ທະຫານອາສາສະໝັກ ແລະ ຊ່ຽວຊານການທະຫານຫວຽດນາມຢູ່ລາວ

ທະຫານອາສາສະໝັກ ແລະ ຊ່ຽວຊານການທະຫານຫວຽດນາມຢູ່ລາວ ສັນຍາລັກໃຫ້ສາຍພົວພັນຕ່າງປະເທດແບບພິເສດ (30/10/1949-30/10/2024) ຄົບຮອບ 75 ປີ.

ທະຫານອາສາສະໝັກ ແລະ ຊ່ຽວຊານການທະຫານຫວຽດນາມຢູ່ລາວ ສັນຍາລັກໃຫ້ສາຍພົວພັນຕ່າງປະເທດແບບພິເສດ (30/10/1949-30/10/2024) ຄົບຮອບ 75 ປີ.
ໂດຍ: ບຸນມີແສງທຸມມີ ການກໍາເນີດຂອງລັດຖະບານສາທາລະນະລັດປະຊາທິປະໄຕ (ວັນທີ 2/9/1945) ແລະ ລັດຖະບານລາວອິດສະຫຼະລະ (ວັນທີ12/10/1945) ເປັນພື້ນຖານໃຫ້ແກ່ຄວາມສາມັກຄີ

ໂດຍ: ບຸນມີແສງທຸມມີ

ການກໍາເນີດຂອງລັດຖະບານສາທາລະນະລັດປະຊາທິປະໄຕ (ວັນທີ 2/9/1945) ແລະ ລັດຖະບານລາວອິດສະຫຼະລະ (ວັນທີ12/10/1945) ເປັນພື້ນຖານໃຫ້ແກ່ຄວາມສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງສອງຊາດລາວ-ຫວຽດນາມຍົກຂຶ້ນສູ່ລະດັບຮ່ວມສໍາພັນສູ້ຮົບ. ໃນນັ້ນ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມເຄື່ອນໄຫວຢູ່ຜືນແຜ່ນດິນລາວເປັນສັນຍາລັກທີ່ງາມສະຫງ່າ, ຄວາມຜູກຜັນທີ່ແໜ້ນແຟ້ນຂອງນໍ້າໃຈສາມັກຄີພິເສດ.

ໃນວັນທີ 30/10/1949 ຄະນະປະຈໍາສູນກາງພັກຄອມມຸຍນິດອິນດູຈີນໄດ້ຕົກລົງ ໃຫ້ບັນດາກໍາລັງທະຫານຂອງຫວຽດນາມສູ້ຮົບ ແລະ ເຮັດວຽກງານຊ່ວຍລາວຈັດຕັ້ງເປັນລະບົບສະເພາະ ແລະ ຖືກໃສ່ຊື່ວ່າທະຫານອາສາສະໝັກ ນັບແຕ່ນັ້ນມາ. ວັນທີ30/10/1949 ໄດ້ຊື່ວ່າເປັນວັນມູນເຊື້ອທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມຢູ່ລາວ. ນີ້ແມ່ນຂີດໝາຍປະຫວັດສາດສໍາຄັນ, ສ່ອງແສງໃຫ້ເຫັນບາດກ້າວເຕີບໃຫຍ່ຂະຫຍາຍຕົວຂອງກໍາລັງການທະຫານເທິງສະໜາມຮົບລາວ, ຢັ້ງຢືນໃຫ້ເຫັນແນວທາງ, ທັດສະນະຖືກຕ້ອງຂອງພັກໃນການປະຕິບັດໜ້າທີ່ສາກົນ.

ດ້ວຍນໍ້າໃຈສາກົນກະມາຊີບ, ໂດຍປະຕິບັດຕາມຄໍາສັ່ງສອນຂອງປະທານໂຮ່ຈີມິນທີ່ວ່າ: ຊ່ວຍເພື່ອນໝາຍວ່າແມ່ນຊ່ວຍຕົນເອງ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມຢູ່ລາວໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ, ສາມາດເຮັດສໍາເລັດໜ້າທີ່ຢ່າງໂດດເດັ່ນພ້ອມກັບກອງທັບ ແລະ ປະຊາຊົນບັນດາເຜົ່າຂອງລາວຍາດໄດ້ໄຊຊະນະຢ່າງສິ້ນເຊີງໃນສອງໄລຍະຂອງການຕໍ່ຕ້ານພວກລ່າເມືອງຂຶ້ນແບບເກົ່າຂອງຝຣັ່ງ ແລະ ລ່າເມືອງຂຶ້ນແບບໃໝ່ຂອງຈັກກະພັດອາເມລິກາ (1945-1975). ໃນຕະຫຼອດ 39 ປີປະຕິບັດໜ້າທີ່ສາກົນອັນສູງສົ່ງເທິງແຜ່ນດິນລາວ, ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມຢູ່ລາວໄດ້ພ້ອມກັບ ກໍາລັງປະກອບອາວຸດ ແລະ ປະຊາຊົນລາວ ບັນດາເຜົ່າຍາດໄດ້ໄຊຊະນະທີ່ລືຊື່ ລືຊາ, ປະກອບສ່ວນຢ່າງສົມກຽດໃນພາລະກິດປະຕິວັດທີ່ສະຫງ່າອົງອາດຂອງສອງພັກ, ສອງລັດ, ສອງກອງທັບແລະ ປະຊາຊົນສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ, ສົມກັບຄໍາຍ້ອງຍໍສັນລະເສີນຂອງການນໍາພັກ, ລັດ ແລະ ປະຊາຊົນລາວໄດ້ມອບໃຫ້ທີ່ວ່າ: ເທິງຜືນແຜ່ນດິນລາວ, ບໍ່ມີບ່ອນໃດທີ່ບໍ່ມີຮອຍຕີນຂອງທະຫານອາສາສະໝັກຫວຽດນາມ, ບໍ່ມີໄຊຊະນະໃດທີ່ບໍ່ມີການເສຍສະຫຼະປະກອບສ່ວນຂອງທະຫານອາສາສະໝັກຫວຽດນາມ.

ຈົດຈໍາການອຸທິດ, ເສຍສະຫຼະ ແລະ ຊ່ວຍເຫຼືອອັນໃຫຍ່ຫຼວງຂອງທະຫານອາສາສະໝັກ ແລະ ຊ່ຽວຊານທະຫານຫວຽດນາມຢູ່ລາວ, ໃນບົດຄໍາເຫັນຂໍ່ານັບຊົມເຊີຍກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ IV ຂອງພັກແຮງງານຫວຽດນາມ (ປີ1976) ເລຂາທິການໃຫຍ່ໄກສອນພົມວິຫານໄດ້ຢັ້ງຢືນວ່າ: “ທຸກຜົນສໍາເລັດຂອງການປະຕິວັດລາວລ້ວນແຕ່ມີການປະກອບສ່ວນໂດຍກົງຂອງການປະຕິວັດຫວຽດນາມ. ທະຫານອາສາສະໝັກ ແລະ ຊ່ຽວຊານການທະຫານຫວຽດນາມມີສິດເອກອ້າງຍ້ອນການປະກອບສ່ວນເລືອດເນື້ອເຂົ້າໃນໄຊຊະນະຂອງກອງທັບ ແລະ ປະຊາຊົນລາວຕະຫຼອດເສັ້ນທາງອັນຍາວໄກເປັນຫຼາຍສິບປີຕໍ່ສູ້ ແລະ ເຮັດວຽກງານເທິງຜືນແຜ່ນດິນປະເທດລ້ານຊ້າງວິລະຊົນ, ເຮັດສໍາເລັດໜ້າທີ່ຢ່າງດີເລີດ. ສໍາຄັນທີ່ສຸດໃນວັນທີ 30/4/1976 ກົມການເມືອງໄດ້ອອກມະຕິເລກທີ 251/NQ/TW ກ່ຽວກັບການເພີ່ມທະວີຄວາມສາມັກຄີ, ຊ່ວຍເຫຼືອ ແລະ ຮ່ວມມືກັບການປະຕິວັດລາວໃນໄລຍະໃໝ່. ມະຕິໄດ້ຊີ້ແຈງ ເພີ່ມທະວີຄວາມສາມັກຄີ, ຊ່ວຍເຫຼືອ ແລະ ຮ່ວມມືກັບລາວແມ່ນໜຶ່ງໃນບັນດາໜ້າທີ່ສາກົນຈັດເຂົ້າລໍາດັບຕົ້ນຂອງພັກ ແລະ ປະຊາຊົນຫວຽດນາມໃນສະພາບການປັດຈຸບັນ. ພັກ, ລັດ, ກອງທັບປະຊາຊົນລາວ ແລະ ພັກ, ລັດກອງທັບປະຊາຊົນຫວຽດນາມໄດ້ມອບຫຼາຍລາງວັນອັນປະເສີດສູງສົ່ງໃຫ້ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ. ອຸທິດ, ຄວາມເສຍສະຫຼະອັນໃຫຍ່ຫຼວງຂອງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມຢູ່ລາວ.

ໃນຊຸມປີຕໍ່ໜ້າ ຕໍ່ພາລະກິດກໍ່ສ້າງ ແລະ ປົກປັກຮັກສາຂອງສອງປະເທດ, ແນ່ໃສ່ເສີມຂະຫຍາຍໝາກຜົນອັນໃຫຍ່ຫຼວງໃນສາຍພົວພັນພິເສດ ແລະ ມູນເຊື້ອຮັກຊາດ; ລັດທິວິລະຊົນປະຕິວັດຂອງສອງຊາດຫວຽດນາມ-ລາວ, ມູນເຊື້ອສະຫງ່າງາມຂອງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມຢູ່ລາວ. ດັ່ງນັ້ນ, ລາວ-ຫວຽດນາມ ສືບຕໍ່ເພີ່ມທະວີ ແລະ ເສີມຂະຫຍາຍມູນເຊື້ອທີ່ປະເສີດ ຂອງສອງປະເທດ, ພິເສດແມ່ນບົດຮຽນແຕ່ລະບວນວິວັດເຄື່ອນໄຫວຂອງທະຫານອາສາສະໝັກ ແລະ ຊ່ຽວຊານການທະຫານຫວຽດນາມຢູ່ລາວມີຄວາມໝາຍສຸດທີ່ສໍາຄັນໃນການສືບຕໍ່ກໍ່ສ້າງປັບປຸງນໍ້າໃຈ ສາມັກຄີສູ້ຮົບພິເສດລະຫວ່າງປະຊາຊົນສອງປະເທດ. ເພື່ອເອກອ້າງທະນົງໃຈໃຫ້ປະຊາຊົນຫວຽດນາມ ແລະ ປະຊາຊົນລາວຮຸ້ນຕ່າງໆ ໂດຍສະເພາະແມ່ນຄົນຮຸ່ນໜຸ່ມ, ເພື່ອສືບຕໍ່ຖະນຸບໍາລຸງເພີ່ມພູນຄູນສ້າງສາຍພົວພັນພິເສດຂຶ້ນສູ່ລະດັບສູງໃໝ່ສົມທົບກັບການອຸທິດ, ເສຍສະຫຼະຂອງຮຸນຄົນກ່ອນ, ຮຸ່ນອ້າຍ, ຮຸ່ນນ້ອງທີ່ໄດ້ລົ້ມຫາຍຕາຍຈາກເພື່ອພາລະກິດເອກະລາດອິດສະຫຼະພາບຂອງສອງຊາດ ລາວ ແລະ ຫວຽດນາມ.

ໂດຍ: ບຸນມີແສງທຸມມີ

ຄໍາເຫັນ

ຂ່າວການຮ່ວມມື

ອຸດົມການດຽວກັນ ແນວທາງສອດຄ່ອງຮ່ວມກັນກ້າວໜ້າ

ອຸດົມການດຽວກັນ ແນວທາງສອດຄ່ອງຮ່ວມກັນກ້າວໜ້າ

ການເສີມສ້າງຮາກຖານທີ່ໝັ້ນຄົງໃຫ້ຄູ່ຮ່ວມຊາຕາກໍາ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່ ດ້ວຍການຮ່ວມມືທີ່ເປັນຮູບປະທຳ ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ. ລາວ ແລະ ຈີນ ສອງປະເທດມີພູຜາ ແລະ ສາຍນ້ຳເຊື່ອມຕໍ່ກັນ, ມີແນວຄວາມຄິດທີ່ສອດຄ່ອງກັນ, ເປັນປະເທດເພື່ອນບ້ານສັງຄົມນິຍົມທີ່ໄດ້ສ້າງສາຍພົວພັນອັນເລິກເຊິ່ງໃນຖານະ “ເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ”. ນັບຕັ້ງແຕ່ສ້າງສາຍພົວພັນການທູດຢ່າງເປັນທາງການໃນປີ 1961 ເປັນຕົ້ນມາ, ການພົວພັນລາວ-ຈີນ ໄດ້ຜ່ານຜ່າບົດທົດສອບທີ່ເໝືອນດັ່ງພາຍຸລົມແດງຕະຫຼອດ 65 ປີ ແລະ ຍິ່ງແຂງແກ່ນຂຶ້ນ. ໃນເດືອນມິຖຸນາປີນີ້, ຜູ້ນຳສູງສຸດຂອງສອງປະເທດໄດ້ຮ່ວມກັນກຳນົດຖານະໃໝ່ໃນການຮ່ວມມືກັນສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ທີ່ເຂັ້ມແຂງໜຽວ ແໜ້ນໃນທຸກສະພາບການຂອງຍຸກໃໝ່.
ສໍາມະນາກອນສື່ມວນຊົນລາວ ຢ້ຽມຢາມໜັງສືພິມກອງທັບປະຊາຊົນຫວຽດນາມ

ສໍາມະນາກອນສື່ມວນຊົນລາວ ຢ້ຽມຢາມໜັງສືພິມກອງທັບປະຊາຊົນຫວຽດນາມ

ສໍາມະນາກອນຊຸດຝຶກອົບຮົມວຽກງານພະນັກງານນໍາພາ-ຄຸ້ມຄອງວຽກງານສື່ມວນຊົນ ສປປ ລາວ ຢູ່ ສສ ຫວຽດນາມ ໄລຍະ 2 ເດືອນ ນຳໂດຍ ທ່ານ ນາງ ກອງບຸນ ສຸລິວົງ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ນຳພາຄະນະຢ້ຽມຢາມເພື່ອພົບປະແລກປ່ຽນບົດຮຽນດ້ານການຜະລິດເນື້ອຫາຂ່າວ ແລະ ການພັດທະນາສື່ມວນຊົນໃນຍຸກດິຈິຕອນກັບໜັງສືພິມກອງທັບປະຊາຊົນຫວຽດນາມ,ເມື່ອບໍ່ດົນມານີ້,ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໃຫ້ການຕ້ອນຮັບໂດຍ ທ່ານ ພັນເອກພິເສດ ຫງວຽນ ຮົ່ງ ຫາຍ ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ, ທ່ານ ຫງວຽນ ດຶກຕວ່ານ ຮອງຜູ້ອຳນວຍການສະຖາບັນສື່ມວນຊົນ ແລະ ໂຄສະນາ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມວິທະຍາສາດ ວຽກງານໄອຍະການ ລາວ-ຣັດເຊຍ

ກອງປະຊຸມວິທະຍາສາດ ວຽກງານໄອຍະການ ລາວ-ຣັດເຊຍ

ກອງປະຊຸມວິທະຍາສາດ ວຽກງານໄອຍະການ ລາວ-ຣັດເຊຍ ໄດ້ຈັດຂຶ້ນໃນວັນທີ 20 ພະຈິກນີ້ ທີ່ອົງການໄອຍະການປະຊາຊົນສູງສຸດ(ອອປສ) ພາຍໃຕ້ຫົວຂໍ້ “ການປົກປ້ອງສິດທິເດັກ ແລະ ມາດຕະການຕ້ານການກໍ່ອາຊະຍາກຳຕໍ່ເດັກ ຂອງອົງການໄອຍະການ ລາວ-ຣັດເຊຍ” ໂດຍການເຂົ້າຮ່ວມຂອງ ທ່ານ​ ພຸດທະວົງ​ ບົວລະພາ​ ຫົວໜ້າ​ກົມຮ່ວມມືກັບຕ່າງປະເທດ ອອປສ, ທ່ານ ອາເລັກເຊວລາດີມີໂຣວິຊ ຄອສຕຣີຢາຄອຟຮອງຫົວໜ້າກົມກວດກາການປະຕິບັດການຄຸ້ມຄອງສິດ, ເສລີພາບ ແລະ ຜົນປະໂຫຍດອັນຊອບທຳຂອງເຍົາວະຊົນ ກົມໃຫຍ່ຄຸ້ມຄອງການປະຕິບັດກົດໝາຍລັດຖະບານກາງ. ມີບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າສະຖາບັນ, ຕາງໜ້າອົງການໄອຍະການທະຫານ ອ້ອມຂ້າງ ອົງການໄອຍະການປະຊາຊົນສູງສຸດ, ພ້ອມດ້ວຍຜູ້ຕາງໜ້າຈາກອົງການຍຸຕິທໍາ ແລະ ພາກສ່ວນກ່ຽວຂ້ອງອ້ອມຂ້າງສູນກາງ ເຂົ້າຮ່ວມ.
ພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ

ພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ

ໃນວັນທີ19ພະຈິກນີ້ ທີ່ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນສໍາລັບການພັດທະນາເສດຖະກິດ-ສັງຄົມຂອງສປປລາວຈໍານວນ2ໂຄງການຄື: ໂຄງການຕິດຕາມກວດກາຄຸນນະພາບນໍ້າແລະໂຄງການສະໜອງອຸປະກອນມອດໄຟ. ຕາງໜ້າລັດຖະບານແຫ່ງສປປລາວຮ່ວມລົງນາມໂດຍທ່ານອານຸພາບວົງໜໍ່ແກ້ວຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງສປປລາວແລະຕາງໜ້າລັດຖະບານຍີ່ປຸ່ນລົງນາມໂດຍທ່ານໂຄອິຊຶມິຊຶໂຕະມຸ (Mr. KOIZUMI Tsutomu) ເອກອັກຄະຣາຊະທູດຍີ່ປຸ່ນປະຈໍາສປປລາວໂດຍມີຜູ້ຕາງໜ້າຈາກບັນດາກະຊວງແລະພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
60 ປີ ລາວ-ມາເລເຊຍຮ່ວມສ້າງອະນາຄົດຜ່ານການເປັນຄູ່ຮ່ວມມືທີ່ເຂັ້ມແຂງ

60 ປີ ລາວ-ມາເລເຊຍຮ່ວມສ້າງອະນາຄົດຜ່ານການເປັນຄູ່ຮ່ວມມືທີ່ເຂັ້ມແຂງ

ປີ 2026 ຖືເປັນຂີດໝາຍປະຫວັດສາດສຳຄັນຂອງສາຍພົວພັນລະຫວ່າງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວແລະມາເລເຊຍເນື່ອງໃນໂອກາດຄົບຮອບ60 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດ (1/7/1966-1/7/2026). ຕະຫຼອດຫົກທົດສະວັດຜ່ານມາ, ສາຍພົວພັນຂອງສອງປະເທດໄດ້ພັດທະນາຈາກມິດຕະພາບອັນດີງາມ ສູ່ການເປັນຄູ່ຮ່ວມມືທີ່ໃກ້ຊິດ ແລະ ຮອບດ້ານ ຊຶ່ງກວມເອົາການຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ, ການຄ້າ, ການລົງທຶນ, ພະລັງງານ, ການສຶກສາ, ວັດທະນະທຳ ແລະ ການພັດທະນາຊັບພະຍາກອນມະນຸດ.
ຄະນະຜູ້ແທນສະພາແຫ່ງຊາດລາວເຂົ້າຮ່ວມຫາລືໃນຂອບກອງປະຊຸມAIPA

ຄະນະຜູ້ແທນສະພາແຫ່ງຊາດລາວເຂົ້າຮ່ວມຫາລືໃນຂອບກອງປະຊຸມAIPA

‎​ ວັນທີ19ພະຈິກຜ່ານມາທີ່ນະຄອນຫຼວງມະນິລາປະເທດຟີລິບປິນ, ຄະນະຜູ້ແທນສະພາແຫ່ງຊາດແຫ່ງສປປ ລາວໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມປຶກສາຫາລືແລະພິຈາລະນາຮ່າງມະຕິຂອງບັນດາກຳມາທິການຕ່າງໆໃນຂອບກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນຫຼືໄອປາ (AIPA) ຄັ້ງທີ47ຊຶ່ງໄດ້ສຸມໃສ່ບັນດາວຽກງານທີ່ສຳຄັນດັ່ງນີ້: ກຳມາທິການການເມືອງໄດ້ປຶກສາຫາລືກ່ຽວກັບບົດບາດຂອງລັດຖະສະພາໃນການຮັກສາສັນຕິພາບ, ຄວາມໝັ້ນຄົງກໍຄືການເສີມຂະຫຍາຍຄວາມເປັນແກນກາງຂອງອາຊຽນ,​​ ກຳມາທິການເສດຖະກິດໄດ້ຮ່ວມກັນຊຸກຍູ້ການເຊື່ອມຈອດທາງດ້ານເສດຖະກິດພາກພື້ນ, ການຫັນເປັນດີຈີຕອນລວມທັງການພັດທະນາແບບຍືນຍົງ,​ ​ກຳມາທິການສັງຄົມໄດ້ພິຈາລະນາຮ່າງມະຕິວ່າດ້ວຍການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການສຶກສາທີ່ມີຄວາມທົນທານຕໍ່ໄພພິບັດພ້ອມທັງປົກປ້ອງກຸ່ມຄົນດ້ອຍໂອກາດໃນສັງຄົມ,​ ກຳມາທິການການຈັດຕັ້ງ​ໄດ້ຄົ້ນຄວ້າວຽກງານພາຍໃນຂອງAIPA ແລະກະກຽມຄວາມພ້ອມໃນການຮັບຮອງເອົາລັດຖະສະພາແຫ່ງຊາດຕີມໍ-ແລັດສະເຕເຂົ້າເປັນສະມາຊິກສົມບູນລຳດັບທີ11.​
ປະທານອົງການກວດກາ ຕ້ອນຮັບທູດຍີ່ປຸ່ນ ເຂົ້າຢ້ຽມຂໍ່ານັບອຳລາ

ປະທານອົງການກວດກາ ຕ້ອນຮັບທູດຍີ່ປຸ່ນ ເຂົ້າຢ້ຽມຂໍ່ານັບອຳລາ

ໃນວັນທີ 19 ພະຈິກນີ້ທີ່ຫ້ອງຮັບແຂກ ຄະນະກວດກາສູນກາງພັກ, ທ່ານ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກຄະນະເລຂາທິການສູນກາງພັກປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ພ້ອມດ້ວຍຄະນະ ໄດ້ໃຫ້ການຕ້ອນຮັບ ທ່ານ ໂຄອິຊຶມິ ຊຶໂຕມຸ (H.E. Tsutomu Koizumi) ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງຍີ່ປຸ່ນ ປະຈຳ ສປປ ລາວ ພ້ອມຄະນະ ເຂົ້າຢ້ຽມຂໍ່ານັບອຳລາ ໃນໂອກາດທີ່ທ່ານທູດ ໄດ້ສຳເລັດພາລະກິດການທູດ ແລະ ສິ້ນສຸດວາລະການປະຈຳການຢູ່ ສປປ ລາວ.
ນາຍົກລັດຖະມົນຕີໃຫ້ກຽດຕ້ອນຮັບຄະນະຜູ້ແທນກອງປະຊຸມໂຕະມົນ

ນາຍົກລັດຖະມົນຕີໃຫ້ກຽດຕ້ອນຮັບຄະນະຜູ້ແທນກອງປະຊຸມໂຕະມົນ

ໃນຕອນແລງວັນທີ 19 ພະຈິກຜ່ານມາທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຄະນະຜູ້ແທນກອງປະຊຸມໂຕະມົນປະຈໍາປີ 2026ຊຶ່ງນໍາພາໂດຍທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີກະຊວງການເງິນ, ພ້ອມດ້ວຍ ທ່ານບັກໂຮເດຍ ເບີຄະນ໋ອຟ ຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາລາວ, ບັນດາທ່ານເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈໍາລາວ.
ສະຖານທູດຫວຽດນາມ ຈັດງານວັນວັດທະນະທຳອາຫານຫວຽດນາມ ຢູ່ລາວ

ສະຖານທູດຫວຽດນາມ ຈັດງານວັນວັດທະນະທຳອາຫານຫວຽດນາມ ຢູ່ລາວ

ສະຖານທູດຫວຽດນາມປະຈຳລາວ ໄດ້ຈັດງານວັນວັດທະນະທຳອາຫານຫວຽດນາມຢູ່ລາວ ປະຈຳປີ 2026 ຂຶ້ນໃນວັນທີ 19 ພະຈິກນີ້ ທີ່ສຳນັກງານສະຖານຫວຽດນາມ ປະຈຳ ສປປ ລາວນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານສະພາທິດສະດີສູນກາງພັກ, ມີທ່ານ ທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ, ທ່ານ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳລາວ, ມີການນຳພັກ-ລັດ, ອະດີດການນຳພັກ-ລັດ, ບັນດາທູຕານຸອຸປະທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈຳລາວ ແລະ ພາກສ່ວນທີ່ກ່ຽວເຂົ້າຮ່ວມ.
ຜູ້ແທນຂັ້ນສູງພັກປປ ລາວ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ເກົາຫຼີ

ຜູ້ແທນຂັ້ນສູງພັກປປ ລາວ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ເກົາຫຼີ

ໃນລະຫວ່າງວັນທີ 17-21 ພະຈິກນີ້, ສະຫາຍ ອານຸພາບ ຕຸນາລົມຄະນະເລຂາທິການສູນກາງພັກຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ນຳພາຄະນະຜູ້ແທນຂອງພັກປະຊາຊົນປະຕິວັດລາວ ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ເກົາຫຼີ. ຈຸດປະສົງການຢ້ຽມຢາມຄັ້ງນີ້ ເພື່ອຈັດຕັ້ງປະຕິບັດແຜນການຮ່ວມມື ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກແຮງງານເກົາຫຼີ ໄລຍະປີ 2022-2027 ກໍຄືການຜັນຂະຫຍາຍຜົນການພົບປະສຸດຍອດ ລະຫວ່າງ ການນໍາສູງສຸດຂອງສອງປະເທດ ໃນໂອກາດຢ້ຽມຢາມລັດຖະກິດ ສປປ ເກົາຫຼີ ຢ່າງເປັນທາງການ ໃນເດືອນຕຸລາ 2025 ໃຫ້ເປັນຮູບປະທຳ; ທັງເປັນການປະກອບສ່ວນສຳຄັນ ເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ - ສປປ ເກົາຫຼີ ໃຫ້ນັບມື້ນັບໄດ້ຮັບການເສີມຂະຫຍາຍ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ.
ເພີ່ມເຕີມ