![]() |
ສະຫາຍ ພັນໂທ ບຸນເພັງ ແສງສຸລີ ຄະນະປະຈໍາພັກ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ, ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ, ສະບັບເລກທີ 4539, 4542, 4351, 4348, 4854, 4851,/ກປທ ນະຄອນຫຼວງວຽງຈັນ, ລົງວັນທີ 24/07/2025 ວ່າດ້ວຍການເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານຢູ່ກອງບັນຊາການທະຫານແຂວງຜົ້ງສາລີ. ໃນນີ້, ເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນຮ້ອຍເອກຂຶ້ນຊັ້ນພັນຕີຈໍານວນ 88 ສະຫາຍ ຍິງ 6 ສະຫາຍ, ເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນຮ້ອຍໂທຂຶ້ນຊັ້ນຮ້ອຍເອກຈໍານວນ 99 ສະຫາຍ ຍິງ 11 ສະຫາຍ, ເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນຮ້ອຍຕີຂຶ້ນຊັ້ນຮ້ອຍໂທ 99 ສະຫາຍ ຍິງ 8 ສະຫາຍ.
ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ໄດ້ໂອ້ລົມ ຊຶ່ງກ່ອນອື່ນສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ໄດ້ຖືກເລື່ອນຊັ້ນ, ເລື່ອນທຽບຊັ້ນໃໝ່ ພ້ອມທັງໄດ້ເນັ້ນໜັກບາງບັນຫາສໍາຄັນ ຈົ່ງພ້ອມກັນຫ້າວຫັນເຮັດສໍາເລັດໜ້າທີ່ການເມືອງຂອງຕົນໃຫ້ດີຂຶ້ນກວ່າເກົ່າ, ເປັນແບບຢ່າງທີ່ດີໃນການປະຕິບັດຂໍ້ກໍານົດກົດລະບຽບຂອງພັກ-ກົດໝາຍຂອງລັດ ແລະ ຂອງກົມກອງວາງອອກຢ່າງເຂັ້ມງວດ, ມີຄວາມສາມັກຄີພາຍໃນໝູ່ຄະນະ ແລະ ພະນັກງານ-ນັກຮົບ ພາຍໃນກົມກອງເພື່ອເຮັດໃຫ້ກົມກອງມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍຢ່າງໜັກແໜ້ນ. ນອກຈາກນີ້, ສະຫາຍຍັງໄດ້ຮຽກຮ້ອງໃຫ້ພ້ອມກັນປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກໃຫ້ປະກົດຜົນເປັນຈິງ.
(ຂ່າວ-ພາບ: ທອງໄຊ ແສງອຸດົມ)
ຄໍາເຫັນ