທີ່ເປັນຄູ່ຮ່ວມງານຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ; ແນະນຳກ່ຽວກັບການປະເມີນ ແລະ ການລາຍງານ ກິດຈະກຳ (MEL). ຜູ້ເຂົ້າຮ່ວມຍັງໄດ້ສົນທະນາແລກປ່ຽນບົດຮຽນກັບບັນດານັກວິທະຍາກອນ ພ້ອມທັງດຳເນີນການປະເມີນຜົນຂອງການເຂົ້າຮ່ວມກອງປະຊຸມຜ່ານ Google Form.ກອງປະຊຸມຄັ້ງນີ້ ຈັດຂຶ້ນໃນວັນທີ 7-8 ກັນຍາ ຜ່ານມາ ທີ່ເມືອງວັງວຽງ ແຂວງວຽງຈັນ, ໂດຍໄດ້ຮັບການສະໜັບສະໜູນຊ່ວຍເຫຼືອທາງດ້ານງົບປະມານຈາກໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຫຼື ສະເຕັບສ (STEPs) ໂດຍຜ່ານກອງເລຂາຄຸ້ມຄອງແຫຼ່ງທຶນຊ່ວຍເຫຼືອໃຫ້ແກ່ສະພາແຫ່ງຊາດ ສົມທົບກັບງົບປະມານຂອງຄະນະເລຂາທິການສະພາແຫ່ງຊາດ.

(ນາງ-ພາບ: ສຸພາວັນ ຫອມສະນິດສພຊ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ