ໃນຕອນບ່າຍຂອງວັນທີ 30 ກັນຍາ 2025 ນີ້, ທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະນໍາຂອງແຂວງ ແລະ ເມືອງອະນຸວົງ ໄດ້ລົງເຄື່ອນໄຫວຕິດຕາມສະພາບນໍ້າຖ້ວມຊຸ ບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ຈາກພະຍຸບົວລອຍ ເຮັດໃຫ້ເຮືອນຊານຂອງປະຊາຊົນໄດ້ຮັບຄວາມເສຍຫາຍ ແລະ ມີຜູ້ເສຍຊີວິດ. ຕາມການບອກເລົ່າຂອງປະຊາຊົນພາຍໃນບ້ານວ່າ: ໃນເວລາປະມານ 00:00 ໂມງ (ກາງຄືນ) ໄດ້ມີຝົນຕົກໜັກ ເຮັດໃຫ້ມີນໍ້າປ່າໄຫຼມາຊຸເຮືອນປະຊາຊົນ ຈໍານວນ 2 ຫຼັງ ແລະ ເຮັດໃຫ້ມີຜູ້ເສຍຊີວິດ ຈໍານວນ 3 ຄົນ. ນອກນີ້, ຍັງມີເຮືອນຂອງປະຊາຊົນຈໍານວນໜຶ່ງທີ່ຢູ່ໃກ້ຄຽງເຂດດັ່ງກ່າວ ຖືກນໍ້າຖ້ວມ, ເສັ້ນທາງມີການເປ່ເພບໍ່ສາມາດສັນຈອນໄປມາໄດ້ ແຕ່ປັດຈຸບັນ ມີອ້າຍນ້ອງທະຫານ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງໄດ້ປະຈໍາຢູ່ຈຸດດັ່ງກ່າວ ເພື່ອເຜົ້າລະວັງ ແລະ ໃຫ້ການຊ່ວຍເຫຼືອປະຊາຊົນໃນເວລາສຸກເສີນ, ສ່ວນຄວາມເສຍຫາຍທັງໝົດແມ່ນຍັງບໍ່ສາມາດປະເມີນໄດ້.
ການລົງເຄື່ອນໄຫວຕິດຕາມສະພາບຄວາມເສຍຫາຍຄັ້ງນີ້, ແມ່ນໄດ້ສະແດງເຖິງຄວາມເປັນຫ່ວງເປັນໃຍຂອງການນໍາພັກ-ລັດ ກໍຄືການນໍາແຂວງໄຊສົມບູນ ທີ່ມີຕໍ່ປະຊາຊົນຕະຫຼອດມາ ທັງເປັນການລົງໃກ້ຊິດຕິດແທດເພື່ອປອບຂັວນໃຫ້ກໍາລັງໃຈແກ່ຄອບຄົວທີ່ໄດ້ຮັບຜົນກະທົບ. ໂອກາດດັ່ງກ່າວ, ທ່ານເຈົ້າແຂວງ ໄດ້ເນັ້ນໜັກໃຫ້ພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະແມ່ນຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ຈົ່ງຮີບຮ້ອນສະຫຼຸບລາຍງານຜົນເສຍຫາຍໃນຄັ້ງນີ້ ໃຫ້ຂັ້ນສູນກາງ ພ້ອມທັງກະກຽມຄວາມຊ່ວຍເຫຼືອເບື້ອງຕົ້ນໃຫ້ແກ່ຄອບຄົວທີ່ມີຜູ້ເສຍຊີວິດ ພ້ອມນີ້ ທ່ານ ຍັງໄດ້ມອບເງິນຈໍານວນ 5 ລ້ານກີບ ເພື່ອເປັນການຊ່ວຍເຫຼືອໃນເບື້ອງຕົ້ນ ຕື່ມອີກ.
(ຂ່າວ: ພາພອນ ນະວົງໄຊ)
ຄໍາເຫັນ