ສ້າງການພົວພັນ ລາວ-ຫວຽດນາມ ໃຫ້ຂຽວສົດງົດງາມ

ຕັດສິນໃຈສືບຕໍ່ເພີ່ມພູນຄູນສ້າງການພົວພັນ ລາວ-ຫວຽດນາມ ໃຫ້ຂຽວສົດງົດງາມ ແລະພັດທະນາຕະຫຼອດໄປ

ຕັດສິນໃຈສືບຕໍ່ເພີ່ມພູນຄູນສ້າງການພົວພັນ ລາວ-ຫວຽດນາມ ໃຫ້ຂຽວສົດງົດງາມ ແລະພັດທະນາຕະຫຼອດໄປ
ໃນວັນທີ 11 ກັນຍາ ນີ້ ທີ່ນະຄອນຫຼວງຮ່າໂນ້ຍສສ ຫວຽດນາມ, ກອງປະຊຸມຂັ້ນສູງ ລະຫວ່າງ ພັກປະຊາຊົນປະຕິວັດລາວ ນໍາໂດຍ ສະຫາຍ ທອງລຸນ ສີສຸລິດເລຂາທິການໃຫຍ່ປະທານປະເທດລາວ ແລະ ພັກກອມມູນິດຫວຽດນາມ ນຳໂດຍ ສະຫາຍ ໂຕ ເລິມເລຂາທິການໃຫຍ່ປະທານປະເທດຫວຽດນາມ

 ໄດ້ເປີດຂຶ້ນຢ່າງເປັນທາງການ ນີ້ເປັນກົນໄກຮ່ວມມືສຳຄັນ ໃນການພົວພັນລະຫວ່າງ ສອງພັກ, ສອງລັດ, ປະກອບສ່ວນສຳຄັນເຂົ້າໃນການຮັດແໜ້ນ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.
ໃນການພົບປະ, ສະຫາຍ ທອງລຸນ ສີສຸລິດເລຂາທິການໃຫຍ່ປະທານປະເທດລາວ ແລະ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ປະທານປະເທດຫວຽດນາມ ໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຂອງແຕ່ລະພັກ ແລະ ແຕ່ລະປະເທດ, ໃນນັ້ນ ລວມມີວຽກງານກໍ່ສ້າງພັກ, ການພັດທະນາເສດຖະກິດ-ສັງຄົມ, ປຶກສາຫາລືແລກປ່ຽນ ກ່ຽວກັບ ສະພາບການສາກົນ, ພາກພື້ນ ແລະ ບັນດາເນື້ອໃນຕ່າງໆທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຮ່ວມກັນ; ຕີລາຄາໝາກຜົນຂອງການຮ່ວມມື ລະຫວ່າງ ສອງປະເທດໃນໄລຍະມໍ່ໆມານີ້, ເຫັນດີເປັນເອກະພາບກັນ ກ່ຽວກັບ ທິດທາງສຳຄັນຂອງການພົວພັນຮ່ວມມື ລາວ-ຫວຽດນາມ ໃນໄລຍະສະເພາະໜ້າ.
ສອງ ສະຫາຍເລຂາທິການໃຫຍ່ປະທານປະເທດທັງສອງ ໄດ້ສະແດງຄວາມຊົມເຊີຍຊຶ່ງກັນ ແລະ ກັນ ຕໍ່ບັນດາຜົນສຳເລັດອັນສຳຄັນຊຶ່ງມີຄວາມໝາຍປະຫວັດສາດ ທີ່ປະຊາຊົນສອງຊາດ ຍາດມາໄດ້ໃນພາລະກິດການປ່ຽນແປງໃໝ່ ກໍຄືການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຂອງແຕ່ລະພັກ; ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຖານມິດສະຫາຍອັນແທ້ຈິງ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດໃຫ້ກັນ ແລະ ກັນ ນັບແຕ່ອະດີດເຖິງປັດຈຸບັນ; ເນັ້ນເຖິງມູນເຊື້ອປະຫວັດສາດ, ຄວາມສາມັກຄີ, ຄວາມໃກ້ຊິດຕິດແທດ ແລະ ການຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ຢືນຢັນວ່າ ສາຍພົວພັນ ລາວ-ຫວຽດນາມ ແມ່ນມໍລະດົກອັນລ້ຳຄ່າ ຂອງປະຊາຊົນສອງປະເທດ, ເປັນປັດໄຈພາວະວິໄສ ແລະເປັນແຫຼ່ງກຳລັງແຮງອັນໃຫຍ່ຫຼວງທີ່ສຸດຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ, ຕ້ອງໄດ້ສືບຕໍ່ເສີມຂະຫຍາຍປົກປັກຮັກສາ ແລະ ສືບທອດໃຫ້ກັບບັນດາຄົນຮຸ່ນຕໍ່ໄປ.
ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ປະທານປະເທດຫວຽດນາມ ໄດ້ຢືນຢັນຢ່າງສະເໝີີຕົ້ນສະ ເໝີປາຍວ່າ ການພົວພັນ ລະຫວ່າງ ຫວຽດນາມ-ລາວ ແມ່ນບຸລິມະສິດອັນດັບຕົ້ນ ໃນນະໂຍບາຍການຕ່າງປະເທດ ຂອງຫວຽດນາມ. ສະຫາຍ ທອງລຸນ ສີສຸລິດເລຂາທິການໃຫຍ່ປະທານປະເທດລາວ ຢືນຢັນວ່າ ບໍ່ວ່າຈະຢູ່ໃນສະພາບການໃດກໍຕາມ, ລາວ ຈະຮ່ວມກັບ ຫວຽດນາມ ປັບປຸງ, ປົກປັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນຄວາມສາມັກຄີແບບພິເສດ ລາວ-ຫວຽດນາມ ໃຫ້ນັບມື້ນັບໄດ້ຮັບການພັດທະນາ, ແຕກດອກອອກຜົນຍິ່ງຂຶ້ນ, ເພື່ອຜົນປະໂຫຍດອັນແທ້ຈິງ ຂອງປະຊາຊົນແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການພັດທະນາຂອງພາກພື້ນ ແລະ ໃນໂລກ.
ສະຫາຍ ທອງລຸນ ສີສຸລິດເລຂາທິການໃຫຍ່ປະທານປະເທດລາວ ແລະ ສະຫາຍ ໂຕ ເລິມເລຂາທິການໃຫຍ່ປະທານປະເທດຫວຽດນາມ ໄດ້ສະແດງຄວາມປິຕິຊົມຊື່ນ, ຕີລາຄາສູງ ຕໍ່ການພົວພັນຮ່ວມມື ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ນັບມື້ພັດທະນາເຂົ້າສູ່ລວງເລິກ, ບັນລຸໄດ້ໝາກຜົນຕົວຈິງໃນທຸກດ້ານ, ປະກອບສ່ວນສໍາຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ເພີ່ມທະວີດ້ານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ມີສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ຢູ່ແຕ່ລະປະເທດ; ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ໄດ້ຮັບການພັດທະນາ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ. ການນຳສອງຝ່າຍ ໄດ້ສະແດງຄວາມຊົມເຊີຍ ຕໍ່ການເພີ່ມທະວີການພົວພັນອັນດີງາມລະຫວ່າງ ລາວ-ຫວຽດນາມ-ກໍາປູເຈຍ ທີ່ນັບມື້ໄດ້ຮັບການພັດທະນາເປັນຢ່າງດີ ແລະ ຖືສຳຄັນຍິ່ງ ກໍຄືມີຄວາມຕ້ອງການຊຸກຍູ້ການພົວພັນຮ່ວມມື ລະຫວ່າງ 3 ພັກ ແລະ 3 ປະເທດ, ໃນນັ້ນປະຕິບັດໝາກຜົນຂອງການພົບປະລະຫວ່າງ ການນຳຂອງສາມພັກ ກໍຄື ບັນດາກົນໄກການຮ່ວມມືກັບຝ່າຍອື່ນໆ.
ໃນການພົບປະດັ່ງກ່າວ, ສະຫາຍ ສອນໄຊ ສີພັນດອນນາຍົກລັດຖະມົນຕີລາວ ແລະ ສະຫາຍຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ໄດ້ຕີລາຄາສູງ ບັນດາໝາກຜົນແຫ່ງການຮ່ວມມື ລະຫວ່າງ 2 ປະເທດໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ, ການສຶກສາ, ວິທະຍາສາດເຕັກໂນໂລຊີ; ພ້ອມກັນນັ້ນໄດ້ນຳສະເໜີບັນດາມາດຕະການສະເພາະ ເພື່ອຍົກສູງປະສິດທິຜົນ ຂອງການຮ່ວມມື; ສອງນາຍົກລັດຖະມົນຕີ ເນັ້ນເຖິງຄວາມຈຳເປັນຕ້ອງໄດ້ສ້າງບາດກ້າວບຸກທະລຸໃນການພັດທະນາເສດຖະກິດ, ການຄ້າ ໃຫ້ສົມຄູ່ກັບການພົວພັນທາງການເມືອງ, ຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງແຕ່ລະປະເທດ, ສຸມໃສ່ແກ້ໄຂບັນດາບັນຫາຄົງຄ້າງໃນການຮ່ວມມື, ຊຸກຍູ້ການຮ່ວມມືທີ່ເຊື່ອມໂຍງ ແລະ ເພີ່ມທະວີການຮ່ວມມືດ້ານເສດຖະກິດຂອງສອງປະເທດ ລາວ-ຫວຽດນາມ ແລະ ລະຫວ່າງ 3 ພື້ນຖານເສດຖະກິດ ລາວ-ຫວຽດນາມ-ກໍາປູເຈຍ.
ບັນດາການນຳຂອງສອງພັກ ແລະ ສອງລັດ ໄດ້ເຫັນດີເປັນເອກະພາບໃນໄລຍະຕໍ່ໜ້າ ໂດຍຕ້ອງໄດ້ຕັ້ງໜ້າຈັດຕັ້ງຜັນຂະຫຍາຍບັນດາທິດທາງສຳຄັນ ທີ່ການນຳຂອງສອງຝ່າຍໄດ້ເອກະພາບກັນ, ສືບຕໍ່ເອົາການພົວພັນດ້ານການເມືອງເຂົ້າສູ່ລວງເລິກ ຊຶ່ງເປັນທິດທາງລວມຂອງການຮ່ວມມື; ປະສານສົມທົບຢ່າງແໜ້ນແຟ້ນໃນບາງບັນຫາຍຸດທະສາດ, ຮ່ວມກັນໃນການກະກຽມຈັດຕັ້ງກອງປະຊຸມພັກ ແຕ່ລະຂັ້ນ ເພື່ອກ້າວໄປເຖິງກອງປະຊຸມໃຫຍ່ຂອງແຕ່ລະພັກ; ເພີ່ມທະວີ ແລະ ເສີມຂະຫຍາຍ ບັນດາເສົາຄ້ຳແຫ່ງການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.
ການນຳສອງປະເທດໄດ້ເຫັນດີ ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານຢ່າງທັນການ, ການປຶກສາຫາລື, ການປະສານງານຢ່າງໃກ້ຊິດ, ສະໜັບສະໜູນຊຶ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ສາກົນ; ປະຕິບັດບັນດາຖະແຫຼງການຮ່ວມ ລາວ-ຫວຽດນາມ ແລະ ຂໍ້ຕົກລົງລະຫວ່າງ 2 ພັກ ແລະ ລັດ ແລະ ບັນດາໂຄງການຮ່ວມມື ລະຫວ່າງ ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ໃຫ້ມີປະສິດທິພາບ, ເພີ່ມທະວີການເຊື່ອມຈອດ ແລະ ການຮ່ວມມື ລະຫວ່າງ ສອງພື້ນຖານເສດຖະກິດ; ຖືສໍາຄັນມາດຕະການແກ້ໄຂຄວາມຫຍຸ້ງຍາກ ແລະ ຂ້ອງຄາ, ຍົກສູງຄຸນນະພາບ ແລະ ປະສິດທິຜົນ ຂອງການຮ່ວມມືລົງທຶນ; ຍົກສູງປະສິດທິພາບ ຂອງການພົວພັນຮ່ວມມື ລະຫວ່າງ ບັນດາອົງການຈັດຕັ້ງມະຫາຊົນ ແລະ ທ້ອງຖິ່ນ, ເປີດກວ້າງການຮ່ວມມື ໂດຍກົງ, ສະໜັບສະໜູນຊຶ່ງກັນ ແລະ ກັນໃນການພັດທະນາເສດຖະກິດ-ສັງຄົມ, ຮັກສາຄວາມໝັ້ນຄົງ ແລະ ຄວາມສະຫງົບປອດໄພຢູ່ເຂດຊາຍແດນ.
ສອງຝ່າຍຢືນຢັນ ຄວາມຈຳເປັນຕ້ອງຍົກສູງປະສິດທິພາບ ຂອງກົນໄກທີ່ມີຢູ່ແລ້ວ, ສືບຕໍ່ການປ່ຽນແປງໃໝ່, ປະດິດສ້າງໃໝ່ ໃນການຍົກສູງປະສິດທິຜົນ ການຮ່ວມມືໃນທຸກຂົງເຂດ, ສ້າງກົນໄກໃໝ່ທີ່ເໝາະສົມ ເພື່ອຮັດແໜ້ນສາຍພົວພັນແບບພິເສດ ລາວ-ຫວຽດນາມ ເພື່ອຜົນປະໂຫຍດຕົວຈິງ ຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ການຮ່ວມມື ແລະ ການພັດທະນາ ໃນພາກພື້ນ ແລະ ໃນໂລກ.
(ຂ່າວ-ພາບ: ກະຊວງການຕ່າງປະເທດ)

ຄໍາເຫັນ

ຂ່າວເດັ່ນ

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດສະໄໝທີ IX ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 23 ທັນວານີ້ ທີ່ ຫໍປະຊຸມແຫ່ງຊາດ. ໂດຍການເປັນປະທານຂອງ ພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ), ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນໍາພັກ-ລັດ, ອົງການຈັດຕັ້ງທີ່ຢູ່ອ້ອມຂ້າງ ພັກ-ລັດ, ຜູ້ແທນພະສົງ, ແນວລາວສ້າງຊາດແຂວງ, ນະຄອນຫຼວງ, ເມືອງ, ທ່ານຜູ້ຊົງຄຸນວຸດທິ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ເພີ່ມເຕີມ