ຕະໂອ້ຍ ວາງແຜນຟື້ນຟູປ່າ 306 ເຮັກຕາ ຕັ້ງເປົ້າປູກໄມ້ໃຫ້ໄດ້ກວ່າ 218,000 ຕົ້ນ

ຕະໂອ້ຍ ວາງແຜນຟື້ນຟູປ່າ 306 ເຮັກຕາ ຕັ້ງເປົ້າປູກໄມ້ໃຫ້ໄດ້ກວ່າ 218,000 ຕົ້ນ

ຕະໂອ້ຍ ວາງແຜນຟື້ນຟູປ່າ 306 ເຮັກຕາ ຕັ້ງເປົ້າປູກໄມ້ໃຫ້ໄດ້ກວ່າ 218,000 ຕົ້ນ
ວັນປູກຕົ້ນໄມ້ແຫ່ງຊາດ (1 ມິຖຸນາ) ແມ່ນວັນທີ່ມີຄວາມໝາຍຄວາມສຳຄັນລະດັບຊາດ ໃນການປູກຈິດສຳນຶກໃຫ້ປະຊາຊົນທຸກຊັ້ນຄົນ ເຫັນໄດ້ຄຸນປະໂຫຍດຂອງປ່າໄມ້, ຮ່ວມກັນປົກປັກຮັກສາສິ່ງແວດລ້ອມ, ເພີ່ມທະວີເນື້ອທີ່ປົກຫຸ້ມສີຂຽວ ແລະ ຟື້ນຟູຄວາມສົມດຸນຂອງລະບົບນິເວດວິທະຍາ ໃຫ້ມີຄວາມອຸດົມສົມບູນແບບຍືນຍົງ.
ຕະໂອຍ ວາງແຜນຟນຟປາ 306 ເຮກຕາ ຕງເປາປກໄມໃຫໄດກວາ 218,000 ຕນ - image 1
 

ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ ປະຈຳປີ 2026 ນີ້, ທ່ານ ບຸນທາ ຍົມມະລາດ ຫົວໜ້າຫ້ອງການກະສິກໍາ ແລະ ສິ່ງແວດລ້ອມ ເມືອງຕະໂອ້ຍ ແຂວງສາລະວັນ ໄດ້ເປີດເຜີຍວ່າ: ເມືອງຕະໂອ້ຍ ໄດ້ວາງຄາດໝາຍສູ້ຊົນຈະປູກຕົ້ນໄມ້ໃຫ້ໄດ້ທົ່ວເມືອງທັງໝົດ 218,157 ຕົ້ນໃນເນື້ອທີ່ 306 ເຮັກຕາ; ເພື່ອຮອງຮັບແຜນດັ່ງກ່າວ, ທາງຫ້ອງການກະສິກຳ ແລະ ສິ່ງແວດລ້ອມໄດ້ກະກຽມເກັບແກ່ນ ແລະ ກ້າເບ້ຍໄມ້ຈຳນວນ 25 ກິໂລກຣາມ, ລວມມີ 10 ຊະນິດພັນໄມ້ ເຊັ່ນ: ໄມ້ດູ່, ກະຖິນນະລົງ, ໄມ້ໝາກຂາມ, ໄມ້ຍົມຜາ, ໄມ້ຈຳປາປ່າ, ຫວາຍ, ໄມ້ກະເລົາ, ໄມ້ຍີ່ນໍ້າ, ໄມ້ຂະຍຸງ ແລະ ໄມ້ແຕ້ຮໍ ໂດຍໄດ້ແບ່ງຄວາມຮັບຜິດຊອບອອກເປັນ 3 ພາກສ່ວນຄື: ພາກລັດ (ເນື້ອທີ່ 1 ເຮັກຕາ, ຈໍານວນ 1,157 ເບ້ຍ) ປະກອບມີ ໄມ້ດູ່ໃຫຍ່ 6 ຕົ້ນ, ຂະຍຸງ 1 ຕົ້ນ, ໄຮຍອນ 50 ຕົ້ນ, ໄມ້ຈານ 100 ຕົ້ນ, ແຕ້ຮໍ 50 ຕົ້ນ, ໄມ້ດູ່ 300 ຕົ້ນ, ຫວາຍ 100 ເບ້ຍ, ຍົມຜາ 500 ຕົ້ນ ແລະ ກະເລົາ 50 ຕົ້ນ;ພາກເອກະຊົນ 2 ບໍລິສັດ ຄື: ບໍລິສັດ ລາວອາໂກເທັກ ປູກໄມ້ກະຖິນນະລົງ 2,500 ເບ້ຍ ແລະ ໄມ້ຍີ່ນໍ້າ 60,000 ຕົ້ນ; ກຸ່ມບໍລິສັດ ໂຕມຸຫາ (ຫງອກຍູ້ງ) ປູກ 150,000 ເບ້ຍ; ພາກສ່ວນອຸທິຍານແຫ່ງຊາດເຊຊັບ ກໍານົດປູກໃນ 5 ບ້ານເປົ້າໝາຍ (ບ້ານຕຸງແຕ່ງ, ບ້ານດູບ, ບ້ານກະເຕັນ, ບ້ານປະເຕມ ແລະ ບ້ານທົ່ງຊະ) ບ້ານລະ 1,000 ເບ້ຍ, ລວມເປັນ 5,000 ເບ້ຍ.

ເພື່ອແກ້ໄຂເລື່ອງອັດຕາການລອດເຫຼືອຂອງຕົ້ນໄມ້, ທາງເມືອງໄດ້ວາງມາດຕະການຕິດຕາມຢ່າງເຂັ້ມງວດ ເຊິ່ງເຂດຕົວເມືອງ ປູກຕາມແລວເສົາໄຟໂຊລາເຊວ (ສໍສີຂຽວ), ຕ້ອງເຮັດຮົ້ວອ້ອມ ແລະ ມອບໝາຍໃຫ້ບຸກຄົນ, ຄອບຄົວ ຫຼື ຫ້ອງການຮັບຜິດຊອບເບິ່ງແຍງ. ຫາກຕົ້ນໄມ້ຕາຍ ຕ້ອງໄດ້ຊື້ປູກທົດແທນ ໂດຍມີຄະນະຮັບຜິດຊອບລົງກວດກາການເຕີບໂຕເປັນໄລຍະ; ເຂດບ້ານ: ປູກເສີມເພື່ອຟື້ນຟູປ່າຕາມເຂດກັນຊົນຂອງປ່າສະຫງວນແຫ່ງຊາດເຊຊັບ, ໂດຍມອບໃຫ້ຄົນໃນບ້ານເປັນຜູ້ປົກປັກຮັກສາຕາມກົດລະບຽບທີ່ຮ່ວມກັນສ້າງໄວ້.

ນອກຈາກກິດຈະກຳປູກຕົ້ນໄມ້ແລ້ວ, ທາງເມືອງຍັງຈະຈັດກິດຈະກຳອື່ນໆຄວບຄູ່ກັນໄປ ເຊັ່ນ: ການແຂ່ງຂັນກິລາ, ການສັກຢາກັນພະຍາດໃຫ້ເດັກນ້ອຍ ແລະ ກິດຈະກຳວັນສິ່ງແວດລ້ອມໂລກ ເພື່ອສ້າງບັນຍາກາດໃຫ້ຟົດຟື້ນ.

ທ່ານ ບຸນທາ ຍົມມະລາດ ໄດ້ຮຽກຮ້ອງມາຍັງປະຊາຊົນ ແລະ ຊາວເມືອງຕະໂອ້ຍທຸກພາກສ່ວນ ຈົ່ງຮ່ວມແຮງຮ່ວມໃຈກັນ ເຂົ້າຮ່ວມຂະບວນການປູກ ແລະ ບົວລະບັດຮັກສາຕົ້ນໄມ້ໃນຄັ້ງນີ້ ໃຫ້ປະສົບຜົນສຳເລັດຕາມຄາດໝາຍ ພ້ອມກັນສ້າງທ້ອງຖິ່ນໃຫ້ມີສີຂຽວອຸດົມສົມບູນ.

ຂ່າວ: ສີສະຫວາດ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປີ 2026 ສານປະຊາຊົນແຂວງເຊກອງ ແກ້ໄຂຄະດີໄດ້ 102 ເລື່ອງ

ປີ 2026 ສານປະຊາຊົນແຂວງເຊກອງ ແກ້ໄຂຄະດີໄດ້ 102 ເລື່ອງ

ທ່ານ ນາງ ສີວິໄລ ຜາວິໄລ ປະທານສານປະຊາຊົນແຂວງເຊກອງ ລາຍງານໃຫ້ຮູ້ວ່າ: ໃນປີ 2026 ມີຄະດີເຂົ້າມາສານປະຊາຊົນແຂວງ, ສານປະຊາຊົນເຂດ I ແລະ ສານປະຊາຊົນເຂດ II ລວມທັງໝົດ 126 ເລື່ອງ ຄ້າງມາແຕ່ປີ 2025 ຈໍານວນ 30 ເລື່ອງ, ເຂົ້າໃໝ່ 96 ເລື່ອງ, ແກ້ໄຂແລ້ວ 102 ເລື່ອງ ເທົ່າກັບ 80,95%, ພວມດໍາເນີນການແກ້ໄຂຢູ່ 24 ເລື່ອງ.
ນັກທຸລະກິດໜຸ່ມເມືອງໄຊເສດຖາ ສົ່ງເສີມຊາວໜຸ່ມສ້າງອາຊີບຜ່ານໂຄງການຝຸ່ນຊີວະພາບກະສິກຳປອດສານພິດ

ນັກທຸລະກິດໜຸ່ມເມືອງໄຊເສດຖາ ສົ່ງເສີມຊາວໜຸ່ມສ້າງອາຊີບຜ່ານໂຄງການຝຸ່ນຊີວະພາບກະສິກຳປອດສານພິດ

ສະມາຄົມນັກທຸລະກິດໜຸ່ມເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ເປີດຮ້ານວາງສະແດງ ແລະ ຈຳໜ່າຍຜະລິດຕະພັນຂອງສະມາຊິກພາຍໃນງານບຸນນະມັດສະການພະທາດຫຼວງພ້ອມທັງເນັ້ນຍ້ຳພາລະບົດບາດໃນການສ້າງຄວາມສາມັກຄີພາຍໃນ ແລະ ການສົ່ງເສີມຊາວໜຸ່ມທີ່ຍັງບໍ່ມີວຽກເຮັດງານທຳໃຫ້ມີລາຍໄດ້ຜ່ານໂຄງການຜະລິດຝຸ່ນຊີວະພາບ ແລະ ການປູກພືດປອດສານພິດ.
ຊາວໜຸ່ມໄຊເສດຖາ ລະດົມກໍາລັງ 1,300 ກວ່າຄົນ ປ້ອງກັນງານບຸນນະມັດສະການພະທາດຫຼວງ

ຊາວໜຸ່ມໄຊເສດຖາ ລະດົມກໍາລັງ 1,300 ກວ່າຄົນ ປ້ອງກັນງານບຸນນະມັດສະການພະທາດຫຼວງ

ຄະນະບໍລິຫານງານຊາວໜຸ່ມ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ນໍາພາກໍາລັງຊາວໜຸ່ມ ຫຼາຍກວ່າ 1,300 ຄົນ ລົງປະຈໍາການ ປ້ອງກັນຄວາມສະຫງົບ ໃນງານບຸນນະມັດສະການພະທາດຫຼວງ ປະຈໍາປີ 2026 ພ້ອມທັງເຂົ້າຮ່ວມ ກິດຈະກໍາສໍາຄັນ ຂອງງານບຸນດັ່ງກ່າວ ຢ່າງເປັນຂະບວນຟົດຟື້ນ.
ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນ ຂອງອົງການກາແດງແຫ່ງຊາດລາວ ໃນວັນທີ 19 ພະຈິກນີ້, ໂດຍການເປັນປະທານ ຂອງທ່ານ ຄໍາລາວັນ ຈັນທະລາວັນ ກໍາມະການສູນກາງພັກເລຂາຄະນະພັກປະທານອົງການກາແດງແຫ່ງຊາດລາວ, ເຂົ້າຮ່ວມມີບັນດາຜູ້ແທນຈາກຂັ້ນສູນກາງ ແລະ ຂັ້ນແຂວງທົ່ວປະເທດ ພ້ອມດ້ວຍຄູ່ຮ່ວມງານພັດທະນາ.
ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ພິທີມອບ - ຮັບ ອຸປະກອນການສຶກສາ ຂອງຄະນະທີມງານສາຍບຸນ ຈາກ ສປ ຈີນ ໃຫ້ແກ່ໂຮງຮຽນມັດທະຍົມສົມບູນສົງ (ມ​ສ ສົງ) ແຂວງຫຼວງພະບາງ,ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ພະ​ຈິກ​ຜ່ານ​ມາທີ່ ມ​ສ ດັ່ງ​ກ່າວ, ໂດຍມີ ສາທຸ ຈັນທະລິນ ຈີນນະທັມໂມ ຮອງປະທານ ອົງການພຸດທະສາສະໜາສັມພັນລາວ (ອພສ) ຫົວໜ້າກັມມາທິການສຶກສາສົງແຂວງ, ທ່ານ ຄຳຄ່ອງ ພົມມະປັນຍາ ປະທານກວດກາພັກ-ອົງການກວດກາລັດແຂວງ, ພ້ອມດ້ວຍ ຜູ້ຕາງໜ້າຈາກພະແນກການກ່ຽວຂ້ອງ ເຂົ້າຮ່ວມ.
ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ງານຕະຫຼາດນັດກາງຄືນຂອງ ເມືອງ​ໂຂງ ແຂວງ​ຈຳ​ປາ​ສັກ ເພື່ອສືບສານສິລະປະໝໍລຳສີພັນດອນ ພາຍໃຕ້ຄຳຂວັນ: “ມົນສະເໜ່ສີພັນດອນ ສືບສານວິຖີຊີວິດ ສ້າງສີສັນຍາມຄ່ຳຄືນ” ຕິດພັນກັບການປະກວດໝໍລຳສີພັນດອນ ໃນລະດັບໂຮງຮຽນມັດທະຍົມສົມບູນ (ມສ) ທົ່ວເມືອງໂຂງ ໄດ້​ປິດ​ລົງ​ຢ່າງຄຶກຄື້ນ ແລະ ມ່ວນຊື່ນ ໃນ​ຄ່ຳ​ຄືນ​ຂອງວັນ​ທີ 19 ພະ​ຈິກ​ຜ່ານ​ມາ ທີ່ ບ້ານ​ເມືອງ​ແສນ ຕາ​ແສງດອນ​ໂຂງ, ໂດຍມີ ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໂຂງ, ທ່ານ ສະເຫຼີມໄຊ ແສງສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ ຕະຫຼອດ​ຮອດ​ປະ​ຊາ​ຊົນ​ຊາວ​ເມືອງ​ໂຂງເຂົ້າຮ່ວມຢ່າງຫຼວງຫຼາຍ.
ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

“ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ມອບເງິນ 500 ລ້ານກີບ ທີ່ໄດ້ຈາກການລະດົມທຶນຈາກສັງຄົມ ໃຫ້ແກ່ໂຮງຮຽນມັດທະຍົມຕອນປາຍທ່າແຂກ ເພື່ອບູລະນະສ້ອມແປງອາຄານ ແລະ ປັບປຸງສະພາບແວດລ້ອມການຮຽນ-ການສອນ.
ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ໄດ້ຈັດກິດຈະກຳ ຮັບບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ, ໃນ​ວັນ​ທີ 20 ພະ​ຈິກ​ນີ້, ໂດຍມີ ທ່ານ ຄຳຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມແຂວງ, ຕາງໜ້າອົງການກາແດງແຂວງ, ພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການ ພາຍໃນແຂວງ ເຂົ້າຮ່ວມ.
ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ກະຊວງການເງິນ ຮ່ວມກັບ ອົງການປົກຄອງແຂວງອັດຕະປື ຈັດກອງປະຊຸມເຜີຍແຜ່ແນະນຳ ແລະ ເປີດນຳໃຊ້ລະບົບໃບເກັບເງິນເອເລັກໂຕຣນິກ (E-Tax Invoice) ແລະ ລະບົບຄຸ້ມຄອງແບບຟອມ ແລະ ເບີກຈ່າຍງົບປະມານພາກລັດແບບເອເລັກໂຕຣນິກ (D-Filing) ໃນວັນທີ 19 ພະຈິກຜ່ານ​ມາ ທີ່ແຂວງອັດ​ຕະ​ປື, ໂດຍມີ ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວ ໜ້າກົມສ່ວຍ ສາອາກອນ ກະຊວງການເງິນ, ມີທ່ານ ນາງ ໄຍຄຳ ສີຊາຊົນ ຮອງຫົວໜ້າພະແນກການເງິນແຂວງອັດຕະປື, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ
ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ບໍລິສັດ ສະມໍລບີ ໄດ້ກະກຽມກໍາລັງພະນັກງານຈໍານວນ 280 ຄົນ ພ້ອມອຸປະກອນ ແລະ ພາຫະນະຮັບໃຊ້ວຽກງານອະນາໄມ, ເກັບມ້ຽນ ແລະຂົນສົ່ງຂີ້ເຫຍື້ອພາຍໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປີ 2026 ໂດຍໄດ້ຈັດກໍາລັງພະນັກງານປະຈໍາການຕະຫຼອດ 24 ຊົ່ວໂມງ ເພື່ອຮັກສາສະພາບແວດລ້ອມພາຍໃນງານບຸນໃຫ້ສະອາດງາມຕາ ແລະ ເປັນລະບຽບຮຽບຮ້ອຍ.
ເພີ່ມເຕີມ