ຕະຫຼາດຂະໜາດໃຫຍ່ຂອງຈີນເພີ່ມແຮງຂັບເຄື່ອນການພັດທະນາໃຫ້ແກ່ໂລກ

ຕະຫຼາດຂະໜາດໃຫຍ່ຂອງຈີນເພີ່ມແຮງຂັບເຄື່ອນການພັດທະນາໃຫ້ແກ່ໂລກ

ຕະຫຼາດຂະໜາດໃຫຍ່ຂອງຈີນເພີ່ມແຮງຂັບເຄື່ອນການພັດທະນາໃຫ້ແກ່ໂລກ
ຫວ່າງມໍ່ໆມານີ້, ມີຂ່າວໆໜຶ່ງທີ່ດຶງດູດໃຈຄົນຈີນ ຄື: ໃນລະດູການປູກໝາກເຊີຣີລ້າສຸດ, ປະເທດຈີເລ ໄດ້ສົ່ງອອກໝາກເຊີຣີປະມານ 550,000 ໂຕນ, ໃນນັ້ນຫຼາຍກວ່າ 90% ແມ່ນສົ່ງອອກໄປຈີນ. ຜົນການຄ້າທີ່ມີຊີວິດຊີວາດັ່ງກ່າວເປັນພາບສະທ້ອນໃຫ້ເຫັນເຖິງການເຊື່ອມໂຍງ ແລະ ພັດທະນາໄປຄູ່ກັນລະຫວ່າງຕະຫຼາດໃຫຍ່ພິເສດຂອງຈີນ ແລະ ການເປີດປະຕູສູ່ພາຍນອກທີ່ມີລະດັບສູງຂອງຈີນ, ຍິ່ງເປັນການຢືນຢັນທີ່ມີຊີວິດຊີວາວ່າ: ຕະຫຼາດຂອງຈີນເປັນໂອກາດການພັດທະນາສໍາລັບທົ່ວໂລກ.
ຕະຫາດຂະໜາດໃຫຍຂອງຈນເພມແຮງຂບເຄອນການພດທະນາໃຫແກໂລກ - image 1
 

 

ຈາກ “ການໄດ້ກິນໝາກເຊີຣີຕາມໃຈຢາກ” ກາຍເປັນເລື່ອງຊີວິດປະຈໍາວັນຂອງປະຊາຊົນ, ຮອດຜະລິດຕະພັນກະສິກໍາຈາກທົ່ວໂລກ ເຊັ່ນ: ໝາກຖົ່ວລຽນຈາກອາຊີຕາເວັນອອກສ່ຽງໃຕ້, ກາເຟຈາກອາຟຣິກາ ແລະ ໝາກນັດຈາກທະວີບອາເມຣິກາກາງ ເປັນຕົ້ນ ຖືກສົ່ງໄປສູ່ໂຕະອາຫານທີ່ແຊບຊ້ອຍຂອງຄົນຈີນຢ່າງບໍ່ຢຸດຢັ້ງ. ຢູ່ເບື້ອງຫຼັງຂອງປະກົດການເຫຼົ່ານີ້ແມ່ນຍ້ອນລາຍຮັບຂອງປະຊາຊົນຈີນໄດ້ຮັບການຍົກລະດັບສູງຂຶ້ນຢ່າງໝັ້ນທ່ຽງ. ໃນໄລຍະຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 14 ຂອງຈີນ, ລວມຍອດປະລິມານເສດຖະກິດຂອງຈີນໄດ້ຮັບການພັດທະນາແບບກ້າວກະໂດດ 4 ລະດັບລຽນຕິດ, ໂດຍໄດ້ລື່ນກາຍ 110,000 ຕື້ຢວນ, 120,000 ຕື້ຢວນ, 130,000 ຕື້ຢວນ ແລະ 140,000 ຕື້ຢວນຕາມລໍາດັບ, ຂະນະທີ່ລາຍຮັບຂອງປະຊາຊົນໄດ້ເພີ່ມຂຶ້ນຢ່າງພ້ອມພຽງກັນ, ຊີວິດການເປັນຢູ່ຂອງປະຊາຊົນຈີນໄດ້ຫັນປ່ຽນຈາກ “ກິນອີ່ມນຸ່ງອຸ່ນ” ພັດທະນາກ້າວເຂົ້າໄປສູ່ “ກິນດີຢູ່ດີ” ແລະ “ກິນເພື່ອສຸຂະພາບດີ ກວ່າເກົ່າ”. ພາຍໃຕ້ການຊີ້ນໍາຂອງນະໂຍບາຍການເປີດກວ້າງຄວາມຕ້ອງການພາຍໃນ ແລະ ການຊຸກຍູ້ການບໍລິໂພກ, ຄົນຈີນທີ່ມີຊີວິດການເປັນຢູ່ນັບມື້ນັບດີຂຶ້ນ ໄດ້ຫັນຄວາມປາຖະໜາຕໍ່ຊີວິດອັນດີງາມໃຫ້ກາຍເປັນຕະຫຼາດບໍລິໂພກໃຫຍ່ອັນດັບ 2 ຂອງໂລກ, ຕະຫຼາດການຂາຍຍ່ອຍທາງອິນເຕີເນັດໃຫຍ່ອັນດັບ 1 ຂອງໂລກ ແລະ ຕະຫຼາດນໍາເຂົ້າໃຫຍ່ອັນດັບ 2 ຂອງໂລກຢ່າງເປັນຮູບປະທໍາ ໂດຍໄດ້ກະຈາຍແຮງຂັບເຄື່ອນດ້ານການຕະຫຼາດທີ່ເຂັ້ມແຂງຢ່າງຕໍ່ເນື່ອງ. ຜູ້ຊ່ຽວຊານຄາດວ່າ: ໃນສິບກວ່າປີຂ້າງໜ້າ, ກຸ່ມຄົນທີ່ມີລາຍຮັບປານກາງຂອງຈີນຈະລື່ນກາຍ 800 ລ້ານຄົນ. ຈີນໃນຖານະເປັນ “ຕະຫຼາດເທິງປາຍລີ້ນ” ທີ່ມີທ່າແຮງບົ່ມຊ້ອນຫຼາຍທີ່ສຸດຂອງໂລກ ຈະສະໜອງຕະຫຼາດການຈໍາໜ່າຍທີ່ມີຄວາມຍຸຕິທໍາ, ສະດວກສະບາຍ, ມີລະບຽບແບບແຜນ ແລະ ເປັນໜ້າຄອງຄອຍກວ່າເກົ່າໃຫ້ແກ່ຜະລິດຕະພັນກະສິກໍາຈາກທົ່ວໂລກນັບມື້ນັບຫຼາຍກວ່າເກົ່າ ຊຶ່ງລວມທັງໝາກເຊີຣີຈາກປະເທດຈີເລ.

ໂອກາດການຕະຫຼາດຈາກຈີນບໍ່ເຄີຍເປັນ“ຮອບວຽນພາຍໃນ” ທີ່ປິດກັ້ນມາແຕ່ໃດໆ, ຫາກເປັນ “ຮອບວຽນແຫ່ງການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ” ທີ່ເປີດປະຕູ. ຈາກການລົງນາມໃນສັນຍາການຄ້າເສລີລະຫວ່າງຈີນ-ຈີເລໃນປີ 2005 ຮອດເວທີເປີດກວ້າງຕ່າງໆຂອງຈີນ ເຊັ່ນ: ງານວາງສະແດງສິນຄ້ານຳເຂົ້າສາກົນຈີນ, ງານມະຫະກໍາການຄ້າການບໍລິການສາກົນຈີນ ແລະ ງານມະຫະກໍາຊຸກຍູ້ຕ່ອງໂສ້ການສະໜອງສາກົນຈີນ ເປັນຕົ້ນໄດ້ຮັບການຈັດຕັ້ງປະຕິບັດຕາມໆກັນ, ຈີນໄດ້ທັບມ້າງກໍາແພງດ້ານການບໍລິໂພກໂດຍຜ່ານການເປີດປະຕູດ້ານລະບຽບການມາໂດຍຕະຫຼອດ, ພ້ອມທັງຕ້ອນຮັບສິນຄ້າທີ່ມີຄຸນນະພາບດີຈາກທົ່ວໂລກດ້ວຍສະພາບແວດລ້ອມການສະຫຼາດທີ່ມີຄວາມຍຸຕິທໍາ ແລະ ສະດວກສະບາຍ. ຈີນໄດ້ເລັ່ງສ້າງຕະຫຼາດໃຫຍ່ທີ່ເປັນເອກະພາບກັນໃນທົ່ວປະເທດ, ແກ້ໄຂຂອດອຸດຕັນໃນຮອບວຽນເສດຖະກິດພາຍໃນ ແລະ ຮອບວຽນເສດຖະກິດພາຍນອກ, ເຮັດໃຫ້ສິນຄ້າທີ່ມີຄຸນນະພາບດີຈາກທົ່ວໂລກສາມາດເຂົ້າເຖິງຕະຫຼາດຂອງຈີນໄດ້ຢ່າງໂລ່ງລ່ຽນ; ຈີນໄດ້ປັບປຸງສະພາບແວດລ້ອມການດໍາເນີນທຸລະກິດໃຫ້ດີຂຶ້ນຢ່າງຕໍ່ເນື່ອງໂດຍໄດ້ເປີດກວ້າງການນໍາເຂົ້າ, ເຮັດໃຫ້ວິສາຫະກິດຂອງປະເທດຕ່າງໆສາມາດຮ່ວມກັນຊົມໃຊ້ຜົນປະໂຫຍດຈາກການຍົກລະດັບຂອງການບໍລິໂພກຈີນ. ອຸດສາຫະກໍາໝາກເຊີຣີຢູ່ປະເທດຈີເລໄດ້ຮັບການພັດທະນາແບບກ້າວກະໂດດຍ້ອນຕະຫຼາດຂອງຈີນ, ສັງເກດໄດ້ຈາກເນື້ອທີ່ການປູກໝາກເຊີຣີໃນປະເທດດັ່ງກ່າວໄດ້ເພີ່ມຂຶ້ນ 1 ເທົ່າຕົວ, ທັງໄດ້ສ້າງວຽກເຮັດງານທໍາ 200,000 ຕໍາແໜ່ງ ແລະ ກາຍເປັນເສົາຄໍ້າເສດຖະກິດຂອງປະເທດດັ່ງກ່າວ, ສະພາບການດັ່ງກ່າວບໍ່ແມ່ນເປັນພຽງຕົວຢ່າງດຽວໃນໂລກເທົ່ານັ້ນ. ພາຍໃຕ້ການເພີ່ມປະສິດທິພາບຈາກການເປີດປະຕູສູ່ພາຍນອກທີ່ມີລະດັບສູງ, ຕະຫຼາດຂະໜາດໃຫຍ່ພິເສດຂອງຈີນບໍ່ແມ່ນ “ຕະຫຼາດການບໍລິໂພກ” ທີ່ງ່າຍດາຍອີກຕໍ່ໄປ, ຫາກແມ່ນ “ຕະຫຼາດທີ່ມີຄຸນຄ່າ” ໃນການຊຸກຍູ້ການພັດທະນາຄູ່ກັນລະຫວ່າງຕ່ອງໂສ້ອຸດສາຫະກໍາ ແລະ ຕ່ອງໂສ້ການສະໜອງຂອງໂລກ.

ຕະຫຼາດຂອງຈີນບໍ່ເຄີຍເປັນອາວຸດທີ່ໃຊ້ຕໍ່ຕ້ານຄູ່ການຄ້າມາແຕ່ໃດໆ, ຫາກເປັນເວທີການພັດທະນາແຫ່ງການຊົມໃຊ້ຮ່ວມກັນຂອງທົ່ວໂລກ. ຂໍ້ສະເໜີກ່ຽວກັບການວາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 15 ຂອງຈີນທີ່ຮັບຮອງໃນທ້າຍປີ 2025 ຜ່ານມາ ໄດ້ສະເໜີໃຫ້ອອກແຮງຊຸກຍູ້ການບໍລິໂພກ ແລະ ຊຸກຍູ້ອັດຕາການບໍລິໂພກຂອງປະຊາຊົນໃຫ້ສູງຂຶ້ນຢ່າງຈະແຈ້ງ; ພ້ອມດຽວກັນນີ້, ໃຫ້ຖືເອົາການເປີດກວ້າງການເປີດປະຕູສູ່ພາຍນອກທີ່ມີລະດັບສູງໄວ້ຢູ່ໃນຖານະບຸລິມະສິດຢ່າງພົ້ນເດັ່ນ; ຖືເອົາການຍົກລະດັບການບໍລິໂພກເປັນສິ່ງນໍາພາການເປີດປະຕູສູ່ພາຍນອກທີ່ມີລະດັບສູງ ແລະ ຖືເອົາການເປີດປະຕູສູ່ພາຍນອກທີ່ມີລະດັບສູງເປັນສິ່ງດຶງດູດການສະໜອງດ້ານການບໍລິໂພກໃຫ້ອຸດົມສົມບູນຂຶ້ນ. ຈີນຈະນໍາໃຊ້ການກະທໍາຕົວຈິງແບບ “ຊື້ສິນຄ້າຈາກທົ່ວໂລກ ແລະ ສ້າງຜົນປະໂຫຍດໃຫ້ແກ່ທົ່ວໂລກ” ເພື່ອຊ່ວຍເຮັດໃຫ້ຜະລິດຕະພັນທີ່ມີເອກະລັກພິເສດຂອງບັນດາປະເທດມີມູນຄ່າເພີ່ມຂຶ້ນໂດຍອີງໃສ່ຕະຫຼາດຂອງຈີນ, ພ້ອມທັງຊ່ວຍເຮັດໃຫ້ຜູ້ປະກອບການຕ່າງປະເທດຫຼາຍແສນຄົນມີລາຍຮັບທີ່ໝັ້ນທ່ຽງ; ນອກນີ້, ຈີນຍັງຈະເປີດອົກເປີດໃຈ ແລະ ອ້າແຂນໂອບກອດທົ່ວໂລກເພື່ອເຮັດໃຫ້ທົ່ວໂລກສາມາດຊົມໃຊ້ໝາກຜົນການພັດທະນາຂອງຈີນດ້ວຍຈິດໃຈອັນກວ້າງຂວາງແຫ່ງການເປີດປະຕູ້ສູ່ພາຍນອກທີ່ມີລະດັບສູງ.

ປັດຈຸບັນ, ການຟື້ນຕົວຂອງເສດຖະກິດໂລກຊ້າລົງ, ລັດທິຝ່າຍດຽວ ແລະ ລັດທິປົກປ້ອງການຄ້າຟື້ນຕົວ, ການພັດທະນາຂອງໂລກຜະເຊີນໜ້າກັບຄວາມບໍ່ແນ່ນອນຫຼາຍຢ່າງ. ພາຍໃຕ້ສະພາບການດັ່ງກ່າວ, ຄວາມໝັ້ນທ່ຽງ, ຄວາມມີຊີວິດຊີວາ ແລະ ທ່າທີໃນການເປີດປະຕູສູ່ພາຍນອກທີ່ໜັກແໜ້ນຂອງຕະຫຼາດຂະໜາດໃຫຍ່ພິເສດຂອງຈີນຍິ່ງມີຄວາມໝາຍອັນລໍ້າຄ່າ. ໝາກເຊີຣີທີ່ແດງງາມໄດ້ຂ້າມຜ່ານມະຫາສະໝຸດປາຊິຟິກທີ່ກວ້າງໃຫຍ່ໄພສານ, ບໍ່ພຽງແຕ່ໄດ້ເຊື່ອມໂຍງແຫຼ່ງຜະລິດ ແລະ ຕະຫຼາດເທົ່ານັ້ນ, ຍິ່ງເປັນຄວາມມຸ່ງມາດປາຖະໜາຮ່ວມທີ່ມີຕໍ່ຊີວິດອັນດີງາມຂອງປະຊາຊົນປະເທດຕ່າງໆອີກດ້ວຍ. ຈີນຈະເພີ່ມແຮງຂັບເຄື່ອນທີ່ຍືນຍົງ ແລະ ເຂັ້ມແຂງໃຫ້ແກ່ການຟື້ນຕົວຂອງເສດຖະກິດໂລກ ກໍຄື ການພັດທະນາຂອງໂລກດ້ວຍຈິດໃຈທີ່ກວ້າງຂວາງກວ່າມະຫາສະໝຸດປາຊິຟິກ ແລະ ທ່າແຮງດ້ານຕະຫຼາດຂະໜາດໃຫຍ່ພິເສດຂອງຈີນ.

ຄໍາເຫັນ

ຂ່າວຕ່າງປະເທດ

ທ່ານ ສີ​ຈິ້ນ​ຜິງ ​ຕັ້ງ​ຂໍ້ “ປາລະໄນ” ເມື່ອ 30 ກວ່າ​ປີ​ກ່ອນ

ທ່ານ ສີ​ຈິ້ນ​ຜິງ ​ຕັ້ງ​ຂໍ້ “ປາລະໄນ” ເມື່ອ 30 ກວ່າ​ປີ​ກ່ອນ

ເດືອນ​ມິ​ຖຸ​ນາ​ ປີ 1988, ທ່ານ ສີ​ຈິ້ນ​ຜິງ ດຳ​ລົງ​ຕຳ​ແໜ່ງ​ເປັນ​ເລ​ຂາ​ຄະ​ນະ​ພັກ​ເຂດ​ນິງ​ເຕີ ​ແຂວງ​ຟູ​ຈ້ຽນ. ​ໃນ​ການ​ສຳ​ຫຼວດ​ເກັບ​ກຳ​ຂໍ້​ມູນ, ມີ​ປະ​ຊາ​ຊົນ​ຈຳ​ນວນ​ຫຼາຍ​ໄດ້​ສ່ອງ​ແສງ​ບັນ​ຫາ​ພົ້ນ​ເດັ່ນ​ອັນ​ໜຶ່ງຄື: ພະນັກງານຢຶດທີ່ດິນຫຼວງປຸກສ້າງເຮືອນສ່ວນຕົວຢ່າງຜິດລະບຽບການ.
ແຟງລັງ ອະນຸມັດລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla

ແຟງລັງ ອະນຸມັດລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla

ຂ່າວຕ່າງປະເທດລາຍງານວ່າ: ອົງການຂົນສົ່ງຂອງແຟັງລັງ (Traficom) ໄດ້ອະນຸມັດໃຫ້ລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla ສາມາດນຳໃຊ້ໃນທ້ອງຖະໜົນຂອງແຟງລັງໄດ້ໃນວັນທີ 11 ພະຈິກ ຜ່ານມາ ຊຶ່ງເຮັດໃຫ້ບໍລິສັດສາມາດເລີ່ມສະເໜີລະບົບດັ່ງກ່າວໃຫ້ກັບລູກຄ້າໃນປະເທດໄດ້ທັນທີ.
ຢູວີ້ໄຊ ຊຸກຍູ້ການຮ່ວມມືກັບຄູ່ຮ່ວມງານອາຊຽນ

ຢູວີ້ໄຊ ຊຸກຍູ້ການຮ່ວມມືກັບຄູ່ຮ່ວມງານອາຊຽນ

ທ່ານ ຫຼີເສເວີນ ຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ ຢູວີ້ໄຊ ໄດ້ລາຍງານກ່ຽວກັບສະຖານະການຮ່ວມມືພັດທະນາລະຫວ່າງ ຢູວີ້ໄຊ ກັບອາຊຽນວ່າ: ຢູວີ້ໄຊ ໄດ້ສືບຕໍ່ຂຸດຄົ້ນຕະຫຼາດທ້ອງຖິ່ນຢ່າງເລິກເຊິ່ງ ແລະ ເພີ່ມທະວີການຮ່ວມມືກັບຄູ່ຮ່ວມງານອາຊຽນໃນດ້ານຜະລິດຕະພັນ, ເຕັກໂນໂລຊີ, ການຜະລິດ ແລະ ການບໍລິການ ແລະ ປັດຈຸບັນ, ຜະລິດຕະພັນຂອງ ຢູວີ້ໄຊ ໄດ້ກວມເຖິງຫຼາຍກວ່າ 180 ປະເທດ ແລະ ພາກພື້ນທົ່ວໂລກ. ຮອດທ້າຍເດືອນກັນຍາ 2026, ຈຳນວນເຄື່ອງຈັກ ຢູວີ້ໄຊ ທີ່ມີຢູ່ຕ່າງປະເທດມີຫຼາຍກວ່າ 950,000 ໜ່ວຍ, ໃຫ້ບໍລິການຢ່າງກວ້າງຂວາງໃນຂົງເຂດການຂົນສົ່ງ, ເຄື່ອງຈັກກໍ່ສ້າງ, ເຄື່ອງມືກະສິກຳ, ເຮືອ ແລະ ການຜະລິດໄຟຟ້າ ເປັນຕົ້ນ.
ສິງກະໂປ ເປີດໂຄງການລະດົມທຶນ 500 ລ້ານໂດລາ

ສິງກະໂປ ເປີດໂຄງການລະດົມທຶນ 500 ລ້ານໂດລາ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 11 ພະຈິກ ຜ່ານມາວ່າ: ຖະແຫຼງການຮ່ວມຈາກສຳນັກງານເລຂາທິການແຫ່ງຊາດກ່ຽວກັບການປ່ຽນແປງສະພາບອາກາດຂອງສິງກະໂປ, ອົງການເງິນຕາສິງກະໂປ ຫຼື ທະນາຄານກາງ ແລະ ອົງການວິສາຫະກິດສິງກະໂປ (Enterprise Singapore) ໃນວັນທີ 10 ພະຈິກ ຜ່ານມາ ໄດ້ລະບຸການດຳເນີນໂຄງການລະດົມການລົງທຶນເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບກະສິກຳ - ອາຫານ ຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໃນການຮັບມືກັບການປ່ຽນແປງສະພາບອາກາດ.
ຍອດ​​ໜີ້​ສິນ​ບັດ​ສິນ​ເຊື່ອ​ຂອງອາ​ເມ​ຣິ​ກາ ​ເພີ່ມ​ຂຶ້ນເປັນ​ສະ​ຖິ​ຕິ​ໃໝ່​

ຍອດ​​ໜີ້​ສິນ​ບັດ​ສິນ​ເຊື່ອ​ຂອງອາ​ເມ​ຣິ​ກາ ​ເພີ່ມ​ຂຶ້ນເປັນ​ສະ​ຖິ​ຕິ​ໃໝ່​

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 11 ພະຈິກ ຜ່ານມາວ່າ: ອີງ​ຕາມ​ບົດ​ລາຍ​ງານ​ໜີ້​ສິນ​ຄົວ​ເຮືອນສະ​ບັບຫຼ້າ​ສຸດ​ທີ່​ FED ​ນິວຢອກ ສະຫະລັດ ອາ​ເມ​ຣິ​ກາ​ ເປີດ​ເຜີຍ​ໃນວັນ​ທີ 10 ພະ​ຈິກ​ ຜ່ານມາ ສະ​ແດງ​ໃຫ້​ເຫັນ​ວ່າ: ໄຕ​ມາດ​ທີ 3 ​ຂອງປີ​ນີ້, ຍອດໜີ້​ສິນ​ບັດ​ສິນ​ເຊື່ອ​ຂອງ​ ສະຫະລັດ ອາ​ເມ​ຣິ​ກາ ​ເພີ່ມ​ຂຶ້ນ 22 ຕື້​ໂດ​ລາ, ​ເຮັດ​ໃຫ້​ຍອດ​ລວມ​ໜີ້​ດັ່ງ​ກ່າວ​ຢູ່​ທີ່ 1,290 ໂດ​ລາ ຊຶ່ງ​ເປັນ​ສະ​ຖິ​ຕິ​ໃໝ່, ເພີ່ມ​ຂຶ້ນ 4.2% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້.
ກຳປູເຈຍ ຢືນຢັນຄຳໝັ້ນສັນຍາຂອງຕົນໃນການຕໍ່ສູ້ກັບການຄ້າມະນຸດ

ກຳປູເຈຍ ຢືນຢັນຄຳໝັ້ນສັນຍາຂອງຕົນໃນການຕໍ່ສູ້ກັບການຄ້າມະນຸດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 10 ພະຈິກ ຜ່ານມາວ່າ: ຄະນະກຳມະການແຫ່ງຊາດຕ້ານການຄ້າມະນຸດຂອງກຳປູເຈຍ (NCCT) ໄດ້ຢືນຢັນຄຳໝັ້ນສັນຍາຂອງກຳປູເຈຍໃນການກຳຈັດການຄ້າມະນຸດທຸກຮູບແບບໂດຍຜ່ານການບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດ ເພື່ອຕ້ານການຄ້າມະນຸດ ແລະ ການຂູດຮີດທາງເພດ.
ມູນ​ຄ່າການ​ຄ້າ​ຕ່າງ​ປະ​ເທດ​ຂອງ​ຈີ​ນ​ໃນ​ 10 ເດືອນ ​ເພີ່ມ​ຂຶ້ນ 20%

ມູນ​ຄ່າການ​ຄ້າ​ຕ່າງ​ປະ​ເທດ​ຂອງ​ຈີ​ນ​ໃນ​ 10 ເດືອນ ​ເພີ່ມ​ຂຶ້ນ 20%

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ອີງ​ຕາມໂຕ​ເລກ​ສະ​ຖິ​ຕິ​ຫຼ້າ​ສຸດ​ທີ່​ອົງ​ການ​ພາ​ສີ​ແຫ່ງ​ຊາດ​ຈີນ​ເປີດເຜີຍ​ໃນ​ວັນ​ທີ 11 ພະ​ຈິກ​ ຜ່ານມາ ​ສະ​ແດງ​ໃຫ້​ເຫັນ​ວ່າ: 10 ເດືອນ​ຂອງ​ປີ​ນີ້, ຍອດ​ມູນ​ຄ່າ​ການ​ຄ້າ​​ສິນ​ຄ້າຂາ​ເຂົ້າ-ຂາ​ອອກ​ຂອງ​ຈີນ​ເພີ່ມ​ຂຶ້ນ 20% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ສືບ​ຕໍ່​​ຮັກ​ສາ​ທ່າ​ອຽງ​ເພີ່ມ​ຂຶ້ນ​ທີ່​ເຂັ້ມ​ແຂງ.
ຫວຽດນາມ ຢູ່ອັນດັບທີ 37 ຂອງໂລກ ກ່ຽວກັບກຳລັງຄວາມສາມາດແກ່ງແຍ້ງດ້ານດີຈີຕອນ

ຫວຽດນາມ ຢູ່ອັນດັບທີ 37 ຂອງໂລກ ກ່ຽວກັບກຳລັງຄວາມສາມາດແກ່ງແຍ້ງດ້ານດີຈີຕອນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 11 ພະຈິກ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ​ເຕັກ​ໂນ​ໂລ​ຊີ ຫວຽດ​ນາມ ໄດ້ຈັດພິທີປະກາດ​ຜົນການຈັດອັນດັບກຳ​ລັງ​ຄວາມ​ສາ​ມາດ​ແກ່ງ​ແຍ້ງດ້ານດີຈີຕອນ ແລະ ປັນຍາປະດິດໂລກ ປີ 2026 (WDAIR 2026) ຊຶ່ງຫວຽດນາມຖືກຈັດອັນດັບທີ 37, ການຈັດອັນດັບດັ່ງກ່າວດຳເນີນໂດຍສະຖາບັນພັດທະນາການຄຸ້ມຄອງສາ​ກົນ (IMD) ປະເທດສະວິດ.
ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານອາ​ເມ​ຣິ​ກາ​ ບັນ​ລຸ 2,000 ຕື້​ໂດ​ລາ

ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານອາ​ເມ​ຣິ​ກາ​ ບັນ​ລຸ 2,000 ຕື້​ໂດ​ລາ

ວິທະຍຸ, ໂທລະພາບສູນກາງຈີນ ລາຍງານວ່າ: ໃນວັນ​ທີ 9 ພະ​ຈິກຜ່ານມາ, ກະ​ຊວງ​ການ​ເງິນ ​ສະຫະລັດ ອາ​ເມ​ຣິ​ກາ​ ໄດ້​ເປີດ​ເຜີຍ​​ວ່າ: ໃນ​ປີ​ງົບ​ປະ​ມານ 2026 ທີ່ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 30 ກັນ​ຍາ​ ຜ່ານມາ, ​ລວມຍອດ​ມູນ​ຄ່າ​ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານ ສະຫະລັດ ​ອາ​ເມ​ຣິ​ກາ​ຢູ່​ທີີ່ 2,000 ຕື້​ໂດ​ລາ, ເພີ່ມ​ຂຶ້ນ 217 ຕື້​ໂດ​ລາ ​ເມື່ອ​ທຽບ​ໃສ່​ປີກາຍ​ ຫຼື 12% ເມື່ອ​ທຽບ​ໃສ່​ປີ​ງົບ​ປະ​ມານ 2025.
ມຽນມາ ຂະຫຍາຍເວລານຳລາຍຮັບຈາກການສົ່ງອອກກັບປະເທດ

ມຽນມາ ຂະຫຍາຍເວລານຳລາຍຮັບຈາກການສົ່ງອອກກັບປະເທດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 10 ພະຈິກ ຜ່ານມາວ່າ: ສື່ມວນຊົນມຽນມາລາຍງານວ່າ, ທະນາຄານກາງຂອງມຽນມາໄດ້ຂະຫຍາຍໄລຍະເວລາອະນຸຍາດໃຫ້ຜູ້ສົ່ງອອກສາມາດຮັກສາລາຍໄດ້ຈາກການສົ່ງອອກ, ໃນສ່ວນທີ່ຜູ້ສົ່ງອອກສາມາດນຳໄປໃຊ້ໄດ້ຕາມການພິຈາລະນາ, ຈາກເດີມ 30 ມື້ ເປັນ 45 ມື້.
ເພີ່ມເຕີມ