ຕ້ອນຮັບການມາຢ້ຽມຢາມພົບປະ ຂອງ ພະນະທ່ານ ຊຸກິໂອໂນ

ທ່ານ ບຸນທອງ ຈິດມະນີ ພົບປະກັບ ທ່ານ ຊຸກິໂອໂນ ຮອງປະທານພັກເກີຣິນດຣາ ຂອງອິນໂດເນເຊຍ

ທ່ານ ບຸນທອງ ຈິດມະນີ ພົບປະກັບ ທ່ານ ຊຸກິໂອໂນ ຮອງປະທານພັກເກີຣິນດຣາ ຂອງອິນໂດເນເຊຍ
ໃນຕອນບ່າຍຂອງ ວັນທີ 27 ກັນຍານີ້ ທີ່ ສໍານັກງານຫ້ອງວ່າການສູນກາງພັກ, ພະນະທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ສປປ ລາວ

ໄດ້ຕ້ອນຮັບການມາຢ້ຽມຢາມພົບປະ ຂອງ ພະນະທ່ານ ຊຸກິໂອໂນ (Sugiono), ຮອງປະທານພັກເກີຣິນດຣາ (GERINDRA Party) ຂອງອິນໂດເນເຊຍ ພ້ອມຄະນະ ທີ່ເດີນທາງມາຢ້ຽມຢາມ ສປປ ລາວ.
ໃນໂອກາດດັ່ງກ່າວ, ພະນະທ່ານ ບຸນທອງ ຈິດມະນີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ການມາຢ້ຽມຢາມ ສປປ ລາວ ຂອງ ຄະນະ ໃນຄັ້ງນີ້, ເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການຮັດແໜ້ນ ສາຍພົວພັນມິດຕະພາບ ແລະ ເສີມຂະຫຍາຍການຮ່ວມມືອັນດີງາມ ລະຫ່ວາງ ລາວ-ອິນໂດເນເຊຍ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ, ຍິນດີ ທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫ່ວາງ ລາວ-ອິນໂດເນເຊຍ ຕະຫຼອດໄລຍະ 67 ປີຜ່ານມາ ແມ່ນໄດ້ຮັບການເສີມຂະຫຍາຍເປັນກ້າວໆມາ, ສະແດງຄວາມຊົມເຊີຍຕໍ່ ພັກເກີຣິນດຣາ ທີ່ໄດ້ຮັບໄຊຊະນະ ໃນການເລືອກຕັ້ງທົ່ວໄປຂອງ ອິນໂດເນເຊຍ ໃນເດືອນກຸມພາ ຜ່ານມາ ແລະ ສະແດງຄວາມຊົມເຊີຍທີ່ ພະນະທ່ານ ພຣາໂບໂວ ສຸບຽນໂຕ ປະທານພັກເກີຣິບດຣາ ໄດ້ຮັບໄຊຊະນະ ໃນການເລືອກຕັ້ງເປັນປະທານາທິບໍດີ ອິນໂດເນເຊຍ ແລະ ຈະເຂົ້າສາບານຕົນ ໃນວັນທີ 20 ຕຸລາ 2024. ພ້ອມນັ້ນ, ພະນະທ່ານ ຍັງໄດ້ແຈ້ງໃຫ້ຊາບສະພາບພົ້ນເດັ່ນຂອງ ພັກ, ລັດ ລາວ ໃນການສ້າງສາພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນໄລຍະຜ່ານມາ, ໂດຍສະເພາະການດຶງດູດການລົງທຶນຈາກຕ່າງປະເທດ, ພ້ອມນັ້ນ ຍັງສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງລັດຖະບານອິນໂດເນເຊຍ ໃນດ້ານການສຶກສາ, ການພັດທະນາຊັບພະຍາກອນມະນຸດ, ການຮ່ວມມືທາງດ້ານການຄ້າ ໃຫ້ແກ່ ພັກ-ລັດ ລາວ ແລະ ຫວັງວ່າຝ່າຍອິນໂດເນເຊຍ ຈະສືບຕໍ່ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນດ້ານຕ່າງໆ ຕື່ມອີກໃນຕໍ່ໜ້າ.
ພະນະທ່ານ ຊຸກິໂອໂນ (Sugiono) ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ກໍຄື ການແຈ້ງສະພາບພົ້ນເດັ່ນຂອງ ພັກ, ລັດ ລາວ ໃຫ້ຊາບ, ຊົມເຊີຍບັນດາຜົນສໍາເລັດໃນດ້ານຕ່າງໆ ທີ່ປະ ຊາຊົນລາວຍາດມາໄດ້, ການເປັນປະທານກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມສຸດຍອດອື່ນໆທີ່ປິ່ນອ້ອມ ໂດຍສະເພາະ ຕີລາຄາສູງສາຍພົວພັນມິດຕະພາບ ແລະ ການພົວພັນຮ່ວມມືອັນດີງາມ ລະຫ່ວາງ ອິນໂດເນເຊຍ-ລາວ ໃນຕະຫຼອດໄລຍະ 67 ປີຜ່ານມາ ກໍຄືປັດຈຸບັັນ, ໃນໂອກາດນີ້ ພັກ, ລັດ ອິນໂດເນເຊຍ ໄດ້ສະແດງຄວາມຍິນດີທີ່ຈະສືບຕໍ່ຊຸກຍູ້ ແລະ ສະໜັບສະໜູນ ພັກ, ລັດ ສປປ ລາວ ໃນການເປັນປະທານອາຊຽນ ຄັ້ງທີ 44 ແລະ 45 ທີ່ ສປປ ລາວ ເປັນເຈົ້າພາບ ໃຫ້ປະສົບຜົນສໍາເລັດຢ່າງຈົບງາມ.
ໃນໂອກາດການມາຢ້ຽມຢາມຄັ້ງນີ້ ພະນະທ່ານ ຊຸກິໂອໂນ (Sugiono) ໄດ້ຕາງໜ້າ ພັກເກີຣິນດຣາ ມອບເງິນ ຈໍານວນ 1 ລ້ານໂດລາ ໃຫ້ແກ່ ພັກ ປປ ລາວ ເພື່ອເປັນການສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ ປີ 2024.
ສອງຝ່າຍ ສະແດງຄວາມຍິນດີໃນການລິເລີ່ມສ້າງສາຍພົວພັນ ລະຫວ່າງ ພັກ ປປ ລາວ ກັບ ພັກເກີຣິນດຣາ ເພື່ອແລກປ່ຽນບົດຮຽນນໍາກັນ ໃນດ້ານຕ່າງໆ, ປະກອບສ່ວນເຂົ້າໃນການພົວພັນຂອງ 2 ປະເທດ ໃຫ້ນັບມື້ໄດ້ຮັບການພັດທະນາຂຶ້ນເລື້ອຍໆ ເພື່ອສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ໃນພາກພື້ນ ແລະ ໃນໂລກ.
(ຂ່າວ-ພາບ: ພູວຽງຄຳ)

ຄໍາເຫັນ

ຂ່າວການຮ່ວມມື

ກອງທຶນ NT2DF ອະນຸມັດງົບ 343 ລ້ານກີບ ຟື້ນຟູປ່ານາກາຍ ສືບຕໍ່ພັດທະນາຊຸມຊົນ

ກອງທຶນ NT2DF ອະນຸມັດງົບ 343 ລ້ານກີບ ຟື້ນຟູປ່ານາກາຍ ສືບຕໍ່ພັດທະນາຊຸມຊົນ

ກອງປະຊຸມຄັ້ງທີ 9 ຂອງຄະນະກໍາມະການຊີ້ນໍາກອງທຶນພັດທະນານໍ້າເທີນ 2ໄດ້ຈັດຂຶ້ນໃນວັນທີ 24 ກນຍາຜ່ານມາທີ່ຫ້ອງວ່າການແຂວງຄໍາມ່ວນ ເພື່ອທົບທວນຜົນການດໍາເນີນງານ, ຮັບຮອງແຜນງານ ແລະ ກໍານົດທິດທາງພັດທະນາກອງທຶນໃນໄລຍະຕໍ່ໜ້າ, ໂດຍການເປັນປະທານຮ່ວມຂອງ ທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະປົກຄອງແຂວງຄໍາມ່ວນ ແລະ ທ່ານ ມາກ-ອັງຕວນ ຣຸບ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້ານໍ້າເທີນ 2 ຈໍາກັດ.
ຄະນະຜູ້ແທນ ສປປ ລາວສືບຕໍ່ເຂົ້າຮ່ວມກອງປະຊຸມປິ່ນອ້ອມ ແລະ ການພົບສອງຝ່າຍໃນການກອງປະຊຸມສະມັດຊາໃຫຍ່ອົງການສປຊ

ຄະນະຜູ້ແທນ ສປປ ລາວສືບຕໍ່ເຂົ້າຮ່ວມກອງປະຊຸມປິ່ນອ້ອມ ແລະ ການພົບສອງຝ່າຍໃນການກອງປະຊຸມສະມັດຊາໃຫຍ່ອົງການສປຊ

ໃນວັນທີ 23 ກັນຍາຜ່ານມາທີ່ ນະຄອນນິວຢອກສອາເມຣິກາ, ຄະນະຜູ້ແທນ ສປປ ລາວ ໄດ້ສືບຕໍ່ເຂົ້າຮ່ວມບັນດາກອງປະຊຸມປິ່ນອ້ອມ, ການພົບປະສອງຝ່າຍ ແລະ ເຂົ້າຮ່ວມກິດຈະກໍາຕ່າງໆ ໃນໄລຍະກອງປະຊຸມສະມັດຊາໃຫຍ່ ອົງການ ສປຊ ສະໄໝທີ 81.
ໂທລະພາບລາວ-ຈີນ ຮ່ວມມືດ້ວຍຫຼາຍຮູບແບບ

ໂທລະພາບລາວ-ຈີນ ຮ່ວມມືດ້ວຍຫຼາຍຮູບແບບ

ພິທີລົງນາມການຮ່ວມມືລະຫວ່າງ ໂທລະພາບແຫ່ງຊາດລາວ ແລະ ວິທະຍຸ-ໂທລະພາບກວາງຊີ ໃນລາຍການ ໂຮງລະຄອນຈີນ ແລະ ກະຕູນຈີນ ປີ2026ໄດ້ມີຂຶ້ນໃນວັນທີ 24 ກັນຍານີ້ ທີ່ໂທລະພາບແຫ່ງຊາດ. ເປັນກຽດຮ່ວມລົງນາມໃນສັນຍາ ໂດຍ ສະຫາຍວັນລາຕີ ຄໍາວານວົງສາຜູ້ອໍານວຍການໃຫຍ່ໂທລະພາບແຫ່ງຊາດລາວ, ສະຫາຍ Zheng Kui ຮອງເລຂາຄະນະພັກສະຖານີໂທລະພາບ ແລະ ວິທະຍຸຂອງແຂວງກວາງຊີ ສປຈີນ, ໂດຍຊ້ອງໜ້າ ສະຫາຍ ສາຄອນ ພົມມະລາດຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ນາງ ເສີນ ຢີ້ ຈຸ່ນຄະນະປະຈຳພັກແຂວງ, ຫົວໜ້າໂຄສະນາ ເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີ ພ້ອມດ້ວຍ ບັນດາຜູ້ຕາງໜ້າຈາກຝ່າຍຈີນ ແລະ ຝ່າຍລາວ.
ເຈັດປີແຫ່ງຄວາມພາກພຽນ ເກີດໝາກຜົນຈາກ "ການເຊື່ອມຕໍ່ສີ່ເຂດ" — ເຂດການຄ້າເສລີພາກພື້ນຄຸນໝິງ ສ້າງມາດຕະຖານໃໝ່ໃນການພັດທະນາແບບເປີດກວ້າງ

ເຈັດປີແຫ່ງຄວາມພາກພຽນ ເກີດໝາກຜົນຈາກ "ການເຊື່ອມຕໍ່ສີ່ເຂດ" — ເຂດການຄ້າເສລີພາກພື້ນຄຸນໝິງ ສ້າງມາດຕະຖານໃໝ່ໃນການພັດທະນາແບບເປີດກວ້າງ

ໃນຕອນເຊົ້າ, ດ່ານຊາຍແດນບໍ່ຫານ ຫາກໍ່ໄດ້ເປີດໃຫ້ບໍລິການ. ຂະບວນລົດໄຟ "ສາຍດ່ວນລ້ານຊ້າງ-ແມ່ນ້ຳຂອງ" ທີ່ບັນທຸກໝາກທຸລຽນຈາກໄທ ຄ່ອຍໆເຂົ້າຈອດທີ່ດ່ານລົດໄຟບໍ່ຫານ, ຂະນະທີ່ຕູ້ຄອນເທນເນີລະບົບຕ່ອງໂສ້ເຢັນເລີ່ມຖ່າຍໂອນ. ຫ່າງອອກໄປບໍ່ເທົ່າໃດກິໂລແມັດ, ຢູ່ດ່ານທາງຫຼວງ ທີ່ມີຈຸດກວດກາເຂົ້າ-ອອກເມືອງຂະຫຍາຍເປັນ 12 ເລນ, ຜູ້ຂັບລົດບັນທຸກຍື່ນເອກະສານ ແລະ ພຽງ 4 ນາທີຕໍ່ມາກໍໄດ້ຮັບໃບອະນຸຍາດປ່ອຍຜ່ານ. ແນ່ໄສ່ "ເສັ້ນທາງທອງຄຳ" ຄື ທາງລົດໄຟລາວ-ຈີນ, ໝາກທຸລຽນຈາກສວນໝາກໄມ້ຂອງໄທໄປຮອດຕະຫຼາດຄຸນໝິງ ໃຊ້ເວລາພຽງ 3 ມື້.
ເຊກອງ ສໍາເລັດການເຂົ້າຮ່ວມງານວາງສະແດງສິນ​ຄ້າ ຈີນ-ອາຊຽນ ຄັ້ງທີ 23

ເຊກອງ ສໍາເລັດການເຂົ້າຮ່ວມງານວາງສະແດງສິນ​ຄ້າ ຈີນ-ອາຊຽນ ຄັ້ງທີ 23

ແຂວງເຊກອງ ໄດ້ສໍາເລັດການເຂົ້າຮ່ວມງານວາງສະແດງ ຈີນ-ອາຊຽນ ຄັ້ງທີ 23 ປະຈໍາປີ 2026ທີ່ນະຄອນໜານໜິງ, ເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີ ສປ ຈີນ ຈັດຂຶ້ນໃນລະຫວ່າງວັນທີ 16-21 ກັນຍາ 2026 ພາຍໃຕ້ຄໍາຂວັນ “ສົ່ງເສີມກາລະໂອກາດ ຂອງການຍົກລະດັບເຂດການຄ້າເສລີ ຈີນ-ອາຊຽນ 3.0 ເພື່ອຊີວິດທີ່ດີຂຶ້ນກວ່າເກົ່າ”.
ງານສັບປະດາວັດທະນະທຳຮູບເງົາ ຈີນ-ອາຊີອາຄະເນ

ງານສັບປະດາວັດທະນະທຳຮູບເງົາ ຈີນ-ອາຊີອາຄະເນ

ພິທີເປີດງານສັບປະດາວັດທະນະທຳຮູບເງົາ ຈີນ-ອາຊີອາຄະເນ ໄດ້ຈັດຂຶ້ນໃນວັນທີ 23 ກັນຍານີ້ ທີ່ສູນາການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ, ໂດຍມີທ່ານ ປາຄານໄຊ ສີຄານໄຊ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ເຊິນ ອີຈຸນ ກຳມະການຄະນະປະຈຳພັກ ເຂດປົກຄອງຕົນເອງກວາງຊີຈ່ວງຫົວໜ້າພະແນກໂຄສະນາເຜີຍແຜ່; ທ່ານນາງ ຟາງ ຫົງ ເອກອັກຄະລັດຖະທູດ ສປ ຈີນປະຈຳລາວ; ມີບັນດາຮອງຜູ້ອຳນວຍການບໍລິຫານກອງທຶນພັດທະນາສື່ມວນຊົນໄທ ແລະ ແຂກຖືກເຊີນເເຂົ້າຮ່ວມ.
ທະນາຄານຮ່ວມທຸລະກິດລາວ-ຫວຽດມ ມອບຈໍ LED ໃຫ້ອົງການກວດສອບແຫ່ງລັດ

ທະນາຄານຮ່ວມທຸລະກິດລາວ-ຫວຽດມ ມອບຈໍ LED ໃຫ້ອົງການກວດສອບແຫ່ງລັດ

ໃນວັນທີ 23 ກັນຍານີ້, ທີ່ອົງການກວດສອບແຫ່ງລັດ ໄດ້ຈັດພິທີເຊັນບົດບັນທຶກມອບ-ຮັບ ຈໍ LED ທີ່ໄດ້ຮັບການສະໜັບສະໜູນ ຈາກທະນາຄານຮ່ວມທຸລະກິດລາວ-ຫວຽດໃຫ້ແກ່ອົງການກວດສອບແຫ່ງລັດຮ່ວມລົງນາມຄັ້ງນີ້ ຕາງໜ້າອົງການກວດສອບແຫ່ງລັດ ໂດຍ ທ່ານ ນາງ ຕຸລາວັນ ພິມມະສອນ ຮອງປະທານອົງການກວດສອບແຫ່ງລັດ ແລະ ຕາງໜ້າທະນາຄານ ໂດຍ ທ່ານ ຫງຽວນ ເຖ ຖັງ ຜູ້ອຳນວຍການໃຫຍ່ ທະນາຄານ ຮ່ວມທຸລະກິດລາວ-ຫວຽດ ມີພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ສະຫຼອງບຸນໄຫວ້ພະຈັນ ຕິດພັນກັບການສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ

ສະຫຼອງບຸນໄຫວ້ພະຈັນ ຕິດພັນກັບການສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ

ສະພາການຄ້າຊາວຈີນຕ່າງດ້າວ ປະຈໍາ ສປປ ລາວ ຮ່ວມກັບ ສະຖານທູດຈີນປະຈຳລາວ ຈັດງານສະເຫຼີມສະຫຼອງບຸນໄຫວ້ພະຈັນ ປະຈຳປີ 2026 ຢູ່ ນະຄອນຫຼວງວຽງຈັນ (ນວ) ເພື່ອສືບສານບຸນປະເພນີອັນດີງາມຂອງຊົນຊາດຈີນ ຕິດພັນກັບການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ປີມິດຕະພາບ ລາວ-ຈີນ ໃນວັນທີ 22 ກັນຍາ ນີ້ ໂດຍມີ ທ່ານ ກິແກ້ວ ໄຂຄໍາພິທູນ ປະທານສູນກາງແນວລາວສ້າງຊາດ, ທ່ານ ນາງ ຝາງ ຫົງ ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ລາວ, ມີບັນດາການນຳ ພັກ, ລັດ, ຊາວຈີນຕ່າງດ້າວ ແລະ ວິສາຫະກິດຈີນຢູ່ລາວ ເຂົ້າຮ່ວມ.
ບຸນໄຫ້ວພະຈັນພາຍໃຕ້ຫົວຂໍ້ ຮ່ວມກັນຊົມພະຈັນດວງດຽວກັນ

ບຸນໄຫ້ວພະຈັນພາຍໃຕ້ຫົວຂໍ້ ຮ່ວມກັນຊົມພະຈັນດວງດຽວກັນ

ສູນວັດທະນະທຳຈີນ ປະຈຳ ສປປ ລາວ ຮ່ວມກັບພາກວິຊາພາສາຈີນ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດງານສະເຫຼີມສະຫຼອງງານບຸນໄຫວ້ພະຈັນ ພາຍໃຕ້ຫົວຂໍ້ຮ່ວມກັນຊົມພະຈັນດວງດຽວກັນ - ອ່ານບົດກະວີໃນບຸນໄຫວ້ພະຈັນ” ປະຈໍາປີ 2026 ຂຶ້ນໃນວັນທີ 23 ກັນຍານີ້ ທີ່ສູນວັດທະນະທຳຈີນ ປະຈຳ ສປປ ລາວ ເປັນກຽດເຂົ້າຮ່ວມມີ ທ່ານ ອຸ່ນຫຼ້າ ສີວັນເພັງ ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ມີຫົວໜ້າພາກວິຊາ ຄະນະອັກສອນສາດ, ມີຮອງພາກວິຊາພາສາຈີນ ແລະ ນັກສຶກສາຈາກ ພາກວິຊາພາສາຈີນ ມະຫາວິທະຍາໄລແຫ່ງຊາດເຂົ້າຮ່ວມຢ່າງພ້ອມພຽງ.
ເປີດກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 81

ເປີດກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 81

ໃນວັນທີ 22 ກັນຍາ ຜ່ານມານີ້ ທີ່ ນະຄອນນິວຢອກ ສ ອາເມຣິກາ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ເເທນ ຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມພິທີເປີດກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 81, ພາຍໃຕ້ຫົວຂໍ້: “ຟື້ນຟູຄວາມເຊື່ອໝັ້ນ, ບໍລິຫານການຫັນປ່ຽນໃຫ້ກາຍເປັນອົງການສະຫະ ປະຊາຊາດ ທີ່ໃຫ້ຜົນປະໂຫຍດແກ່ທຸກຄົນ” (Restoring Trust, Managing Transformation: A United Nations That Delivers for All). ພ້ອມທັງໄດ້ເຂົ້າຮ່ວມກອງປະຊຸມພາກອະພິປາຍທົ່ວໄປ (General Debate), ບັນດາກອງປະຊຸມປິ່ນອ້ອມ ແລະ ກິດຈະກໍາຕ່າງໆ ໃນໄລຍະກອງປະຊຸມດັ່ງກ່າວ.
ເພີ່ມເຕີມ