ທະຫານແຂວງຈຳປາສັກ ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານມີຜົນສຳເລັດຫຼາຍດ້ານ

ທະຫານແຂວງຈຳປາສັກ ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານມີຜົນສຳເລັດຫຼາຍດ້ານ
ໂດຍ: ດາວົງ ບຸດຕະວົງ
       ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ, ສະຫາຍ ພັນເອກ ແຫວນຄໍາ ຈະເລີນວົງ ຮອງເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຈຳປາສັກ ໄດ້ໃຫ້ສຳພາດວ່າ: ກອງທັບປະຊາຊົນລາວໄດ້ມີຄວາມເຕີບໃຫຍ່ເຂັ້ມແຂງນັບແຕ່ມື້ສ້າງຕັ້ງຂຶ້ນມາ ພາຍໃຕ້ການນຳພາຂອງທ່ານປະທານ ໄກສອນ ພົມວິຫານ ຜູ້ນຳທີ່ຍິ່ງໃຫຍ່ໄດ້ນຳພາ-ບັນຊາກຳລັງນ້ອຍ-ໃຫຍ່ສູ້ຮົບກັບພວກລ່າເມືອງຂຶ້ນແບບເກົ່າຈົນໄດ້ຮັບໄຊຊະນະ. ໃນນາມຕາງໜ້າກຳລັງປະກອບອາວຸດທ້ອງຖິ່ນແຂວງ ຂໍຈາລຶກ ແລະ ຮູ້ບຸນຄຸນ ຄຸນງາມຄວາມດີຂອງພັກ ແລະ ລັດຖະບານ ຊຶ່ງຍາມໃດກໍໄດ້ເອົາໃຈໃສ່ຊີ້ນຳໆພາກຳລັງປະກອບອາວຸດ ໂດຍສະເພາະກອງທັບປະຊາຊົນລາວ ກໍຄືກຳລັງຫຼວງ, ກຳລັງທ້ອງຖິ່ນ, ກຳລັງທະຫານຮາບກອງຫຼອນ ເພື່ອພ້ອມກັນຕີຕ້ານສັດຕູຜູ້ຮຸກຮານ ສາມາດນໍາພາປົດປ່ອຍປະເທດຊາດໂດຍສຽງປືນບໍ່ແຕກ ໃນການນຳໃຊ້ 3 ບາດຄ້ອນຍຸດທະສາດ. ນັ້ນແມ່ນວິລະກຳອັນລໍ້າເລີດຂອງພັກປະຊາຊົນປະຕິວັດລາວ. ກອງທັບປະຊາຊົນໄດ້ເປັນຫຼັກແຫຼ່ງໃນການປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໄດ້ປັບປຸງບູລະນະທາງດ້ານຊີວິດການເປັນຢູ່ ເຮັດໃຫ້ວັດທະນະທໍາສັງຄົມສີວິໄລ ຮຸ່ງເຮືອງເຫຼືອງເຫຼື້ອມ ເຮັດໃຫ້ຊື່ສຽງຂອງປະເທດຊາດ ໂດຍສະເພາະຢູ່ແຂວງຈຳປາສັກມີຊີວິດການເປັນຢູ່ດີຂຶ້ນ.
     ຂ້າພະເຈົ້າຂໍຈາລຶກ ແລະ ຮູ້ບຸນຄຸນການນຳພັກ-ລັດ ທີ່ຍາມໃດກໍໄດ້ຊີ້ນຳຢ່າງໃກ້ຊິດຕິດແທດ ໂດຍສະເພາະກຳລັງປະກອບອາວຸດທ້ອງຖິ່ນແຂວງຈຳປາສັກ ເຫັນໄດ້ວິລະກຳອັນລໍ້າເລີດໃນການຕໍ່ສູ້ປົດປ່ອຍຊາດ ກໍຄືໃນໄລຍະປົກປັກຮັກສາປະເທດຊາດຈົນເຖີງປັດຈຸບັນ. 
      ເພື່ອໃຫ້ສົມກັບບົດບາດຊື່ສຽງຂອງກອງທັບປະຊາຊົນລາວ, ຄະນະພັກ-ຄະນະບັນຊາໄດ້ເອົາໃຈໃສ່ຈັດຕັ້ງເຜີຍແຜ່ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ຕິດພັນກັບການດຳເນີນຊີວິດການເມືອງໃຫ້ແຕ່ລະກົມກອງ ເພື່ອເຮັດໃຫ້ວຽກງານດັ່ງກ່າວເປັນຂະບວນການຟົດຟື້ນ. ໃນນັ້ນໄດ້ຊຸກຍູ້ບັນດາກົມກອງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານເປັນຕົ້ນ ວຽກງານເຮັດໃຫ້ສະພາບການມີຄວາມສະຫງົບ, ຈັດຕັ້ງພະນັກງານລົງກໍ່ສ້າງຮາກຖານການເມືອງຕາມສາຍຕັ້ງ ສາຍຂວາງ, ເອົາໃຈໃສ່ວຽກງານກຽມພ້ອມສູ້ຮົບໃນພາວະປົກກະຕິ, ຊຸກຍູ້ຄະນະພັກ-ຄະນະບັນຊາເອົາໃຈໃສ່ຈັດວາງກຳລັງຕາມບໍລິເວນຊາຍແດນ, ຕ້ານ ແລະ ສະກັດກັ້ນຄວາມບໍ່ສະຫງົບຕາມບໍລິເວນຊາຍແດນເປັນຕົ້ນ ຄ້າຂາຍເຖື່ອນ, ລັກລອບຂ້າມແດນ ເພື່ອເຮັດໃຫ້ຊາຍແດນມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍດີ. ເວົ້າສະເພາະບັນດາກົມກອງຕົວເມືອງຂອບເຂດແນວຫຼັງ ໄດ້ປະຕິບັດວຽກງານປະຈຳການ, ຈັດຕັ້ງເຄື່ອນໄຫວປ້ອງກັນເວນຍາມ, ເອົາໃຈໃສ່ປັບປຸງກໍ່ສ້າງກຳລັງ ສຶກສາອົບຮົມ-ການເມືອງນຳພາແນວຄິດໃຫ້ແກ່ພະນັກງານັກຮົບ, ຍົກສູງສະຕິລະວັງຕົວກຽມພ້ອມສູ້ຮົບຈຳ ແນກໄດ້ມິດສັດຕູຢ່າງຈະແຈ້ງ, ນຳພາກົມກອງຝຶກແອບຮໍ່າຮຽນດ້ານສິລະປະຍຸດ-ຍຸດທະວິທີ. ຄຽງຄູ່ກັນນັ້ນ, ໄດ້ນຳພາກົມກອງເກັບກ່ຽວເຂົ້ານາປີ, ກໍ່ສ້າງເຄຫະສະຖານ, ສະຖານທີ່ປົດຄ້າຍຂອງກອງຮ້ອຍທະຫານຊາຍແດນໃຫ້ມີທີ່ພັກພາອາໃສແໜ້ນໜາຖາວອນ, ເອົາໃຈໃສ່ວຽກງານຄຸ້ມຄອງປົກປັກຮັກສາພາຫະນະ-ອາວຸດລູກກະສູນເພື່ອນຳໃຊ້ໃຫ້ໄດ້ຍາວນານ, ໄດ້ມີການພົວພັນຮ່ວມມືກັບປະເທດເພື່ອນມິດຍຸດທະສາດ ພິເສດແມ່ນແຂວງແຮກສ່ຽວ ກໍຄືກອງບັນຊາການທະຫານແຂວງກວາງຫງາຍ, ແຂວງບິ້ງດິ້ງ.
  
    
    ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ, ໃນນາມຕາງໜ້າກອງບັນຊາການທະຫານແຂວງ ຂໍອວຍພອນໄຊອັນປະເສີດມາຍັງພະນັກງານ-ນັກຮົບ, ນາຍ ແລະ ພົນທະຫານທັງໝົດທີ່ເຮັດໜ້າທີ່ຕາມບໍລິເວນຊາຍແດນໃນຂອບເຂດທົ່ວປະເທດ ຈົ່ງມີສຸຂະພາບເຂັ້ມແຂງ, ມີພາລະນາໄມສົມບູນ ພ້ອມກັນເຮັດສຳເລັດທຸກໜ້າທີ່ໆພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ຢ່າງມີຜົນສຳເລັດ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ເພີ່ມເຕີມ