ທ່ານ  ວົງເພັດ ຈິດປັນຍາ ພົບປະຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຢູ່ບັນດາກົມກອງ

ທ່ານ  ວົງເພັດ ຈິດປັນຍາ ພົບປະຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຢູ່ບັນດາກົມກອງ
ເມື່ອບໍ່ດົນມານີ້, ທ່ານ  ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງ ຮອງປະທານປ້ອງກັນຊາດ - ປ້ອງກັນຄວາມສະຫງົບແຂວງ ຜູ້ຊີ້ນຳວຽກງານການເມືອງແນວຄິດ ແຂວງຄຳມ່ວນ ພ້ອມດ້ວຍຄະນະ ລົງພົບປະຢ້ຽມຢາມ ແລະ ຊຸກຍູ້ໃຫ້ກຳລັງໃຈ ພະນັກງານ-ນັກຮົບ ຢູ່ກອງຮ້ອຍທະຫານຊາຍແດນ 313 ແລະ ກອງພັນທະຫານຮາບທີ່ 6 ໂດຍມີ ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ທັງສອງກົມກອງເຂົ້າຮ່ວມ.
    ໂອກາດນີ້, ທ່ານ ພັນໂທ ແສງມະນີ ບົວສະວັນ ຫົວໜ້າການທະຫານ ກອງຮ້ອຍທະຫານຊາຍແດນ 313 ແລະ ທ່ານ ພັນໂທ ເຊີຍ ໂທສີທາ ຫົວໜ້າການເມືອງ ກອງພັນທະຫານຮາບທີ່ 6 ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານຂອງກົມໃນໄລຍະ 1 ປີຜ່ານມາ ຊຶ່ງຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ໃນການນຳພາ-ຊີ້ນຳ ພະນັກງານ-ນັກຮົບ ເຄື່ອນໄຫວປະຕິບັດໜ້າທີ່ປົກປັກຮັກສາຄວາມສະຫງົບ ຕາມຂອບເຂດທີ່ກົມກອງຮັບຜິດຊອບໄດ້ເປັນຢ່າງດີ, ຕ້ານ ແລະ ສະກັ້ນກັ້ນປະກົດການຫຍໍ້ທໍ້ຕາມຂອບເຂດບໍເວນຊາຍແດນ, ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຮອບດ້ານ ໂດຍຕິດພັນກັບການປະຕິບັດ 7 ລະບອບ 18 ວຽກຂອງກອງທັບວາງອອກ ເພື່ອຮັບປະກັນໃນການກຽມພ້ອມສູ້ຮົບໄດ້ຕະຫຼອດ 24 ຊົ່ວໂມງ. ນອກນຈາກນັ້ນ, ຄະນະພັກ-ຄະນະບັນຊາ ຍັງໄດ້ນຳພາ-ຊີ້ນຳ ພະນັກງານ-ນັກຮົບ ເອົາໃຈໃສ່ໃນການຜະລິດ ເພື່ອແກ້ໄຂຊີວິດການເປັນຢູ່ ດ້ວຍການປູກຝັງ-ລ້ຽງສັດ ໄດ້ເປັນຢ່າງດີ.
    ໂອກາດນີ້, ທ່ານ ວົງເພັດ ຈິດປັນຍາ ກໍໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ຈົ່ງສືບຕໍ່ສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບ ໂດຍຕິດພັນກັບຂະບວນການວຽກງານຕ່າງໆຂອງກົມກອງ ສືບຕໍ່ເປັນເຈົ້າການໃນການປະຕິບັດໜ້າທີ່ປົກປັກຮັກສາຊາຍແດນໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບໂດຍພື້ນຖານ, ປະຕິບັດຂໍ້ກຳນົດ, ກົດລະບຽບຂອງກອງທັບ ກໍຄືຂອງກົມກອງວາງອອກຢ່າງເປັນປົກກະຕິ, ມີຄວາມສາມັກຄີ ແລະ ເປັນເອກະພາບໃນທຸກວຽກງານ, ພ້ອມກັນອອກແຮງແຂ່ງຂັນກັນສ້າງຜົນງານ ແລະ ສ້າງຂະບວນການ ເພື່ອຂໍ່ານັບຮັບງານສະເຫຼີມສະຫຼອງຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ແລະ ວັນສ້າງຕັ້ງ ກອງບັນຊາການທະຫານແຂວງຄຳມ່ວນ ຄົບຮອບ 75 ປີ ທີ່ກຳລັງຈະຈັດຂຶ້ນໃນມໍ່ໆນີ້. ໃນໂອກາດດັ່ງກ່າວນີ້, ກໍໄດ້ມອບເຄື່ອງບໍລິໂພກ ແລະ ອຸປະກອນກິລາ ຈຳນວນໜຶ່ງ ໃຫ້ພະນັກງານ-ນັກຮົບ ກອງຮ້ອຍທະຫານຊາຍແດນ 313 ແລະ ກອງພັນທະຫານຮາບທີ່ 6 ຕື່ມອີກ.
(ຂ່າວ: ລາກີ ພົມມີສິດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ບົດບາດວີດີໂອສັ້ນ ເປັນຂົວຕໍ່ທີ່ບໍ່ມີພົມແດນ

ບົດບາດວີດີໂອສັ້ນ ເປັນຂົວຕໍ່ທີ່ບໍ່ມີພົມແດນ

ໃນໂອກາດນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມພິທີມອບ-ຮັບລາງວັນການປະກວດວີດີໂອສັ້ນພາຍໃຕ້ຫົວຂໍ້: “ການຮ່ວມມືມິດຕະພາບຈີນ-ອາຊຽນ” ຄັ້ງທີ 5 ທີ່ນະຄອນໜານໜິງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ, ທ່ານ ວັນສີ ກົວມົວ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ສປ ຈີນ ວ່າ: ບົດບາດຂອງວີດີໂອສັ້ນຕໍ່ການເຊື່ອມໂຍງປະຊາຊົນແມ່ນເປັນຂົວຕໍ່ທີ່ບໍ່ມີພົມແດນ.
ແນະນໍາວິທີວິທະຍາ ໃນການກະກຽມຮ່າງເນື້ອໃນມະຕິຂອງຄະນະບໍລິຫານສູນກາງພັກ

ແນະນໍາວິທີວິທະຍາ ໃນການກະກຽມຮ່າງເນື້ອໃນມະຕິຂອງຄະນະບໍລິຫານສູນກາງພັກ

ກອງປະຊຸມແນະນໍາວິທີວິທະຍາໃນການກະກຽມຮ່າງເນື້ອໃນມະຕິຂອງຄະນະບໍລິຫານງານສູນກາງ ພັກປະຊາຊົນ ປະຕິວັດລາວ ສະໄໝ ທີ XII ໄດ້ຈັດຂຶ້ນໃນວັນທີ 23 ມິຖຸນາ ຜ່ານມາ ທີ່ສະພາທິດສະດີສູນກາງພັກ,​ ໂດຍການເປັນປະທານຂອງ ທ່ານ ຄຳມອນ ຈັນທະຈິດ ກຳມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານສະພາທິດສະດີສູນກາງພັກຜູ້ປະຈໍາການ, ມີບັນດາຕາງໜ້າຄະນະຮັບຜິດຊອບກະກຽມຮ່າງເນື້ອໃນມະຕິຂອງຄະນະບໍລິຫານງານສູນກາງພັກ ຈາກກະຊວງການເງິນ, ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ກະຊວງສຶກສາທິການ ແລະ ກິລາ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ, ກະຊວງການຕ່າງປະເທດ ແລະ ຄະນະຈັດຕັ້ງສູນກາງພັກ, ພ້ອມດ້ວຍພະນັກງານຂອງສະພາທິດສະດີສູນກາງພັກ ເຂົ້າຮ່ວມ.
2 ປີ ສາລະວັນ ມ້າງຄະດີຢາເສບຕິດໄດ້ 285 ເລື່ອງ

2 ປີ ສາລະວັນ ມ້າງຄະດີຢາເສບຕິດໄດ້ 285 ເລື່ອງ

ທ່ານ ພົຈວ ສີເສີດ ສອນດາລາ ຄະນະປະຈຳພັກແຂວງ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງສາລະວັນ ໄດ້ລາຍງານຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະ 2 ປີ (2024-2025) ຕໍ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໄລຍະ 2 ປີຂອງແຂວງສາລະວັນ ໃນວັນທີ 23 ມິຖຸນານີ້,
ຄະນະຮັບຜິດຊອບ ຊຸກຍູ້ ກວດກາ ຄຸນນະພາບແຮ່ທາດກ່ອນການສົ່ງອອກຢູ່ປາຍທາງ ທີ່ແຂວງຊຽງຂວາງ

ຄະນະຮັບຜິດຊອບ ຊຸກຍູ້ ກວດກາ ຄຸນນະພາບແຮ່ທາດກ່ອນການສົ່ງອອກຢູ່ປາຍທາງ ທີ່ແຂວງຊຽງຂວາງ

ທ່ານ ວົງວັນເພັງ ພູມສະຫວັນ ຮອງຫົວໜ້າກົມພາສີ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງໄດ້ລົງເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານການກວດກາຄຸນນະພາບແຮ່ທາດກ່ອນການສົ່ງອອກຢູ່ປາຍທາງ ທີ່ ແຂວງຊຽງຂວາງ ໃນ​ວັນ​ທີ 22-23 ມິ​ຖຸ​ນາ​ນີ້.
ເມືອງໂຂງ ສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025

ເມືອງໂຂງ ສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025

ເມືອງໂຂງ ແຂວງຈຳປາສັກ ໄດ້ຈັດກອງປະຊຸມສະຫຼຸບວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ແລະ ວາງທິດທາງແຜນການ ປະຈຳປີ 2026 ໃນ​ວັນ​ທີ 22 ມິ​ຖຸ​ນາ​ຜ່ານ​ມາ,ໂດຍ​ມີ ສະຫາຍ ສາທິດ ປັດສາພັນ ກຳມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງໂຂງ; ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ເລຂາພັກບ້ານ 114 ບ້ານໃນທົ່ວເມືອງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມສ່ອງແສງຄະນະກວດກາແຕ່ລະຂັ້ນ ອົງຄະນະພັກ ຄອສພ

ກອງປະຊຸມສ່ອງແສງຄະນະກວດກາແຕ່ລະຂັ້ນ ອົງຄະນະພັກ ຄອສພ

ເມື່ອບໍ່ດົນມານີ້ໄດ້ມີກອງປະຊຸມສ່ອງແສງຄະນະກວດກາແຕ່ລະຂັ້ນ ຂອງອົງຄະນະພັກ ຄະນະໂຄສະນາອົບຮົມ ສູນກາງພັກ (ຄອສພ), ພາຍໃຕ້ ການເປັນປະທານຂອງ ທ່ານ ສາຄອນ ພົມມະລາດ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບສູນກາງພັກ ປະທານຄະນະກວດກາ ຄອສພ ຊຶ່ງມີປະທານ, ຮອງປະທານ ຄະນະກວດກາພັກ, ປະທານກວດກາ ຄະນະພັກຮາກຖານ, ປະທານກວດກາໜ່ວຍພັກ, ອົງການຈັດຕັ້ງມະຫາຊົນ ຄອສພ.
ເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກຢູ່ຄະນະກຳມະການປົກຄອງເມືອງໄຊເສດຖາ ນວ

ເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກຢູ່ຄະນະກຳມະການປົກຄອງເມືອງໄຊເສດຖາ ນວ

ໃນວັນທີ 20 ມິຖຸນາຜ່ານມານີ້, ທ່ານ ໄພທູນ ທ່ຽງລະໄມ ກໍາມະການຄະນະພັກກະຊວງ ຫົວໜ້າກົມຄຸ້ມຄອງວິສາຫະກິດການເງິນ ກະຊວງການເງິນ, ສະມາຊິກສະພາແຫ່ງຊາດຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນວ ພ້ອມດ້ວຍຄະນະໄດ້ລົງພົບປະ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກສະພາແຫ່ງຊາດຊຸດທີ X ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ V ທີ່ຄະນະກຳມະການປົກຄອງເມືອງໄຊເສດຖາ ນວ ຊຶ່ງໃຫ້ການຕ້ອນຮັບ ແລະ ລາຍງານສະພາບລວມການຈັດຕັ້ງປະຕິບັດວຽກງານຂອງເມືອງໂດຍທ່ານ ກຸມພະວາ ຈຳປາສຸກ ຮອງເລຂາຄະນະບໍລິຫານພັກເມືອງໄຊເສດຖາ ປະທານຄະນະກໍາມະການປົກຄອງເມືອງໄຊເສດຖາ ຊຶ່ງມີບັນດາຫ້ອງການອ້ອມຂ້າງ ແລະ ພະນັກງານຂອງຄະນະກຳມະການປົກຄອງເມືອງເຂົ້າຮ່ວມ.ໃນວັນທີ 20 ມິຖຸນາຜ່ານມານີ້, ທ່ານ ໄພທູນ ທ່ຽງລະໄມ ກໍາມະການຄະນະພັກກະຊວງ ຫົວໜ້າກົມຄຸ້ມຄອງວິສາຫະກິດການເງິນ ກະຊວງການເງິນ, ສະມາຊິກສະພາແຫ່ງຊາດຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນວ ພ້ອມດ້ວຍຄະນະໄດ້ລົງພົບປະ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກສະພາແຫ່ງຊາດຊຸດທີ X ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ V ທີ່ຄະນະກຳມະການປົກຄອງເມືອງໄຊເສດຖາ ນວ ຊຶ່ງໃຫ້ການຕ້ອນຮັບ ແລະ ລາຍງານສະພາບລວມການຈັດຕັ້ງປະຕິບັດວຽກງານຂອງເມືອງໂດຍທ່ານ ກຸມພະວາ ຈຳປາສຸກ ຮອງເລຂາຄະນະບໍລິຫານພັກເມືອງໄຊເສດຖາ ປະທານຄະນະກໍາມະການປົກຄອງເມືອງໄຊເສດຖາ ຊຶ່ງມີບັນດາຫ້ອງການອ້ອມຂ້າງ ແລະ ພະນັກງານຂອງຄະນະກຳມະການປົກຄອງເມືອງເຂົ້າຮ່ວມ.
ປກສ ບໍລິຄໍາໄຊ ຈູດທໍາລາຍອາວຸດລ່າເນື້ອ ຈັກສະຕິນ ແລະ ເຄື່ອງຊັອດປາ

ປກສ ບໍລິຄໍາໄຊ ຈູດທໍາລາຍອາວຸດລ່າເນື້ອ ຈັກສະຕິນ ແລະ ເຄື່ອງຊັອດປາ

ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງບໍລິຄໍາໄຊ ຈັດພິທີຈູດທໍາລາຍອາວຸດລ່າເນື້ອ, ຈັກສະຕິນ ແລະ ໝໍ້ຊັອດປາ ໃນວັນທີ 19 ມິຖຸນາຜ່ານມາ, ໂດຍມີທ່ານ ພົຈວ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ, ມີທ່ານ ບຸນລ້ຽງ ດວງສະເພົາທອງ ຮອງປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍນາຍ ແລະ ພົນຕໍາຫຼວດກ່ຽວຂ້ອງເຂົ້າຮ່ວມ.
ທະຫານຫຼວງນໍ້າທາ ເລື່ອນຊັ້ນ-ເລື່ອນທຽບຊັ້ນໃຫ້ 13 ສະຫາຍ

ທະຫານຫຼວງນໍ້າທາ ເລື່ອນຊັ້ນ-ເລື່ອນທຽບຊັ້ນໃຫ້ 13 ສະຫາຍ

ກອງບັນຊາການທະຫານແຂວງຫຼວງນໍ້າທາ ຈັດພິທີປະກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານໃນວັນທີ 19 ມິຖຸນາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພົຈວ ຫຸມພັນ ແກ້ວວັງລາດ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາກ່ຽວຂ້ອງເຂົ້າຮ່ວມ.
ຫາ​ລືຮ່າງວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

ຫາ​ລືຮ່າງວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

ກອງປະຊຸມຄະນະຮັບຜິດຊອບຊີ້ນຳການຮ່າງ ແລະ ປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄດ້ຈັດຂຶ້ນໃນ​ວັນ​ທີ 22 ມິ​ຖຸ​ນາ​ນີ້ ທີ່ ກະຊວງການເງິນ, ພາຍ​ໃຕ້​ການເປັນປະທານ​ຂອງ ທ່ານ ສັນຕິພາບ ພົມວິຫານຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການເງິນ ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນຳການຮ່າງ ແລະ ປະຕິບັດວາລະແຫ່ງຊາດ ຂັ້ນສູນກາງ, ມີບັນດາທ່ານຮອງລັດຖະມົນຕີ, ຫົວໜ້າກົມ/ຮອງຫົວໜ້າກົມແລະພາກ​ສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ