ທຳລາຍສະຖິຕິ ຮ້ານຊູຊິຍີ່ປຸ່ນ ປະມູນປາທູນາຄີບສີຟ້າ ມູນຄ່າ 510 ລ້ານກວ່າເຢນ

ທຳລາຍສະຖິຕິ ຮ້ານຊູຊິຍີ່ປຸ່ນ ປະມູນປາທູນາຄີບສີຟ້າ ມູນຄ່າ 510 ລ້ານກວ່າເຢນ

ທຳລາຍສະຖິຕິ ຮ້ານຊູຊິຍີ່ປຸ່ນ ປະມູນປາທູນາຄີບສີຟ້າ ມູນຄ່າ 510 ລ້ານກວ່າເຢນ
ຂ່າວຕ່າງປະເທດລາຍງານ ໃນວັນທີ 5 ມັງກອນ ຜ່ານມາວ່າ: ຕະຫຼາດປາ Toyosu ໃນນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ໄດ້ຈັດປະມູນປາທູນາຄັ້ງທຳອິດຂອງປີ 2026, ໂດຍມີປາທູນາຄີບສີຟ້າໂຕໜຶ່ງລາຄາສູງເຖິງ 510.3 ລ້ານເຢນ ຊຶ່ງຖືເປັນໂຕເລກທີ່ສູງທີ່ສຸດແບບບໍ່ເຄີຍມີມາກ່ອນ.

 

ລາຍງານລະບຸວ່າ: ໃນຈຳນວນປາທູນາປະມານ 250 ໂຕທີ່ນໍາອອກມາປະມູນໃນງານປະຈໍາປີຄັ້ງນີ້, ປາທູນາຄີບສີຟ້ານ້ຳໜັກ 243 ກິໂລກຣາມ ໄດ້ຖືກປະມູນໃນລາຄາສູງສຸດ ຊຶ່ງເກີນສະຖິຕິກ່ອນໜ້ານີ້ທີ່ 333.6 ລ້ານເຢນ ທີ່ເຄີຍເຮັດໃນປີ 2019. ປາທູນາທີ່ມີຄຸນຄ່າສູງນີ້ຖືກຈັບໄດ້ຢູ່ນອກຊາຍຝັ່ງເມືອງໂອມາ ໃນແຂວງອາໂອໂມຣິ ທາງພາກຕາເວັນອອກສ່ຽງເໜືອຂອງປະເທດຍີ່ປຸ່ນ ຊຶ່ງເປັນພາກພື້ນທີ່ມີຊື່ສຽງດ້ານຄຸນນະພາບປາທູນາທີ່ດີເລີດ.

ທັງນີ້, ບໍລິສັດ Kiyomura, ຜູ້ປະກອບການຮ້ານອາຫານຊູຊິທີ່ມີຊື່ສຽງ "Sushizanmai," ເປັນຜູ້ຊະນະການປະມູນທີ່ຕະຫຼາດປາ Toyosu ເປັນຄັ້ງທຳອິດໃນຮອບຫົກປີ ຊຶ່ງທຳລາຍສະຖິຕິປີ 2019.

ຄໍາເຫັນ

ຂ່າວຕ່າງປະເທດ

ອັງກິດ ຫ້າມໂຄສະນາອາຫານຈານດ່ວນໃນເວລາກາງເວັນ

ອັງກິດ ຫ້າມໂຄສະນາອາຫານຈານດ່ວນໃນເວລາກາງເວັນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 6 ມັງກອນ ຜ່ານມາວ່າ: ນັບຕັ້ງແຕ່ວັນທີ 5 ມັງກອນ 2026, ລັດຖະບານອັງກິດໄດ້ຫ້າມການໂຄສະນາອາຫານຂີ້ເຫຍື້ອໃນໂທລະພາບ ແລະ ທາງອອນລາຍໃນເວລາກາງເວັນ ຊຶ່ງລັດຖະບານເອີ້ນວ່າເປັນມາດຕະການ "ຄວາມທັນສະໄໝ" ໃນການແກ້ໄຂບັນຫາໂຣກຕຸ້ຍໃນເດັກນ້ອຍ.
ພະລັງງານແສງຕາເວັນ ກາຍເປັນແຫຼ່ງຜະລິດໄຟຟ້າອັນດັບສອງຂອງເຢຍລະມັນ

ພະລັງງານແສງຕາເວັນ ກາຍເປັນແຫຼ່ງຜະລິດໄຟຟ້າອັນດັບສອງຂອງເຢຍລະມັນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 6 ມັງກອນ ຜ່ານມາວ່າ: ບົດລາຍງານຂອງສະມາຄົມພະລັງງານແສງຕາເວັນເຢຍລະມັນ ທີ່ເຜີຍແຜ່ໃນວັນທີ 5 ມັງກອນ ຜ່ານມາ ເປີດເຜີຍວ່າ, ໄຟຟ້າທີ່ຜະລິດຈາກລະບົບພະລັງງານແສງຕາເວັນໃນເຢຍລະມັນກວມເອົາປະມານ 18% ຂອງການຜະລິດໄຟຟ້າທັງໝົດຂອງປະເທດໃນປີ 2025, ເຮັດໃຫ້ພະລັງງານແສງຕາເວັນກາຍເປັນແຫຼ່ງຜະລິດໄຟຟ້າທີ່ໃຫຍ່ທີ່ສຸດອັນດັບສອງຂອງປະເທດ.
ປະຊາຊົນໃນກາຊາ ໄດ້ຮັບອາຫານຕາມມາດຕະຖານຂັ້ນຕໍ່າເປັນຄັ້ງທຳອິດໃນຮອບຫຼາຍກວ່າ 2 ປີ

ປະຊາຊົນໃນກາຊາ ໄດ້ຮັບອາຫານຕາມມາດຕະຖານຂັ້ນຕໍ່າເປັນຄັ້ງທຳອິດໃນຮອບຫຼາຍກວ່າ 2 ປີ

ຂ່າວຕ່າງປະເທດລາຍງານ ໃນວັນທີ 6 ມັງກອນ ຜ່ານມາວ່າ: ຫ້ອງການປະສານງານດ້ານມະນຸດສະທຳຂອງສະຫະປະຊາຊາດ (OCHA) ໄດ້ລາຍງານວ່າ, ການແຈກຢາຍການຊ່ວຍເຫຼືອດ້ານອາຫານໂດຍລວມໃນກາຊາ ໃນເດືອນມັງກອນນີ້ ໄດ້ຜ່ານມາດຕະຖານປະລິມານແຄລໍຣີຂັ້ນຕ່ຳເປັນຄັ້ງທຳອິດນັບຕັ້ງແຕ່ເດືອນຕຸລາ 2023, ໂດຍແຕ່ລະຄອບຄົວໄດ້ຮັບອາຫານສອງຊຸດ ແລະ ແປ້ງສອງຖົງ (25 ກິໂລຕໍ່ຖົງ).
ບໍລິສັດ Hyundai ກະກຽມນໍາໃຊ້ຫຸ່ນຍົນໃນໂຮງງານຜະລິດລົດທົ່ວໂລກ

ບໍລິສັດ Hyundai ກະກຽມນໍາໃຊ້ຫຸ່ນຍົນໃນໂຮງງານຜະລິດລົດທົ່ວໂລກ

ຂ່າວຕ່າງປະເທດລາຍງານ ໃນວັນທີ 6 ມັງກອນ ຜ່ານມາວ່າ: Hyundai, ບໍລິສັດລົດຍົນຍັກໃຫຍ່ຂອງ ສ ເກົາຫຼີໄດ້ປະກາດແຜນການທີ່ຈະນໍາຫຸ່ນຍົນຮູບຮ່າງຄ້າຍຄືມະນຸດມານໍາໃຊ້ໃນໂຮງງານຜະລິດລົດຍົນທົ່ວໂລກ ເລີ່ມຕົ້ນໃນປີ 2028, ໃນທ່າມກາງການແຂ່ງຂັນຂອງອຸດສາຫະກຳຂະໜາດໃຫຍ່ ທີ່ເລັ່ງປັບຕົວເຂົ້າກັບຍຸກ AI.
ປີ 2025 ຈີນ​ສືບ​ຕໍ່​ຄອງ​ຖາ​ນະ​ປະ​ເທດ​ທີ່​ລົງ​ທຶນ​ຫຼາຍ​ທີ່​ສຸດ​ຢູ່​ກຳ​ປູ​ເຈຍ

ປີ 2025 ຈີນ​ສືບ​ຕໍ່​ຄອງ​ຖາ​ນະ​ປະ​ເທດ​ທີ່​ລົງ​ທຶນ​ຫຼາຍ​ທີ່​ສຸດ​ຢູ່​ກຳ​ປູ​ເຈຍ

ຂ່າວສານຊີອາໄອລາຍງານໃນວັນທີ 6 ມັງກອນ ຜ່ານມາວ່າ: ປີ 2025, ສະ​ພາ​​ການ​ພັດ​ທະ​ນາ​ແຫ່ງ​ຊາດ​ກຳ​ປູ​ເຈຍ​ໄດ້​ອະ​ນຸ​ມັດໂຄງ​ການ​ລົງ​ທຶນ 630 ໂຄງ​ການ, ມີມູນ​ຄ່າ​ການ​ລົງ​ທຶນເຖິງ 10 ຕື້​ໂດ​ລາ. ໃນ​ນັ້ນ, ຈີນສືບ​ຕໍ່​ຄອງ​ຖາ​ນະ​ປະ​ເທດ​ທີ່​ລົງ​ທຶນ​ຫຼາຍ​ທີ່​ສຸດ​ຢູ່​ກຳ​ປູ​ເຈຍ.
ຫວຽດ​ນາມ ດຶງ​ດູດ​ທຶນ FDI 38 ຕື້ກວ່າໂດລາ

ຫວຽດ​ນາມ ດຶງ​ດູດ​ທຶນ FDI 38 ຕື້ກວ່າໂດລາ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃນວັນທີ 6 ມັງກອນ ຜ່ານມາວ່າ: ໃນກອງປະຊຸມຂ່າວທີ່ປະກາດໂຕເລກສະຖິຕິເສດຖະກິດ - ສັງຄົມ ໄຕມາດ IV ປີ 2025 ທີ່ຈັດຂຶ້ນຫວ່າງມໍ່ໆມານີ້ ທີ່ນະຄອນຫຼວງຮ່າໂນ້ຍ, ກົມສະຖິຕິ ກະຊວງການເງິນໃຫ້ຮູ້ວ່າ: ເງິນລົງທຶນຕ່າງປະເທດທັງໝົດ (FDI) ທີ່ຈົດທະບຽນລົງທຶນຢູ່ ຫວຽດນາມ ໃນປີ 2025 ບັນລຸໄດ້ 38.4 ຕື້ກວ່າໂດລາ, ເພີ່ມຂຶ້ນ 0.5% ເມື່ອທຽບໃສ່ປີກ່ອນ.
ເກຣັກ ໂຈະຖ້ຽວບິນທົ່ວປະເທດ ຫຼັງຈາກລະບົບການຄວບຄຸມທາງອາກາດລົ້ມ

ເກຣັກ ໂຈະຖ້ຽວບິນທົ່ວປະເທດ ຫຼັງຈາກລະບົບການຄວບຄຸມທາງອາກາດລົ້ມ

ຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 4 ມັງກອນຜ່ານມາ, ຖ້ຽວບິນທັງໝົດ ທັງຂາເຂົ້າ ແລະ ຂາອອກ ໃນເກຣັກ ໄດ້ໂຈະຊົ່ວຄາວ ຫຼັງຈາກລະບົບການສື່ສານຂັດຂ້ອງທົ່ວປະເທດ, ສົ່ງຜົນກະທົບຕໍ່ການດຳເນີນງານຂອງສູນຄວບຄຸມການຈາລະຈາທາງອາກາດ.
ທ່ານ ສີ​ຈິ້ນ​ຜິງ ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອຽກ​ລັງ

ທ່ານ ສີ​ຈິ້ນ​ຜິງ ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອຽກ​ລັງ

ຂ່າວສານຊີອາໄອລາຍງານວ່າ: ໃນ​ວັນ​ທີ 5 ມັງ​ກອນ ຜ່ານມາ ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້ຕ້ອ​ນ​ຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ຂອງ​ທ່ານ ມິ​ເຊວ ມາຕິນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອຽກ​ລັງ​ທີ່​ມາ​ຢ້ຽມ​ຢາມ​ຈີນຢ່າງ​ເປັນ​ທາງ​ການ.
ທ່ານ ໂຕ​ເລິມ ຮຽກ​ຮ້ອງ​ຂະ​ແໜງການ​ເມືອງ​ພາຍ​ໃນ​ຕ້ອງ​ຍົກ​ລະ​ດັບ​​ວຽກ​ງານເສ​ນາ​ທິ​ການ​ຍຸດ​ທະ​ສາດ

ທ່ານ ໂຕ​ເລິມ ຮຽກ​ຮ້ອງ​ຂະ​ແໜງການ​ເມືອງ​ພາຍ​ໃນ​ຕ້ອງ​ຍົກ​ລະ​ດັບ​​ວຽກ​ງານເສ​ນາ​ທິ​ການ​ຍຸດ​ທະ​ສາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 5 ມັງກອນ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ຄະນະການເມືອງພາຍໃນສູນກາງພັກໄດ້ຈັດພິທີສະເຫຼີມສະຫຼອງ 60 ປີ ແຫ່ງວັນມູນເຊື້ອຄະນະການເມືອງພາຍໃນຂອງພັກ (5/1/1966 - 5/1/2026) ແລະ ຕ້ອນຮັບຫຼຽນໄຊໂຮ່ຈິມິນ ຄັ້ງທີ 2. ເຂົ້າຮ່ວມພິທີສະເຫຼີມສະຫຼອງມີທ່ານ ໂຕເລິມ ເລຂາທິການໃຫຍ່, ທ່ານ ເລືອງເກື່ອງ ປະທານປະເທດ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ແລະ ບັນດາການນຳ, ອະດີດການນຳພັກ, ລັດ ຂອງຫວຽດນາມ.
ບາຫຼີ ຈະເຂັ້ມງວດມາດຕະການກວດສອບນັກທ່ອງທ່ຽວຕ່າງປະເທດ ໃນປີ 2026

ບາຫຼີ ຈະເຂັ້ມງວດມາດຕະການກວດສອບນັກທ່ອງທ່ຽວຕ່າງປະເທດ ໃນປີ 2026

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ອີ ວາຍັນ ກອສເຕີ ເຈົ້າແຂວງບາຫຼີ ປະເທດອິນໂດເນເຊຍ ກ່າວວ່າ: ເຈົ້າໜ້າທີ່ຂອງເກາະບາຫຼີ ກຽມຍົກລະດັບຄວາມເຂັ້ມງວດການກວດສອບນັກທ່ອງທ່ຽວຕ່າງປະເທດໃນປີ 2026. ໂດຍຈະລວມມີການກວດສອບສະຖານະພາບທາງການເງິນ, ໄລຍະເວລາພັກເຊົາ ແລະ ກິດຈະກຳທີ່ວາງແຜນໄວ້, ເພື່ອຈຸດປະສົງສົ່ງເສີມການທ່ອງທ່ຽວທີ່ມີຄຸນນະພາບ.
ເພີ່ມເຕີມ