ຖໍ້ານໍ້າລອດເຊບັ້ງໄຟ ເປັນແຫຼ່ງທ່ອງທ່ຽວອີກແຫ່ງໜຶ່ງທີ່ມີຊື່ສຽງຂອງແຂວງຄໍາມ່ວນ

ຖໍ້ານໍ້າລອດເຊບັ້ງໄຟ ເປັນແຫຼ່ງທ່ອງທ່ຽວອີກແຫ່ງໜຶ່ງທີ່ມີຊື່ສຽງຂອງແຂວງຄໍາມ່ວນ
ໂດຍ:ຄຳລີ
ຖໍ້ານໍ້າລອດເຊບັ້ງໄຟ ກໍເປັນແຫຼ່ງທ່ອງທ່ຽວອີກແຫ່ງໜຶ່ງທີ່ມີຊື່ສຽງຂອງແຂວງຄໍາມ່ວນ, ຖໍ້າແຫ່ງນີ້ໄດ້ເປີດໃຫ້ບໍລິການນັກທ່ອງທ່ຽວທັງພາຍໃນ ແລະ  ຕ່າງປະເທດຢ່າງເປັນທາງການ ໃນວັນທີ 28 ມີນາ 2013 ໂດຍໄດ້ຮັບກຽດລັ່ນຄ້ອງໃນພິທີເປີດຈາກ ທ່ານ ສົມໃຈ ເພັດສີນວນ ຮອງເຈົ້າແຂວງຄໍາມ່ວນໃນເວລານັ້ນ ແລະ ໄດ້ມີນັກທ່ອງທ່ຽວຫຼັ່ງໄຫຼເຂົ້າມາທ່ຽວຖໍ້າແຫ່ງນີ້ບໍ່ໄດ້ຂາດນັບແຕ່ເວລານັ້ນເປັນຕົ້ນມາ.
ຖໍ້ານໍ້າລອດເຊບັ້ງໄຟຕັ້ງຢູ່ໃນເຂດອຸດທະຍານແຫ່ງຊາດພູຫີນໜາມໜໍ່ ຊຶ່ງຫ່າງຈາກຕົວເມືອງທ່າແຂກໄປທາງທິດຕາເວັນອອກປະມານ 154 ກິໂລແມັດ ແລະ ຫາງຈາກຕົວເມືອງບົວລະພາ 14 ກິໂລແມັດ, ຂອບເຂດຂອງຖໍ້າແຫ່ງນີ້ກວມເອົາເນື້ອທີ່ທັງໝົດ 10.430 ເຮັກຕາ, ຕິດກັບ 3 ບ້ານຄື: ບ້ານຫຍ້າແວດ, ບ້ານໜອງປິງ ແລະ ບ້ານກວນຂະໂຍມ.ອີງຕາມປະຫວັດ ຖໍ້າແຫ່ງນີ້ໄດ້ຖືກຄົ້ນພົບມາເປັນເວລາ 90 ກວ່າປີ, ໃນໄລຍະສົງຄາມຮຸກຮານຈຶ່ງເປັນສາເຫດໜຶ່ງທີ່ບໍ່ໄດ້ມີໂອກາດເຂົ້າໄປສໍາຫຼວດສຶກສາຄົ້ນຄວ້າຢ່າງລະອຽດ. ໃນເມື່ອກ່ອນຊາວບ້ານໄດ້ເອີ້ນວ່າ: ຖໍ້າຂຸນເຊ, ໃນປີ1995 ໄດ້ມີນັກສໍາຫຼວດຈາກປະເທດຝຣັ່ງເດີນທາງມາສໍາຫຼວດເທື່ອທໍາອິດ ການສໍາຫຼວດຄັ້ງນັ້ນສາມາດເກັບກໍາຂໍ້ມູນໄດ້ພຽງເລັກໜ້ອຍ. ຕໍ່ມາໃນປີ 2006 ທ່ານ ຈອນໂພແລກ ຜູ້ຊ່ຽວຊານກ່ຽວກັບຖໍ້າໄດ້ນໍາພາທີມງານມາສໍາຫຼວດຖໍ້າຄືນໃໝ່ ແລະ ຕໍ່ມາໃນປີ 2008 ທ່ານ ຈອນໂພແລກ ກັບທີມງານສໍາຫຼວດ 4 ຄົນກໍໄດ້ມາທໍາການສໍາຫຼວດອີກ ຈຶ່ງສາມາດບັນທຶກ ແລະ ເກັບກຳຂໍ້ມູນຕ່າງໆ.
ຖ້ຳນ້ຳລອດເຊບັ້ງໄຟ ມີຄວາມຍາວປະມານ 11,5 ກິໂລແມັດ, ຄວາມກວ້າງ 76 ແມັດ ແລະ ສູງ 56 ແມັດ, ຢູ່ພາຍໃນຖໍ້າມີກ້ອນຫີນງອກ, ຫີນຍ້ອຍ ມີບາງກ້ອນກໍເຫຼື້ອມຍິບຍັບແວວວາວ, ມີຫາດຊາຍ, ມີແມ່ນໍ້າໄຫຼລອດ ແລະ ມີວັງນໍ້າ, ເກາະແກ້ງທີ່ໃຫຍ່ເຖິງ 5 ແຫ່ງ, ຢູ່ບໍລິເວນປາກຖໍ້າເບື້ອງລຸ່ມ ຈະເປັນວັງນ້ຳທີ່ກວ້າງໃຫຍ່, ໃສສະອາດ ແລະ ມີໝູ່ປາ ນ້ອຍ-ໃຫຍ່ ລອຍຫຼິ້ນຢູ່ໜ້າຜິວນໍ້າ ຢ່າງໜ້າອອນຊອນ.
ສໍາລັບກິດຈະກໍາບໍລິການນັກທ່ອງທ່ຽວໃນປັດຈຸບັນປະກອບມີ: ກິດຈະກຳພາຍເຮືອໃນຖໍ້າ, ນອນກາງເຕັ້ນ, ເຮືອນນອນໃຫ້ແກ່ນັກທ່ອງທ່ຽວ, ເຮືອນນອນບັງກະໂລ, ສ່ວນການບໍລິການຕ່າງໆ ແມ່ນປະຊາຊົນເປັນຜູ້ໃຫ້ບໍລິການ ແລະ ມີສ່ວນຮ່ວມ. ໃນອະນາຄົດແມ່ນຈະປັບປຸງ ແລະ ເພີ່ມການບໍລິການ ເປັນຕົ້ນ: ກິດຈະກຳທາງຍ່າງ, ນອນແຮມຄືນ, ກິດຈະກຳຊົມທິວຖັດວິວທຳມະຊາດ, ລ່ອງກົງເບັງ ແລະ ອື່ນໆ.
ຂໍ້ມູນຈາກ: ຂະແໜງທ່ອງທ່ຽວ, ພະແນກ ຖວທ ແຂວງຄໍາມ່ວນ.

ຄໍາເຫັນ

ຂ່າວທ່ອງທ່ຽວ

6 ເດືອນຕົ້ນປີ ແຂວງວຽງຈັນ ສາມາດດຶງດູດນັກທ່ອງທ່ຽວໄດ້ເກືອບ 2 ລ້ານເທື່ອຄົນ

6 ເດືອນຕົ້ນປີ ແຂວງວຽງຈັນ ສາມາດດຶງດູດນັກທ່ອງທ່ຽວໄດ້ເກືອບ 2 ລ້ານເທື່ອຄົນ

ໃນ 6 ເດືອນຕົ້ນປີ 2026 ແຂວງວຽງຈັນສາມາດດຶງດູດນັກທ່ອງທ່ຽວໄດ້ເກືອບ 2 ລ້ານເທື່ອຄົນ; ໃນນັ້ນ ເປັນນັກທ່ອງທ່ຽວຕ່າງປະເທດ 769,216 ເທື່ອຄົນ (ບັນລຸໄດ້ 98% ຂອງແຜນການປີ) ສາມາດສ້າງວຽກເຮັດງານທຳໃຫ້ສັງຄົມໄດ້ຫຼາຍກວ່າ 15,000 ຕຳແໜ່ງງານ ແລະ ສ້າງມູນຄ່າການລົງທຶນດ້ານການທ່ອງທ່ຽວລວມທັງໝົດ 4,732 ກວ່າຕື້ກີບ.
ກອງປະຊຸມສຳມະນາຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວລາວ

ກອງປະຊຸມສຳມະນາຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວລາວ

ກົມສົ່ງເສີມຕະຫຼາດການທ່ອງທ່ຽວ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ໄດ້ຈັດກອງປະຊຸມສຳມະນາຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວລາວຂຶ້ນໃນວັນທີ 27 ກໍລະກົດ ນີ້ ທີ່ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານໂດຍທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຊຶ່ງມີທ່່ານ ອິນທາ ເດືອນສະຫວັນ ປະທານສະມາຄົມທຸລະກິດການທ່ອງທ່ຽວລາວ ພ້ອມດ້ວຍບັນດາບໍລິສັດ ທ່ອງທ່ຽວ ແລະ ພາກສ່ວນກ່ຽວຂ້ອງທັງພາກລັດ-ເອກະຊົນ ເຂົ້າຮ່ວມ.
ມອບ-ຮັບ ລາງວັນມາດຕະຖານການທ່ອງທ່ຽວອາຊຽນປະຈຳປີ 2026

ມອບ-ຮັບ ລາງວັນມາດຕະຖານການທ່ອງທ່ຽວອາຊຽນປະຈຳປີ 2026

ພິທີມອບ-ຮັບ ລາງວັນມາດຕະຖານການທ່ອງທ່ຽວອາຊຽນ ປະຈຳປີ 2026 ຈັດຂຶ້ນເມື່ອບໍ່ດົນມານີ້, ທີ່ແຂວງສະຫວັນນະເຂດ ເພື່ອຄັດເລືອກບັນດາຫົວໜ່ວຍທຸລະກິດທ່ອງທ່ຽວທີ່ໂດດເດັ່ນ ແລະ ຜ່ານເກນມາດຕະ ຖານອາຊຽນ ເພື່ອຍົກລະດັບຄຸນນະພາບການບໍລິການ ແລະ ກຽມຄວາມພ້ອມເຂົ້າຮ່ວມງານມະຫະກຳການທ່ອງ ທ່ຽວອາຊຽນ (ATF) 2026 ທີ່ປະເທດຟີລິບປິນ ໂດຍມີທ່ານ ທອງໃສ ໄຊຍະວົງຄຳດີ ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ, ທ່ານ ລຳຄູນ ວໍລະວົງ ຫົວໜ້າພະແນກວັດທະນະທຳ ແລະ ການ ທ່ອງທ່ຽວແຂວງ ພ້ອມດ້ວຍປະທານຄະນະກຳມະການປົກຄອງນະຄອນໄກສອນພົມວິຫານ, ຄະນະກຳມະການຄຸ້ມຄອງມາດຕະຖານ, ຜູ້ຕາງໜ້າໂຮງແຮມ-ເຮືອນພັກ ແລະ ຮ້ານອາຫານເຂົ້າຮ່ວມ.
ຍົກລະດັບແຫຼ່ງທ່ອງທ່ຽວດ້ວຍແນວຄິດອະນຸລັກສິ່ງແວດລ້ອມ

ຍົກລະດັບແຫຼ່ງທ່ອງທ່ຽວດ້ວຍແນວຄິດອະນຸລັກສິ່ງແວດລ້ອມ

ໃນຍຸກທີ່ໂລກກຳລັງປ່ຽນແປງ ທັງດ້ານສະພາບອາກາດ ແລະ ວິຖີຊີວິດຂອງມະນຸດ, ການທ່ອງທ່ຽວບໍ່ເປັນພຽງແຕ່ການເດີນທາງເພື່ອພັກຜ່ອນ ຫຼື ຊົມຄວາມງາມຂອງທຳມະຊາດເທົ່າ​ນັ້ນ, ແຕ່ໄດ້ກາຍເປັນ “ຄວາມຮັບຜິດຊອບ” ທີ່ທຸກຄົນຕ້ອງຮ່ວມກັນຮັກສາ. ການຍົກລະດັບແຫຼ່ງທ່ອງທ່ຽວດ້ວຍແນວຄິດອະນຸລັກສິ່ງແວດ ລ້ອມ ຈຶ່ງກາຍເປັນກະແສໃໝ່ທີ່ບໍ່ອາດຂ້າມຜ່ານໄດ້ເປັນທັງໂອກາດ ແລະ ຄວາມທ້າທາຍໃນເວລາດຽວກັນ.
ການນຳເມືອງປະທຸມພອນ ສຳຫຼວດຫ້ວຍໂຕະໂໝະ ຊຸກຍູ້ໃຫ້ເປັນແຫຼ່ງທ່ອງທ່ຽວ

ການນຳເມືອງປະທຸມພອນ ສຳຫຼວດຫ້ວຍໂຕະໂໝະ ຊຸກຍູ້ໃຫ້ເປັນແຫຼ່ງທ່ອງທ່ຽວ

ໃນວັນທີ 20 ມິຖຸນານີ້, ທ່ານ ກິ່ງແກ້ວ ນະວະພົມ ປະທານຄະນະກຳມະການປົກຄອງເມືອງປະທຸມພອນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ອົງການປົກຄອງບ້ານຄອນນ້ອຍ ໄດ້ຮ່ວມກັບຜູ້ຈັດການສວນນ້ຳທິດາເພັດ ຈັດກິດຈະກຳລ່ອງເຮືອສຳຫຼວດຕາມສາຍນ້ຳຫ້ວຍໂຕະໂໝະ ບ້ານຫຼັກສີ່ສິບ ເມືອງປະທຸມພອນ ແຂວງຈຳປາສັກ ເພື່ອສຶກສາ ແລະ ປະເມີນຄວາມເປັນໄປໄດ້ ໃນການພັດທະນາແຫຼ່ງທ່ອງທ່ຽວໃນຮູບແບບພະຈົນໄພ ແລະ ທ່ອງທ່ຽວທາງທຳມະຊາດຂອງເມືອງ.
ນວ ສ້າງຄວາມເຂັ້ມແຂງໃຫ້ພະນັກງານນຳທ່ຽວ

ນວ ສ້າງຄວາມເຂັ້ມແຂງໃຫ້ພະນັກງານນຳທ່ຽວ

ພິທີເປີດຊຸດຝຶກອົບຮົມພະນັກງານນຳທ່ຽວຂັ້ນນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ຂຶ້ນໃນລະຫວ່າງວັນທີ 8-23 ມິຖຸນາ 2026 ທີ່ພະແນກວັດທະນະທຳ ແລະ ການທ່ອງທ່ຽວ (ວທ ນວ) ເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີສົມພັນ ຫົວໜ້າພະແນກ ວທ ນວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ອິນໂດເນເຊຍ ຍົກລະດັບໂຄງການອາຫານຟຣີ

ອິນໂດເນເຊຍ ຍົກລະດັບໂຄງການອາຫານຟຣີ

ຂ່າວຕ່າງປະເທດລາຍງານໃນທ້າຍອາທິດຜ່ານມາວ່າ: ທ່ານ ນານິກ ສຸດາຣຍາຕີ ເດຢາງ ຫົວໜ້າຫ້ອງການໂພຊະນາການແຫ່ງຊາດອິນໂດເນເຊຍ ໄດ້ເປີດເຜີຍວ່າ, ອິນໂດເນເຊຍກຳລັງກ້າວໄປຂ້າງໜ້າດ້ວຍການປັບປຸງປະສິດທິພາບ ແລະ ການກວດກາໂຄງການອາຫານຟຣີຕາມຫຼັກໂພຊະນາການ, ໂດຍສຸມໃສ່ພື້ນທີ່ຫ່າງໄກສອກຫຼີກ ແລະ ພື້ນທີ່ທີ່ຂາດໂອກາດໄດ້ຮັບການບໍລິການ ຊຶ່ງລັດຖະບານກຳລັງປັບປຸງການໃຊ້ຈ່າຍງົບປະມານ ແລະ ຄັດເລືອກເປົ້າໝາຍຜູ້ໄດ້ຮັບຜົນປະໂຫຍດ ເພື່ອຮັບປະກັນວ່າໂຄງການນີ້ຈະເປັນປະໂຫຍດຫຼາຍຂຶ້ນ.
ຄໍາມ່ວນ ເປັນເຈົ້າພາບຈັດກອງປະຊຸມສຳມະນາບັນຊີປະຊາຊາດດ້ານການທ່ອງທ່ຽວ

ຄໍາມ່ວນ ເປັນເຈົ້າພາບຈັດກອງປະຊຸມສຳມະນາບັນຊີປະຊາຊາດດ້ານການທ່ອງທ່ຽວ

ກອງປະຊຸມສຳມະນາກ່ຽວກັບບັນຊີປະຊາຊາດດ້ານການທ່ອງທ່ຽວ ຈັດຂຶ້ນໃນວັນທີ 19 ພຶດສະພານີ້, ທີ່ພະແນກວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ແຂວງຄຳມ່ວນ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ວທ, ມີທ່ານ ໝັ້ນຍືນ ຄີນສະໝອນ ຮອງປະທານຄະນະກຳມະ ການປົກຄອງແຂວງ ພ້ອມດ້ວຍຜູ້ຊ່ຽວຊານ, ຄະນະພະແນກ ແລະ ວິຊາການຂະແໜງທ່ອງທ່ຽວຈາກບັນດາແຂວງທົ່ວປະເທດເຂົ້າຮ່ວມ.
ຜູ້ເຂົ້າປະກວດນາງສາວອັດຕະປື ທັດສະນະສຶກສາແຫຼ່ງທ່ອງທ່ຽວ ເມືອງໄຊເສດຖາ

ຜູ້ເຂົ້າປະກວດນາງສາວອັດຕະປື ທັດສະນະສຶກສາແຫຼ່ງທ່ອງທ່ຽວ ເມືອງໄຊເສດຖາ

​ໃນວັນທີ 26 ມີນາຜ່ານມານີ້, ຄະນະຮັບຜິດຊອບການປະກວດນາງສາວອັດຕະປື ໄດ້ນຳພາຜູ້ເຂົ້າປະກວດນາງສາວອັດຕະປື ທັງໝົດ 20 ນ້ອງ ທັດສະນະສຶກສາ ແລະ ຢ້ຽມຊົມແຫຼ່ງທ່ອງທ່ຽວທີ່ສຳຄັນ ຢູ່ເມືອງໄຊເສດຖາ ແຂວງອັດຕະປື ເພື່ອເປັນການເກັບຕົວ, ເຮັດກິດຈະກຳຮ່ວມກັນ ແລະ ໂຄສະນາການທ່ອງທ່ຽວຂອງແຂວງ ກ່ອນຈະມີການປະກວດຮອບຕັດສິນໃນມໍ່ໆນີ້.
ເຜີຍແຜ່ລະບົບຈອງປີ້ເຂົ້າຊົມແຫ່ງທ່ອງທ່ຽວ ທີ່ສະດວກ ເຂົ້າຊົມໄດ້ຫຼາຍສະຖານທີ່

ເຜີຍແຜ່ລະບົບຈອງປີ້ເຂົ້າຊົມແຫ່ງທ່ອງທ່ຽວ ທີ່ສະດວກ ເຂົ້າຊົມໄດ້ຫຼາຍສະຖານທີ່

ເມື່ອບໍ່ດົນຜ່ານມານີ້, ທີ່ພະແນກການເງິນແຂວງຫຼວງພະບາງ ໄດ້ມີກອງປະຊຸມ ໂຄສະນາ ເຜີຍແຜ່ ລະບົບການຂາຍປີ້ ເຂົ້າຊົມແຫຼ່ງທ່ອງທ່ຽວ ຜ່ານແອັບ LDT Booking ດ້ວຍການຈອງປີ້ແບບອອນລາຍ, ໂດຍເປັນປະທານຮ່ວມ ທ່ານ ນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ຄຳເພັດ ສີລາທອງນິດ ຫົວໜ້າພະແນກການເງິນ, ມີຜູ້ຕາງໜ້າບໍລິສັດອອກແບບ, ຜູ້ປະກອບການທ່ອງທ່ຽວ ແລະ ຜູ້ຂາຍປີ້ເຂົ້າຊົມແຫຼ່ງທ່ອງທ່ຽວ ເຂົ້າຮ່ວມ.
ເພີ່ມເຕີມ