ສຊປລ ປາຖະກະຖາ 70 ປີວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ປປ ລາວ

ສຊປລ ປາຖະກະຖາ 70 ປີວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ປປ ລາວ

ສຊປລ ປາຖະກະຖາ 70 ປີວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ປປ ລາວ
ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ຈັດພິທີປາຖະກະຖາ 70 ປີ ວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ປປ ລາວ (25 ມີນາ 1955-25 ມີນາ 2025) ແລະ ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນຂຶ້ນ ໃນວັນທີ 6 ມິຖຸນານີ້ ທີ່ ສຊປລ ໂດຍໃຫ້ກຽດເປັນປະທານ ແລະ ປາຖະກະຖາຂອງສະຫາຍ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ມີຄະນະພັກ, ຄະນະນໍາ, ຄະນະໜ່ວຍພັກ, ຄະນະກົມ, ສະມາຊິກພັກ-ພະນັກງານເຂົ້າຮ່ວມຮັບຟັງ.

 

 
ສຊປລ ປາຖະກະຖາ 70 ປວນສາງຕງຄະນະຈດຕງສນກາງພກ ປປ ລາວ - image 1
 

ໃນພິທີ, ສະຫາຍ ມອນໄຊ ລາວມົວຊົ່ງ ໄດ້ຍົກໃຫ້ເຫັນການກໍາເນີດຂອງຄະນະຈັດຕັ້ງສູນກາງພັກ ກໍຄືຂະແໜງຈັດຕັ້ງໃນໄລຍະການປະຕິວັດຊາດ ປະຊາທິປະໄຕ, ຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດຕ່າງດ້າວທັງແບບເກົ່າ-ແບບໃໝ່ ແລະ ລະບອບສັກດີນາປະຕິການລາວ; ເວລານັ້ນ, ພັກໄດ້ກໍານົດແນວທາງການເມືອງຂອງຕົນໂດຍສຸມໃສ່ປຸກລະດົມ ແລະ ຈັດຕັ້ງກໍາລັງມະຫາຊົນຕໍ່ສູ້ກັບສັດຕູເພື່ອປົດປ່ອຍປະເທດຊາດ. ສະນັ້ນ, ວຽກງານຈັດຕັ້ງກໍ່ສ້າງພັກ ກໍຄືວຽກງານປັບປຸງກົງຈັກການຈັດຕັ້ງຂອງພັກ ພາຍໃຕ້ການຊີ້ນໍາໂດຍກົງ ຂອງສະຫາຍ ໄກສອນ ພົມວິຫານ ເລຂາທິການໃຫຍ່ຂອງພັກ ໄດ້ເປັນເຈົ້າການຜັນຂະຫຍາຍແນວທາງຂອງພັກ ເປັນແນວທາງການຈັດຕັ້ງ ຊຶ່ງເວລານັ້ນມີຊື່ເອີ້ນວ່າ: ຫ້ອງການພະນັກງານທົ່ວປະເທດ.

ຕະຫຼອດ 70 ປີ ບົນເສັ້ນທາງແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງວຽກງານການຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ, ຄະນະຈັດຕັ້ງສູນກາງພັກ ກໍຄືຂະແໜງຈັດຕັ້ງແຕ່ສູນກາງລົງຮອດທ້ອງຖິ່ນ ນັບແຕ່ໄດ້ສ້າງຕັ້ງຂຶ້ນຈົນເຖິງປັດຈຸບັນ ບໍ່ວ່າໃນເງື່ອນໄຂໃດ ແລະ ສະພາບແວດລ້ອມອັນໃດກໍຕາມ, ການນໍາຂອງຄະນະຈັດຕັ້ງສູນກາງພັກແຕ່ລະຮຸ່ນ, ແຕ່ລະສະໄໝລ້ວນແຕ່ໄດ້ອຸທິດເຫື່ອແຮງສະຕິປັນຍາຂອງຕົນນໍາພາພະນັກງານ, ສະມາຊິກພັກແບກຫາບໜ້າທີ່ວຽກງານທີ່ພັກ ແລະ ປະຊາຊົນມອບໝາຍໃຫ້, ໄດ້ເປັນເສນາທິການຄົ້ນຄວ້າກໍ່ສ້າງພັກທາງດ້ານການ ຈັດຕັ້ງ ປະກອບສ່ວນເຮັດໃຫ້ການຈັດຕັ້ງພັກ, ຖັນແຖວສະມາຊິກພັກ-ພະນັກງານມີຄວາມເຕີບໃຫຍ່ເຂັ້ມແຂງເປັນກ້າວໆມາ ບໍ່ວ່າໃນໄລຍະຕໍ່ສູ້ກູ້ຊາດ ກໍຄືໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ. ຄະນະຈັດຕັ້ງສູນກາງພັກ ແລະ ຂະແໜງຈັດຕັ້ງແຕ່ລະຂັ້ນໄດ້ມີຄວາມເຕີບໃຫຍ່ນັບທັງດ້ານຈໍານວນ ແລະ ຄຸນນະພາບ ຊຶ່ງເລີ່ມຈາກມີພະນັກງານພຽງ 13 ສະຫາຍ ໃນເວລາສ້າງຕັ້ງເປັນຫ້ອງການພະນັກງານ, ມາຮອດປັດຈຸບັນປີ 2024 ມີພະນັກງານທັງໝົດ 2,765 ສະຫາຍ ຍິງ 1,137 ສະຫາຍ; ຢູ່ບັນດາກະຊວງ-ອົງການອ້ອມຂ້າງສູນກາງ 909 ສະຫາຍ, ຢູ່ຂັ້ນແຂວງ-ນະຄອນຫຼວງ 482 ສະຫາຍ, ຢູ່ຂັ້ນເມືອງ 1,183 ສະຫາຍ; ສະເພາະແຕ່ຄະນະຈັດຕັ້ງສູນກາງພັກມີພະນັກງານ-ລັດຖະກອນທັງໝົດ 203 ສະຫາຍ ຍິງ 89 ສະຫາຍ; ມີ 8 ໜ່ວຍພັກ, 7 ກົມ ແລະ 1 ຫ້ອງການ.

ຜົນງານທີ່ຄະນະຈັດຕັ້ງສູນກາງພັກ ແລະ ຂະແໜງຈັດຕັ້ງຍາດມາໄດ້ຕະຫຼອດ 70 ປີຜ່ານມາມີຄວາມໝາຍປະຫວັດສາດ ແລະ ໃຫຍ່ຫຼວງທີ່ສຸດ ໃນການປະກອບສ່ວນເຂົ້າໃນພາລະກິດປະຕິວັດຊາດ ປະຊາທິປະໄຕ ຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດຕ່າງດ້າວ ແລະ ໃນພາລະກິດປົກປັກຮັກສາ-ສ້າງສາພັດທະນາປະເທດຊາດຕາມແນວທາງປ່ຽນແປງໃໝ່ຢ່າງມີຫຼັກການຂອງພັກ ໂດຍສະເພາະວຽກງານກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບ ປຸງກົງຈັກການຈັດຕັ້ງຂອງພັກໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນໃນທຸກດ້ານ ຊຶ່ງຜົນງານທັງໝົດນັ້ນໄດ້ສັງລວມມີ 4 ມູນເຊື້ອຂອງຂະແໜງຈັດຕັ້ງຄື: ມູນເຊື້ອແຫ່ງຄວາມຈົງຮັກພັກດີ, ຕັ້ງຕໍ່ບໍລິສຸດຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນ; ມູນເຊື້ອໃນການຢຶດໝັ້ນ ແລະ ປະຕິບັດຖືກຕ້ອງບັນດາຫຼັກການພື້ນຖານດ້ານການຈັດຕັ້ງ ແລະ ການເຄື່ອນໄຫວຂອງພັກ; ວຽກງານຈັດຕັ້ງ-ກໍ່ສ້າງພັກ-ພະນັກງານ ແມ່ນຄວາມຮັບຜິດຊອບໂດຍກົງຂອງຄະນະພັກທຸກຂັ້ນ ໂດຍສະເພາະແມ່ນສະຫາຍເລຂາຄະນະພັກ, ຜູ້ທີ່ເປັນຫົວໜ້າແຕ່ລະຂັ້ນ ແລະ ພະນັກງານຈັດຕັ້ງ ຕ້ອງແມ່ນຜູ້ທີ່ມີຈິນຕະນາການໃໝ່, ຜູ້ທີ່ເປັນແບບຢ່າງທາງດ້ານຄຸນສົມບັດ, ເປັນຜູ້ທີ່ທ່ຽງທໍາ, ພາວະວິໄສ, ບໍ່ເຫັນແກ່ຕົວ ແລະ ຮັກແພງພະນັກງານ ແມ່ນມູນເຊື້ອອັນດີງາມສືບທອດຕໍ່ເນື່ອງຂອງຜູ້ທີ່ເຮັດວຽກງານຈັດຕັ້ງ.

ຂ່າວ: ຍຸພິນທອງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ