ຖະແຫຼງຂ່າວ ຜົນການປະກວດຮູບແຕ້ມສະເຫຼີມສະຫຼອງສາຍພົວພັນການທູດ ລາວ-ໄທ

ຖະແຫຼງຂ່າວ ຜົນການປະກວດຮູບແຕ້ມສະເຫຼີມສະຫຼອງສາຍພົວພັນການທູດ ລາວ-ໄທ

ຖະແຫຼງຂ່າວ ຜົນການປະກວດຮູບແຕ້ມສະເຫຼີມສະຫຼອງສາຍພົວພັນການທູດ ລາວ-ໄທ
ງານຖະແຫຼງຂ່າວ ຜົນການປະກວດຮູບແຕ້ມສະເຫຼີມສະຫຼອງ ຄົບຮອບ 75 ປີ ສາຍພົວພັນການທູດ ລາວ-ໄທ ໄດ້ຈັດຂຶ້ນໃນວັນທີ 5 ພຶດສະພາຜ່ານມາ ທີ່ກົງສູນໃຫຍ່ ແຫ່ງຮາຊະອານາຈັກໄທ ປະຈໍາແຂວງສະຫວັນນະເຂດ ໂດຍການເຂົ້າຮ່ວມຂອງທ່ານ ໂພໄຊ ໄຂຄໍາພິທູນ ຮອງເຈົ້າແຂວງ ສະຫວັນນະເຂດ, ມີທ່ານ ນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ງານປະກວດຮູບແຕ້ມຄັ້ງນີ້, ພາຍໃຕ້ໂຄງການປະກວດຮູບພາບຈິດຕະກໍາ ສະເຫຼີມສະຫຼອງ ຄົບຮອບ 75 ປີ ການສະຖາປະນາສາຍພົວພັນທາງການທູດລາວ-ໄທ. ການປະກວດແຕ້ມຮູບ ແມ່ນໄດ້ກະກຽມມາແຕ່ເດືອນກຸມພາ ໂດຍແບ່ງອອກເປັນ 3 ກຸ່ມ ຄື: ກຸ່ມນັກຮຽນຊັ້ນປະຖົມສຶກສາ ແຕ່ ປ3-ປ5,ກຸ່ມມັດທະຍົມສຶກສາ ມ1-ມ7 ແລະ ກຸ່ມ ປະຊາຊົນທົ່ວໄປ ອາຍຸ 19 ປີ ຂຶ້ນໄປ ປະກອບມີ 76 ຜົນງານ

ທ່ານ ນາງ ມໍຣະກົດ ສີສະຫວັດ ໄດ້ກ່າວວ່າ: ການປະກວດຮູບແຕ້ມ ຄັ້ງນີ້ ຊຶ່ງຜູ້ໄດ້ຮັບລາງວັນ ກຸ່ມທີ 1 ຊັ້ນປະຖົມສຶກສາ ຜູ້ຊະນະເລີດ ທ້າວ ທະລາສອນ ອິນທິສານ ອາຍຸ 11 ປີ ໂຮງຮຽນປະຖົມຮາກແກ້ວ ນະຄອນຫຼວງວຽງຈັນ, ຊື່ຜົນງານ ວັດທະນະທໍາທີ່ຮຸ່ງເຮືອງຂອງສອງຝັ່ງ ໄດ້ຮັບລາງວັນ 3 ລ້ານກີບ; ຮອງຊະນະເລີດ ນາງ ສີຣິຕາ ຊານຸບານ ອາຍຸ 10 ປີ ໂຮງຮຽນວຽງຈັນພັດທະນາ, ຊື່ຜົນງານ ມ່ວນແທ້ເດ ລາວ-ໄທເຮົາ ໄດ້ຮັບລາງວັນ 1 ລ້ານ 8 ແສນກີບ. ກຸ່ມທີ 2 ຊັ້ນມັດທະຍົມສຶກສາ ລາງວັນຊະນະເລີດ ທ້າວ ວາດສະໜາ ໄຊມຸງຄຸນ ອາຍຸ 13 ປີ ໂຮງຮຽນ ອໍສະເຕລຽນ ອິນເຕເນເຊິນແນວ ນະຄອນຫຼວງວຽງຈັນ ຊື່ຜົນງານ 75 ປີ ແຫ່ງມິດໄມຕຣີທີ່ງົດງາມ ໄດ້ຮັບລາງວັນ 3 ລ້ານກີບ, ຮອງຊະນະເລີດ ນາງ ຄໍາພາມີ ວິຈິດ ອາຍຸ 16 ປີ ໂຮງຮຽນ ເອັສໂອເອັສ ແຮກມານໄມເນີ ແຂວງຈໍາປາສັກ ຊື່ຜົນງານ ມິດຕະພາບລາວ-ໄທ ຜູກພັນຫົວໃຈທີ່ແໜ້ນແຟ້ນຖາວອນ ໄດ້ຮັບລາງວັນ 1 ລ້ານ 8 ແສນກີບ ແລະ ກຸ່ມທີ 3 ປະຊາຊົນທົ່ວໄປ ຊະນະເລີດແມ່ນ ທ້າວ ພອນປະເສີດ ແສງມະນີວົງ ອາຍຸ 26 ປີ ຈາກນະຄອນຫຼວງວຽງຈັນ ຊື່ຜົນງານງາມແທ້ເດບ້ານເຮົາ ໄດ້ຮັບລາງວັນ 30 ລ້ານກີບ, ຮອງຊະນະເລີດອັນດັບ 1 ທ້າວ ເຄືອບຄໍາ ວົງປະທຸມ ອາຍຸ 28 ປີ ນະຄອນຫຼວງວຽງຈັນ ຊື່ຜົນງານ ຜູ້ຍິງລາວ-ຜູ້ສາວໄທ ໄດ້ຮັບລາງວັນ 18 ລ້ານກີບ, ຮອງຊະນະເລີດອັນດັບ 2 ທ້າວ ແສງມະນີ ພົງມິດພອນ ອາຍຸ 21 ປີ ນະຄອນຫຼວງວຽງຈັນ ຊື່ຜົນງານ ສາມັກຄີ ແລະ ຜູກພັນ ໄດ້ຮັບລາງວັນ 12 ລ້ານກີບ.

ສຳລັບຜູ້ທີ່ໄດ້ຮັບລາງວັນ ຈະໄດ້ຮັບປີ້ລົດໄຟໄປ-ກັບ ນະຄອນຫຼວງວຽງຈັນ-ກຸງເທບ ໂດຍກຸ່ມທີ 1 ແລະ ກຸ່ມທີ 2 ໄດ້ຮັບລາງວັນລະ 3 ໃບ ແລະ ກຸ່ມທີ 3 ໄດ້ຮັບລາງວັນລະ 1 ໃບ. ສ່ວນພິທີມອບລາງວັນແມ່ນຈະຈັດຂຶ້ນທີ່ນະຄອນຫຼວງວຽງຈັນໃນລະຫວ່າງເດືອນກໍລະກົດ - ເດືອນສິງຫາ 2025.

(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)

ຄໍາເຫັນ

ຂ່າວການຮ່ວມມື

ລມຕ ກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບນາຍົກລັດຖະມົນຕີ ແຫ່ງ ສ ສິງກະໂປ

ລມຕ ກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບນາຍົກລັດຖະມົນຕີ ແຫ່ງ ສ ສິງກະໂປ

ໃນວັນທີ 12 ສິງຫານີ້ ທີ່ ສໍານັກງານນາຍົກລັດຖະມົນຕີ ສິງກະໂປ (Istana), ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ລໍເຣັນສ ວອງ (Lawrence Wong) ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ, ໃນໂອກາດເດີນທາງຢ້ຽມຢາມ ສ ສິງກະໂປ ຢ່າງເປັນທາງການ ໃນວັນທີ 11-12 ສິງຫາ 2025.
ສ ເກົາຫຼີ ນຳສະເໜີນະວັດຕະກຳທີ່ກ້າວໜ້າພ້ອມທັງສົ່ງເສີມການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະສາດ

ສ ເກົາຫຼີ ນຳສະເໜີນະວັດຕະກຳທີ່ກ້າວໜ້າພ້ອມທັງສົ່ງເສີມການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະສາດ

ອົງການສົ່ງເສີມການຄ້າ ແລະ ການລົງທຶນຂອງ ສ ເກົາຫຼີ ປະຈຳນະຄອນຫຼວງວຽງຈັນ (KOTRA Vientiane) ຮ່ວມກັບອົງການສົ່ງເສີມການຄ້າ ແລະ ການລົງທຶນຂອງ ສ ເກົາຫຼີ ປະຈຳເມືອງ ຊອງນຳ ແລະ ອົງການສົ່ງເສີມອຸດສາຫະກຳ ເມືອງຊອງນຳ. ໂດຍມີຂອງທ່ານ ຈອງ ຢອງຊູ ເອກອັກຄະລັດຖະທູດ ສເກົາຫຼີ ປະຈຳລາວ ຊຶ່ງມີແຂກຖືກເຊີນຈາກ ສ ເກົາຫຼີ ແລະ ລາວ ເຂົ້າຮ່ວມ ງານກິດຈຳກຳສົ່ງເສີມການຄ້າເມືອງຊອງນຳ (Seongnam) ປະຈຳປີ 2025 ເປັນຂີດຫມາຍສຳຄັນໃນ ການສົ່ງເສີມ ການ​ພົວພັນ​ດ້ານ​ເສດຖະກິດ​ລະຫວ່າງ ສ ​ເກົາຫຼີ ​ແລະ ສປປ ລາວ ໃນອາທິດຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ.
ຄະນະຜູ້ແທນສຳນັກຂ່າວກວາງຊີ ສປ ຈີນ ຢ້ຽມຢາມ ໜັງສືພິມ ປະຊາຊົນ

ຄະນະຜູ້ແທນສຳນັກຂ່າວກວາງຊີ ສປ ຈີນ ຢ້ຽມຢາມ ໜັງສືພິມ ປະຊາຊົນ

ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນ ໄດ້ຕ້ອນຮັບຄະນະຜູ້ແທນ ສຳນັກຂ່າວກວາງຊີ ສປ ຈີນ ນຳໂດຍ ທ່ານ ຈີນຄາຍເລີ້ ຫົວໜ້າຝ່າຍຈັດການວາງແຜນຂ່າວ ສຳນັກງານເຂດປົກຄອງຕົນເອງ ກວາງຊີ ສປ ຈີນ ມາຢ້ຽມຢາມ ໜັງສືພິມປະຊາຊົນ ເມື່ອວັນທີ 11 ສິງຫານີ້ ທີ່ສຳນັກງານໜັງສືພິມປະຊາຊົນ ໃນໂອກາດທີ່ຄະນະຜູ້ແທນດັ່ງກ່າວ ມາຢ້ຽມຢາມ ແລະ ເຮັດວຽກ ສປປ ລາວ ໃນລະຫວ່າງວັນທີ 7-11 ສິງຫານີ້.
ກອງປະຊຸມຝຶກອົບຮົມວຽກງານການຮ່ວມມືດ້ານແຮ່ທາດອາຊຽນ

ກອງປະຊຸມຝຶກອົບຮົມວຽກງານການຮ່ວມມືດ້ານແຮ່ທາດອາຊຽນ

ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມຝຶກອົບຮົມວຽກງານການຮ່ວມມືດ້ານແຮ່ທາດອາຊຽນຂຶ້ນໃນວັນທີ 5 ສິງຫາ ຜ່ານມາ ທີ່ໂຮງແຮມຮໍລີເດອິນ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ກ່າວເປີດຂອງ ທ່ານ ນາງ ອໍາວຽງ ເພົ້າວົງໄຊ ຮອງຫົວໜ້າກົມທໍລະນີສາດ ແລະ ບໍ່ແຮ່ ກະຊວງອຸດສາຫະກໍາ ແລະ ການຄ້າ ຮອງຫົວໜ້າເຈົ້າໜ້າທີ່ອາວຸໂສແຮ່ທາດອາຊຽນ ຂອງ ສປປ ລາວ. ມີຜູ້ເຂົ້າຮ່ວມຈາກບັນດາປະເທດອາຊຽນ, ປະເທດຕີມໍເລັດສະເຕ (ເຂົ້າຮ່ວມສັງເກດການ), ມີບໍລິສັດລົງທຶນດ້ານບໍ່ແຮ່ຂອງ ສປປ ລາວ ເຊັ່ນ: ບໍລິສັດ ລ້ານຊ້າງມິເນໂຣ ລິມິເຕັດ, ບໍລິສັດ ພູເບ້ຍມາຍນິງ ຈໍາກັດ, ຄະນະວິທະຍາສາດສິ່ງແວດລ້ອມ (ມະຫາວິທະຍາໄລແຫ່ງຊາດລາວ), ອົງການຈັດຕັ້ງສາກົນເປັນຕົ້ນ: CCOP, UNESCAP, USAID, KOMIR, IGF, ESCAP, UK Mission to ASEAN, SEforALL. ປະມານ 100 ກວ່າທ່ານ ເຂົ້າຮ່ວມ.
ໂຄງການ​ສາຍສົ່ງ 500 ກວ ລາວ-ຈີນ ເປີດໂຄງການກໍ່ສ້າງຊ່ວຍເຫຼືອ

ໂຄງການ​ສາຍສົ່ງ 500 ກວ ລາວ-ຈີນ ເປີດໂຄງການກໍ່ສ້າງຊ່ວຍເຫຼືອ

ຫວ່າງບໍ່ດົນມານີ້, ໂຄງການຊ່ວຍເຫຼືອ ດ້ານ​ຊີວິດ​ການ​ເປັນ​ຢູ່ຂອງ​ປະຊາຊົນ ຂອງ​ໂຄງການ​ສາຍສົ່ງ 500 ກິໂລວັດ (ກວ) ລາວ-ຈີນ ໄດ້ເລີ່ມກໍ່ສ້າງຢ່າງເປັນທາງການຢູ່ໂຮງຮຽນປະຖົມບ້ານນາໝໍ້ໃຕ້ ເມືອງນາໝໍ້ ແຂວງອຸດົມໄຊ; ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍຜູ້ຕາງໜ້າ ຈາກບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ (EDL-T), ໜ່ວຍງານອອກແບບໂຄງການ ແລະ ບໍລິສັດກໍ່ສ້າງໂຄງການ ໄດ້ເຂົ້າຮ່ວມພິທີເປີດການກໍ່ສ້າງດັ່ງກ່າວ.
ລັດຖະບານຍີ່ປຸ່ນມອບອຸປະກອນ ແລະ ລົດກົນຈັກສ້ອມແປງທາງມູນຄ່າ 1,500 ລ້ານເຢນ ໃຫ້ ສປປ ລາວ

ລັດຖະບານຍີ່ປຸ່ນມອບອຸປະກອນ ແລະ ລົດກົນຈັກສ້ອມແປງທາງມູນຄ່າ 1,500 ລ້ານເຢນ ໃຫ້ ສປປ ລາວ

ພິທີມອບ-ຮັບອຸປະກອນ ແລະ ລົດກົນຈັກສ້ອມແປງຂົວ-ທາງມູນຄ່າ 1,500 ລ້ານເຢນ ຈາກລັດຖະບານຍີ່ປຸ່ນ ພາຍໃຕ້ໂຄງການພັດທະນາເສດຖະກິດ-ສັງຄົມ ສົກປີ 2023 ໄດ້ຈັດຂຶ້ນໃນວັນທີ 8 ສິງຫານີ້ ທີ່ລັດວິສາຫະກິດກໍ່ສ້າງທາງເລກ 8 ບ້ານຕານມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ (ນວ) ໂດຍການເຂົ້າຮ່ວມເປັນກຽດຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສປປ ລາວ ເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສປ່າໄມ້ອາຊຽນ ຄັ້ງທີ 28

ສປປ ລາວ ເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສປ່າໄມ້ອາຊຽນ ຄັ້ງທີ 28

ກອງປະຊຸມເຈົ້າໜ້າທີ່ອາວຸໂສປ່າໄມ້ອາຊຽນ (ASOF) ຄັ້ງທີ 28 ທີ່ ສປປ ລາວ ເປັນເຈົ້າພາບຈັດຂຶ້ນໃນລະຫ່ວາງ ວັນທີ 7-8 ສິງຫານີ້ ທີ່ໂຮງແຮມສຸພັດຕຣາ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ໂດຍການເປັນປະທານ ຂອງ ທ່ານ ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຫົວໜ້າເຈົ້າໜ້າທີ່ອາວຸໂສປ່າໄມ້ອາຊຽນ ສປປ ລາວ (SOM-ASOF) ໂດຍໃຫ້ກຽດເຂົ້າຮ່ວມ ແລະ ກ່າວເປີດກອງປະຊຸມ ຂອງ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີ ທ່ານ ນາງ ສິລິພອນ ສຸພັັັັັນທອງ ຮອງເຈົ້າແຂວງຫຼວງພະບາງ, ມີຜູ້ຕາງໜ້າຈາກປະເທດສະມາຊິກອາຊຽນ, ຜູ້ຕາງໜ້າກອງເລຂາທິການອາຊຽນ ແລະ ຜູ້ຕາງໜ້າຄູ່ຮ່ວມພັດທະນາ (ອົງການສາກົນ) ເຂົ້າຮ່ວມ.
ສໍາມະນາລະດັບສາກົນເຈົ້າໜ້າທີ່ອາວຸໂສປ່າໄມ້ ອາຊຽນ ຄັ້ງທີ 23

ສໍາມະນາລະດັບສາກົນເຈົ້າໜ້າທີ່ອາວຸໂສປ່າໄມ້ ອາຊຽນ ຄັ້ງທີ 23

ກອງປະຊຸມສໍາມະນາລະດັບສາກົນຂອງເຈົ້າໜ້າທີ່ອາວຸໂສປ່າໄມ້ອາຊຽນຄັັ້ງທີ 23 ພາຍໃຕ້ຫົວ ຂໍ້ "ການຂະຫຍາຍການຈັດຕັ້ງປະຕິບັດການແກ້ໄຂໂດຍອີງໃສ່ທໍາມະຊາດ (NbS), ວິທີການອີງໃສ່ລະບົບ ນິເວດ (EbA) ແລະ ກົນໄກການສະໜອງທຶນທີ່ຍືນຍົງສໍາລັບ NbS" ທີ່ ສປປ ລາວ ເປັນເຈົ້າພາບ ໄດ້ຈັດຂຶ້ນໃນວັນທີ 6 ສິງຫານີ້ ທີ່ໂຮງແຮມສຸພັດຕຣາ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ໂດຍໃຫ້ກຽດກ່າວເປີດກອງປະຊຸມສຳມະນາດັ່ງກ່າວຂອງ ທ່ານ ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຫົວໜ້າເຈົ້າໜ້າທີ່ອາວຸໂສປ່າໄມ້ອາຊຽນ ສປປ ລາວ (SOM-ASOF), ມີຜູ້ຕາງໜ້າຈາກປະເທດສະມາຊິກອາຊຽນ, ຜູ້ຕາງໜ້າກອງເລຂາທິການອາຊຽນ ແລະ ຜູ້ຕາງ ໜ້າຄູ່ຮ່ວມພັດທະນາ (ອົງການສາກົນ) ເຂົ້າຮ່ວມ.
ຮອງປະທານປະເທດ ຕ້ອນຮັບທູດ ການາດາ ເຂົ້າຢ້ຽມອຳລາ

ຮອງປະທານປະເທດ ຕ້ອນຮັບທູດ ການາດາ ເຂົ້າຢ້ຽມອຳລາ

ໃນວັນທີ 5 ສິງຫາ ນີ້ ທີ່ທຳນຽບປະທານປະເທດ, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ນາງ ປິງ ກິດນິກອນ (H.E. Mrs. Ping kinikone) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ການາດາ ປະຈຳ ສປປ ລາວ ໃນໂອກາດ ສຳເລັດການປະຕິບັດໜ້າທີ່ ການທູດ ຢູ່ ສປປ ລາວ.
ເອກອັກຄະລັດຖະທູດ ສປຈີນ ປະຈຳລາວ ເຂົ້າພົບປະທ່ານເຈົ້າແຂວງຫຼວງນໍ້າທາ

ເອກອັກຄະລັດຖະທູດ ສປຈີນ ປະຈຳລາວ ເຂົ້າພົບປະທ່ານເຈົ້າແຂວງຫຼວງນໍ້າທາ

ເພື່ອສືບຕໍ່ຮັດແຫນ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ, ໝັ້ນຄົງ, ຍາວນານ ຕາມທິດ 4 ດີ ກໍຄືການເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ ຂອງສອງປະເທດ ໃຫ້ເລິກຊຶ່ງກວ່າເກົ່າ. ທ່ານ ນາງ ຝາງຫົງ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງສາທາລະນະລັດປະຊາຊົນຈີນ ປະຈຳລາວ ພ້ອມດ້ວຍຄະນະ ເຂົ້າພົບປະທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນໍ້າທາ ຢູ່ທີ່ຫ້ອງວ່າການແຂວງ ໃນວັນທີ 1 ສີງຫາຜ່ານມາ ພ້ອມທັງໄດ້ລາຍງານຈຸດປະສົງຂອງການເຄື່ອນໄຫວ ແລະ ເຮັດວຽກຢູ່ແຂວງຫຼວງນໍ້າທາໃນຄັ້ງນີ້ໃຫ້ທ່ານເຈົ້າແຂວງໄດ້ຮັບຊາບ.
ເພີ່ມເຕີມ