ສຊປລ ຫວນຄືນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ແລະ ວັນສໍາຄັນຕ່າງໆຂອງຊາດ

ສຊປລ ຫວນຄືນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ແລະ ວັນສໍາຄັນຕ່າງໆຂອງຊາດ
ກົມອົບຮົມຊາວໜຸ່ມ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ(ສຊປລ) ຮ່ວມກັບ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ນະຄອນຫຼວງວຽງຈັນ ໄດ້ຈັດພິທີປາຖະກະຖາ ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ, ວັນຄຽດແຄ້ນຂອງປະຊາຊົນລາວ-ວັນລະນຶກນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 78 ປີ ແລະ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 69 ປີ ຂຶ້ນໃນວັນທີ 26 ມີນາ ນີ້ ທີ່ ສຊປລ.ໃຫ້ກຽດປາຖະກະຖາ ໂດຍ ສະຫາຍ  ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ.ມີບັນດາສະຫາຍ ຄະນະຊາວໜຸ່ມຈາກ ນະຄອນຫຼວງວຽງຈັນ, ຄະນະຊາວໜຸ່ມບັນດາພະແນກການອ້ອມຂ້າງ ນະຄອນຫຼວງວຽງຈັນ, ຊາວໜຸ່ມ-ເຍົາວະຊົນທີ່ມາຈາກ ມ.ສ ໂພນທັນ ເຂົ້າຮ່ວມ.
ໃນການປະຖະກາຖາຄັ້ງນີ້ ເພື່ອເປັນການລະນຶກເຖິງ ວັນຄຽດແຄ້ນຂອງປະຊາຊົນລາວ ວັນລະນຶກນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 78 ປີ (ວັນທີ 21 ມີນາ 1946–21 ມີນາ 2024),ຫວນຄືນມູນເຊື້ອໃນການນໍາພາ-ຊີ້ນໍາ ຂອງພັກປະຊາຊົນປະຕິວັດລາວໃນການຕໍ່ສູ້ຕີເອົາຊະນະຈັກກະພັດຕ່າງດ້າວຜູ້ຮຸກຮານ, ມູນເຊື້ອໃນການປົກປັກຮັກສາ, ສ້າງສາພັດທະນາປະເທດຊາດ ຄົບຮອບ 69 ປີ(ວັນທີ 22 ມີນາ 1955 – 22 ມີນາ 2024)ພ້ອມທັງຫວນຄືນມູນເຊື້ອອັນພິລະອາດຫານ ແລະ ຂະບວນການແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 69 ປີ (ວັນທີ 14 ເມສາ 1955 – 14 ເມສາ 2024).ນອກນີ້,ຍັງໄດ້ມີກິດຈະກໍາຖາມ - ຕອບ ກ່ຽວກັບສະພາບການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນແບບເກົ່າ ຂອງໜ່ວຍພັກເມືອງທ່າແຂກ ແຂວງຄໍາມ່ວນ, ການກໍາເນີດຂອງພັກປະຊາຊົນປະຕິວັດລາວ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ເພື່ອຮັບຂອງລາງວັນ.
ຂ່າວ-ພາບ: ສຊປລ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກະຊວງການຕ່າງປະເທດ ປາຖະກະຖາວັນສໍາຄັນ ຂອງ ສປປ ລາວ

ກະຊວງການຕ່າງປະເທດ ປາຖະກະຖາວັນສໍາຄັນ ຂອງ ສປປ ລາວ

ໃນວັນທີ 29 ກັນຍານີ້ ທີ່ກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາ ວັນເກີດ ປະທານ ສຸພານຸວົງ ຄົບຮອບ 117 ປີ, ວັນຢຶດອຳນາດທົ່ວປະເທດ ຄົບຮອບ 81 ປີ, ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມືລາວ-ຫວຽດນາມ ຄົບຮອບ 49 ປີ, ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 64 ປີ, ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ, ວັນປະກາດໃຊ້ລັດຖະທຳມະນູນແຫ່ງ ສປປ ລາວ ຄົບຮອບ 35 ປີ ແລະ ວັນການທູດລາວຄົບຮອບ 81 ປີ ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ໄມທອງ ທຳມະວົງສາ ຮອງເລຂາຄະນະບໍລິຫານງານພັກກະຊວງ ຮອງລັດຖະ ມົນຕີກະຊວງການຕ່າງປະເທດ ຊຶ່ງມີຄະນະພັກ, ຄະນະນໍາ, ຄະນະໜ່ວຍພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມຮັບຟັງທັງໝົດ 450 ກວ່າສະຫາຍ.
ກອງປະຊຸມຝຶກອົບຮົມວຽກງານເລຂາການນຳ

ກອງປະຊຸມຝຶກອົບຮົມວຽກງານເລຂາການນຳ

ກອງປະຊຸມຝຶກອົບຮົມການເປັນເລຂານຸການການນຳໃຫ້ແກ່ບັນດາເລຂານຸການການນຳພາຍໃນສະພາແຫ່ງຊາດ (ສພຊ) ໄດ້ຈັດຂຶ້ນໃນວັນທີ 28-29 ກັນຍານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ຄຳສະໄໝ ສຳມາວົງ ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ເຂົ້າຮ່ວມມີທ່ານ ບຸນທັນ ບຸນວິໄລ ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ບັນດາທ່ານວິທະຍາກອນ ແລະ ສຳມະນາກອນພາຍໃນ ສພຊ.
ສະມາຄົມນັກທຸລະກິດໜຸ່ມແຂວງຄຳມ່ວນ ມອບເງິນ-ວັດຖຸກວ່າ 400 ລ້ານກີບຊ່ວຍຜູ້ປະສົບໄພນໍ້າຖ້ວມ

ສະມາຄົມນັກທຸລະກິດໜຸ່ມແຂວງຄຳມ່ວນ ມອບເງິນ-ວັດຖຸກວ່າ 400 ລ້ານກີບຊ່ວຍຜູ້ປະສົບໄພນໍ້າຖ້ວມ

ສະມາຄົມນັກທຸລະກິດໜຸ່ມແຂວງຄຳມ່ວນ ສະແດງນໍ້າໃຈຮ່ວມແບ່ງເບົາຄວາມເດືອດຮ້ອນຂອງປະຊາຊົນ ໂດຍມອບເງິນສົດ ແລະ ເຄື່ອງອຸປະໂພກ-ບໍລິໂພກ ມູນຄ່າລວມກວ່າ 400 ລ້ານກີບ ເພື່ອຊ່ວຍບັນເທົາຄວາມເດືອດຮ້ອນ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ທີ່ປະສົບໄພນ້ຳຖ້ວມໃນບັນດາເມືອງຂອງແຂວງ.
ຫ້ອງທະຫານຊາຍແດນ ກອງບັນຊາການທະຫານແຂວງບໍ່ແກ້ວ ເປີດຂໍ້ແຂ່ງຂັນປະຈຳປີ 2026

ຫ້ອງທະຫານຊາຍແດນ ກອງບັນຊາການທະຫານແຂວງບໍ່ແກ້ວ ເປີດຂໍ້ແຂ່ງຂັນປະຈຳປີ 2026

ວັນທີ 25 ກັນຍາຜ່ານມາ, ຫ້ອງທະຫານຊາຍແດນ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ເປີດຂໍ້ແຂ່ງຂັນປະຈຳປີ 2026 ໂດຍການເປັນປະທານຂອງສະຫາຍ ພັນໂທ ບຸນນອງ ອະໄພ ເລຂາຄະນະພັກຮາກຖານ, ຫົວໜ້າຫ້ອງຊາຍແດນ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີຄະນະພັກ-ຄະນະບັນຊາ, ພະແນກ ການ, ກອງຮ້ອຍທະຫານຊາຍແດນ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ເມືຶອງບໍ່ແຕນ ສຳເລັດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ

ເມືຶອງບໍ່ແຕນ ສຳເລັດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ

ຄະນະໂຄສະນາອົບຮົມເມືອງບໍ່ແຕນ ແຂວງໄຊຍະບູລີ ໄດ້ຈັດຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ຄັ້ງທີ I ໃຫ້ແກ່ຄະນະຮັບຜິດຊອບ ແລະ ເພື່ອນຮ່ວມງານ ໃນວັນທີ 28 ກັນຍາຜ່ານ​ມາທີ່ເມືອງ​ບໍ່​ແຕນ, ພາຍໃຕ້ການເປັນປະທານຂອງ ທ່ານ ຄຳພັນ ພັນທະວົງ ຮອງເລຂາຄະນະບໍລິຫານງານພັກເມືອງ ປະທານກວດກາພັກ ປະທານອົງການກວດກາລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ; ມີທ່ານສົມປະສົງ ໄຊຍະລາດຮອງຫົວໜ້າຄະນະໂຄສະນາອົບຮົມແຂວງພ້ອມດ້ວຍພະນັກງານຫຼັກແຫຼ່ງຈາກສຳນັກງານ, ອົງການ, ກົມກອງ ແລະ ຕາແສງພາຍໃນເມືອງ ເຂົ້າຮ່ວມ.
4 ໜ່ວຍພັກ ພະແນກສາທາລະນະສຸກແຂວງວຽງຈັນ ໄດ້ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

4 ໜ່ວຍພັກ ພະແນກສາທາລະນະສຸກແຂວງວຽງຈັນ ໄດ້ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

ວັນທີ 28 ກັນຍາຜ່ານມາ, ທີ່ສະໂມສອນເມືອງໂພນໂຮງ ແຂວງວຽງຈັນ ໄດ້ຈັດພິທີມອບ-ຮັບໃບ ຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ໃຫ້ 4 ໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານ ພະແນກສາທາລະນະສຸກແຂວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສີວຽງໄຊ ອໍລະບູນ ກຳມະການປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງ; ສະຫາຍ ນາງ ວັນເພັງ ພັນທະນາໄລ ກຳ ມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກສາທາລະນະສຸກແຂວງ ພ້ອມດ້ວຍຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ສະມາຊິກພັກ ເຂົ້າຮ່ວມ.
ຫຼວງພະບາງ ກຳນົດ 8 ເມືອງປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

ຫຼວງພະບາງ ກຳນົດ 8 ເມືອງປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

ວັນທີ 28 ກັນຍາຜ່ານມາ, ທີ່ສະໂມສອນໃຫຍ່ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມຄົ້ນຄວ້າ ໂຄງການບຸລິມະສິດ ເພື່ອຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນ ນະບົດ ແລະ ແກ້ໄຂຄວາມທຸກຍາກ ພາຍໃນແຂວງຫຼວງພະບາງ, ມີທ່ານ ຄຳເພັດ ສີລາທອງນິດ ຫົວໜ້າພະ ແນກການເງິນແຂວງ, ທ່ານ ຢີ່ ຢ່າງ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄົບຄະນະບໍລິຫານງານພັກ ກອງບັນຊາການທະຫານແຂວງບໍລິຄໍາໄຊ ຄັ້ງທີ 5 ສະໄໝທີ Vl

ກອງປະຊຸມຄົບຄະນະບໍລິຫານງານພັກ ກອງບັນຊາການທະຫານແຂວງບໍລິຄໍາໄຊ ຄັ້ງທີ 5 ສະໄໝທີ Vl

ກອງປະຊຸມຄົບຄະນະບໍລິຫານງານພັກ ກອງບັນຊາການທະຫານແຂວງບໍລິຄຳໄຊ ຄັ້ງທີ 5 ສະໄໝທີ Vl ຈັດຂຶ້ນໃນວັນທີ 28 ກັນຍາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຄໍາແພນ ວິລື້ທໍາ ກໍາມະການຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງບໍລິຄຳໄຊ, ມີຄະນະພັກກອງບັນຊາການ, ຄະນະຫ້ອງ, ຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ປິດອົບຮົມ-ຫັດແອບ ວຽກງານຄຸ້ມຄອງຊາຍແດນ ແລະ ວຽກງານວິຊາສະເພາະພື້ນຖານສືບຂ່າວຊາຍແດນ

ປິດອົບຮົມ-ຫັດແອບ ວຽກງານຄຸ້ມຄອງຊາຍແດນ ແລະ ວຽກງານວິຊາສະເພາະພື້ນຖານສືບຂ່າວຊາຍແດນ

ວັນທີ 25 ກັນຍາຜ່ານມາ, ທີ່ກອງຮ້ອຍທະຫານຊາຍແດນ 256, ຫ້ອງທະຫານຊາຍແດນ ກອງບັນຊາການທະຫານແຂວງບໍລິຄໍາໄຊ ໄດ້ຈັດພິທີປິດຊຸດອົບຮົມ-ຫັດແອບ ວຽກງານຄຸ້ມຄອງຊາຍແດນ ແລະ ວຽກງານວິຊາສະເພາະພື້ນຖານສືບຂ່າວຊາຍແດນ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຄຳແພນ ວິລື້ທຳ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງບໍລິຄຳໄຊ, ມີຄະນະຫ້ອງ, ພະແນກການ ແລະ ນັກຝຶກອົບຮົມ ເຂົ້າຮ່ວມ.
ກອງປະຊຸມຄະນະຮັບຜິດຊອບສ້າງຮ່າງດໍາລັດ ວ່າດ້ວຍ ກອງທຶນຊົນລະປະທານ

ກອງປະຊຸມຄະນະຮັບຜິດຊອບສ້າງຮ່າງດໍາລັດ ວ່າດ້ວຍ ກອງທຶນຊົນລະປະທານ

ໃນວັນທີ 24 ກັນຍາ ຜ່ານມາ ທີ່ຫ້ອງປະຊຸມສູນພັດທະນາຊົນລະປະທານຮ່ວມມື ລາວ-ເກົາຫຼີ (ເຂດດົງໝາກຄາຍ), ໄດ້ມີການຈັດກອງປະຊຸມຄະນະຮັບຜິດຊອບສ້າງຮ່າງດໍາລັດ ວ່າດ້ວຍກອງທຶນຊົນລະປະທານ ໂດຍການເປັນປະທານ ຂອງທ່ານ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ແລະ ຄະນະກຳມະການຮັບຜິດຊອບເຂົ້າຮ່ວມ.
ເພີ່ມເຕີມ