ທ່າອ່ຽງສະພາບອັດຕາເງິນເຟີ້ຂອງ ສປປ ລາວ ໃນ 3 ເດືອນຕົ້ນປີ

ທ່າອ່ຽງສະພາບອັດຕາເງິນເຟີ້ຂອງ ສປປ ລາວ ໃນ 3 ເດືອນຕົ້ນປີ

ທ່າອ່ຽງສະພາບອັດຕາເງິນເຟີ້ຂອງ ສປປ ລາວ ໃນ 3 ເດືອນຕົ້ນປີ
ໂດຍ: ສ.ບຸດປະຊາ ອັດຕາເງິນເຟີ້ຂອງ ສປປ ລາວ ໃນໄລຍະ 3 ເດືອນຕົ້ນປີ 2025 ໄດ້ມີຈັງຫວະທີ່ຊ້າລົງຕິດຕໍ່ກັນ ຊຶ່ງສາເຫດຕົ້ນຕໍ ທີ່ສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ໄດ້ລະບຸໃນບົດລາຍງານອັດຕາເງິນເຟີ້ ປະຈໍາເດືອນມັງກອນ, ກຸມພາ ແລະ ມີນາ

 

 ຊຶ່ງໂດຍລວມແມ່ນຍ້ອນສະພາບອັດຕາແລກປ່ຽນທີ່ສືບຕໍ່ມີສະຖຽນລະພາບດີຂຶ້ນ ແລະ ສະພາບການຜະລິດໂດຍສະເພາະສິນຄ້າກະສິກຳ ຍັງສືບຕໍ່ສະໜອງໄດ້ຕາມຄວາມຕ້ອງການ; ພ້ອມນັ້ນ, ລາຄາສິນຄ້ານໍາເຂົ້າ ລວມທັງນໍ້າມັນເຊື້ອໄຟ ຢູ່ຕະຫຼາດໂລກບໍ່ເໜັງຕີງຫຼາຍ.

ໃນເດືອນມັງກອນ ປີ 2025, ອັດຕາເງິນເຟີ້ຂອງ ສປປ ລາວ ຍັງສືບຕໍ່ເໜັງຕີງເພີ່ມຂຶ້ນໃນຈັງຫວະທີ່ຊ້າລົງຈາກເດືອນທັນວາ ປີ 2024, ອັດຕາເງິນເຟີ້ຢູ່ໃນລະດັບ 15.5% (ເດືອນທັນວາ ປີ 2024 ແມ່ນ 16.9%) ເຫັນວ່າຫຼາຍໝວດສິນຄ້າແມ່ນມີການເໜັງຕີງເພີ່ມຂຶ້ນເລັກນ້ອຍ ເມື່ອສັງເກດເບິ່ງໝວດສິນຄ້າທີ່ມີອັດຕາເງິນເຟີ້ສູງກວ່າໝູ່ແມ່ນໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ ມີອັດຕາເງິນເຟີ້ຢູ່ໃນລະດັບ 24.7%,ຖັດລົງມາແມ່ນໝວດຮັກສາສຸຂະພາບ ແລະ ຢາ ຢູ່ໃນລະດັບ 23.3%, ໝວດການສຶກສາ 22.4%, ໝວດເຄື່ອງໃຊ້ໃນເຮືອນ 22.2%, ໝວດຮ້ານອາຫານ ແລະ ໂຮງແຮມ 20.3%, ໝວດເຫຼົ້າ ແລະ ຢາສູບ 19.4%, ໝວດສິນຄ້າ ແລະ ບໍລິການອື່ນໆ 18.7%, ໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ຊຶ່ງເປັນໝວດສິນຄ້າທີ່ມີນໍ້າໜັກການຊົມໃຊ້ກວມເອົາຫຼາຍກວ່າໝູ່ ມີອັດຕາເງິນເຟີ້ຢູ່ທີ່ລະດັບ 14.4%, ໝວດຄົມມະນາຄົມ ແລະ ການຂົນສົ່ງ ຢູ່ໃນລະດັບ 11.4%.

ຂະນະທີ່ອັດຕາເງິນເຟີ້ປະຈໍາເດືອນກຸມພາ ປີ 2025ກໍໄດ້ສືບຕໍ່ເໜັງຕີງເພີ່ມຂຶ້ນໃນຈັງຫວະທີ່ຊ້າລົງຈາກເດືອນມັງກອນປີນີ້, ອັດຕາເງິນເຟີ້ ຢູ່ໃນລະດັບ 12.7% (ເດືອນມັງກອນ ປີ 2025 ແມ່ນ 15.5%) ຊຶ່ງທຸກໝວດສິນຄ້າ ເໜັງຕີງເພີ່ມຂຶ້ນໃນຈັງຫວະທີ່ຊ້າລົງ; ໃນນີ້, ໝວດສິນຄ້າທີ່ມີອັດຕາເງິນເຟີ້ສູງກວ່າໝູ່ແມ່ນໝວດຮັກສາສຸຂະພາບ ແລະ ຢາ ມີອັດຕາເງິນເຟີ້ຢູ່ໃນລະດັບ 22.7%, ຖັດລົງມາແມ່ນໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ 21.8%, ໝວດການສຶກສາ 20.7%, ໝວດເຄື່ອງໃຊ້ໃນເຮືອນ 20.3%, ໝວດຮ້ານອາຫານ ແລະ ໂຮງແຮມ 19%,ໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ 10.8%, ໝວດຄົມມະນາຄົມ ແລະ ຂົນສົ່ງ 8.7%.

ສຳລັບເດືອນມີນາ ປີ 2025, ສະພາບອັດຕາເງິນເຟີ້ ກໍຍັງສືບຕໍ່ເໜັງຕີງເພີ່ມຂຶ້ນໃນຈັງຫວະທີຊ້າລົງ ມາຢູ່ທີ່ລະດັບ 11.2%; ໃນນັ້ນ, ໝວດສິນຄ້າທີ່ມີອັດຕາເງິນເຟີ້ເພີ່ມຂຶ້ນຫຼາຍກວ່າໝູ່ແມ່ນໝວດທີ່ພັກອາໄສ, ນ້ໍາປະປາ, ໄຟຟ້າແລະເຊື້ອເພີງຫຸງຕົ້ມເພີ່ມຂຶ້ນ28.6%,ໝວດຮັກສາສຸຂະພາບແລະຢາ21.4%,ໝວດເຄື່ອງໃຊ້ໃນເຮືອນ19.1%,ໝວດການສຶກສາ18.1%,ໝວດຮ້ານອາຫານແລະໂຮງແຮມ16.4%,ໝວດເຫຼົ້າແລະຢາສູບ15%.ພ້ອມນັ້ນ, ເມື່ອສັງເກດການປ່ຽນແປງຂອງລາຄາເດືອນມີນາ2025ທຽບກັບເດືອນກຸມພາ2025 ເຫັນວ່າລາຄາຫຼຸດລົງເລັກນ້ອຍຢູ່ໃນລະດັບ-0.1%;ໃນນັ້ນ, ໝວດສິນຄ້າທີ່ຫຼຸດລົງມີ: ໝວດສະບຽງອາຫານແລະເຄື່ອງດື່ມບໍ່ມີທາດເຫຼົ້າຫຼຸດລົງ -0.9%, ພົ້ນເດັ່ນແມ່ນລາຄາຜັກສົດ-5.6%, ປາ-1.3%,ໝາກໄມ້-1%;ໝວດຄົມມະນາຄົມແລະການຂົນສົ່ງຫຼຸດລົງ-0.9%, ພົ້ນເດັ່ນແມ່ນລາຄານໍ້າມັນເຊື້ອໄຟ-5.7%,ພາຫານະຂົນສົ່ງ-0,4; ໝວດໄປສະນີ, ໂທລະຄົມມະນາຄົມແລະການສື່ສານຫຼຸດລົງ-0,7%ພົ້ນເດັ່ນແມ່ນລາຄາໄປສະນີຫຼຸດລົງ-2.9%,ໂທລະສັບ-1%.

ໂດຍລວມແລ້ວ, ອັດຕາເງິນເຟີ້ໄຕມາດ1ປີ2025ຢູ່ໃນລະດັບ13.1% (ໄຕມາດ1ປີ2024ແມ່ນ24.9%); ໃນນັ້ນ, ໝວດທີ່ເພີ່ມຂຶ້ນສູງກວ່າໝູ່ແມ່ນໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າແລະເຊື້ອເພີງຫຸງຕົ້ມເພີ່ມຂຶ້ນ25.1%ພົ້ນເດັ່ນແມ່ນລາຄາໄຟຟ້າ, ຫີນແຮ່, ຊາຍ, ໄມ້ແປຮູບ;ໝວດຮັກສາສຸຂະພາບແລະຢາເພີ່ມຂຶ້ນ22.5%ພົ້ນເດັ່ນແມ່ນລາຄາຢາ, ການບໍລິການຄົນເຈັບພາຍນອກແລະການບໍລິການຈາກໂຮງໝໍເອກະຊົນ; ໝວດເຄື່ອງໃຊ້ໃນເຮືອນເພີ່ມຂຶ້ນ20.5%ພົ້ນເດັ່ນແມ່ນລາຄາເຄື່ອງໃຊ້ໃນເຮືອນປະຈໍາວັນ, ເຄື່ອງໃຊ້ໃນຄົວເຮືອນ, ເຄື່ອງເຟີນີເຈີ; ໝວດການສຶກສາເພີ່ມຂຶ້ນ20.4%ພົ້ນເດັ່ນແມ່ນລາຄາເທີມຮຽນ, ເຄື່ອງແບບນັກຮຽນ, ຄ່າຮຽນເພີ່ມ; ໝວດຮ້ານອາຫານແລະໂຮງແຮມເພີ່ມຂຶ້ນ18.5%ພົ້ນເດັ່ນແມ່ນລາຄາອາຫານສຸກເຊັ່ນ:ເຂົ້າຜັດ, ປີ້ງປາ, ເຂົ້າປຽກ, ເຂົ້າຜັດ, ເຝີ.

ເຖິງຢ່າງໃດກໍຕາມ, ເມື່ອສັງລວມ 3 ເດືອນ ຕົ້ນປີ 2025 ທ່າອ່ຽງອັດຕາເງິນເຟີ້ຂອງ ສປປ ລາວ ແມ່ນມີທ່າອ່ຽງທີ່ດີຂຶ້ນ, ອັດຕາເງິນເຟີ້ຫຼຸດລົງເປັນ 3 ເດືອນຕິດຕໍ່ກັນ (ເດືອນມັງກອນ15.5%ຊຶ່ງຫຼຸດລົງຈາກເດືອນທັນວາປີ2024ແມ່ນ16.9%,ເດືອນກຸມພາສືບຕໍ່ຫຼຸດລົງມາຢູ່ໃນລະດັບ12.7% ແລະ ເດືອນມີນາ ກໍສືບຕໍ່ຫຼຸດລົງ ມາຢູ່ໃນລະດັບ11.2%)ຊຶ່ງເປັນໜຶ່ງສັນຍາທີ່ດີໃນການທີ່ຈະເຮັດໃຫ້ເປົ້າໝາຍ ທີ່ຈະສູ້ຊົນໃຫ້ອັດຕາເງິນເຟີ້ ຢູ່ໃນລະດັບ 1ໂຕເລກ ໃນທ້າຍປີ 2025 ຕາມມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ປະຈໍາປີ 2024 ແລະ ທິດທາງແຜນການ ແລະ ແຜນການລົງທຶນຂອງລັດ ປະຈໍາປີ 2025 ສະບັບເລກທີ 153/ສພຊ, ລົງວັນທີ 12 ທັນວາ 2024.ແຕ່ການຈະບັນລຸເປົ້າໝາຍດັ່ງກ່າວນັ້ນ, ກໍຍັງມີຫຼາຍສິ່ງທ້າທາຍ ແລະ ນີ້ກໍເປັນພຽງ 3 ເດືອນທໍາອິດຂອງປີ ຊຶ່ງ ສປປ ລາວ ຍັງປະເຊີນກັບສິ່ງທ້າທາຍ ຈາກຜົນກະທົບທີ່ອາດເກີດຂຶ້ນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ