ຂ່າວລະບຸວ່າ: ຖະແຫຼງການຢັ້ງຢືນບົນພື້ນຖານຂອບເຂດຄູ່ຮ່ວມມືຍຸດທະສາດເພີ່ມທະວີ ຫວຽດນາມ - ຟີລິບປິນ, ການນຳສອງທ່ານໄດ້ເຫັນດີເປັນເອກະພາບຜັນຂະຫຍາຍບັນດາກົນໄກເຈລະຈາ ແລະ ການຮ່ວມມືສອງຝ່າຍທີ່ໄດ້ເຫັນເປັນລະບອບລະບຽບການໃນທຸກຂັ້ນຢ່າງເປັນປະຈຳ, ລວມມີຄະນະກຳມະການປະສົມກ່ຽວກັບການຮ່ວມມືສອງຝ່າຍ (JCBC), ອະນຸກຳມະການ ການຄ້າ ຫວຽດນາມ ຟີລິບປິນ (JTC), ບັນດາການສົນທະນາດ້ານປ້ອງກັນຊາດ- ຄວາມໝັ້ນຄົງ ແລະ ການປຶກສາຫາລືກ່ຽວກັບບັນດາບັນຫາທະເລ ແລະ ມະຫາສະໝຸດ, ເພື່ອແນໃສ່ກຳນົດ ແລະ ຊຸກຍູ້ຄວາມສາມາດບົ່ມຊ້ອນໜູນຊ່ວຍຊຶ່ງກັນ ແລະ ກັນລະຫວ່າງສອງປະເທດ.
ການນຳສອງທ່ານໄດ້ໃຫ້ຄຳໝັ້ນສັນຍາຈະຊຸກຍູ້ການຮ່ວມມືດ້ານກະສິກຳຢ່າງແໜ້ນແຟ້ນກວ່າເກົ່າ ຜ່ານການຄົ້ນຄວ້າ, ໝູນໃຊ້ ແລະ ຖ່າຍທອດເຕັກໂນໂລຊີ, ຍົກສູງກຳລັງຄວາມສາມາດ ແລະ ການຄົ້ນຄວ້າບັນດາຂົງເຂດການຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນດ້ານການຄ້າ ແລະ ການລົງທຶນ, ກະສິກຳ, ພິເສດກ່ຽວກັບເຂົ້າສານ, ສິນໃນນ້ຳ, ເສດຖະກິດທະເລ, ຄວບຄຸມໄພທຳມະຊາດ… ການນຳສອງທ່ານຮຽກຮ້ອງເພີ່ມທະວີການຮ່ວມມືສອງຝ່າຍເພື່ອປ້ອງກັນຕ້ານບັນດາການເຄື່ອນໄຫວຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU).
ຄໍາເຫັນ